ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 09:38:13    
ຂົວ​ທາງ​ອາ​ກາດ​060830(ສຽງ)

cri

ຍ້ອນ​ວ່າ​ວັນ​ປິດ​ຮັບ​ຄຳ​ຕອບ​ຂອງ​ການ​ເສັງ​ຄວາມ​ຮູ້​"ຂ້ອຍ​ກັບCRI"ໃກ້​ຈະ​ຮອດ​ແລ້ວ,​​ຫວ່າງ​ມໍ່ໆ​ມາ​ນີ້,​ໃບ​ຕອບ​ຄຳ​ຖາມ​​ແລະ​ຈົດໝາຍ​ທີ່ຜູ້​ຟັງ​ຝາກ​ມານັ້ນ​​ເພິ່ມຂຶ້ນ​ຢ່າງ​ວ່ອງ​ໄວ,ອັນ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ຟັງຫຼາຍທ່ານ​ພວມ​ຕິດຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາຢູ່,ທ່ານ​ອາດ​ຈະ​ຄ່າ​ວຽກ​ຫຼາຍ​ທຸກ​ມື້ ຈົນ ​ບໍ່​ມີ​ເວລາ​ຂຽນ​ຈົດໝາຍ​ເຂົ້າ​ມາ​ຮ່ວມ​ມ່ວນ​ຊື່ນ​ນຳ​ພວກ​ເຮົາ,ສະ​ນັ້ນ,ຖ້າ​ຫາກ​ທ່ານ​​ໃດ​ໄດ້​ສະຫຼະ​ເວລາ​ອັນ​ມີຄ່າຂຽນ​ຈົດໝາຍ​ເຂົ້າ​ຮ່ວມການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ,ກໍ່​ຖື​ວ່າໄດ້ສະໜັບສະໜູ​ນ​ແລະ​ເປັນ​ກຳລັງ​ໃຈ​ໃຫ້​ຄະນະ​ຈັດ​ທຳລາຍ​ການ​ຂອງ​ພວກ​ເຮົາ​ແລ້ວ,ນະ​ທີ່​ນີ້,ພວ​ກ​ເຮົາ​ຂອບ​ໃຈ​ຫຼາຍໆ.

ຫວ່າງ​ມໍ່​ໆ​ມາ​ນີ້, ນ້ອງ​ທອງຄຳ​ວື່ທີ່ຢູ່​ບ້ານ​ຄອນ​ວັດ ​ເມືອງ​ຮົ່ມ ​ແຂວງ​ວຽງ​ຈັນ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວ​ກ​ເຮົາ,ຂຽນ​ວ່າ,"ເທື່ອ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ນ້ອງ​ໄດ້​ຂຽນ​ຈົດໝາຍ​ເຂົ້າ​ມາ​ແລະ​ເສັງ​ຄວາມ​ຮູ້​ກັບ​ວິທະຍຸ​ຊີ​ອາ​ໄອ.​ໃນ​ບົດ​ຕອບ​ຄຳ​ຖາມ​ຂອງ​ນ້ອງ​ແມ່ນ​ຕອບ​ຫຍໍ້ໆ,​ເຖິງ​ວ່າ​ບໍ່​ຖືກ​ໃນ 4 ພາກ​ຄຳ​ຖາມ,ນ້ອງ​ກໍ່​ບໍ່​ເສຍ​ໃຈ,ນ້ອງ​ມີ​ແຕ່​ດີ​ໃຈ​ຫຼາຍ,​ເພາະ​ນ້ອງ​ກໍ່​ແມ່ນ​ເພື່ອນ​ມິດ​ຜູ້​ຟັງ​ຂອງ​ວິທະຍຸຊີ​ອາ​ໄອ​ຜູ້​ໜຶ່ງ​ຕະຫຼອດ​ມາ.ຊີ​ອາ​ໄອ​ຍັງ​ແມ່ນ​ໂຮງຮຽນ​ມະຫາ​ວິທະ​ຍາ​ໄລ​ສອນ​ພາສາລາ​ວ​ແລະຈີນ​ໃຫ້​ເພື່ອນ​ມິດ​ຜູ້​ຮຽນ​ໂດຍ​ບໍ່​ໄດ້​ເສຍ​ຄ່າ."

ນ້ອງ​ທອງຄຳ​ວື່​ກໍ່​ແມ່ນ​ຝາກ​ຈົດໝາຍ​ແລະ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ເປັນ​ເທື່ອ​ທຳ​ອິດ,​ເຊື່ອ​ວ່າຄົງ​ຈະ​ບໍ່​ເປັນ​ສະບັບ​ສຸດ​ທ້າຍ​ຕໍ່​ເນາະ,ຖ້າວ່າ​ທ່ານ​ມັກ​ຟັງລາຍ​ການ​ຂອງ​ພວກ​ເຮົາ,ກໍ່​ຂໍ​ໃຫ້​ທ່ານ​ສົ່ງ​ຈົດໝາຍ​ມາ​ຫາ​ພວກ​ເຮົາ,ລາຍ​ການ"ຂົວ​ທາງ​ອາ​ກາດ"​ແມ່ນປ່ອງ​ຢ້ຽມ​ທີ່​ພວກ​ເຮົາກັບ​ຜູ້​ຟັງ​ທັງ​ຫຼາຍ​ຕິດ​ຕໍ່​ພົວ​ພັນ​ກັນ,ລາຍການ​ຂອງ​ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ທ່ານ​ມາເຂົ້າ​ຮ່ວມ​ທຸກ​ເວລາ.

ຂອບ​​ໃຈ​ຜູ້​ຟັງ​ທີ່ຮັກ​ແພງ​ທຸກ​ທ່ານ ກໍ່​ຄືນ້ອງ​ທອງ​ຄຳວື່,​​ໃນ​ຕອນ​ທ້າຍ​ຂອງ​ລາຍການ​ມື້ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ທ່ານ​,​ເພງ​ນີ້​ຊື່ວ່າ"ຢົງ​​ເຮີງ​​ເຕີ​ອີ້​ທ່ຽນ",​ແປວ່າ"ວັນ​ຕະ​ຫຼອດ​ການ".