ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 10:18:36    
ຈູ່ຢວນຈ່າງ--ບຸກຄົນ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງໃນ​ປະ​ຫວັດ​ສາດ​ຈີນ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ​ໃນ​ປະຫວັດສາດ​ຈີນ, ​ເມື່ອ​ທຽບ​ກັບ​ຈູ່ຢວນຈ່າງ​ ປະຖົມ​ກະສັດ​ລາຊະວົງ​ໝິງແລ້ວ ອາດ​ບໍ່​ມີ​ປະຖົມ​ກະສັດ​ອົງ​ໃດ​ເກີດ​ໃນ​ຄອບຄົວທີ່​ທຸກ​ຍາກ​ກວ່າ ມີຊີວະ​ປະຫວັດ​ຍິ່ງ​ໜ້າ​ສັງ​ເວດ​ກວ່າ​ແລະມີ​ຄວາມ​ອັດສະຈັນ​ກວ່າ. ຈູ່ຢວນຈ່າງຮູ້ຍຸດທະວິທີ​ສູ້​ລົບ, ຄຶດ​ເລິກ​ຄຶດ​ໄກ, ຂະ​ຫຍັນ​ຂັນ​ແຂງ​ນຳ​ວຽກບ້ານ​ການ​ເມືອງ​ໃນ​ຕະຫຼອດຊີວິດ, ​ແມ່ນ​ຮ້ອງ​ເຕ້ອົງ​ໜຶ່ງ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ທີ່​​ມີ​ໜ້ອຍ​ໃນ​ປະຫວັດສາດ​ຈີນ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ຈູ່​ຢວນ​ຈ່າງ ປະ​ຖົມ​ກະ​ສັດ​ລາ​ຊະ​ວົງ​ໝິງສູ່​ທ່ານ​ຟັງ.


ພາບຈູ່ຢວນຈ່າງ-ປະຖົມກະສັດລາຊະວົງໝິງ

ຈູ່ຢວນຈ່າງ​ເກີດ​ຢູ່​ເມືອງ​ເຟິ້ງຢາງ​ແຂວງ​ອ່ານ​ຮຸຍ​ເມື່ອ​ ຄສ ປີ 1328, ພໍ່​ແມ່​​ຕາຍ​ໃນ​ເວລາ​ເພິ່ນ​ຍັງ​​ເປັນ​ເດັກນ້ອຍ, ຄອບຄົວ​ທຸກ​ຍາກ. ໃນ​ເວລາ​ຍັງ​ເປັນ​​ເດັກນ້ອຍ ​ເພິ່ນ​ເຂົ້າ​ໂຮງຮຽນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ເດືອນ​ກໍ່​ເຊົາ​ຮຽນ​ຍ້ອນ​ບໍ່​ສາມາດເສຍ​ຄ່າ​ຮຽນ, ​ແລະດຳລົງ​ຊີວິດ​ດ້ວຍການຮັບຈ້າງລ້ຽງ​ງົວ​ໃຫ້​ຜູ່​ອື່ນ​. ປີ 1344, ​ບ້ານ​ເກີດ​ຂອງ​ຈູ່ຢວນຈ່າງ​ເກີດ​ໄພ​ຕັກ​ແຕນ​ທີ່​ບໍ່​ເຄີຍເຫັນ​ມາ​ກ່ອນ, ພືດ​ພັນ​ທັນ​ຍາ​ຫານ​ໃນ​ໄຮ່ນາ​ຖືກ​ຕັກ​ແຕນ​ກິນ​ໝົດ, ຊາວນາ​ທັງຫຼາຍບໍ່​ມີ​ຜົນ​ເກັບ​ກ່ຽວ, ຄົນ​ຈຳນວນຫຼວງຫຼາຍ​ໄດ້​ຕາຍ​ຍ້ອນ​ຄວາມ​ອຶດຢາກ. ຈູ່ຢວນຈ່າງ​ທີ່​ອາຍຸ 16 ປີ​ຈຳ​ເປັນ​ຕ້ອງ​ໄປບວດ​ເປັນ​ສາມະ​ເນນ, ດຳລົງ​ຄົງ​ຕົວ​ໂດຍ​ອາ​ໄສ​ການ​ຂໍທານ. ຕໍ່​ມາຫຼາຍປີ, ຈູ່ຢວນຈ່າງ​ໄດ້​ຊັດ​ເຊ​ພະ​ເນ​ຈອນ​ໄປ​ທົ່ວທີບ. ປະສົບ​ການ​ນີ້​ໄດ້​ເຮັດ​ໃຫ້​ຈູ່ຢວນຈ່າງ​ມີ​ວິ​ໄສ​ທັດ​ກວ້າງ​ໄກ, ​ແລະ​ກໍ່​ເຮັດ​ໃຫ້​ຈູ່ຢວນຈ່າງ​ກາຍ​ເປັນ​ຄົນ​ມີ​ນິດ​ໄສ​ກ້າ​ແກ່ນ​ໜຽວ​ແໜ້ນ.

​ໃນ​ຍຸກ​ສະ​ໄໝ​ທີ່​ຈູ່ຢວນຈ່າງ​ດຳລົງ​ຊີວິດ​ຢູ່​ນັ້ນ ​ແມ່ນທ້າຍ​ລາຊະວົງ​ຢວນ. ​ເນື່ອງ​ຈາກ​ຜູ່​ປົກຄອງ​ປະຕິບັດ​ນະ​ໂຍບາຍ​ຈຳ​ແນ​ກຊົນ​ເຜົ່າ​ແລະ​ປົກຄອງ​ຢ່າງ​ທາລຸນ, ການ​ລຸກ​ຮື​ຂຶ້ນ​ຂອງ​ຊາ​ວນາ​ໄດ້​ເກີດ​ຂຶ້ນຢ່າງເປັນຂະບວນຟົດຟື້ນ. ​ຈູ່ຢວນຈ່າງ​​ໄດ້​ເຂົ້າຮ່ວມ​ກອງ​ທະ​ຫານ​ລຸກ​ຮື​ຂຶ້ນ​ຂອງ​ຊາວນາໃນ​ເວລາ​ອາຍຸ 24 ປີ. ຍ້ອນ​ເພິ່ນ​ໃຈ​ກ້າພິກ​ໄຫວ, ອົງ​ອາດ​ກ້າ​ຫານ​ໃນ​ການ​ສູ້​ລົບ, ຈູ່ຢວນຈ່າງ​ໄດ້​ໂປ​ໂລ​ຂຶ້ນຢ່າງ​ວ່ອງ​ໄວ​ໃນ​ກອງ​ທະ​ຫານ​ຊາວ​ນາ, ​ແລະ​ເລື່ອນ​ຊັ້ນ​ເປັນ​ກ້າວໆ. ຄຽງ​ຄູ່​ກັບ​ອິດ​ທິກຳລັງ​ຂອງ​ຕົນ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ, ຈູ່​ຢວນ​ຈ່າງ​ໄດ້​ສ້າງ​ຕັ້ງ​ກອງ​ປະ​ກອບ​ອາ​ວຸດ​ຂອງ​ຕົນ​ທີ່​ເປັນ​ອິດ​ສະ​ຫຼະ.

ຈູ່ຢວນຈ່າງ​ມີ​ນິດ​ໄສ​ເປີດ​ອົກ​ເປີດ​ໃຈ, ມັກ​ຄົບ​ຄ້າໝູ່​ເພື່ອນ​ທີ່ສຸດ, ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງຫຼວງຫຼາຍໄດ້​ໄປ​​ເຂົ້າຮ່ວມ​ກອງ​ທະຫາ​ຂອງ​ເພິ່ນ. ​ເມື່ອ​ອາຍຸ 39 ປີ, ອິດ​ທິ​ກຳ​ລັງ​ຂອງ​ຈູ່​ຢວນ​ຈ່າງ​​ໄດ້​ຍຶດຄອງ​ຈີນ​​ກວ່າ​ເຄິ່ງໜຶ່ງ. ປີ 1368, ຈູ່ຢວນຈ່າງ​ຕັ້ງຕົນ​ຂຶ້ນ​ເປັນ​ຮ້ອງ​ເຕ້ຢູ່​ເມືອງ​ຈິ່ນ​ຫຼິງ ຄືໜານ​ກິ່ງໃນທຸກວັນນີ້, ສ້າງຕັ້ງ​ລາ​ຊະ​ວົງ​ໝິງ​ຂຶ້ນ. ​ໃນ​ປີ​ດຽວ​ກັນ, ກອງ​ທະ​ຫານ​ຂອງ​ຈູ່​ຢວນ​ຈ່າງ​ບຸກ​ເຂົ້ານະຄອນ​ຕ້າຕູ່ ຄືປັກ​ກິ່ງ​ໃນ​ທຸກ​ວັນ​ນີ້ ​ເມືອງ​ຫຼວງ​ຂອງ​ລາ​ຊະ​ວົງ​ຢວນ​ໃນ​ຄາວ​ນັ້ນ, ການ​ປົກຄອງ​ຂອງລາຊະວົງ​ຢວນ​ໄດ້​ສິ້ນ​ສຸດ​ລົງ.

ຈູ່ຢວນຈ່າງຈາກ​ສາມັນ​ຊົນ​ຜູ່​ໜຶ່ງ​ກ້າວຂຶ້ນ​ເປັນ​ຮ້ອງ​ເຕ້ຜູ່​ກໍ່ຕັ້ງລາຊະວົງ​ໝິງ, ​ໃນ​ໄລຍະ​ຕົ້ນ​ຂອງ​ການ​ປົກຄອງ ​ພະ​ອົງ​ກໍ່​ສຸ​ດທີ່ເອົາ​ໃຈ​ໃສ່​ນຳ​ການ​ຖອດ​ຖອນ​ເອົາ​ບົດ​ຮຽນ​ທາງ​ລົບ​ຈາກ​ການ​ພັງ​ທະລາ​ຍຂອງ​ລາຊະວົງ​ຢວນ. ກ່ອນ​ອື່ນ ພະ​ອົງ​ໄດ້​ປະຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ເມືອງ​ຢ່າງ​ຂະໜາດ​ໃຫຍ່, ຍຸບ​ລະບອບ​ອັກຄະມະຫາ​ເສນາ​ບໍດີທີ່​ໄດ້​ນຳ​ໃຊ້​ມາ​ເປັນ​ເວລາຫຼາຍຮ້ອຍ​ປີ, ​ໂຮມ​ສູນ​ອຳນາດ​​ແຫ່ງ​ລັດຢູ່​ໃນ​ກຳມືຂອງ​ຮ້ອງ​ເຕ້ຜູ່​ດຽວ. ນີ້​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕໍ່​ການ​ໝູນ​ເດີນ​ຢ່າງ​ມີ​ປະສິດທິພາບ​ສູງ​ຂອງ​ລາຊະວົງ​ໝິງທີ່​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ​ແຕ່​ຮ້ອງ​ເຕ້​ກໍ​ຈຳ​ເປັນ​ຕ້ອງ​ຊຳລະ​ວຽກ​ງານ​ການ​ປົກຄອງ​ດ້ວຍ​ພະ​ອົງ​ເອງ​ຍິ່ງ​ຫຼາຍ​ກວ່າ​ເກົ່າ. ພ້ອມ​ກັນ​ນັ້ນ, ອຳ​ນາດ​ຮ້ອງ​ເຕ້ທີ່​ໂຮມ​ສູນ​ໃນ​ລະດັບ​ສູງ​ຍ້ອນ​ບໍ່​ມີ​ກົນ​ໄກ​ຜູກ​ມັດ​ທີ່​ສົມ​ຄູ່​ກັນ, ​ເຮັດ​ໃຫ້​ຮ້ອງ​ເຕ້​ທີ່​ກຳ​ອຳ​ນາດ​ການ​ປົກ​ຄອງ​ໃນ​ທ້າຍ​ສະ​ໄໝ​ລາ​ຊະ​ວົງ​ໝິງ​ເຮັດ​ຕາມ​ລຳ​ພັງ​ພະ​ໄທ, ​ເປື່ອຍ​ເນົ່າ​ທີ່​ສຸດ, ພາ​ໃຫ້​ເກີດ​ມີ​ບັນ​ຫາ​ສັງ​ຄົມ​ອັນ​ໜັກ​ໜ່ວງ.

ຈູ່ຢວນຈ່າງ​ເກີດ​ໃນ​ຄອບຄົວ​ທີ່​ມີ​ຖານະ​ຕ່ຳ​ໃນ​ສັງຄົມ, ພະ​ອົງ​ຈຶ່ງ​ຮູ້​ຄວາມ​ທຸກ​ສຸກ​ຂອງ​ສັງ​ຄົມ. ພາຍຫຼັງຂຶ້ນ​ເປັນ​ຮ້ອງ​ເຕ້​​ແລະ​ກຳ​ອຳນາດ​ແລ້ວ, ພະ​ອົງ​ລິ​ເລີ່​ມການ​ປະຢັດ​ໃນ​ຊີວິດ​ປະຈຳ​ວັນ. ຕາມ​ບັນທຶກ​ໄວ້​ວ່າ, ມີ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຜູ່​ໜຶ່ງຢາກ​ເອົາ​ໃຈ​ຮ້ອງ​ເຕ້, ​ໄດ້​​​ເຮັດ​ຕຽງ​ທີ່​ປະດັບ​ປະດາ​ດ້ວຍ​ຄຳ​ຕຽງ​ໜຶ່ງ​ຖະຫວາຍ​ໃຫ້​ຮ້ອງ​ເຕ້, ບໍ່​ນຶກວ່າ​ຈູ່ຢວນຈ່າງ​ຊົງ​ໂມ​ໂຫທີ່ສຸດ, ຕັດສັ່ງ​ໃຫ້​ທຳລາຍ​ຕຽງ​ຄຳຖິ້ມເສຍ. ພະ​ອົງ​ບໍ່​ພຽງແຕ່ຕົນເອງປະຢັດ, ຍັງ​ຊົງ​ທວງ​ໃຫ້​ຜູ່​ອື່ນ​ກໍ່​ປະຢັດ​ອີກ​ດ້ວຍ. ມີ​ມື້ໜຶ່ງ, ພະ​ອົງ​ໄດ້​ເຫັນ​ທະຫານ​ອົງຄະລັກ​ຜູ່​ໜຶ່ງ​ໃສ່​ເກີບ​ໃໝ່​ຍ່າງ​ແຂ່ງ​ຝົນ, ກໍ​ຊົງເອີ້ນ​ມາ​ດ່າ. ​ໃຕ້​ການ​ລິ​ເລີ່​ມຂອງ​ພະ​ອົງ​, ​ເຈົ້າໜ້າ​ທີ່​ທົ່ວ​ປະ​ເທດ​ກໍ​ອ່າວ​ປະຢັດ​ມັດທະຍັດ. ພ້ອມ​ກັນນັ້ນ, ພະ​ອົງ​ຍັງ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ກະສິກຳ​ທີ່ເໝາະແກ່ຊາວໄຮ່​ຊາວນາເຊົາເມື່ອຍເອົາແຮງ, ລາຊະວົງ​ໝິງ​​ເລີ່​ມ​ປະກົດມີ​ສະພາບ​ສະຫງົບສຸກແລະ​ພັດທະນາ.

ຈູ່ຢວນຈ່າງ​ຮ້ອງ​ເຕ້​ໄດ້​ສະຫວັນລະຄົດ​ເມື່ອ​ພະ​ຊົນມາຍຸໄດ້ 71 ພັນ​ສາ, ຄອງ​ລາຊະ​ບັນລັງ 31 ພັນ​ສາ. ລາຊະວົງ​ໝິງທີ່​ພະ​ອົງ​ສະຖາປະນາ​ນັ້ນໄດ້ຄົງ​ຕົວ​ຢູ່ 270 ກວ່າ​ປີ. ລາຊະວົງ​ໝິງ​ແມ່ນ​ຍຸກ​ສະ​ໄໝ​ໜຶ່ງ​ທີ່​ພັດທະນາ​ໄວ​ກວ່າ​ໝູ່​ໃນ​ປະຫວັດ​ສັກດິນາ​ຈີນ. ການ​ພັດທະນາ​ດ້ານ​ເສດຖະກິດ​ແລະ​ວັດທະນະທຳ​ຂອງ​ລາຊະວົງ​ໝິງ​ໄດ້​ບັນລຸ​ເຖິງ​ລະດັບ​ສູງ​ສົມຄວນ. ​ເຈິ້ງ​ເຫີ ນັກເດີນ​ເຮືອ​ທີ່​ມີຊື່ສຽງ​ດົ່ງ​ດັງ​ໄດ້​ເດີນ​ເຮືອ​ 7 ​ເທື່ອ, ​ໄປ​ຮອດ​ຫຼາຍປະ​ເທດ​ໃນ​ອາຊີ ອາ​ຟຼິກກາ​ແລະ​ເອີ​ລົບ; ນະວະນິຍາຍ​ຄຼາສິກ​ທີ່​ຊື່​ດັງ​ຂອງ​ຈີນ ຄື "​ເລື່ອງ​ສາມ​ກົ໊ກ" ​ "​​ໄຊ​ອິ໋ວ" ​ແລະ "ຊົ້ງກັ່ງ" ເປັນຕົ້ນລ້ວນ​ແຕ່​ແຕ່ງ​ໃນ​ລາຊະວົງ​ໝິງ; ກຳ​ແພງ​ເມືອງ​ຈີນ​ທີ່​ເປັນ​ມໍລະດົກ​ໂລກ ສ່ວນຫຼາຍ​ແມ່ນ​ສ້ອມ​ແປງ​ເອົາ​ໃໝ່​ໃນ​ລາຊະວົງ​ໝິງ; ວັງກູ້​ກົ່ງ​ທີ່​ປັກ​ກິ່ງ​ກໍ​ແມ່ນ​ມໍລະດົກ​ໂລກ​ຄື​ກັນ, ກໍ​ແມ່ນ​ສ້າງ​ຂຶ້ນ​ໃນ​ລາຊະວົງ​ໝິງ ​ແລະ​ອື່ນໆ.