ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 16:30:16    
ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງ​ຄັບ​ທີ່​ຈີນ​ປັບ​ປຸງ​ໃໝ່​ນັ້ນ​ຈະ​ຮັບ​ປະ​ກັນ​ການ​ສະ​ໜອງ​​ ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ໃຫ້​ຊົນ​ນະ​ບົດ​ກ່ອນ​

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບສະບັບ​ປັບປຸງ​ຂອງ​ຈີນ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ມື້​ອື່ນ(ວັນ​ທີ 1 ກັນຍາ)​ເປັນ​ຕົ້ນ​ໄປ. ກົດໝາຍ​ສະບັບ​ປັບປຸງ​ດັ່ງ​ກ່າວ​​ໄດ້​ກຳ​ນົດ​ໄວ້​ວ່າ ຊັບພະຍາກອນ​ການ​ສຶກສາ​ຄວນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊົນ​ນະ​ບົດ​ກ່ອນ.

ຈີນ​ປະຕິບັດ​ລະບອບ​ການ​ສຶກສາ​ພາກ​ບັງຄັບ 9 ປີ. ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ​ສະ​ບັບ​ປັບ​ປຸງ​​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ຈະ​ບໍ່​ເກັບ​ຄ່າ​ຮຽນ​ແລະຄ່າ​ອື່ນໆ​ໃນ​​ໄລຍະ​ພາກ​ບັງ​ຄັບ, ​ແລະ​ກຳນົດ​ວ່າ ລັດ​ສ້າງ​ກົນ​ໄກ​ຄ້ຳປະກັນທຶນການ​ສຶກສາ​ພາກ​ບັງຄັບ. ຈະ​ສະ​ໜອງ​ທຶນ​ໃຫ້​ໂຮງ​ຮຽນ​ຊົນ​ນະບົດ​ແລະ​​ໂຮງຮຽນ​ອ່ອນ​ແອ​ໃນ​ຕົວ​ເມືອງ​ກ່ອນ, ​ຊັກ​ຊວນ​ແລະ​ປຸກ​ລະ​ດົມ​ນັກ​ສຶກ​ສາ​ທີ່​ຈົບ​ຮຽນ​ແລະ​ຄູ​ໄປ​ເຮັດ​ວຽກຢູ່​ຊົນນະບົດ.

ກົດໝາຍ​ສະບັບ​ປັບປຸງ​ຍັງ​ມີ​ຂໍ້​ກຳນົດ​ເກືອດ​ຫ້າມ​​ໂດຍ​ແນ​ໃສ່​ສະພາບ​ໃນຫຼາຍປີ​ມາ​ນີ້​​ໂຮງ​ຮຽນ​ປະຖົມ​ແລະມັດທະຍົມ​​ເກັບ​ຄ່າ​ແບບ​ທົ່ວທີບ, ພ້ອມ​ກັນນັ້ນ ຍັງ​ສົ່ງ​ເສີມ​ໃຫ້​ໃຊ້​ປື້ມ​ຮຽນ​ຫຼາຍ​ຄັ້ງ​ເພື່ອ​ປະ​ຢັດ.