ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 17:40:06    
ໃນ​ລະ​ບົບ​ສຸ​ລິ​ຍະ​ເຫຼືອ​ແຕ່​ດາວ​ພະ​ເຄາະ​8​ໜ່ວຍ(ສຽງ)

cri Author: shuo

​​​​​​​​​​​
ໃນ​ລະບົບ​ສຸລິ​ຍະ​ມີ​ດາວ​ພະ​ເຄາະ​ຈັກ​ໜ່ວຍ​ແທ້?​ແລະມາດຖານທີ່​ເປັນ​ດາວ​ພະ​ເຄາະ​ແມ່ນ​ຫຍັງ?ບັນຫາ​ດັ່ງ​ກ່າວ​ໄດ້​ຮັບຄຳ​ຕອບ​ຢ່າງຊັດ​ເຈນ​ກວ່າ​ເກົ່າ​ໃນ​ວັນ​ທີ24​ສິງຫາ​ແລ້ວ.​ໃນ​ມື້​ນັ້ນ,ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ​26​ຂອງ​ສະຫະພັນ​ດາລາສາດ​ສາກົນ​ໄດ້ຜ່ານມະຕິກ່ຽວ​ກັບ​ມາ​ດຖານ​ທີ່​ເປັນ​ດາວ​ພະ​ເຄາະ​ໃນ​ລະບົບ​ສຸລິຍະ.​ອີງ​ຕາມ​ມະຕິ​ດັ່ງ​ກ່າວ,ແຕ່​ນີ້​ເປັນຕົ້ນ​ໄປ,ດາວ​ພຼູ​ໂຕຫຼືດາວ​ພະ​ຍົມ​ຈະລຽງ​ໃນ​ຖັນ​​ແຖວ"​ດາວ​ພະ​ເຄາະ9​ໜ່ວຍ"​ໃນ​ລະບົບ​ສຸລິຍະອີກ​ບໍ່​ໄດ້,​ໃນ​ລະບົບ​ສຸລິຍະ​ເຫຼືອ​ແຕ່ດາວ​ພະ​ເຄາະ8​ໜ່ວຍ.​ໃນ​ລາຍ​ການ​ສວນ​ວິທະຍາສາດ​ແລະ​ການ​ສຶກສາ​ພາກ​ນີ້,ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ.

ວັນ​ທີ24​ສິງຫາ,ຢູ່​ທີ່​ປຼາກ ນະຄອນຫຼວງ​ຂອງ​ສາທາລະນະ​ລັດເຊັກ,ກອງ​ປະຊຸມ​ໃຫຍ່ຄັ້ງທີ 26​ຂອງ​ສະ​ຫະ​ພັນ​ດາ​ລາ​ສາດ​ສາກົນ​ດ້​ອັດລົງ​,ທ່ານ​ໂຣນາດ ​ເອ​ເຄີ​ສ໌ ປະ​ທານ​ສະ​ຫະ​ພັນ​ດາ​ລາ​ສາດ​ສາ​ກົນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະຊຸມ.ທ່ານ​ເວົ້າວ່າ:"ຂໍ​ຂອບ​ໃຈ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ບັດ​ງານ​ຂອງ​ກອງ​ປະ​ຊຸມ​​ໃຫຍ່​ໄດ້​ອຳນວຍ​ໂອກາດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເພື່ອ​ຫາ​ລື​ນິ​ຍາມ​ຂອງ​ດາວ​ພະ​ເຄາະ."

​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ນັກ​ດາ​ລາ​ສາດ​ທັງຫຼາຍ​ໄດ້​ກຳນົດມາດຖານ​​ໃນ​ການ​ເປັນດາວ​ພະ​ເຄາະ​ໃນ​ລະ​ບົບ​ສຸ​ລິ​ຍະ​ຢ່າງ​ຊັດ​ເຈນ​ເປັນ​ຄັ້ງ​ທຳ​ອິດ.​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ​ສອງ​ກ່ອນ​ກອງ​ປະ​ຊຸມ​ໃຫຍ່​ອັດ​ລົງ,​ຜູ້​​ຮ່ວມ​ປະ​ຊຸມ​ໄດ້​ຜ່ານ​ມະ​ຕິ​ສອງ​ສະ​ບັບ,​ໃນ​ນັ້ນ​ມະ​ຕິ​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ໄດ້​ຂີດ​ແບ່ງ​ປະ​ເພດ​ດາວ​ໃນ​ລະ​ບົບ​ສຸ​ລິ​ຍະ.​ດາວ​ໃນ​ລະ​ບົບ​ສຸ​ລິ​ຍະ​ຖືກ​ແບ່ງ ອອກ​ເປັນ​ສາມ​ປະ​ເພດ ຄື ​ດາວ​ພະ​ເຄາະ,​ດາວ​ພະ​ເຄາະ​ດະ​ວາດ​ແລະ​ດາວ​ນ້ອຍ,​ຜູ້​ຮ່ວມ​ປະຊຸມ​ຍັງ​ໄດ້​ກຳ​ນົດ​ຂອບ​ເຂດ​ຂອງ​ດາວ​ສາມ​ປະ​ເພດ​ນີ້.​ກ່ຽວ​ກັບ​ນິຍາມ​ຂອງ​ດາວ​ພະ​ເຄາະ​ໃນ​ລະບົບ​ສຸ​ລິ​ຍະ​ທີ່​ຄົນ​ທັງ​ຫຼາຍ​ສົນ​ໃຈ​ນຳ​ທີ່​ສຸດ,​ດອກ​ເຕີ​ຈູ່​ຈີ້ນ ຜູ້​ຊ່ຽວ​ຊານ​ດ້ານ​ດາວ​ພະ​ເຄາະ​ຂອງ​ຈີນ​ທີ່​​ໄດ້​ຮ່ວມ​ປະ​ຊຸມ​ໄດ້​ເວົ້າ​ສູ່​ຟັງ​ຢ່າງ​ລະອຽດ:"​ເວົ້າ​ຈາກ​ຂໍ້​ລະ​ອຽດ,​ດາວ​ພະ​ເຄາະ​ໃນ​ລະ​ບົບ​ສຸ​ລິ​ຍະ​ຕົ້ນ​ຕໍ​ຕ້ອງ​ຕອບ​ສະ​ໜອງ​ເງື່ອນ​ໄຂ​ສາມ​ຂໍ້,ຄື ໜຶ່ງ,​ວົງ​ໂຄ​ຈອນ​ຂອງ​ດາວ​ນີ້​ຕ້ອງ​ຖື​ສຸ​ລິ​ຍະ​ເປັນ​ໃຈ​ກາງ;ສອງ,​ດາວ​ນີ້​ຕ້ອງ​ມີ​ມວນ​ສານ​ທີ່​ພຽງ​ພໍ;​ສາມ,​ຢູ່ມໍ່​ໂຄ​ຈອນ​ຂອງ​ດາວ​ນີ້ບໍ່​ມີ​ກຸ່ມ​ດາວ​ນ້ອຍ​ທີ່​ເປັນ​ບໍລິວານ.ດາວ​ພຼູ​ໂຕບໍ່​​ຖື​ກຕາມ​ມາດ​ຖານ​ຂໍ້​ທີ​ສາມ,​ເພາະ​ວ່າ​ຢູ່​ຕາມ​ວົງ​ໂຄ​ຈອນ​ຂອງ​ດາວ​ພຼູ​ໂຕ​ຍັງ​ມີ​ກຸ່ມ​ດາວ​ນ້ອຍ​ບໍລິວານ​ຢ່າງ​ຫຼວງ​ຫຼາຍ​ກຳ​ລັງ​ໝູນ​ວຽນ​ເຊິ່ງ​ຖື​ສຸ​ລິ​ຍະ​ເປັນ​ໃຈກາງ."

​ແຕ່​ໃດ​ມາ,ຄົນ​ທັງຫຼາຍ​ເຫັນ​ໂດຍທົ່ວ​ໄປ​ວ່າ,"​ໃນ​ລະບົບ​ສຸລິຍະ​ມີ​ດາວ​ພະ​ເຄາະ9​ໜ່ວຍ", ຄຳ​ນີ້​ເຄີຍ​ຖືກ​ຂຽນ​ເຂົ້າ​ໃນ​​ປື້​ມ​ແບບຮຽນ​ຂອງ​ປະ​ເທດ​ຕ່າງໆ.​ແຕ່​ໃນ​ວົງ​ການ​ດາ​ລາ​ສາດ,​ນັກ ວິ​ທະ​ຍາ​ສາດ​ພັດ​ມີ​ຄວາມ​ເຫັນ​ແຕກຕ່າງ​ກັນ​ໂດຍ​ຕະຫຼອດກ່ຽວ​ກັບ​ດາວ​ພຼູ​ໂຕ​ມີ​ຄຸນ​ວຸດ​ທິທີ່​ເປັນ​ດາວ​ພະ​ເຄາະ​ໄດ້​ຫຼືບໍ່.​ເພາະວ່າ​ແຕ່​ດາວ​ພຼູ​ໂຕ​ຖືກຕັ້ງຊື່​ແລ້ວບໍ່​ດົນ,ນັກວິທະຍາສາດ​ກໍ​ຄົ້ນພົບ​ວ່າ,ດາວ​ພຼູດາວ​ຜິດ​ໂຕນ​ກັນຫຼາຍກັບ​ດາວ​ພະ​ເຄາະ​ອີກ8​ໜ່ວຍ​​ໃນ​ດ້ານມວນ​ສານ​ແລະ​ບໍລິ​ມາດ.ດອກ​ເຕີ​ຈູ່ຈີ້​ນຊີ້​ອອກ​ວ່າ,​ຈົນ​ຮອດ​ຊູ່​ມື້​ນີ້​ຈຶ່ງກຳນົດດາວ​ພະ​ເຄາະ​ໃນ​ລະ​ບົບ​ສຸ ລິຍະ,ທັງ​ນີ້​ມີ​ການພົວພັນ​ໂດຍ​ກົງ​ກັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ວິ​ທະ​ຍ​າສາດ​ເຕັກ​ນິກ.​ທ່ານ​ເວົ້າວ່າ:"ນິຍາມ​ໃໝ່​ມີ​ການ​ພົວພັນ​ກັບ​ລະ​ດັບ​ຄວາມ​ຮັບ​ຮູ້​ຕໍ່​ລະ​ບົບ​ສຸ​ລິ​ຍະ​ຂອງ​ມວນ​ມະນຸດ​ເຮົາ.​ເພາະວ່າ,​ໃນ​ເວລາ​ທີ່ຫາ​ກໍ່​ຄົ້ນພົບ​ດາວ​ພຼູ​ໂຕ,ຄົນ​​ເຮົາ​​​ເຫັນ​ວ່າ,​ດາວ​ພຼູ​ໂຕ​ແມ່ນດາວ​ພະ​ເຄາະ​ທີ່​​ໂດດ​ດ່ຽວ​​ໜ່ວຍ​ໜຶ່ງ​ເຊິ່ງ​ໝູນ​ວຽນ​ໃນ​ວົງ​ໂຄ​ຈອນ​ທີ່​ຖື​ສຸ​ລິ​ຍະ​ເປັນ​ໃຈກາງ.​ແຕ່​ທີ່​ຈິງ​ແລ້ວ,​ເລີ່ມ​ແຕ່​ປີ​1992,ຄົນ​ເຮົາ​ໄດ້​ຄົ້ນພົບ​ວ່າ,​ໃນ​ວົງໂຄຈອນ​ຂອງ​ດາວ​ພຼູ​ໂຕ​ມີ​ດາວ​ນ້ອຍ​ຢ່າງ​ຫຼວງ​ຫຼາຍ​ພວມ​ໝູນ​ອ້ອມ​ສຸ​ລິ​ຍະ,​ແລະ​ໃນວົງ​ໂຄຈອນ​ທີ່​ຄ້າຍຄື​ກັນ​ກັບ​​ວົງ​ໂຄ​ຈອນ​ຂອງ​ດາວ​ພຼູ​ໂຕ,ດຽວ​ນີ້​ໄດ້​ຄົ້ນພົບ​ດາວ​ທີ່​ໃຫຍ່​ກວ່າ​ດາວ​ພຼູ​ໂຕ​ແລ້ວ.ສັງ​ເກດ​ຈາກ​ຄວາມ​ຮັບ​ຮູ້​ຕໍ່​ລະບົບ​ສຸລິຍະ​ຂອງ​ມະນຸດ​ເຮົາ​ໃນ​ປະຈຸ​ບັນ​ນີ້,​ເອີ້ນ​ດາວ​ພຼູ​ໂຕ​ເປັນ​ດາວ​ພະ​ເຄາະ​ໃຫຍ່​ແມ່ນ​ບໍ່​ເໝາະ​ສົມ​."

ອີງ​ຕາມ​ນິຍາມທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ26​ຂອງ​ສະຫະພັນ​ດາລາສາດ​ສາກົນ​ຜ່ານ​ໃນ​ວັນ​ທີ 24​ສິງ​ຫາ,ດາວ​ພຼູ​ໂຕຖອນອອກ​ຈາກ​ຖັນ​ແຖວ​ຂອງ​ດາວ​ພະ​ເຄາະ​ໃນ​ລະ​ບົບ​ສຸ​ລິຍະ.​ໃນ​ຕໍ່​ໄປ​ພາຍ​ໜ້າ,​ດາວ​ພະ​ເຄາະ​ໃນ​ລະບົບ​ສຸລິຍະ​ມີ​ແຕ່ດາ​ວພະພຸດ ​ດາວ​ພະ​ສຸກ ໜ່ວຍ​ໂລກ ດາວ​ພະ​ອັງ​ຄານ ດາວ​ພະ​ຫັດ ດາວ​ພະ​ເສົາ ດາວ​ມະລຶດຕະຍູແລະ​ດາວພະ​ເກດ​ເປັນ​ຕົ້ນ.​ເວົ້າ​ສຳ​ລັບ​ການ​ຄົ້ນ​ຄວ້າ​ດາ​ລາ​ສາດ,​ນິ​ຍາມ​ທີ່​ຊັດ​ເຈນ​ຈະ​ຊ່ອຍ​ໃຫ້​ວຽກ​ງານ​ຄົ້ນຄວ້າ​ໃນ​ ​ພາຍ​ໜ້າ​ແຈ່ມ​ແຈ້ງ​ກວ່າ​ເກົ່າ.​ເວົ້າ​ສຳ​ລັບ​ສາ​ມັນ​ຊົນ,​ການ​ປ່ຽນ​ແປງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ຫຍັງ​ແດ່?​ຄົນ​ທຽວ​ທາງ​ຜູ້​ໜຶ່ງ​ບອກ​ນັກ​ຂ່າວ​ວ່າ:​"​ເວົ້າ​ສຳ​ລັບ​ຂ້ອຍ,ຈຳນວນ​ດາວ​ພະ​ເຄາະ​ໃນ​ລະ​ບົບ​ສຸ​ລິ​ຍະ​ແມ່ນ​8​ໜ່ວຍ​ຫຼື​9​ໜ່ວຍ​ບໍ່​ສຳ​ຄັນ​ດອກ.​ແຕ່​ວ່າ,ມັນ​​ໄດ້​ຢືນຢັນ​ຄວາມ​ກ້າວ​ໜ້າ​ຂອງ​ວິ​ທະ​ຍາ​ສາດ​ແລະ​ສັງ​ຄົມ,​ທັງ​ແມ່ນ​ການ​ສະ​ແດງ​ວ່າ ມະ​ນຸດ​ເຮົາ​​ໄດ້ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.​ເພາະ​ວ່າ​ວິ​ທະ​ຍາ​ສາດ​ຄວນ​ຕິດ​ຕາມ​ບາດ​ກ້າວ​ທີ່​ກ້າວ​ໄປ​ໜ້າ​ຂອງ​ມວນ​ມະ​ນຸດ,​ແລະ​​ໃຫ້ຄວາມ​ຮູ້​ໃໝ່​ແກ່​ສາ​ທາ​ລະ​ນະ​ຊົນ."

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ຕໍ່​ໄປ,​​ສັງຂານ​ຂໍ​ແນະນຳ​ຜະລິດ​ຕະພັນຈຳນວນ​ໜຶ່ງ​ທີ່​ສະໜອງ​ຄວາມ​ສະ​ດວກ​ແກ່​ຜູ້​ເຖົ້າຜູ້​ແກ່.ປະຈຸ​ບັນ​ນີ້,​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ,​ເຄື່ອງ​ບໍລິ​ໂພ​ກສະ​ເພາະ​ຕ່າງໆ​ທີ່​ຖື​ການ​ເອົາ​ໃຈ​ໃສ່​ຊີ​ວິດ​ປະຈຳ​ວັນ​ຂອງ​ຜູ້​ເຖົ້າ​ເປັນ​ຈຸດປະສົງ​ນັ້ນພວມຈຳໜ່າຍ​ໃນ​ຕະຫຼາດຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ເຖົ້າທັງຫຼາຍ.

ຢູ່​ສ.​ເກົາຫຼີ,ນັກວິທະຍາສາດ​ໄດ້​ອອ​ກ​ແບບ"​ໂທລະສັບ​ມື​ຖື​ທີ່ກຳນົດທີ່ຕັ້ງ"ໃຫ້​ຜູ້​ເຖົ້າ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າທີ່​ເປັນ​ພະຍາດ​ຈິດ​ເສື່ອ​ມ.​ໂທລະ​ສັບ​ມື​ຖື​ຊະ​ນິດ​ນີ້​ນອກ​ຈາກ​ມີ​ຄຸນ​ປະ​ ໂຫຍດ​ທີ່​ຄື​ກັນ​ກັບ​ໂທລະສັບ​ມື​ຖື​ທຳ​ມະ​ດາ​ແລ້ວ,ຍັງ​ມີ​​ຄຸນປະ​ໂຫຍ​ດ​ທີ່ກຳນົດ​ທີ່​ຕັ້ງ​ໄດ້.ທະ​ແນມ​​ແຕ່​ຜູ້​ເຖົ້າຖື​ໂທລະສັບ​ມື​ຖື​ຊະນິດ​ນີ້​ກັບ​ໂຕ,ຄົນ​​ໃນ​ຄອບຄົວ​ກໍ​ສາມາດ​ຮູ້​ທີ່​ຕັ້ງຂອງ​ຜູ້​ເຖົ້າຜູ້​ນີ້​ດ້ວຍ​ລະບົບດາວ​ທຽມ.

ສ່ວນເຢຍລະ​ມັນ​ໄດ້​ອອກ​ແບບ​ໂທລະ​ສັບ​ປັບ​ສຽງ​ໃຫ້​ຜູ້​ເຖົ້າ,​ໂທລະສັບ​ຊະນິດ​ນີ້​ສາມາດ​ປັບ ຄວາມ​ແຮງຂອງ​ສຽງ​ຢ່າງ​ເສລີ,​ເໝາະ​ສຳລັບ​ຜູ້​ເຖົ້າທີ່ຄວາມ​ສາມາດ​​ການ​ໄດ້​ຍິນ​ສຽງຊຸດ​ໂຊມ​ລົງ​ໃນ​ລະດັບ​ທີ່​ຕ່າງ​ກັນ.

ຍີ່ປຸ່ນ​ໄດ້​ຜະລິດ​​ເຄື່ອງສົ່ງສັນຍານແບບ​ໃໝ່ທີ່​ໃຊ້​ສຳ​ບັບຜູ້​ເຖົ້າທີ່​ຕິດພະຍາດ​ຫົວ​ໃຈ​ຫຼືພະ ຍາດ​ເລືອດ​ດັນ​ສູງ​ໃນ​ກໍລະນີ​ສຸກ​ເສີນ.​ເຄື່ອງ​ນີ້​ຍາວ​ແຕ່10​ຊັງ​ຕີ​​ແມັດ, ກວ້າງ​ປະມານ5​ຊັງ​ຕີ​ແມັດ,​ໜັກ​ແຕ່​10​ກຼາມ.​ຜູ້​ເຖົ້າຖື​ເຄື່ອງນີ້​ກັບ​ໂຕ,​ໃນ​ເວລາ​ຮູ້​ສຶກ​ບໍ່​ສະ​ບາຍ,​ກໍ່​ກົດ​ປຸ່ມ​ໜຶ່ງ​ຢູ່​ເທິງ​ເຄື່ອງ,​ເຄື່ອງ​ນີ້​ກໍ​ສົ່ງ​ສັນຍານ​ໃນ​ທັນທີ,​ແຈ້ງ​ໃຫ້​ໂຮງໝໍ​ທີ່ຢູ່​ມໍ່​ໃກ້​ມາກ​ອບກູ້​ດ່ວນ.

​ໃນ​ຕະຫຼາດຂອງ​ສວິສມີ​ແຫວນ​ເລືອດ​ດັນທີ່​ຜູ້​ເຖົ້າຜູ້​ແກ່​ມັກຫຼາຍ.​ສີ​ຂອງ​ແຫວນ​ຊະນິດ​ນີ້​ສາ​ມາດ​ປ່ຽນ​ຕາມ​ອຸນຫະພູມ​ຂອງ​ນິ້ວມື,ຜູ້​ເຖົ້າທີ່​ເປັນ​ພະຍາດ​ເລືອດ​ດັນ​ສູງ​​ສາມາດ​ສັງ​ເກດ​​ເບິ່ງ​ການ​ປ່ຽນ​ແປງ​ຂອງ​ສີ​ແຫວນຢູ່​ທຸກ​ເວລາ​ໄດ້,​ແລ້ວ​ກໍ​ຈະ​ຮັບ​ຮູ້​ການ​ປ່ຽນ​ແປງ​ຂອງ​ອຸນ​ຫະ​ພູມ​ຮ່າງ​ກາຍ​ຂອງ​ຕົນ​ແລະ​ລະດັບ​ຄວາມ​ເມື່ອຍຂອງ​ຮ່າງກາຍ,​ແລ້ວ​ພັກ​ຜ່ອນ​ຢ່າງ​ທັນ​ການ,​ຈຶ່ງ​ສາ​ມາດ​ຫຼີກ​ເວັ້ນ​ເກີດ​ພະ​ຍາດ.

ຢູ່​ຊູ​ແອັດ,ມີ​ໝາກ​ປິ່ງ​ປ່ອງ​ຊະນິດ​ໜຶ່ງ​​,ມັນ​ໃຫຍ່​ກວ່າ​ໝາກ​ປິ່ງ​ປ່ອງ​ທຳ​ມະ​ດາ​ເກືອບ​ໜຶ່ງ​ເທົ່າ,​ແມ່ນ​ອອກ​ແບບ​ຜະລິດ​ສຳລັບ​ຜູ້​ເຖົ້າທີ່​ຢາກຫັດ​ກາຍ.ໝາກ​ປິ່ງ​ປ່ອງ​ຊະນິດ​ນີ້​ມີ​ບໍ​ລິ​ມາດ​ໃຫຍ່,​ຈັງ​ຫວະ​​ເຕັ້ນໄປມາ​ອ່າວ​ຊ້າ,​ເຮັດ​ໃຫ້ຜູ້​ເຖົ້າຕີ​ຖືກ​ຢ່າງ​ງ່າຍ​ດາຍ​ໄດ້,​ແລ້ວ​ບັນລຸ​ຈຸດ​ປະ​ສົງ​​ເພື່ອ​ຫັດ​ຮ່າງກາຍ​ໃຫ້​ເຂັ້ມ​ແຂງ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຜະລິດ​ຕະພັນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​​ເອົາໃຈ​ໃສ່​ຂອງ​ທົ່ວ​ສັງ​ຄົມ​ທີ່​ມີ​ຕໍ່​ຜູ້​ເຖົ້າຜູ້​ແກ່​ຢ່າງ​ເຕັມ​ທີ່,​ເຊື່ອ​ວ່າ,ຄຽງ​ຄູ່​ກັບ​ຜະລິດ​ຕະພັນ​​ແບບ​ນີ້​ນັບ​ມື້​ນັບ​ຫຼາຍ,​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ເຖົ້າ​ຜູ້​ແກ່​ຈະ​ນັບ​ມື້​ນັບ​ສະ​ດວກ​ສະບາຍ​ກວ່າ​ເກົ່າ.​ເອົາ​ລະ,​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ຈັນ​ສຸກ ຜູ້​ຮຽບ​ຮຽງ​ບົດ​ແລະ​ສັງ​ຂານ ຜູ້​ສະ​ເໜີ​ຂໍຂອບ​​ໃຈ​ທ່ານ​ທີ່​ຮັບ​ຟັງ,​ສະ​ບາຍ​ດີ.