ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 17:41:43    
ສະ​ຖາ​ນີ​ໂທ​ລະ​ພາບ 6 ປະ​ເທດ​ຮ່ວມ​ກັນ​ຖ່າຍ​ຟິມ​ໂທ​ລະ​ພາບ​"​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳຂ​ອງ"ຢູ່​ນະ​ຄອນ​ນານ​ນີງ

cri Author: cai
ຕາມ​ຂ່າວ​ຈາກ​ວິທະຍຸ​ກະ​ຈາຍ​ສຽງ​ຕໍ່​ຕ່າງປະ​ເທດ​ເຂດ​ກວາງຊີ​ຂອງ​ຈີນ:ຟິມ​ໂທລະ​ພາບ​"ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ"ທີ່​ສະຖານີ​ໂທລະພາບ​ແຫ່ງ​ຊາດຂອງ 6 ປະ​ເທດ​ຄືກຳປູ​ເຈຍ ຈີນ ລາວ ມຽນມາ ​ໄທ​ແລະ​ຫວຽດນາມຮ່ວມກັນ​ສ້າງນັ້ນ​ໄດ້​ສຳ​ເລັດ​ການຖ່າຍທຳຢູ່​ເມືອງ​ກຸ້ຍ​ລີ​ນເປັນ​ເວລາ 14 ມື້​​ແລ້ວ,​ແຕ່ວັນ​ທີ 30 ສິງຫາເປັນ​ຕົ້ນ​ມາ,​​ໄດ້​ໄປ​ຖ່າຍທຳຕໍ່​ຢູ່​ນະຄອນນານ​ນີງ ​ເທດສະບານ​ເຂດ​ກວາງຊີ​ຂອງ​ຈີນ,​ແລະເລີ່​ມຖ່າຍທຳຢູ່​ພາກ​ໃຕ້​ເຂດ​ກວາງຊີ.

ຟິມ​ໂທລະ​ພາບ"​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ"ທີ່​ມີ 20 ​ພາກ​ແມ່ນ​ຟິມ​ບັນ​ທຶກ​ຂະ​ໜາດ​ໃຫຍ່​ເລື່ອງ​ໜຶ່ງ​ທີ່​ສ່ອງ​​ແສງທິວ​ທັດຂອງ​ລ້ອງ​ແມ່ນ້ຳຂອງ​ຢ່າງຮອບດ້ານ,​ເນື້ອ​ໃນ​ຂອງ​ຟິມດັ່ງກ່າວ​ແມ່ນຜູ້​ຜະລິດ​ຟິມຂອງ 6 ປະ​ເທດ​ຮ່ວມ​ກັນ​ສະ​ເໜີ​ອອກ​ມາ.ຟິມ​ໂທລະພາບດັ່ງກ່າວ​ຈະ​ອອກ​ອາກາດພ້ອມກັນ​ຢູ່​ຊ່ອງ​ສຳຄັນ​ຂອງ​ໂທລະພາບ​ແຫ່ງ​ຊາດຂອງ​ຈີນ ກຳ​ປູ​ເຈຍ ລາວ ມຽນມາ ​ໄທ​ແລະ​ຫວຽດນາມ​ໃນ​ທ້າຍ​ປີ 2007.