 ນັກກິລາຈີນຊົມເຊີຍການຍິງໄດ້ລູກໂທດ
ຕາມຂ່າວ CRI: ຕອນເຊົ້າວັນທີ 1 ກັນຍາຕາມເວລາປະເທດຈີນ, ງານແຂ່ງຂັນບານເຕະເພດຍິງ U-20 ຊີງຊະນະເລີດລະດັບໂລກຄັ້ງທີ 3 ທີ່ພວມຈັດຂຶ້ນຢູ່ມົສກູ ນະຄອນຫຼວງຣັດເຊຍໄດ້ສິ້ນສຸດການແຂ່ງຂັນຮອບຮອງຊະນະເລີດ. ທີມຈີນສາມາດເອົາຊະນະທີມອາເມລິກາດ້ວຍຄະແນນ 5 ປະຕູຕໍ່ 4 ໂດຍຜ່ານການຍິງຈຸດໂທດ, ແລ້ວເຂົ້າຮອບຊີງຊະນະເລີດ.
 ໃນການແຂ່ງຍິງລູກໂທດ ນາງຈ່າງເຢນຢູ ນັກກິລາຮັກສາປະຕູຂອງທີມຈີນປັດບານອອກໄດ້ລູກໜຶ່ງ
ໃນການແຂ່ງຂັນຮອບຮອງຊະນະເລີດອີກນັດໜຶ່ງທີ່ສິ້ນສຸດລົງກ່ອນໜ້ານີ້, ທີມ ສປປ ເກົາຫຼີຊະນະທີມເບຼຊິນດ້ວຍຄະແນນ 1 ປະຕູຕໍ່ 0.
ທີມຈີນກັບທີມ ສປປ ເກົາຫຼີຈະເປັນຄູ່ຊີງຊະນະເລີດໃນວັນອາທິດທີ່ຈະມາເຖິງນີ້(3 ກັນຍາ).
 ນັກກິລາຈີນແລະໜ່ວຍງານຄູຝຶກຊົມເຊີຍການໄດ້ຊະນະ
1 2
|