ຕາມຂ່າວ CRI: ມື້ວານນີ້(ວັນທີ 31 ສິງຫາ), ເຈົ້າໜ້າທີ່ກະຊວງພາຍໃນຂອງອີຣັກກ່າວວ່າ, ໃນມື້ດຽວກັນ ຢູ່ພາກຕາເວັນອອກນະຄອນແບັກແດັດໄດ້ເກີດເຫດການລະເບີດຫຼອນໂຈມຕີຫຼາຍຄັ້ງ, ພາໃຫ້ 43 ຄົນເສຍຊີວິດ 126 ຄົນບາດເຈັບ.

ຜູ່ສັນທັດກໍລະນີກະຊວງພາຍໃນຂອງອີຣັກເປີດເຜີຍໃຫ້ຮູ້ວ່າ, ປະມານ 19 ໂມງວັນທີ 31 ສິງຫາ, ຢູ່ສອງເຂດພາກຕາເວັນອອກແບກແດດໄດ້ເກີດເຫດການລະເບີດ 3 ຄັ້ງຕິດໆກັນ, ເຮັດໃຫ້ມີຄົນຕາຍແລະບາດເຈັບຢ່າງຫຼວງຫຼາຍ.

ຕອນເຊົ້າມື້ດຽວກັນ, ຢູ່ປ້ຳນ້ຳມັນແຫ່ງໜຶ່ງພາກຕາເວັນອອກແບັກແດັດໄດ້ຖືກຫຼອນໂຈມຕີດ້ວຍລະເບີດລົດຍົນແບບສະຫຼະຊີບ, ນອກນີ້, ໃນມື້ດຽວກັນ ຮ້ານອາຫານແຫ່ງໜຶ່ງຢູ່ຖະໜົນປາເລັສຕິນ ພາກຕາເວັນອອກແບັກແດັດກໍ່ຖືກຫຼອນໂຈມຕີເຊັ່ນກັນ.

|