ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 11:58:51    
ການ​ຂະ​ຫຍາຍ​ຕົວ​ຂອງ​ດົນ​ຕີ​ອິນ​ເຕີ​ເນັດ​ເຮັດ​ໃຫ້​ບຸກ​ຄົນ​ໃນ​ຂະ​ແໜງ​ການ​ເອົາ​ໃຈ​ໃສ່​ນຳ

cri



ຫວ່າງກ່ອນ​ນີ້​ບໍ່​ດົນ,​ງານ​ດົນຕີ​ອິນ​ເຕີ​ເນັດ​ຄັ້ງ​ທຳ​ອິດທີ່​ຈັດ​ຂຶ້ນ​ຢູ່​ຕູ່​ຈ່ຽງອ້ຽນ ​ເມືອງ​ນ້ອຍ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ,​ຜູ້​ຊ່ຽວຊານ​ແລະ​ນັກ​ວິຊາ​ການ​ດ້ານ​ດົນຕີ​ອິນ​ເຕີ​ເນັດ​ຂອງເວັບ​ໄຊ​ສຳຄັນ,​ສຳນັກ​ພິມ​ສຽງ​ແລະ​ພາບ,​ບໍລິ​ສັດ​ຜະລິດ​ເຄື່ອງ​ສຽງ​ແລະ​ພາບ ໂຮງ​ຮຽນ​ແລະ​ວິ​ທະ​ຍາ​ຄານ​ດົນຕີ​ຕ່າງໆ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ດົນຕີ​ຄັ້ງ​ນີ້,​ຜູ້​ຮ່ວມ​ປະ​ຊຸມ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງດົນ​ຕີ​ອິນ​ເຕີ​ເນັດ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ,​ໃນ​ເວລາ​ຫາລື​ກັນ,​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະນາ​ຄົດ​ແຫ່ງ​ການ​ຂະຫຍາຍ​ຕົວ​ຂອງ​ດົນ​ຕີ​ອິນ​ເຕີ​ເນັດ​​ເຊິ່ງ​ເປັນ​ເຫດ​ການ​ໃໝ່,​ແຕ່​ພ້ອມ​ກັນ​ນັ້ນກໍ​ເປັນ​ຫ່ວງ​ນຳ​ຜົນ​ກະ​ທົບ​ທີ່​ດົນຕີ​ອິນ​ເຕີ​ເນັດ​ຈະ​ນຳ​ມາ​ສູ່ຂະ​ແໜງ​ການ​ແຜ່ນ​ສຽງ​ຕົ້ນ​ສະບັບ,​ແລະ​ບັນຫາ​ລິ​ຂະ​ສິດ​ຂອງ​ດົນ​ຕີ​ອິນ​ເຕີ​ເນັດ​ເປັນ​ຕົ້ນ.​
 
ອັນ​ທີ່​ວ່າ​ດົນ​ຕີ​ອິນ​ເຕີ​ເນັດ,​ຕາມ​ທຳ​ມະ​ດາ​ແມ່ນ​ໝາຍ​ເຖິງ​ດົນຕີ​ທີ່​ແຕ່ງ​ໂດຍ​ນັກ​ແຕ່ງ​ສະ​ໝັກ​ຫຼິ້ນ,​ແລະ​ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ​ສະ​ໝັກ​ຫຼິ້ນ​ແລ້ວ​ປະກາດ​ແລະ​ເຜີຍ​ແຜ່​ຢູ່​ອິນ​ເຕີ​ເນັດ​ແລະ​ເຄືອ​ຂ່າຍ​ໂທ​ລະສັບ​ມື​ຖື.​ດົນຕີ​ຊະນິດ​ນີ້​ມີ​ຈຸດ​ພິ​ເສດ​ທີ່ຈື່​ງ່າຍ​ຮ້ອງ​ງ່າຍ,​ທຳນອງ​ແລະ​ເນື້ອ​ຮ້ອງ​ຕະ​ຫຼົກ​ເຮ​ຮາ​ມ່ວນ​ຊື່ນ.ຕົ້ນ​ສະຕະ​ວັດ​ນີ້,ນັກ​ຮ້ອງ​ອິນ​ເຕີ​ເນັດ​ກຸ່ມ​ໜຶ່ງ​ໄດ້​ປະກົດ​ຕົວ​ຢູ່​ຈີນ,​ດົນ​ຕີ​ອິນ​ເຕີ​ເນັດ​ກໍ​ເລີ່​ມ​ກາ​ຍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ​.
 
ເພງ​ນີ້​ຊື່​ວ່າ​ໜູ​ມັກ​ເຂົ້າສານ,​ຖື​ເປັນ​ຕົວ​ແທນ​ໜຶ່ງ​ຂອງ​ດົນຕີ​ອິນ​ເຕີ​ເນັດ​ຂອງ​ຈີນ,​ເມື່ອ​ປີ2005​ເຄີຍ​ສ້າງ​ສະ​ຖິຕິ​ທີ່​ໄດ້ມີ​ຜູ້​ໂຫຼດ​ເພງ​ນີ້​ເຮັດ​ເປັນ​ດົນຕີ​ໂທລະ​ສັບ​ມື​ຖື​ຕັ້ງ​6​ລ້ານ​ເທື່ອ​ໃນ​ເດືອນ​ດຽວ,​ລາຍ​ໄດ້​6ລ້ານ​ຢວນ​ໃນ​ເດືອນ​ດຽວ​ເທົ່າ​ກັບລາຍ​ໄດ້​ຈຳ​ໜ່າຍ​ແຜ່ນ​ສຽງ​ຕົ້ນ​ສະ​ບັບ​7​ແສນ​ແຜ່ນ.​ຕົວ​ຢ່າງ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ມັກ​ດົນ​ຕີ​ນັບ​ມື້ນັບ​ຫຼາຍ​ເລີ່ມ​ແຕ່ງ​ເພງ​ອິນ​ເຕີ​ເນັດ.​ໃນ​ສອງ​ປີ​ທີ່​ຜ່ານ​ມາ,​ນັກ​ຮ້ອງ​ເພງ​ອິນ​ເຕີ​ເນັດ​ກຸ່ມ​ໜຶ່ງ​​ໄດ້ມີ​ຊື່​ສຽງດົ່ງ​ດັງ​ໃນ​ທົ່ວ​ປະ​ເທດ​ຕາມໆ​ກັນ​ມາ,​ລວມ​ທັງ​ທ້າວ​ຢາງ​ເຊີນ​ກ່າງ​ແລະ​ນາງ​ຊ່ຽງໆ​ທີ່​ຮ້ອງ​ເພງ ໜູ​ມັກ​ເຂົ້າ​ສານ.​ສະມາ​ຄົມ​ແຜ່ນ​ສຽງ​ສາກົນ​(IFPI)​ໄດ້​ປະ​ກາດ​ຕົວ​ເລກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ປີ2005,​ມູນຄ່າ​ຈຳ​ໜ່າຍ​ຂອງ​ດົນ​ຕີ​ອິນ​ເຕີ​ເນັດ​ແລະ​ດົນຕີ​ໂຫຼດ​ທາງ​ໂທລະ​ສັບ​ມື​ຖື​ໄດ້​ມີ​ເຖິງ​660​ລ້ານ​ໂດ​ລາ.
 
ເວັບ​ໄຊ​SOHU​ແມ່ນ​ເວັບ​ໄຊ​ຂະ​ໜາດ​ໃຫຍ່​ຂອງ​ຈີນ,​ໃນ​ເວັບ​ໄຊ​ດັ່ງກ່າວ​ມີ​ເພງ​ອິນ​ເຕີ​ເນັດ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ເອົາ​ໄດ້.​ທ່ານ​ກົງ​ອີ ຮອງ​ປະ​ທານ​ບໍລິ​ຫານ​ງານ​ຂອງ​ເວັບ​ໄຊ​ດັ່ງກ່າວ​ເຫັນ​ວ່າ,​ຍ້ອນ​ຕະ​ຫຼາດ​ແຜ່ນ​ສຽງ​ແລະ​ບໍລິ​ສັດ​ແຜ່ນສຽງ​ຂາຍ​ບໍ່ດີ,​ດົນ​ຕີ​ທີ່​ແຕ່ງ​ສະໝັກ​ຫຼິ້ນ​ນອກ​ອາ​ຊີບ​ແລະ​ເປັນ​ແບບ​ລື້ນ​ເລີງ​ກວ່າ​ເກົ່າ​ໄດ້ ຄ່ອຍໆ​ຈະ​ເລີນ​ຂຶ້ນ​ຢູ່​ອິນ​ເຕີ​ເນັດ.​ດົນຕີ​ອິນ​ເຕີ​ເນັດ​ຈຶ່ງ​ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ຕາມ​ຄວາມ​ຕ້ອງການ.​ທ່ານ​ເວົ້າ​ວ່າ,
 
ມັນ​ແມ່ນ​ວັດທະ​ນະ​ທຳ​ມະ​ຫາ​ຊົນ,​ທະ​ແນມ​ແຕ່​ປະຊາ​ກອນ​ອິນ​ເຕີ​ເນັດ​ຜູ້​ໃດມີ​ຄວາມ​ສາ​ມາດ,​ຄື​ເຂົາ​ອັດ​ສຽງ​ເປັນ​​ຮ້ອງ​ເປັນ​​ສະ​ແດງ​ເປັນ​ຫຼື​ສາ​ມາດ​ຈັດ​ທຳ​ເອົາ​ເອງ,​ເຂົາ​ກໍ​ມີ​ສິດ​ໃນ​ສິ່ງ​ທີ່​ເຂົາ​ແຕ່ງ​ເຂົ້າ​ໄວ້​ໃນ​ອິນ​ເຕີ​ເນັດ.​ບາງ​ເທື່ອ​ສິ່ງ​ທີ່​ແຕ່ງ​ນັ້ນ​ມີ​ຜູ້​ເບິ່ງ​ແຕ່​ຄົນ​ໜຶ່ງ​ສອງ​ຄົນ​ເທົ່າ​ນັ້ນ,​ແຕ່​ເຂົາ​ກໍ​ດີ​ໃຈ,​ເພາະ​ວ່າ​ເຂົາຮູ້​ສຶກ​ພໍ​ໃຈ​ຕໍ່​ຕົນ​ເອງ.​ເພາະວ່າ​ເຕັກ​ນິກ​ທາງ​ດ້ານ​ນີ້​ຮຽນ​ງ່າຍ,​ເຂົ້າ​ຕະຫຼາດ​ກໍ​ງ່າຍ,​ເຂົາ​ຈຶ່ງ​ສົ່ງບົດ​ແຕ່ງ​ຂອງ​ຕົນ​ອອກ​ໄປ​ໄດ້,​ໃຜໆ​ສະ​ແຫວງ​ຫາ​ຄວາມ​ພໍ​ອົກ​ພໍ​ໃຈ​ແນວ​ນີ້,​ໄດ້​ນີ້​ກໍ​ແມ່ນ​ຈຸດ​ພິ​ເສດ​ຂອງ​ວັດທະ​ນະທຳ​ມະ​ຫາ​ຊົນ.
 
ຕົວ​ເລກ​ສະຖິ​ຕີ​ຂອງ​ສະມາ​ຄົມ​ແຜ່ນ​ສຽງ​ສາ​ກົນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ພຽງ​ແຕ່​ປີ2005​ເທົ່າ​ນັ້ນ​ກໍ​ໄດ້​ໂຫຼດ​ເພງປະ​ມານ​420​ລ້ານ​ເພງ,​ຕົວ​ເລກ​ເຫຼົ່າ​ນີ້​ຫຼາຍ​ກວ່າ​2ປີ​ກ່ອນ​20​ກວ່າ​ເທົ່າ​.ຕົວ​ເລກ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນວ່າ,​ມັນ​ມີ​ໂອກາດ​ການ​ຄ້າ​ແລະ​ຜົນ​ກຳ​ໄລ​ອັນ​ໃຫຍ່​ຫຼວງ​ເຊື່ອງ​ຊ້ອນ​ຢູ່,ການ​ໂຫຼດ​ດົນຕີ​ທາງ​ໂທລະ​ສັບ​ມື​ຖື​ແລະ​ການ ໂຫຼດ​ດົນຕີ​ອິນ​ເຕີ​ເນັດ,​ເຮັດ​ໃຫ້​ຂະ​ແໜງ​ການ​ແຜ່ນ​ສຽງ​ທີ່​ໄດ້​ຕົກ​ໃນ​ສະ​ພາບ​ຫຍຸ້ງ ຍາກ​​ນັ້ນ​ຟື້ນ​ຟູຄືນ​ໃໝ່.​ສະ​ນັ້ນ,​ນັກ​ຮ້ອງ​ທາງ​ອິນ​ເຕີ​ເນັດ​ນັບ​ມື້​ນັບ​ຫຼາຍ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ກັບ​ບໍລິ​ສັດ​ແຜ່ນ​ສຽງ​ຢ່າງ​ຕໍ່​ເນື່ອງ.​ແຕ່​ເດືອນ​ທັນ​ວາ​ປີ​2004,​ທ້າວ​ຢາງ​ເຊີນ​ກ່າງ​ແລະ​ນາງ​ຊ່ຽງໆ ນັກ​ຮ້ອງ​ທາງ​ອິນ​ເຕີ​ເນັດ​ໄດ້​ເຊັນ​ຂໍ້ຜູກ​ພັນ​ກັບ​ບໍ​ລິ​ສັດ​ແຜ່ນ​ສຽງ​ເຟິ່ຍ​ເຢ້,​ພຽງ​ແຕ່​ເດືອນ​ດຽວ,​ແຜ່ນ​CD ຂອງ​ທ້າວ​ຢາງ​ເຊີນ​ກ່າງ​ກໍ​ໄດ້​ຂາຍ8​ແສນ​ກວ່າ​ແຜ່ນ,ເພງ​ຂອງ​ນາງ​ຊ່ຽງໆ​ກໍ​ຂາຍ​ໄດ້3​ແສນ​ແຜ່ນ.​ທັງ​ນີ້​ເຮັດ​ໃຫ້​ນັກທຸ​ລະກິດ​ຜະລິດ​ແຜ່ນ​ສຽງ​ໄດ້​ເບິ່ງ​ເຫັນ​ຕະ​ຫຼາດ​ໃນ​ອະນາ​ຄົດ,​ແລະ​ໄດ້​ແກ້​ໄຂ​ສະ​ພາບ​ຫຍຸ້ງ​ຍາກ​ຂອງ​ບໍລິ​ສັດ​ແຜ່ນ​ສຽງ.
 
ນາງ​ຈ່າງ​ລ່າໆ​ແມ່ນ​ນັກ​ຮ້ອງ​ອິນ​ເຕີ​ເນັດ​ທີ່​ພົ້ນ​ເດັ່ນ.​ນາງ​ມີ​ແຜນຈະ​ອາ​ໄສບໍ​ລິສັດ​ແຜ່ນ​ສຽງ​ທີ່​ເປັນ​ສື່​ແບບ​ດັ້ງ​ເດີມ​ເພື່ອ​​ເຜີຍ​ແຜ່​ເພງ​ຂອງ​ຕົນ.​ນາງ​ເຫັນ​ວ່າ,​ນັກ​ຮ້ອງ​ອິນ​ເຕີ​ເນັດ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ກວ່າ​ໝູ່​ກໍ​ແມ່ນ​ດ້ານ​ເງິນ​ທຶນ,​ບໍ່​ມີ​ຜູ້ໂຄ​ສະນາ​ໃຫ້,​ມີ​ແຕ່​ແຕ່ງ​ເພງ​ເອງ​ອັດ​ສຽງ​ເອງ.​ຖ້າ​ອາ​ໄສ​ບໍລິ​ສັດ​ແຜ່ນສຽງ,​ກໍຈະ​ມີ​ເວລາ​ແຕ່ງ​ເພງ​ຫຼາຍ​ກວ່າ​ເກົ່າ,​ລະດັບ​ມາດ​ຖານ​ຂອງ​ດົນ​ຕີ​ຈະ​ຍົກ​ສູງ​ຂຶ້ນ​ໄດ້​ຢ່າງ​ແນ່​ນອນ.​ນາງ​ຈ່າງ​ລ່າໆ​ເວົ້າ​ວ່າ,
 
ຂ້ອຍ​ເຫັນ​ວ່າຢາກ​ເປັນ​ນັກ​ຮ້ອງ​ຫຼາຍ​ດ້ານ,​ແນວ​ໃດ​ກໍ​ຍັງ​ຕ້ອງ​ອາ​ໄສ​ສື່​ແບບ​ເກົ່າ,​ທຳ​ອິດ​ແມ່ນ​ອາ​ໄສ​ອິນ​ເຕີ​ເນັດ​ມາ​ເຜີຍ​ແຜ່​ເພງ​ຂອງ​ຕົນ,​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ແລະ​ຄວາມ​ສົນ​ໃຈ​ຈາກ​ຄົນ​ທັງ​ຫຼາຍ,​ແລະ​ໃນ​ທີ່​ສຸດ​ກໍ​ຍັງ​ຫວັງ​ໃຫ້​ມີ​ຄົນ​ຫຼາຍ​ກວ່າ​ເກົ່າ​ຮູ້ຈັກ.​ສະ​ນັ້ນ​ສື່​ແບບ​ດັ້ງ​ເດີມ​ກໍ​ສຳຄັນ​ຫຼາຍ.
 
ຄວາມ​ຮີບ​ຮ້ອນ​ທີ່​ຢາກ​ໃຫ້​ບໍ​ລິ​ສັດ​ແຜ່ນ​ສຽງ​ສະໜັບ​ສະໜູນ​ຄື​ນາງ​ຈ່າງ​ລ່າໆ​ນັ້ນ​ເປັນ​ຕົວ​ແທນ​​ໃຫ້​ແກ່​ຄວາມ​ຄຶດ​ຂອງ​ນັກ​ຮ້ອງ​ອິນ​ເຕີ​ເນັດຫຼວງ​ຫຼາຍ,​ແລະ​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ຫຍຸ້ງ​ຍາກ​ສອງ​ດ້ານ​ຂອງ​ເພງອິນ​ເຕີ​ເນັດ,​ຄືຄວາມ​ສາມາດ​ປະ​ດິດ​ສ້າງ​ແລະ​ກຳລັງ​ຊີວິດ​ອັນ​ໝັ້ນ​ແກ່ນ​ທີ່​ມາ​ຈາກ​ພື້ນ​ເມືອງ​ແມ່ນ​ຝັງ​ຮາກ​ຢູ່​ໃຫ້​ໝູ່​ປະຊາ​ຊົນ;​ພ້ອມ​ກັນ​ນັ້ນ,​ນັກ​ຮ້ອງ​ອິນ​ເຕີ​ເນັດກໍ​ຫວັງ​ຢາກ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຂອງ​ບໍລິ​ສັດ​ແຜ່ນ​ສຽງ,​ສ້າງ​ໂອກາດ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​ກວ້າງ​ກວ່າ​ເກົ່າ​ໃຫ້ແກ່​ເຂົາ​ເຈົ້າ.
 
ແນ່ນອນ​ແລ້ວ,​ດົນຕີ​ອິນ​ເຕີ​ເນັດ​ກໍ​ຄື​ກັນ​ກັບ​ດົນຕີ​ດັ້ງ​ເດີມ,​ຢາກ​ໄດ້​ຮັບ​ຜົນ​ສຳ​ເລັດ,​ຍັງ​ຕ້ອງ​ອາ​ໄສ​ຄຸນ​ນະ​ພາບ​ອັນ​ດີ​ເດັ່ນ.​ດົນຕີ​ອິນ​ເຕີ​ເນັດ​ໃກ້​ຊິດ​ກັບ​ສາມັນ​ຊົນ,​ຕິດ​ແທດ​ກັບ​ຊີວິດ​ຕົວ​ຈິງ,​ມີ​ທ່າ​ແຮງ​ທີ່ມີ​ນັກ​ແຕ່ງ​ນັກ​ຮ້ອງ​ຈຳ​ນວນ​ຫຼວງ​ຫຼາຍ.​ແຕ່​ພ້ອມ​ກັນ​ນັ້ນ,​ສະ​ພາບ​ທີ່​ດົນຕີ​ອິນ​ເຕີ​ເນັດ​ອັດ​ແລະ​ຈັດ​ທຳ​ແບບ​ງ່າຍໆ,​ດ້ອຍ​ຄຸນ​ນະ​ພາບ​ກໍ​ໜັກ​ໜ່ວງ​ຫຼາຍ,​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ບໍ່ໄດ້​ມາດ​ຕະ​ຖານ.​ນອກ​ນັ້ນ,​ບັນ​ຫາ​ລິຂະ​ສິດ​ກໍ​ກາຍ​ເປັນ​ບັນຫາ​ຄໍ​ຫອຍ​ທີ່​ກົດ​ໜ່ວງ​ການ​ຂະ​ຫຍາຍ​ຕົວ​ຂອງ​ດົນຕີ​ອິນ​ເຕີ​ເນັດ.​ຍ້ອນ​ວ່າການ​ເຜີຍ​ແຜ່​ທາງ​ອິນ​ເຕີ​ເນັດ​ໄວ​ກວ່າ​ການ​ໝູນ​ເດີນ​ຂອງ​ສື່​ແບບ​ດັ້ງ​ເດີມ​ຫຼາຍ,​ຊອຟ​ແວ​ໃດ​ໜຶ່ງ,​ຖ້າ​ວາງ​ໄວ້​ຢູ່​ອິນ​ເຕີ​ເນັດ,​ບໍ່​ຮອດ​ເຄິ່ງ​ມື້​ກໍ​ຈະມີ​ເວັບ​ໄຊ​ນັບ​ເປັນ​ພັນ​ພິມ​ເອົາ​ຕໍ່.​ເວົ້າ​ສຳລັບ​ດົນ​ຕີ​ທີ່​ມີ​ລິ​ຂະ​ສິດ​ເຫຼົ່າ​ນັ້ນ​ແລ້ວ,​ອິນ​ເຕີ​ເນັດ​ຍິ່ງ​ມີ​ຄວາມ​ອັນ​ຕະ​ລາຍ​ຫຼາຍ​ກວ່າ​ການ​ລັກ​ລອກ​ແບບ.​ທ່ານ​ມາ​ເວີ້ຍ​ກົ່ງ ຜູ້​ຮັບຜິດ​ຊອບ​ຂອງ​ເວັບ​ໄຊCRI ONLINE​ຂອງ​ວິທະ​ຍຸ​ພວກ​ເຮົາ​ສະ​ເໜີ​ໃຫ້​ລັດຖະ​ບານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ດົນຕີ​ອີນ​ເຕີ​ເນັດ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ.ທ່ານ​ເວົ້າ​ວ່າ,
 
ການ​ໂຕ້​ຖຽງ​ກັບທາງ​ລິຂະ​ສິດ​ຈຳນວນ​ໜຶ່ງ​ໃນ​ອິນ​ເຕີ​ເນັດ​ດຽວ​ນີ້ຈະ​ໃຊ້​ກົດ​ໝາຍ​ໄປ​ຕັດ​ສິນ​ຍັງ​ຍາກ​ຢູ່,​ຫຼາຍ​ປະ​ເທດ​ໄດ້​ສ້າງ​ກົດ​ໝາຍ​ແລະ​ກົດ​ບັນ​ຍັດ​ບໍ່​ໜ້ອຍ​ກ່ຽວ​ກັບ​ບັນ​ຫາ​ທາງ​ອິນ​ເຕີ​ເນັດ,​ຈີນ​ກໍ​ຄື​ກັນ,​ໃນ​ຫຼາຍ​ປີ​ມາ​ນີ້,​ຈີນ​ໄດ້​ປະກາດ​ກົດ​ໝາຍ​ກົດ​ບັນຍັດ​ຫຼາຍ​ສະບັບ,​ຕາມ​ຈິງ​ແລ້ວ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ປົກ​ປ້ອງ​ລິຂະ​ສິດ​ຂອງ​ດົນ​ຕີ,​ແຕ່​ໃນ​ການ​ເຜີຍ​ແຜ່​ດົນ​ຕີ​ທາງ​ອິນ​ເຕີ​ເນັດ​ນັ້ນ,​ຍັງ​ຕ້ອງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.