ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 15:02:05    
ຈີນ​ຍິນ​ດີ​ພ້ອມ​ກັບ​ອາຊຽນດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​ຮອບ​ດ້ານ​ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 31 ສິງຫາຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ສາງ​ຊຸນ ກຳມະການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາ​ງພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັບ​​ອາຊຽນ​ຖື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ເປັນ​ສິ່ງ​ນຳ​ທາງ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ​ແລະ​ຄວາມ​ປອດ​ໄພ​ທາງ​ການ​ເມືອງ​ຕື່ມ​ອີກ, ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ຮອບດ້ານ​ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ.

ທ່ານ​ລີ​ສາງ​ຊຸນ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ອອງ​​ແຄງ​ຢົງ ​ເລຂາ​ທິ​ການ​ໃຫຍ່​ອາຊຽນ​ທີ່ມາ​ເຂົ້າຮ່ວມງານມະຫະກຳ​ສິລະ​ປະ​ອາຊີ​ຄັ້ງ​ທີ 8.

ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ, ຈີນ​ກັບ​ອາຊຽນ​​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​ ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ແລະ​ເພື່ອນ​ມິດທີ່​ດີ. ປີ​ນີ້​ແມ່ນຈີນ​ອາຊຽນ​ສ້າງ​ການ​ພົວພັນປະ​ເທດ​ຄູ່​ເຈລະຈາ​ຄົບ​ຮອບ 15 ປີ, ຝ່າຍ​ຈີນ​ຍິນ​ດີພ້ອມ​ກັບ​ອາຊຽນ​ຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມືຍຸດທະ​ສາດ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຈະເລີ​ນຮຸ່ງ​ເຮືອງບົນ​ພື້ນຖານຫຼັກ 5 ປະການຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ແລະ "ສົນ​ທິ​ສັນ​ຍາ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້".

ທ່ານ​ອອງ​ແຄງ​ຢົງ​ຂອບ​ໃຈ​ນຳ​ລັດຖະບານ​ຈີນ​ທີ່​ໄດ້​ຈັດ "ສັບປະດາ​ວັດທະ​ນະ​ທຳ​ອາ​ຊຽນ" ​ໃນ​ໄລຍະ​ງານ​ມະຫະກຳສິລະ​ປະອາຊີ​ຄັ້ງທີ 8. ທ່ານ​ກ່າວ​ວ່າ, ນີ້​ຈະ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​​ເປີດ​ກວ້າງ​ການຮ່ວມ​ມືດ້ານ​ວັດທະ​ນະ​ທຳ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ.