ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 15:15:11    
ຂົວ​ທາງ​ອາ​ກາດ​060831(ສຽງ)

cri Author: cai

ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ມື້ນີ້,ສາຍ​ວັນນີຂໍ​ຕາງໜ້າສົມ​ແພງ ຜູ້​ຮຽບຮຽງລາຍການ,ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ຂົວ​ທາງ​ອາກາດ,​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ບັນດາ​ທ່ານ​ທີ່​ໄດ້​ເອົາ​ໃຈ​ໃສ່​ແລະ​ສະໜັບສະ​ໜູນ​ລາຍການ​ຂົວ​ທາງ​ອາກາດ​ຕະຫຼອດ​ມາ.

ຫວ່າງ​ກ່ອນ​ນີ້,ທ່ານ​ອຸລາ ມິ່ງຂວັນ​ຫາ​ທີ່ຢູ່​ບ້ານໂພນ​ສະຫວັນ ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ​​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ອີກ,ທ່ານ​ຂຽນ​ວ່າ:"​ເປັນ​ເວລາ​ດົນ​ນານ​ແລ້ວບໍ່​ໄດ້​ຕິດຕໍ່​ຫາ,​​ເນື່ອງ​ຈາກ​ວ່າ​ຂ້າພະ​ເຈົ້າວຽກ​ງານຫຍຸ້ງ​ຍາກ​ແດ່,ບາງ​ເທື່ອ​ກໍ່​ບໍ່​ທັນ​ຂຽນ​ຈົດໝາຍ​ມາ​ຢ້ຽມຢາມ CRI,ມີ​ບາງ​ຄັ້ງຂ້າພະ​ເຈົ້າກໍ່​ໂທລະ​ສັບມາ​ລົມ​ກັບ​ພະ​ນັກ​ງານ CRI ເລີຍ.ເຖິງຈະ​ເປັນ​ແນວ​ໃດກໍ່​ຕາມ,ຂ້າພະ​ເຈົ້າ​ກໍ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຮັບ​ຟັງ CRI ​ເປັນ​ປະຈຳ​ໂດຍ​ບໍ່​ໄດ້​ຂາດ,ທຸກໆ​ລາຍການ​ຂອງ CRI ຂ້າ​ພະ​ເຈົ້າກໍ່​ມັກ​ຟັງທີ່​ສຸດ,ບໍ່​ວ່າ​ຈະ​ແມ່ນ​ລາຍ​ການ​ໃດ​ກໍ່​ດີ,ຍ້ອນ​ວ່າ​​​ເນື້ອ​ໃນ​ຂອງ​ແຕ່​ລະລາຍ​ການ​ແມ່ນ​ໄດ້​ເຜີຍ​ແຜ່​ຄວາມ​ຮູ້​ສາ​ລະ​ຫຼາຍກ່ຽວ​ກັບສ.ປ.ຈີນ​ຕໍ່​ຊາວ​ໂລກ,​ເວົ້າ​ສະ​ເພາະ​ແມ່ນ​ຊາວ​ລາວ,ຖື​ວ່າ​ລາຍການ​ຕ່າງໆ​ແມ່ນ​​ເຮັດ​ໄດ້​ດີ​ຫຼາຍ​ສົມຄວນ,​ໄດ້​ກາຍ​ເປັນ​ຂົວ​ແຫ່ງ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຮັດ​ແໜ້ນ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນປະ​ເທດຕ່າງໆ."

ທ່ານ​ອຸລາ ມິ່ງຂວັນ​ຫາ​​ເຄີຍ​ຂຽນ​ຈົດໝາຍ​ມາ​ໃຫ້​ພວກ​ເຮົາ​ຕັ້ງ​ຫຼາຍ​ເທື່ອ,​ໄດ້​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງ CRI ພວກ​ເຮົາ,ຜູ້​ຟັງ​ຄື​ທ່ານ​ອຸລາບໍ່​ແມ່ນ​ມີ​ແຕ່​ຄົນດຽວ​ເທົ່າ​ນັ້ນ,ພວກ​ເຮົາຫວງ​ແຫນ​ຈົດໝາຍ​ທຸກ​ກ້ານທີ່​ຜູ້​ຟັງ​ຝາກ​ມາ​ໃຫ້,ຍິ່ງ​ຫວງ​ແຫນ​ມິດ​ຕະພາບທີ່​ເລິກ​ເຊິ່ງລະຫວ່າງ​ມິດ​ລາຍການ​ທຸກ​ທ່ານ​ກັບ​ພວກ​ເຮົາ.​ທ່ານ​ອຸລາ ມິ່ງຂວັນ​ຫາ​​ເຄີຍ​ໄດ້​ລາງວັນ​ໃນ​ການ​​​ເສັງ​ຄວາມ​ຮູ້"ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ"ທີ່​ວິທະຍຸ​ພວກ​ເຮົາ​ຈັດ​ຂຶ້ນ​ໃນ​ປີ​ກາຍ,​ເທື່ອ​ນີ້,ທ່ານ​ໄດ້​ຝາກ​ຈົດໝາຍ​ມາ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບ CRI"ອີກ,ກໍ່​​ແມ່ນ​ຍ້ອນ​ມີ​ຜູ້​ຟັງ​ຄືແນວ​ນີ້,ຈຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ມີ​ກຳລັງ​ໃຈ​ຫຼາຍ.​​ໃນ​ຕອນ​ທ້າຍ​ລາຍການ​ພາກ​ນີ້,ພວກ​ເຮົາ​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ພວກ​ທ່ານ,ຫຼາຍໆ​ຄຳ​ເຊື່ອມ​​ໂຍງເຂົ້າ​ເປັນສຽງ​ເພງ​ເພງ​ໜຶ່ງທີ່​ຊື່ວ່າ"​ໄຈ້​ອໍ​ເຊີ່ງ​ມີ້ງຈົ່ງ​ເຕີ​ເໝີຍ​ອີ້​ທ່ຽນ",​ແປ​ວ່າ"ທຸກ​ວັນ​ໃນ​ຊີວິດ​ຂອງ​ເຮົາ",ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.