ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 16:48:08    
ທາດສາສະໜາພຸດທີ່ສ້າງ​ດ້ວຍໄມ້​ທີ່​ເກົ່າ​ແກ່​ກວ່າ​ໝູ່​ແລະ​ສູງ​ກວ່າ​ໝູ່​ໃນ​ໂລກ​ຈະ​ມີອາຍຸ 950 ປີ​ແລ້ວ

cri Author: lm

ຕາມຂ່າວສານຊິນຮວາ: ວັນ​ທີ 5 ກັນຍາ​ນີ້ ທາດສາສະໜາ​ພຸດ​ທີ່​ສ້າງ​ດ້ວຍ​ໄມ້​ທີ່​ສູງ​ກວ່າ​ໝູ່​ແລະ​ເກົ່າ​ແກ່​ກວ່າ​ໝູ່​ໃນ​ໂລກ​ທີ່​ຕັ້ງຢູ່​ເມືອງ​ຢິ້ງ​ແຂວງ​ຊ່ານ​ຊີ່ ທາງ​ພາກ​ເໜືອ​ຂອງ​ຈີນ​ຈະ​ຄົບ​ຮອບ 950 ປີ​ແລ້ວ.

ທາດ​ໄມ້​ດັ່ງກ່າວສູງ 67 ​ແມັດກວ່າ​, ມີ 9 ຊັ້ນ, ​ໄດ້​ຮັກສາ​​ເອກະລັກ​ຂອງ​ສະຖາປັດ​ຕະ​ຍະ​ກຳ​ໄມ້​ທີ່​ມີຫຼາຍຊັ້ນອັນ​ດັ້ງ​ເດີມ​ຂອງ​ຈີນ​ໄວ້​ຢ່າງ​ສົມບູນ, ​ໄດ້​ສ່ອງ​ແສງ​ເຖິງ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ສະ​ຖາປັດຕະຍະກຳ​ໄມ້​ຂອງ​ຈີນ​ໃນ​ສະ​ໄໝ​ບູຮານ. ນອກ​ນີ້, ​​ທາດ​ໄມ້​ດັ່ງ​ກ່າວ​ຍັງ​ມີ​ວັດ​ທະ​ນະ​ທຳ​ສາສະໜາ​ພຸດ​, ​ໃນ​ທາດ​ມີ​ພະພຸດທະ​ຮູບ​ສາ​ກະ​ຍະ​ມູນີໝົດ​ຄີງ​ສູງ 11 ​ແມັດ. ​ຢູ່​ເທິງ​ຝາ​ພະ​ໜັງ​ແຕ້ມ​ດ້ວຍ​ຮູບ​ບຸກຄົນ​ສາສະໜາ​ພຸດ. ນອກ​ນີ້, ​ໃນ​ທາດ​ໄດ້​ຮັກສາ​ປ້າຍ​ບູ​ຮານ​ 48 ​ແຜ່ນ​ແລະສີ​ລາ​ສະຫຼັກຢ່າງຫຼວງຫຼາຍ, ຍັງ​ມີ​ພະ​ທຳ​ມະ​ຄຳ​ພີ​ທີ່​ລ້ຳ​ຄ່າ​ຈຳນວນ​ຫຼວງ​ຫຼາຍ. ພະ​ສົງ​ຢູ່ທ້ອງ​ຖິ່ນ​ນັ້ນ​ເຫັນ​ວ່າ, ທຸກ​ຊັ້ນຂອງ​ທາດ​​ໄດ້​ອະທິບາຍທຳ​ມານຸພາບ​ດ້ວຍ​ຮູບ​ການ​ຕ່າງໆ.

ປັດຈຸບັນ ທາດ​ໄມ້​ນີ້​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ສຳຮອງຂອງ​ຈີນ​ທີ່​ຈະສະ​ເໜີ​ເປັນ​ມໍ​ລະ​ດົກ​ໂລກ.