ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 16:52:08    
ຕຳ​ຫຼວດ​ພິ​ເສດ​ປັກ​ກິ່ງ​ຝຶກ​ແອບ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ການ​ຂັບ​ລົດ​ດ້ວຍວິຊາພິ​ເສດ ຊົກ​ມວຍດ້ວຍ​ສອງ​ມື​ເປົ່າ ການ​ກອບ​ກູ້​ຕົວ​ປະ​ກັນ ການ​ມ້າງ​ເຄື່ອງລະ​ເບີດ​ແລະ​ແກ້​ໄຂຄວາມວຸ້ນວາຍ​ຂອງ​ແຟນ​ບານ​ແມ່ນ​ການ​ຝຶກ​ຊ້ອມ​ຂອງ​ກອງ​ຕຳ​ຫຼງດ​ພິ​ເສດ​ປັກ​ກິ່ງ​ໃນຕອນ​ບ່າຍ​ວັນ​ທີ31​ສິງຫາ,​ເພື່​ອສະ​ແດງ​ກຳລັງ​ສູ້​ຂອງ​ຕົນ​ໃນ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ກຳລັງ​ຮຸນ​ແຮງ​ເພື່ອປົກ​ປ້ອງ​ງານ​ກິລາ​ໂອ​ລິມ​ປິກ.

ກອງ​ຕຳຫຼວດພິ​ເສດ​ປັກ​ກິ່ງ​ສ້າງຕັ້ງຂຶ້ນ​​ໃນ​ເດືອນ​ຜະ​ຈິກ​ປີ2005.​ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ນັບ​ມື້​ນັບ​ຍັບ​ມໍ່​ເຂົ້າ​ມາ,​ກອງ​ຕຳ​ຫຼວດ​ພິ​ເສດ​ກອງ​ນີ້​ໄດ້​ປັບ​ປຸງ​ກົນ​ໄກ​ບັນຊາ​ແລະ​ແຜນ​ດຳ​ເນີນ​ງານ​ໃຫ້​ສົມ​ບູນ​ຕື່ມ​ອີກ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ກຳ​ລັງ​ຮຸນ​ແຮງ​ໃນ​ກໍ​ລະ​ນີ​ສຸກ​ເສີນ​,​ແລະ​​ເອົາ​ວຽກ​ງານ​ປະ​ຈຳ​ວັນ​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​,​ໄດ້​ຊື້​ລົດ ອາ​ວຸດ​ແລະ​ອຸ​ປະ​ກອນ​ທີ່​ມີ​ເຕັກ​ນິກ​ສູງ​ແລະ​ມີ​ສັບ​ພະ​ຄຸນ​ຫຼາຍ​ຢ່າງ.​ແຕ່​ກອງ​ຕຳ​ຫຼວດ​ພິ​ເສດ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ,​ເຂົາ​ເຈົ້າ​ໄດ້​ຊຳ​ລະ​ຄະ​ດີ​ສຳ​ຄັນ​ງວດ​ໜຶ່ງ​​ແລ້ວ.