ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 11:03:34    
ອາຫານ​ໝໍ້ດິນ(ສຽງ)

cri Author: da


ນະຄອນ​ປັກ​ກິ່ງ​ແມ່ນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ສະ​ເໜ່ຂອງ​ພາກ​ຕາ​ເວັນ​ອອກ.ນອກຈາກ​ກຳ​ແພງ​ຍັກ ຫໍ​ຟ້າທຽນ​ຖານ​ແລະ​ພະ​ລາຊະ​ວັງກູ້​ກົ່ງ​ທີ່​ມີ​ຊື່​ສຽງ​ແລ້ວ,ຍັງ​ມີອາຫານ​​ໂອຊາ​ປະ​ເພດ​ຕ່າງໆທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕິດ​ໃຈ​ຈົນ​ລືມ​ບໍ່​ລົງ.​ໃນ​ລາຍການມື້​ນີ້,ດາລາ​ວັນ​ຈະ​​ແນະນຳອາຫານໝໍ້​ດິນ ​ເຊິ່ງ​ເປັນອາຫານລາຊະ​ວັງທີ່​ລື​ຊື່​ສູ່​ທ່ານ​ຟັງ.


ຮ້ານອາຫານຊ່າ​ໂກ່​ຈູ່​ມີ​ຊື່​ລື​ນາມ​ໃນ​ນະຄອນ​ປັກ​ກິ່ງ​ຍ້ອນ​ອາຫານ​​ໝໍ້​ດິນ.ໝໍ້​ດິນ​ແມ່ນ​ພາຊະນະ​ທີ່​ເຜົາ​ດ້ວຍດິນ​ໜຽວ,​ຈຸດ​ພິ​ເສດຂອງ​ມັນ​ແມ່ນ​ຮັກສາ​ຄວາມ​ຮ້ອນ​ໄດ້​ດົນ​ນານ.ວິທີ​ແຕ່ງອາຫານ​ໝໍ້​ດິນ​ແມ່ນ​ເອົາຜັກ ​ເຄື່ອງປຸງ​ແລະ​ຊີ້ນ​ຊະນິດ​ຕ່າງໆ​ໃສ່​​ໃນໝໍ້​ດິນ,​ແລ້ວຕົ້ມ​.​ເມື່ອ​ຕົ້ມ​ຈົນ​ສຸກ​ຈົນ​​ເປື່ອຍແລ້ວ,ກໍ​ກາຍ​ເປັນ​ອາຫານ​ທີ່​ມີ​ລົດ​ຊາດ​ທີ່​ແຊບ​ພິ​ເສດ."ຊ່າ​ໂກ່​ປາຍ​ໂຢ້​ວ" ​ແປ​ວ່າ"ຊີ້ນ​ມັນ​ໝໍ້​ດິນ"​ໃນ​ຮ້ານ​ຊ່າ​ໂກ່​ຈູ່ ​​ເຊິ່ງແມ່ນອາຫານທີ່​ມີ​ຊື່​ສຽງ​ເຍື່ອງໜຶ່ງ ກໍ​ແມ່ນ​ປຸງ​ແຕ່ງ​ຕາມ​ວິທີ​ນີ້​ເອງ,​​ແຂກ​ຜູ້​ມາ​ອຸດ​ໜູນ ຜູ້​ໃດ​ກໍ​ຍ້ອງ​ຫຼາຍ.ນາງ​ວັງ​ລີ້ ພະນັກງານ​ເສີ​ບໃນ​ຮ້ານອາຫານ​ຊ່າ​ໂກ່​ຈູ່​​ເວົ້າ​ວ່າ:

"ຊີ້ນມັນ​ໝໍ້​ດິນ ​ແມ່ນ​ອາຫານ​ລາຊະ​ວັງ​ທີ່​ມີ​ມາ​ແຕ່​ສະ​ໄໝ​ລາຊະວົງມິ​ງ​ເມື່ອ 700 ກວ່າ​ປີ​ກ່ອນ.ມັນ​ແມ່ນ​ອາຫານອັນ​ຍອດຍິ່​ງ​ໃນ​ພະ​ກະຍາຫານຂອງ​ເຈົ້າຊີວິດ​ຊຽນຫຼົງ​ໃນ​ລາຊະວົງຊິ່ງ​ເມື່ອ 200 ກວ່າ​ປີ​ກ່ອນ,​ເຈົ້າຊີວິດ​ຊຽນຫຼົງ​ຍັງ​ໄດ້ຂຽນ​ຄຳ​ຍ້ອງຍໍ​ວ່າ​ເປັນ"ອາຫານ​ຍອດຍິ່ງ ​ເຍື່ອງດຽວ​ໃນ​​ໂລກ",​ແຕ່ນັ້ນ​ມາຈຶ່ງມີ​ຊື່​ສຽງ​ດົງ​ດັ່ງ​ຂຶ້ນ."

ຢູ່​ໃກ້ກັບ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ປັກ​ກິ່ງ,ມີ​ຄຸ້ມ​ການ​ຄ້າ​ສີ່​ຕ່ານທີ່​ສິວິໄລ,ຢູ່​ແຫ່ງ​ນັ້ນມີ​ຮ້ານ​ອາຫານຮ້ານໜຶ່ງ​ຊື່ວ່າ"ຊ່າ​ໂກ່​ຈູ່"ທີ່​ມີ​ປະຫວັດ 200 ກວ່າ​ປີ​ແລ້ວ.​ໃນ 200 ກວ່າ​ປີທີ່ຜ່ານມາ,ຮ້ານ​ຊ່າ​ໂກ່​ຈູ່​ໄດ້​ສ້ອມແປງ​ແລະ​ປະດັບ​ຕົບແຕ່ງຫຼາຍ​ເທື່ອ​ແລ້ວ.ຮ້ານ​ຊ່າ​ໂກ່​ຈູ່​ໃນ​ຊູ່​ມື້​ນີ້​ມີຕັ່ງ​ໄມ້​ຈັນ​ ​ໄມ້​ແດງ ​ໂຕະ​4ຫຼ່ຽມຍາວ ຖ້ວຍຊາມດິນເຄືອບ​ສີ​ແດງ​ສີ​ເຫຼືອງ​,ສິ່ງປະດັບປະດາເຮັດ​ໃຫ້​ຄົນຮູ້ສຶກ​ເຖິງວັດທະນະທຳ​ເມືອງຫຼວງຂອງແທ້.


ຮ້ານ​ຊ່າ​ໂກ່​ຈູ່​ແຕ່​ກ່ອນ​ແມ່ນ​ຫ້ອງ​ພັກເຊົາຂອງ​ຄົນຍາມ​ບອກ​ເວລາ​ຢູ່​ນອກ​ລາຊະວັງຂອງລາຊະວົງ​ຊິງ​ເມື່ອ200ກວ່າ​ປີ​ກ່ອນ.​ໃນ​ຄາວ​ນັ້ນ,ພະ​ລາຊະ​ວັງ​ມັກ​ຈັດ​ພິທີ​ບູຊາ​ບັນພະບຸລຸດ​ຫຼື​ພິທີ​ອະພິເສກສົມລົດຊູ່ປີ,ຫຼັງ​ຈາກ​ພິທີ​​ແລ້ວ​ຕ້ອງເອົາຕົ້ມຊີ້ນ​ໝູ​​ທັງໂຕໃສ່ນ້ຳລ້າ ເພື່ອລ້ຽງຮັບຮອງ​ເຊື້ອ​ເຈົ້າທັງຫຼາຍ.ຫຼັງ​ຈາກ​ງານ​ລ້ຽງແລ້ວ,​ເຈົ້າຊີວິດກໍ່​ສັ່ງ​​ໃຫ້ເອົາ​ຊີ້ນ​ໝູທີ່​ເຫຼືອ​ນັ້ນ​ແຈກຢາຍໃຫ້​ຄົນທັງຫຼາຍ,ຈົນ​ກະທັ້ງຄົນ​ຍາມ​​ບອກ​ເວລາ​ໃນ​ພະ​ລາຊະ​ວັງ​ກໍມີໂຊກປາກໄດ້ຊີມນຳ.​ມີເທື່ອ​ໜຶ່ງ,​ເມື່ອຄົນ​ຍາມ​ຜູ້​ໜຶ່ງ​ໄດ້ຮັບ​ຊີ້ນ​ໝູ​ທີ່​ປັນ​ໃຫ້ແລ້ວ,ກໍ່​ຄຶດ​ວ່າ:ຖ້າວ່າ​​ໄປຕົ້ມຊີ້ນ​ໝູ​ປະ​ເພດ​ນີ້​ຂາຍ​ໃຫ້​ສາມັນ​ຊົນ,ມັນຈະບໍ່​ໄດ້​ກຳ​ໄລ​ດີກວ່າຫວະ? ສະນັ້ນ,​ລາວ​ເລີຍ​ໄປ​ຊອກ​​​ເຊົ່າ​ເຮືອນນ້ອຍ​ຫຼາຍຫ້ອງ​ຢູ່​ນອກ​ພະ​ລາຊະ​ວັງ,ນັດ​ກັບ​ພໍ່ຄົວ​ຜູ້​ໜຶ່ງໃນ​ພະ​ລາຊະ​ວັງ​ຢ່າງ​ລັບໆ,ຕອນ​ຄ່ຳ​ເຮັດ​ວຽກ​ບອກ​ເວລາ,ກາງ​ເວັນຕົ້ມຊີ້ນ​ໝູ​ຂາຍ,ນີ້​ກໍ​ແມ່ນ​ຮ້ານ​ອາຫານຊ່າ​ໂກ່​ຈູ່​ໃນ​​ເບື້ອງຕົ້ນ.

ຮ້ານອາຫານ​ຊ່າ​ໂກ່​ຈູ່ຕົ້ນຕໍ​​ຂາຍ​ອາຫານ​ຕົ້ມຊີ້ນ​ໝູ,ນີ້​ແມ່ນ​ອາຫານ​ດັ້ງ​ເດີມ​ທີ່​ເຜົ່າ​ມັງ​ຊູມັກ​ກິນ.​ພໍ່ຄົວ​ຂອງຮ້ານ​ອາຫານຊ່າ​ໂກ່​ຈູ່ບອກວ່າ,ຮ້ານອາຫານ​ຊ່າ​ໂກ່​ຈູ່​​ແຕ່ງອາຫານ​ຊີ້ນໝູ​ແຊບ​ປານ​ນີ້,​ເຄັດ​ລັບອັນໜຶ່ງ​ແມ່ນ ​ຊີ້ນ​ໝູ​ທີ່​ໃຊ້​ນັ້ນອ່ອນ​ນຸ້ມ; ສອງ​ແມ່ນ​ວິທີ​ຕົ້ມກໍພິຖີ​ພິຖັນ.​ໃນ​ເວລາ​ກິນ​ຊີ້ນ ຍັງ​ຕ້ອງ​ຈ້ຳ​ແຈ່ວ​ທີ່​ເຮັດ​ດ້ວຍ​ດອກຜັກ​ແປ້ນ ​ເຕົ້າຮູ້​ຍີ້ແລະ​ນ້ຳມັນ​ໝາກ​ເຜັດ.ທ່ານ​ວັງ​ຢົງ​ແມ່ນ​ຄົນ​ປັກ​ກິ່ງ​ແທ້​ໆ,ປູ່ຂອງ​ເພິ່ນ​ແມ່ນ​ຂາ​ປະຈຳ​ຂອງຮ້ານອາຫານ​ຊ່າ​ໂກ່​ຈູ່. ດຽວ​ນີ້,ທ່ານ​ວັງກໍ​ມັກ​ອາຫານ​ຂອງ​ຮ້ານ​ຊ່າ​ໂກ່​ຈູ່ຫຼາຍ​ເໝືອນກັບ​ຮຸ້ນ​ປູ່.​ເຖິງ​ວ່າ​ດຽວ​ນີ້ ​ບ່ອນຢູ່​ຂອງ​ເພິ່ນ​ຫ່າງຈາກ​ຮ້ານ​ຊ່າ​ໂກ່​ຈູ່ອ່າວ​ໄກ,​ແຕ່​ເມື່ອ​ມີ​ເວລາ ​ເພິ່ນ​ກໍ​ຕັ້ງ​ໃຈຂັບ​ລົດປະມານ 40 ນາທີ​​​ເພື່ອໄປ​ກິນ​ເຂົ້າຢູ່​ຮ້ານ​ຊ່າ​ໂກ່​ຈູ່.ທ່ານ​ເວົ້າວ່າ:

"​​ຮ້ານ​ນີ້​ແມ່ນ​ຮ້ານ​​ເກົ່າ​ແກ່,ການ​ບໍລິການ​ແລະ​​ອາຫານ​ກໍ​ດີຫຼາຍ.​ໃນ​ລະດູ​ໜາວ ຂ້ອຍມັກ​ກິນຕົ້ມ​ໄສ້​ໝູ​ໝໍ້​ດິນ,ລະດູ​ຮ້ອນ​ມັກ​ກິນຊີ້ນ​ລວກ​ນ້ຳມັນ,​ແຊບຫຼາຍ."


​ແຕ່​ຊຸມ​ປີ1950,ຮ້ານອາຫານ​ຊ່າ​ໂກ່​ຈູ່ກໍ​ເລີ່​ມດັດ​ແປງ​ອາຫານ​ບາງ​ເຍື່ອງ,​​ແລະແຕ່ງອາຫານ​ເຍື່ອງ​ໃໝ່​ເຊັ່ນ: ຊີ້ນ​ໝູ​​ຫຼື​​ເຄື່ອງ​ໃນ​ໝູໝໍ້​ນ້ອຍ,​ແລະ​​​​ໄດ້​ເພີ່ມເຄື່ອງ​ປຸງທີ່​ຖືກປາກ​ບາງ​ຢ່າງ,​ເຊັ່ນ​ຜັກ​ດອງ ​ເສັ້ນລ້ອນ ກຸ້ງ​​ແຫ້ງ​ແລະ​ເຫັດ​ເປັນຕົ້ນ.​ໂດຍ​ສະ​ເພາະ​ແມ່ນ​ເມື່ອດັດ​ແປງ​ວິທີ​ປຸງແຕ່ງ​ແລ້ວ,​ຊີ້ນ​ມັນ​ໝໍ້​ດິນ​ມີ​ລົດ​ຊາດ​ແຊບນົວ​ກວ່າ​ເກົ່າ,ຊີ້ນ​ກໍ​ອ່ອນ​ນຸ້ມກວ່າ​ເກົ່າ,ຊີ້ນມັນ​ແຕ່​ບໍ່​ອືດທ້ອງ,ຊີ້ນ​ບ່ອນບໍ່ມັນ ກໍບໍ່ຫຍາບ.ຕາມ​ການ​ກວດກາ​ຂອງ​ພາກສ່ວນ​ອາຫານ​ນະຄອນ​ປັກ​ກິ່ງ,ຊີ້ນ​ໝູ​ຕົ້ມຂອງ​ຮ້ານອາຫານຊ່າ​ໂກ່​ຈູ່ ບໍ່ພຽງແຕ່ໄຂມັນຈະຫຼຸດລົງ 40% ເທົ່ານັ້ນ, ປະລິມານໂຄເລັສເຕລອນກໍ​ໜ້ອຍ​ລົງ​ຢ່າງຫຼວງ​ຫຼາຍ.ຖ້າ​ກິນ​ເປັນປະຈຳ​ຍັງ​ສາມາດ​ເພີ່ມກົດ​ໄຂມັນທີ່ບໍ່ອີ່ມຕົວທີ່ມີ​ຜົນ​ດີ​ຕໍ່​ຮ່າງກາຍຄົນເຮົາ.ປະຈຸ​ບັນ,ນອກຈາກ​ຄົນ​ຈີນ​ແລ້ວ,ຄົນ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ກໍ​ເລີ່​ມມັກ​ກິນ​ອາຫານ​ໝໍ້ດິນຂອງ​ຮ້ານ​ຊ່າ​ໂກ່​ຈູ່​.ທ່ານມາ​ຈູ​ຊູ ​ໂທ​ຊີ​ອາ​ກິ ຄົນ​ຍີ່ປຸ່ນ​ເວົ້າວ່າ:

"ອາຫານ​​ໝໍ້​ດິນ​ບໍ່​ແພງ,ຄົນ​ທຳ​ມະ​ດາກໍກິນໄດ້,ຂ້ອຍ​ກໍ​ມັກ​ຄື​ກັນ,ມັນ​ມີ​ລົດ​ຊາດ​ທີ່​ເຂັ້ມຂຸ້ນ​ຂອງ​ນະຄອນ​ປັກ​ກິ່ງ.ທຳ​ມະ​ດາ​ແລ້ວ ຄົນ​ຍີ່ປຸ່ນ​ເຫັນ​ວ່າ ກາ​ນກິນ​ອາຫານ​ຮ້ອນ​ໃນ​ລະດູ​ຮ້ອນ​ບໍ່​ດີ,​ແຕ່​ຂ້ອຍ​ມັກ​ກິນ​ອາຫານ​​ໝໍ້​ດິນ,ຂ້ອຍ​​ເປັນ​ຂາ​ປະຈຳ​ຂອງຮ້ານ​ຊ່າ​ໂກ່​ຈູ."


​ເມື່ອໄດ້ພັດທະນາ​ມາເປັນ​ເວລາ 200 ກວ່າ​ປີ,ຮ້ານ​ຊ່າ​ໂກ່​ຈູ່ກໍ​ມີ​ອາຫານ​ຫຼາຍປະ​ເພດ​ອຸດົມສົມບູນ​ຂຶ້ນ.ນອກຈາກ​ຂົ້ວ​ແລະ​ຕົ້ມຊີ້ນ​ໝູ​ແລ້ວ,ຊີ້ນ​ໄກ່ ປາ ກຸ້ງ ປູ​ ປີງທະ​ເລ ຫອຍ ກໍ​ລ້ວນ​ແຕ່​ໄດ້ແຕ່ງ​​ໃສ່ໝໍ້​ດິນ​ໄດ້,​ເຊັ່ນ​ໄສ້​ໝູແກ່ ລູກຊີ້ນ​ໝູ​​ແລະ​ເຕົ້າ​ຮູ້​ລ້ວນ​ແຕ່​ປຸງແຕ່ງ​ແບບ​ມີ​ສີສັນ ກິ່ນຫອມ​ແລະ​ລົດ​ຊາດ​ດີ.ທ່ານ​ຢາງ​ຊູ້​ຊົ່ງ ເຈົ້າຂອງ​ຮ້ານ​ຊ່າ​ໂກ່​ຈູ່​ເວົ້າວ່າ,ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ຮ້ານ​ຊ່າ​ໂກ່​ຈູ່ບໍ່​ພຽງ​ແຕ່​ຊີ້ນ​ມັນ​ໝໍ້​ດິນ​​ເທົ່າ​ນັ້ນ.ປະຈຸ​ບັນ ອາຫານປະ​ເພດ​ຕ່າງໆ​ມີ​ຈຸດ​ພິ​ເສດ​ທີ່​ເບິ່ງແລ້ວ​ງາມ​ໜ້າກິນແລະ​ອ່ອນ​ນຸ້ມຄື​ຢູ່​ໃນ​ພະ​ລາຊະ​ວັງ,ພ້ອມ​ກັນ​ນັ້ນຍັງມີເອກະລັກແບບພື້ນ​ເມືອງຂອງ​ປັກ​ກິ່ງ​ອີກ.

"ຜ່ານ​ຈາກ​ການ​ດັດ​ແປງມາ​ 200 ກວ່າ​ປີ,ເມື່ອພໍ່ຄົວ​ທຸກ​ເຊັ່ນ​ຄົນປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​,ຮ້ານ​ຊ່າ​ໂກ່​ຈູ່ໄດ້ມີອາຫານໝໍ້ດິນຫຼາຍສິບ​ເຍື່ອງແລ້ວ,ມີລູກຊີ້ນໝູໝໍ້ດິນ ດູກຂ້າງໝໍ້ດິນ ເຄື່ອງໃນໝໍ້ດິນແລະ​ໄສ້​ແກ່​ໝໍ້​ດິນເປັນຕົ້ນ,ການ​ປຸງແຕ່ງບາງ​ຢ່າງ​ລະອຽດ​ຄື​ອາຫານ​ພະ​ລາຊະ​ວັງ,ບາງ​ຢ່າງ​ປຸງ​ແຕ່ງ​ທຳ​ມະ​ຊາດ​ຄື​ອາຫານ​​ພາກ​ເໜືອ."