ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 16:29:08    
ຈີນ​ກັບ​ສີ່​ປະ​ເທດ​ອາ​ຊຽນ​ສຳ​ມະ​ນາ​ການ​ປົວ​ແປງ​​ແລະ​ພັດ​ທະ​ນາ​ທາງ​ເດີນ​ເຮືອ​ຕາມ​ແມ່​ນ້ຳ​ພາຍ​ໃນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ຫວ່າງ​ມໍ່ໆ​ນີ້,ຢູ່​ຄຸນ​ມິງ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຈີນ​ໄດ້​ເຊື້ອ​ເຊີນ​ຜູ່​ຊ່ຽວ​ຊານ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ແລະ​ດ້ານ​ການ​ກໍ່ສ້າງ​ການ​ຂົນ​ສົ່ງ​ທາ​ນ້ຳ​ຂອງ​ລາວ ກຳປູ​ເຈຍ​ ມຽນ​ມາ​ແລະ​ຫວຽດ​ນາມ​​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ການ​ປົວ​ແປງ​ແລະ​ພັດ​ທະ​ນາ​ທາງ​ເດີນ​ເຮືອ​ຢູ່​ຕາມ​ແມ່​ນ້ຳ​ຂອງ ​ແມ່​ນ້ຳ​ແດງ​ແລະ​ແມ່​ນ້ຳ​ເອຍ​ຣາ​ວະ​ດີ.ຫ້າ​ປະ​ເທດ​ດັ່ງ​ກ່າວ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​​ເຫັນ​ຄື​ກັນ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ໃນ​ຫລາຍໆ​ດ້ານ​ຄື ​ແຜນ​ການ​ບຸກ​ເບີກ​ທາງ​ເດີນ​ເຮືອ​ຢູ່​​ເຂດ​ລ້ອງ​ແມ່​ນ້ຳ​ສາມ​ສາຍ​ດັ່ງ​ກ່າວ​ແລະ​ມາດ​ຕະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ອີງ​ຕາມ​ແຜນ​ການ​ດຳ​ເນີນ​ງານ​ທີ່​ສະ​ເຫ​ນີ​ໂດຍ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫລື​ອາ​ຊຽນ,ປະ​ເທດ​ຕ່າງໆ​ຈະ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ໃນ​ສີ່​ຂົງ​ເຂດ​ຄື ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະນຸດ ​ເຕັກ​ນິກ​ໂທ​ລະ​ຄົມ​ແລະ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ, ແລະ​ຈະ​ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ແຂງ​ແຮງ.

ການ​ເດີນ​ເຮືອ​ຢູ່​ຕາມ​ແມ່​ນ້ຳ​ສາມ​ສາຍ​ດັ່ງ​ກ່າວ​ມີ​ຖາ​ນະ​ສຳຄັນ​ໃນ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຂອງ​ຈີນ ລາວ ມຽນ​ມາ​ແລະ​ໄທ,​ເຊິ່ງ​ສີ່​ປະ​ເທດ​ນີ້​ໄດ້​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ດ້ານ​ປັບ​ປຸງ​ທາງ​ເດີນ​ເຮືອ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ແລ້ວ.