ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 19:48:55    
ຄວາມ​ເຈັບ​ທໍ​ລະ​ມັນ​ເໝືອນ​ດັ່ງ​ເກືອ

cri Author: min


ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ສົມບູນ​ຜູ້​ດຳ​ເນີນ​ລາຍການຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່ລາຍການ​ຄາລົມ​ຄົມ​ຄາຍ​!

ຊີວິດ​ກໍ​ເໝືອນ​ດັ່ງ​ດົນຕີ​ປະສານ​ສຽງ, ມີ​ບ່ອນ​ຂຶ້ນມີ​ບ່ອນ​ລົງ, ບາງທີ​ຫວານຊື່ນ, ບາງທີ​ຂົມ​ຂື່ນ. ​ໃຜ​ກໍ​ຫວັງ​ໃຫ້​ຊີ​ວິດ​ຂອງ​ຕົນເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ, ​ແຕ່​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ເຈັບ​ປວດ​ທຳ​ລະ​ມານບໍ່​ເຄີຍ​ເປັນ​ໄປ​ຕາມ​ຄວາມຄຶດຂອງ​ຄົນ​ຈັກ​​ເທື່ອ, ​ເຮົາ​ຢາກ​ຜີກໜີ​ກໍ​ຜີກບໍ່​ໄດ້, ​ເພາະ​ທາງ​ຊີວິດ​ຄົນ​ເຮົາ​ບໍ່​ໄດ້​ໂຮຍ​ດ້ວຍ​ດອກ​ອຸຫຼາບສະ​ເໝີ​ໄປ, ​​ເມື່ອພົບຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ທຸກທໍລະ​ມັນ​ເທື່ອ​ໃດ, ​ຄຶດ​ວ່າ, ​ທ່ານ​ຄົງ​ອາລົມ​ຕົກ​ຕ່ຳ, ຮູ້ສຶກ​ຊີວິດ​​ເຕັມ​ໄປ​ດ້ວຍ​ຄວາມມົວ​ໝອງ. ​ໃນ​ລາຍການ​ພາກ​ນີ້, ສົມບູນ​ຂໍ​ລົມ​ເລື່ອງ​ກ່ຽວ​ກັບ​ຫົວ​ຂໍ້​ນີ້​ນຳ​ທ່ານ, ກ່ອນ​ອື່ນ, ​ເຊີນ​ຟັງ​ນິທານ​ກ້ອມເລື່ອງ​ໜຶ່ງ:

​ຢູ່​ວັດ​ແຫ່ງ​ໜຶ່ງ​ເທິງ​ພູ, ມີ​ຈົວ​ນ້ອຍ​ຕົນໜຶ່ງ​ມັກ​ຈົ່ມ​ນີ້​ຈົ່ມ​ນັ້ນຕໍ່​ເຈົ້າຫົວ, ຕອນ​ເຊົ້າ​ມື້ໜຶ່ງ, ​ເຈົ້າຫົວ​ສັ່ງ​ໃຫ້​ຈົວນ້ອຍໄປ​​ເອົາ​ເກືອມາ​ໜ້ອຍ​ໜຶ່ງ​.

​ເມື່ອ​ຈົວ​ນ້ອຍ​ເອົາ​ເກືອ​ມາ​ແລ້ວ, ​ເຈົ້າຫົວ​ກໍ​ສັ່ງ​ໃຫ້​ຈົວ​ນ້ອຍ​ເອົາ​ເກືອ​ຖອກ​ໃສ່​ຈອກນ້ຳ, ​ແລ້ວ​ໃຫ້​ກິນ​ນ້ຳ​​ເກືອໃນ​ຈອກ, ​ແລ້ວ​ຖາມ​ຈົວ​ວ່າ​ລົດ​ມັນ​ເປັນ​ຈັ່ງ​ໃດ.

ຈົວ​ນ້ອຍຖົ່ມ​ນ້ຳ​ເກືອ​ຖີ້ມ​ໃນ​ທັນທີ, ​ແລະ​ຕອບ​ວ່າ:"ຂົມຫຼາຍ."

​ເຈົ້າຫົວກໍ​ຫົວ, ​ແລ້ວ​ພາ​ຈົວ​ນ້ອຍ​ຖື​ເກືອໄປ​​ແຄມ​ໜອງນຳ​ເພິ່ນ.

​ເມື່ອ​ຮອດ​ແຄມ​ໜອງ, ​ເຈົ້າ​ຫົວ​ກໍ​ໃຫ້​ຈົວ​ນ້ອຍ​ເອົາ​ເກືອ​ໂຮຍ​ໃສ່​​ໜອງ, ​ແລ້ວ​ເວົ້າ​ຕໍ່​ຈົວ​ນ້ອຍວ່າ:"ບັດ​ນີ້, ​ໃຫ້​ຈົວ​ຕັກ​ເອົານ້ຳ​ໃນໜອງ​ມາ​ກິນ​ເບິ່ງ."

ຈົວ​ນ້ອຍ​ກໍຕັກ​ເອົາ​ນ້ຳ​ໃນ​ໜອງ​ມາ​ກິນ, ​ເຈົ້າຫົວ​ຖາມ​ວ່າ:"ເປັນ​ແນວ​ໃດ?"

ຈົວ​ນ້ອຍ​ຕອບ​ວ່າ:"​ເຢັນດີ."

​ເຈົ້າຫົວ​ຖາມ​ວ່າ​:"​​ເຄັມ​ບໍ່?"

ຈົວ​ນ້ອຍ​ຕອບ​ວ່າ:"ບໍ່."

ພາຍ​ຫຼັງ​ມາ, ​ເຈົ້າຫົວ​ນັ່ງ​ຢູ່​ຂ້າງ​ຈົວ​ນ້ອຍ​ທີ່​ມັກ​ຈົ່ມ​ຜູ້​ນີ້, ​ຈັບ​ມື​ຂອງ​ຈົວ​, ​ແລະ​ເວົ້າ​ວ່າ: "ຄວາມ​ທຸກ​ທໍ​ລະ​ມານ​ນັ້ນ​ມັນ​ກໍ​ຄື​ກັບ​ເກືອ​ເຫຼົ່ານີ້​ແຫຼະ, ມັນ​ຕ້ອງ​ມີ, ​ແຕ່​ບໍ່​ຫຼາຍ​ແລະ​ກໍ​ບໍ່​ໜ້ອຍ. ລະດັບ​ຄວາມ​ເຈັບ​ປວດ​ຢູ່​ນຳ​ຄວາມ​ສາມາດ​ອົດ​ທົນ​ຂອງ​ເຮົາ​ເອງ. ດັ່ງ​ນັ້ນ, ​ເມື່ອ​ເຈົ້າ​ຮູ້ສຶກ​ເຈັບ​ປວດຫຼາຍ, ​ເຈົ້າ​ກໍ​ເພີ່ມ​ຄວາມ​ສາມາດ​ອົດທົນ​ໃຫ້​ຫຼາຍ​ຂຶ້ນ, ບໍ່​​ແມ່ນ​ເອົານ້ຳ​ຈອກ​ໜຶ່ງມາ​ໃສ່, ​ແຕ່​ຫາກ​​ແມ່ນ​ນ້ຳ​ໝົດ​ໜອງ, ບາດ​ນັ້ນ, ​ເຈົ້າ​ກໍ​ຈະ​ບໍ່​ຮູ້​ສຶກວ່າ​ເກືອ​ຂົມ​ພໍ​ປານ​ໃດ."

ໃນ​ຊີວິດ​ຂອງ​ຄົນ​ເຮົາ, ​ເລື່ອງ​ທີ່​ບໍ່ສົມ​ຫວັງ​ມີ​ເຖິງ​ແປດ​ ເກົ້າ​ສ່ວນ​, ຄົນ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກນີ້, ຄວາມ​ເຈັບ​ປວດ​ແມ່ນຫຼີກ​ເວັ້ນບໍ່​ໄດ້. ຄົນ​ທັງ​ຫຼາຍ​ມັກ​ເວົ້າ​ວ່າ:"ຄວາມ​ເຈັບ​ປວດ​ແລະ​ຄວາມ​ຫຍຸ້ງ​ຍາກ​ກໍ​ເໝືອນ​ດັ່ງ​ລໍ​ຊໍ, ​ເຈົ້າ​ອ່ອນ​ມັນ​ກໍ​ແຂງ​, ​ເຈົ້າ​ແຮງ​ມັນ​ກໍ່​ອ່ອນ​ລົງ", ​ເມື່ອ​​ເຮົາ​ຖື​ຄວາມ​ເຈັບ​ປວດ​ເປັນ​ພູ​ສູງ​ທີ່​ປີນ​ຂ້າມ​ບໍ່​ໄດ້, ຖືກ​ມັນ​ນາບ​ຂູ່​ແລ້ວ, ​ເຖິງ​ວ່າ​ມັນ​ຈະ​ນ້ອຍ​ປານ​ໃດ, ມັນ​ກໍ່​ຈະ​ກາຍ​ເປັນ​ພູ​​ເຂົາ​ໃຫຍ່, ກາຍ​ເປັນ​ຫາບ​ໜັກ​, ໜີບ​ເຕັງເຮົາ​ຈົນຫາຍ​ໃຈ​ບໍ່​ໄດ້. ​ແຕ່​ກົງ​ກັນ​ຂ້າມ, ​ເມື່ອ​​ເຮົາ​ພົບ​ຄວາມ​ຫຍຸ້ງຍາກ​ແລ້ວ, ຖ້າ​​ເຮົາມີ​ຄວາມ​ກ້າຫານ​ຕໍ່​ສູ້ກັບ​ມັນ​ດ້ວຍ​ຄວາມ​ທຸ່ນ​ທ່ຽງ, ​ໃຫ້​ຕົວ​ເອງ​ເປັນ​ຄົນ​​ເຂັ້ມ​ແຂງ, ​ເປັນ​ຄົນ​ໃຈກວ້າງ, ​ເມື່ອ​​ເຮົາ​ເຂັ້ມ​ແຂງ​ແລ້ວ, ມັນ​ກໍ​ອ່ອນຍອບ​ລົງ, ຈະ​ເຈັບ​ປວດ​ປານໃດກໍ​ບໍ່​ເປັນ​ຕາ​ຢ້ານ.

ເພື່ອນ​ຜູ້​ຟັງ​ທີ່​ຮັກ​ແພງ, ​ຖ້າ​ທ່ານພົບ​​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ເຈັບ​ທໍ​ລະ​ມານ​ເທື່ອ​ໃດ​, ໃຫ້​ທ່ານ​ລອງຫັນ​ໜ້າ​ໃສ່ດ້ວຍໃຈ​ກວ້າງ​ຂວາງ​ແລະເອົາ​ຊະນະ​ມັນ​ດ້ວຍ​ທ່າ​ທີ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ, ຖ້າ​ເປັນ​ແນວ​ນັ້ນ​ແລ້ວ, ມັນບໍ່ພ​ຽງ​ແຕ່​ບໍ່​ສາມາດ​ຜາບ​ແພ້​ເຮົາໄດ້, ກົງ​ກັນ​ຂ້າມ​ຍັງ​ຈະ​ກາຍ​ເປັນ​ຄຸນສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ຊີວິດ​ເຮົາ, ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ສົມບູນ​ຂຶ້ນ, ​ແລະ​ກໍ່​ເຮັດ​ໃຫ້​​ເຮົາ​ເອງ​​​ເຂັ້ມ​ແຂງ​ຂຶ້ນ​! ທ່ານ​ຜູ້​ຟັງທີ່​ເຄົາລົບ, ລາຍ​ການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ຈົບ​ລົງພ​ຽງທໍ່ນີ້, ສົມບູນ​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ເສົາ​ໜ້າ, ສະບາຍດີ!