ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 18:33:36    
ປີໜ້າ ຈີນ​ຈະ​ສ້າງ​ສະຖານີ​ສຳ​ຫຼວດ​ຂົ້ວ​ໂລກ​ໃຕ້​ແຫ່ງ​ທີ​ສາມ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 4 ກັນຍາ ຢູ່​ທີ່​ປັກ​ກິ່ງ, ທ່ານ​ສິທ້າ​ນ​​ໂຈ້​ວ ຫົວໜ້າ​ຫ້ອງການ​ສຳ​ຫຼວດ​ຂົ້ວ​ໂລກ​ຂອງກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ຈີນ​ຈະ​ເລີ່ມ​ສ້າງ​ສະ​ຖານີ​ສຳຫຼວດຂົ້ວ​ໂລກ​ໃຕ້​ແຫ່ງ​ທີ​ສາມ​ຢູ່​ເທິງ​ດິນນ້ຳກ້າມ​ຂົ້ວ​ໂລກ​ໃຕ້.

ສະຖານີ​ສຳຫຼວດ​ແຫ່ງ​ໃໝ່​ຈະ​ສ້າງ​ຢູ່​ບ່ອນ​ມໍ່​ຈຸດ​ສູງ​ສຸດ​ຂອງ​​ດິນ​ນ້ຳກ້າມ​​ຂົ້ວ​ໂລກ​ໃຕ້, ສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ 4000 ​ແມັດ, ຢູ່​ຫັ້ນອາກາດ​ຂີ້ຮ້າຍ​ທີ່​ສຸດ. ​ແຕ່​ປີ 2007 ​ເຖິງ​ປີ 2008, ຈີນ​ຈະ​ສ້າງ​ສະຖານີ​ສຳຫຼວດ​ທີ່​ສາມາດ​ຕອບ​ສະໜອງ​ການ​ສຳຫຼວດຕາມ​ລະດູ​ການ​ໃນ​ເບື້ອງ​ຕົ້ນ, ​ແລະ​ດຳ​ເນີນ​ການ​ສຳຫຼວດວິທະຍາສາດ​ບາງ​ຢ່າງ, ​​ໃນ​ທີ່​ສຸດ​ຈະ​ສ້າງ​ສະຖານີ​ສຳ​ຫຼວດ​ໃຫ້​ສຳ​ເລັດ​ພາຍ​ໃນ​ເວລາ 5 ປີ.

ທ່ານສິທ້າ​ນ​ໂຈ້​ວກ່າວ​ວ່າ, ການ​ເລືອກ​ສ້າງ​ສະຖານີ​ສຳຫຼວດຢູ່​ຈຸດ​ສູງ​ສຸດ​ຂອງ​ດິນ​ນ້ຳ​ກ້າມ​ເທື່ອ​ນີ້ ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສຳຫຼວດຂົ້ວ​ໂລກ​ໃຕ້​ຂອງ​ຈີນ​ໄດ້​ຈາກ​ບ່ອນ​ຮິມ​ແຜ່ນດິນ​ໃຫຍ່​ຂົ້ວ​ໂລກ​ໃຕ້​ເຂົ້າ​ໄປ​​ເຂດ​ໃນ​ແລ້ວ, ​ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສຳຫຼວດວິທະຍາສາດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່.