ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-05 14:42:17    
ຈີນ​ມີ 54 ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ມີ​ຄັງ​ແຊນ​ແລ້ວ

cri Author: cai
ຕາມ​ຂ່າວ​ຈາກ​ໜັງສືພິມ"​ເຢີ​ນມິນ​ຢື້​ປ້າວ":ຫວ່າງ​ກ່ອນ​ນີ້ບໍ່​ດົນ,ຄັງແຊນຫຼື​ຄັງ​ດີ​ເອັນ​ເອຂອງ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​ສ້າງ​ສຳ​ເລັດ​ຢູ່​ມະຫາວິທະຍາ​ໄລ​ຢຸນນານ​ທີ່ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ.ການ​ສ້າງຄັງແຊນ​ແຫ່ງ​ນີ້​ໃຫ້​ສຳ​ເລັດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ສ້າງຄັງແຊນ​ໃຫ້​ແກ່ 54 ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເຊິ່ງນອກຈາກ​ເຜົ່າ​​ເກົ່າ​ຊ່ານ​ຂອງ​ໄຕ້​ຫວັນ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,​ຄັງ​ແຊນ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ເລີ່​ມສ້າງ​ແຕ່​ປີ 2000,​ເປັນ​ສູນ​ລວມ​ທັງ​ເຕັກ​ນິກ​ວັກ​ແທກ​ໝວດ DNA ​ການ​ວິ​ໄຈ​ຂໍ້​ມູນກ່ຽວ​ກັບ DNA ​ແລະ​ການ​ບົ່ມ​​ເພາະ​ຈຸ​ລັງ​ເປັນ​ຕົ້ນ.ຄັງ​ແຊນ​ດັ່ງກ່າວ​ໄດ້​ເກັບ​ຮັກສາ​ຕົວຢ່າງ DNA ຂອງ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ 1 ໝື່ນ​ກວ່າ​ຕົວ​ຢ່າງ.​ນີ້​ແມ່ນ​ຄັງ DNA ທີ່​ໄດ້​ເກັບ​ຮັກ​ສາ DNA ​ຂອງ​ແຂວງ​ທັງ​ໝົດ​ຂອງ​ຈີນ​ນອກ​ຈາກ​ແຂວງ​ໄຕ້​ຫວັນ​ແລະຂອງ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ທັງ​ໝົດ​ນອກ​ຈາກ​ເຜົ່າ​​ເກົ່າ​ຊ່ານ.ຜູ້​ຊ່ຽວຊານ​ເຫັນ​ວ່າ,ການ​ສ້າງ​ຄັງ​ແຊນ​ຊົນ​​ເຜົ່າ​ສ່ວນ​ໜ້ອຍມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຮັກສາ ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ພັນ​ທຸ​ກຳ​ຂອງ​ຈີນ​ແລະ​ມວນ​ມະນຸດ​ຂອງ​ໂລກ​ແລະ​ການ​ຄົ້ນຄວ້າ​ແຫຼ່ງ​ກຳ​ເນີ​ດ ວິວັດ​ທະ​ນາ​ການ​ຂອງ​ມວນ​ມະນຸດ.