ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-05 17:16:00    
ຂົວ​ທາງ​ອາ​ກາດ​060904(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ບູນ​ໄທ ບ້ານ​ຫົວ​ຄັງ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ,​ໃນ​ຈົດໝາຍ,ນ້ອງ​ບູນ​ໄທ​ຂຽນ​ວ່າ, ນ້ອງ​ເອງ​ເປັນ​ຜູ້​ໜຶ່ງ​ທີ່​ເຄີຍ​ຟັງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ມາ​ໄດ້1​ປີ​ແລ້ວ,​ເຫັນ​ວ່າ​ມີ​ປະ​ໂຫຍ​ດຫຼາຍ​ຕໍ່​ນ້ອງ.ດັ່ງ​ນັ້ນ​ນ້ອງ​ຈຶ່ງ​ໄດ້​ຂຽນ​ຈົດໝາຍ​ສະບັບ​ນີ້​ມາ​ຢ້ຽມຢາມແລະ​ຂໍ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ທີ່​ມີ​ຊື່ວ່າ:ຂ້ອຍ​ກັບCRI.
​ໃນ​ຈົດໝາຍ​ນ້ອງ​ບູນ​ໄທ​ໄດ້​ຕອບ​ຄຳ​ຖາມ​8ຂໍ້​ໃນ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI",​​ໃນ​ຕອນ​ທ້າຍ​ຂອງ​ຈົດ​ໝາຍ​ນ້ອງ​ຍັງ​ໄດ້ຕີ​ລາຄາ​ຕໍ່​ລາຍການ​ຂອງ​ພວກ​ເຮົາ​ໂດຍຂ​ຽນວ່າ, ນ້ອງ​ຂໍ​ເລົ່າ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ນ້ອງ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ນີ້.ຜ່ານ​ການ​ຟັງ​ວິທະຍຸ​ມາ​ໄດ້1​ປີ​,ນ້ອງ​ຮູ້​ວ່າ​ວິທະຍຸ​CRI​ເປັນ​ວິທະຍຸ​ໜຶ່ງ​ທີ່​ໃຫຍ່​ແລະ​ມີ​ຜູ້​ຟັງຫຼາຍຄົນ​ໃນ​ທົ່ວ​ໂລກ.ພາ​ໃຫ້​ນ້ອງ​ຮູ້​ຫຼາຍ​ດ້ານ​ກ່ຽວ​ກັບປະ​​ເທດ​ຈີນ​ ກໍ່​ຄື​ສາກົນ,ພາ​ໃຫ້​ນ້ອງ​ຮູ້​ເສດ​ຖະກິ​ດສັງຄົມ,ການ​ພັດທະນາ​ການ​ພົວພັນ​ຫຼາຍ​ດ້ານ​ກ່ຽວ​ກັບ​ຈີນ​ກັບ​ລາວ​ມາ​ໂດຍ​ຕະຫຼອດ​ແລະ​ອື່ນໆ.

ຂອບ​ໃຈ​ນ້ອງ​ບູນ​ໄທ​ຕິດຕາມຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງ​ພວກ​ເຮົາ.ວິທະຍຸCRIພາກ​ພາສາ​ລາວ​ພວກ​ເຮົາ​ມີ​ຄວາມຍິນ​ດີ​ພະຍາ​ຍາສະໜອງ​ຄວາມ​ຕ້ອງການ​ຂອງຜູ້​ຟັງ​ທັງຫຼາຍ,​ເພາະ​ລະ​ຫວ່າງ​ພວກ​ເຮົາ​ແມ່ນ​ເພື່ອນ​ມິດ​ກັນ.ພ້ອມ​ກັນ​ນັ້ນ,ກໍ່​ຫວັງ​ວ່າ​ເມື່ອ​ທ່ານ​ໄດ້​ຟັງ​ລາຍການ​ຂອງ​ພວກ​ເຮົາ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຮູ້​ຫຼາຍ​ກວ່າ​ເກົ່າ,​ແລະ​ມີ​ຜົນ​ດີ​ຕໍ່ການ​ຮຽນ​ແລະ​ຊີ​ວິການ​ເປັນ​ຢູ່​ຂອງ​ທ່ານ.

ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ນ້ອງ​ບູນ​ໄທ​​ແລະ​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້,​ເພງ​ນີ້​ຊື່ວ່າ"ສຸຍ​ໂສ",​​ແປ​ວ່າ"ລູກ​ເຮືອ".