ຝົນດາວສະເດັດ,ຍັງເອີ້ນວ່າເປັນຝົນດາວພະອັງຄານ,ໃນສຸລິຍະຈັກກະວານອັນກວ້າງໃຫຍ່ໄພສານ,ມີລະອອງແລະກ້ອນທາດແຂງນັບບໍ່ຖ້ວນຫມູນເດີນຕາມໂຄຈອນທ່ີເປັນຮູບໄຂ່ຂອງຕາເວັນ,ພວກມັນຖືກເອີ້ນເປັນຫມູ່ດາວສະເດັດ,ຫມູ່ດາວສະເດັດສ່ວນຫຼາຍແມ່ນນ້ອຍທ່ີສຸດ,ເມ່ືອພວກມັນບຸກຜ່ານເຂົ້າສູ່ຊັ້ນອະວະກາດຂອງຫນ່ວຍໂລກຢ່າງບັງເອີນແລ້ວ,ຍ້ອນມີຄວາມໄວສູງເຖິງ 10 ກວ່າກິໂລແມັດຈົນຫະທັ້ງ 70 80 ກິໂລແມັດຕໍ່ວິນາທີ,ຈ່ຶງເກີດການຂັດສີກັບຊັ້ນອະວະກາດຢ່າງຮຸນແຮງ,ອຸນຫະພຸມໄດ້ສູງເຖິງຫຼາຍພັນອົງສາຈົນກະທັ້ງຫຼາຍຫມ່ືນອົງສາ,ສະນັ້ນໄດ້ໄຫມ້ຂຶ້ນ ແລ້ວມີແສງເຫຼື້ອມມາບໆ,ເວລານີ້ພວກເຮົາກໍຈະໄດ້ເຫັນ,ໃນທ້ອງຟ້າມີດາວສະເດັດຫນ່ວຍຫນ່ຶງ,ດາວສະເດັດຫນ່ວຍນ້ອຍໆຈະໄຫມ້ຫມົດຢູ່ເທິງທ້ອງຟ້າທ່ີຫ່າງຈາກຫນ້າດິນຫຼາຍກິໂລແມັດ,ສ່ວນຫມູ່ດາວສະເດັດຫນ່ວຍໃຫຍ່ຈຳນວນຫນ່ຶງພັດເຍືອງຮຸ່ງທ້ອງຟ້າອັນກວ້າງໃຫຍ່ໄດ້,ນີ້ກໍເອີ້ນວ່າດາວສະເດັດໄຫມ້,ໃນທ່ີສຸດຫມູ່ດາວສະເດັດທ່ີບໍ່ທັນໄຫມ້ຫມົດໄດ້ຕົກລົງຫນ້າດິນ,ກາຍເປັນຫີນຕ່າງດາວ,ຫີນຕ່າງດາວກ້ອນໃຫຍ່ບາງກ້ອນໄດ້ລະເບີດຂຶ້ນກ່ອນຕົກຫນ້າດິນ,ກ້ອນຫີນລະເບີດເຫມືອນດ່ັງຝົນຕົກລົງສູ່ຫນ້າດິນ,ປະກົດການຊະນິດນີ້ກໍແມ່ນຝົນດາວສະເດັດທ່ີມີຊ່ືສຽງ.
ໃນສະໄຫມບູຮານຂອງຈີນ,ມີສະຖິຕິຢ່າງຫຼວງຫຼາຍກ່ຽວກັບຝົນດາວສະເດັດ,ແລະມີສະຖິຕິດາວສະເດັດປະມານ 700 ກວ່າເທ່ືອ,ນີ້ກໍແມ່ນຂໍ້ມູນຂ່າວສານທ່ີມີລະບົບແລະປະເສີດທ່ີສຸດທ່ີຄົ້ນຄວ້າດາວສະເດັດບູຮານໃນໂລກ,ແລະປະຊາຊົນປະເທດເຮົາມີຄວາມຮູ້ຈັກຕໍ່ດາວສະເດັດທ່ີມາຈາກອະວະກາດ,ກ່ອນຊາວເອີລົບ 2 ພັນກວ່າປີ,ການສະຖິຕິຝົນດາວສະເດັດທ່ີມີຂະຫນາດໃຫຍ່ກວ່າຫມູ່ໃນໂລກເທ່ືອຫນ່ຶງແມ່ນຝົນດາວສະເດັດຈີລິນທ່ີເກີດຂຶ້ນຢູ່ເມືອງຈີລິນຂອງຈີນເມ່ືອປີ 1976,ເທ່ືອນັ້ນໄດ້ຮັກສາຫິນຕ່າງດາວກ້ອນໃຫຍ່ກວ່າຫມູ່ໃນໂລກ,ມີນ້ຳຫນັກ 1770 ກິໂລ,ໄດ້ຄົ້ນພົບທາດແຮ່ 106 ຊະນິດຈາກດາວສະເດັດ,ໃນນັ້ນມີ 24 ຊະນິດຍັງບໍ່ທັນຄົ້ນພົບຈັກເທ່ືອໃນຫນ່ວຍໂລກ.
ໃນຍາມຄ່ຳທ່ີອາກາດປອດໂປ່ງ,ເຫັນແສງຜ່ານຈາກທ້ອງຟ້າໄປຢ່າງບັງເອີນ,ນີ້ກໍແມ່ນດາວສະເດັດບັງເອີນ,ພວກມັນບໍ່ມີການພົວພັນຫຍັງ,ເວລາ ທິດທ່ີປະກົດມດາວສະເດັດກໍບໍ່ມີກົດເກນ,ແຕ່ລາງເທ່ືອ,ຫນ່ວຍໂລກອາດຈະພົບພໍ້ຫມູ່ດາວສະເດັດຫມູ່ໃຫຍ່,ພາຍໃນຫຼາຍຊ່ົວໂມງ ຫຼາຍມື້ຫຼືດົນກວ່ານັ້ນ,ພວກເຮົາຈະໄດ້ເຫັນຈຳນວນດາວສະເດັດທ່ີຕົກລົງຈາກແຫ່ງໃດຫນ່ຶງຂອງຈັກກະວານລ່ືນກາຍຈຳນວນທຳມະດາຢ່າງຫຼວງຫຼາຍ,ແຕ່ລະຊ່ົວໂມງມີດາວສະເດັດຫຼາຍສິບຫນ່ວຍຕົກລົງມາ,ປະກົດການດ່ັງກ່າວຖືກເອີ້ນເປັນຝົນດາວສະເດັດ,ຍ້ອນປະກົດການແສງ,ຄືວ່າດາວສະເດັດທັງຫມົດລ້ວນແຕ່ແມ່ນແຜ່ອອກຈາກຈຸດດຽວໃນຈັກກະວານ,ຈຸດນີ້ກໍຖືກເອີ້ນວ່າຈຸດແຜ່ລັງສີ, ການຄົ້ນຄວ້າດາລາສາດໃນປະຈຸບັນເຫັນວ່າ,ຄວາມຊົງຕົວມຢູ່ຂອງຫມູ່ດາວສະເດັດຢ່າງຫຼວງຫຼາຍໃນຈັກກະວານອາດຈະແມ່ນເກີດຂຶ້ນຍ້ອນດາວຫາງແລະດາວເຄາະເປັນຕົ້ນແຕກຂຶ້ນ,ບາງຫນ່ວຍແມ່ນລະອອງນ້ອຍໆຂອງດາວຫາງ.
ຝົນດາວສະເດັດທ່ີສະຫງ່າງາມທ່ີສຸດໄດ້ເກີດຂຶ້ນໃນວັນທີ 12 ຫາວັນທີ 13 ພະຈິກປີ 1833,ຄົນໃນພາກພື້ນທະວີບອາເມລິກາໄດ້ເຫັນຝົນດາວສະເດັດທ່ີ່ີສະຫງ່າງາມເທ່ືອຫນ່ຶງເກືອບຫມົດທຸກຄົນ,ໃນຄາວນັ້ນມີດາວສະເດັດນັບເປັນພັນເປັນຫມ່ືນຫນ່ວຍໄດ້ຕົກລົງຈາກທ້ອງຟ້າ,ສ່ວນຫຼາຍແມ່ນດາວສະເດັດທ່ີມີແສງເຮືອງຮຸ່ງທ່ີສຸດ,ບາງຄົນຈົນກະທັ້ງກ່າວວ່າໄດ້ເຫັນແສງດາວສະເດັດເຮືອງຮຸ່ງຫຼັງຜູ້ສັງເກດໃນເວລາດາວສະເດັດບາງຫນ່ວຍຕົກລົງ,ຍັງມີດາວສະເດັດບາງຫນ່ວຍຍັງພວມໄຫມ້ໃນເວລາຕົກລົງຮອດບ່ອນທ່ີຫ່າງຈາກຫນ້າດິນຫຼາຍສິບແມັດ,ລາງເທ່ືອໄດ້ເຫັນດາວສະເດັດທ່ີມີຫາງຍາວຫຼາຍສິບຫນ່ວຍຜ່ານທ້ອງຟ້າທ່ີຍືດເຍືອເປັນເວລາ 10 15 ນາທີ,ຄົນຈຳນວນຫນ່ຶງເວົ້າວ່າ ລາງເທ່ືອຍັງໄດ້ຍິນສຽງທ່ີດາວສະເດັດຜ່ານທ້ອງຟ້າໄປ,ຍັງມີບາງຄົນເວົ້າວ່າເດ່ີນບ້ານຖືກຫີນຕ່າງດາວທັບຈົນເພພັງຫມົດ.
ທ່ີຈິງແລ້ວ,ຝົນດາວສະເດັດແມ່ນປະກົດການດາລາສາດອັນສວຍງາມຢ່າງຫນ່ຶງໃນຂະບວນການດາວສະເດັດລົງມາຮອດຫນ່ວຍໂລກ,ເດືອນເມສາແລະເດືອນກໍລະກົດປີ 2004 ພວກເຮົາໄດ້ຊົມສີສັນອັນສວຍງາມຂອງພວກມັນອີກ.
|