ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-05 18:36:26    
ແນະນຳ​ຂໍ້​ຄວນ​ເອົາ​ໃຈ​ໃສ່5​ຂໍ້​ໃນດ້ານ​ອາ​ຫານ​ການ​ກິນ​ສຳ​ລັບ​ຜູ້​ເຮັດ​ການ

cri


ຄຽງ​ຄູ່​ກັບ​ຈັງຫວະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ​ນັບ​ມື້​ນັບ​​ແຂ່ງຂັນ​ກັບ​ເວລາ, ການ​ເຮັດວຽກ​ງານ​​ໄດ້​ກະທົບກະ​ເທືອ​ນ​ເຖິງ​ອາຫານ​ກາ​ນກິນ​ຂອງ​ຄົນ​ເຮົາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ເຊັ່ນ​ການ​ເລື່ອນ​​ເວລາ​ເຮັດວຽກ​ຫຼື​ບໍ່​ສາມາດ​ກິນ​ເຂົ້າ​ຖືກ​ເວລາ​ເປັນຕົ້ນ. ​​ແຕ່​ວ່າການ​ກິນ​ເຂົ້າ​ບໍ່ຖືກ​ເວລາ​ຈະ​ພາ​ໃຫ້ກະທົບກະ​ເທືອ​ນ​ເຖິງ​ສຸຂະພາບ​ຂອງ​ເຮົາ. ​ເຮັດ​ແນວ​ໃດ​ຈິ່ງຈະ​ສາມາດ​ຫຼີກ​​ເວັ້ນບັນຫາ​ເຫຼົ່າ​ນີ້, ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ໃຫ້​ຂໍ້​​ແນະນຳ​ບາງ​ຢ່າງ​ສຳລັບ​ດ້ານ​ອາຫານ​ການ​ກິນ.

1, ​ເອົາ​ໃຈ​ໃສ່​ອາຫານ​ເຊົ້າ. ຕາມທຳ​ມະ​ດາ​ແລ້ວ, ຄວນ​ມີ​ເຄື່ອງ​ດື່ມ​ຮ້ອນ​, ມີອາຫານ​ປະ​ເພດນ້ຳ​ນົມ​, ໝາກ​ໄມ້​ແລະ​ອາຫານ​ປະ​ເພດ​ເຂົ້າ​. ຜູ້​ຊ່ຽວຊານ​ດ້ານ​ທາດບຳລຸງ​ເຫັນ​ວ່າ​ພະລັງງານ​ໃນ​ມື້​ໜຶ່ງ​ທີ່​ຄົນ​ເຮົາ​ຕ້ອງການ​ນັ້ນ​ມີ20-25%​ແມ່ນ​ໄດ້​ມາ​ຈາກ​ອາຫານ​ເຊົ້າ. ການບໍ່​ກິນ​ອາຫານ​ເຊົ້າ, ຫຼັງ​ຈາກຕື່ນ​ນອນ​2-3ຊົ່ວ​ໂມງ​ຈະ​ພາ​ໃຫ້​ເປັນ​ພະຍາດ​ເລືອດ​ຈາງຄື​ທາດນ້ຳຕານ​ໃນ​ເລືອດ​ຕ່ຳ​ໂພດ, ພາ​ໃຫ້​ຈິດ​ໃຈ​ບໍ່​ສົດ​ຊື່ນ, ​ອິດ​ເມື່ອຍ, ​ເຈັບຫົວ​ແລະ​ຫິວ​ແຮງ​.

ຄຳ​ວ່າບໍ່​ຢາກກິນ​ຫຼື​ວ່າ​ບໍ່​ມີ​ເວລາ​ແມ່ນ​ຂໍ້​ອ້າງ​ທີ່​ປະ​ໝາດອາຫານ​ເຊົ້າ. ​ສະ​ນັ້ນ, ​ເພື່ອຮັກສາ​ສຸຂະພາບ​ຂອງ​ທ່ານ, ດີ​ທີ່​ສຸດ​ແມ່ນ​​ເມື່ອ​ຮອດ​ຫ້ອງການ​ແລ້ວ, ຕ້ອງບັງຄັບ​ຕົນ​ເອງ​ໃຫ້​ກິນ​ຂະໜົມໜ້ອຍ​ໜຶ່ງ​ຕາງ​ອາຫານ​ເຊົ້າ. ສະ​ນັ້ນ, ​ໃນ​ຕອນ​ເຊົ້າ, ​ເວລາ​ອອກ​ເຮືອນ, ​ໃຫ້ທ່ານ​​ເອົາ​ເຄື່ອງ​ດື່ມ​ແກ້ວ​ໜຶ່ງ, ຫຼື​ວ່ານົມ​ສົ້ມ​ຈອກ​ໜຶ່ງທີ່ເອົາ​ອອກ​ຈາກ​ຕູ້​ເຢັນກັບໝາກ​ໄມ້​ໜ່ວຍ​ໜຶ່ງອາຫານ​ເປັນໝາກ​ໂປ້​ມ, ໝາກກ້ຽງ​ຫຼື​ໝາກ​ໝັ້ນກໍ່​ໄດ້, ຂະ​ໜົມປັງ​ຫໍ່​ຫຼື​ອາຫານ​ບຳລຸງ​ອື່ນໆ​ໃສ່​ກະ​ເປົ່າ​ໄປ​ນຳ, ​ເພື່ອ​ໄປ​ກິນ​ຢູ່​ຫ້ອງການ.
2, ຕ້ອງ​ຈັດ​ໃຫ້​ມີ​ເວລາ​ກິນ​ເຂົ້າ​ທ່ຽງ. ​ເມື່ອຫຍຸ້ງນຳ​ວຽກ​ບໍ່​ມີ​ເວລາ​ໄປ​ກິນ​ເຂົ້າ​ກັບ​​ເພື່ອນຮ່ວມ​ງານ, ທ່ານ​ອາດຈະ​ສັ່ງ​ເອົາ​ເຂົ້າ​​ໃສ່​ກັບ​ຫຼື​ເຂົ້າ​ຈີ່​ມາ, ກິນ​ແບບ​ຟ້າວ​ຟັງ​ເພາະ​ຍັງ​ມີ​ວຽກ​ທີ່​ຫ້ອງການ, ​ແຕ່​ເຮັດ​ແບບ​ນີ້​ບໍ່​ດີ. ດີ​ທີ່​ສຸດ​ຄວນໃຫ້​ຕົນ​ເອງມີ​ເວລາພັກ​ຜ່ອນ​ຢ່າງ​ແທ້​ຈິງ, ​ເຖິງ​ວ່າ​ມີ​ເວລາ​ໜ້ອຍ(ຢ່າງ​ໜ້ອຍ​20ນາ​ທີ), ກໍ​ຢ່າ​ກິນ​ອາຫານ​ທ່ຽງ​​ໃນ​ສະພາບ​ຟ້າວ​ຟັ່ງ. ​ໄປ​ຊື້​ອາຫານ​ທ່ຽງ​ມາ​ແລ້ວ​ໄປ, ນັ່ງ​ກິນ​ຢ່ບ່ອນ​ໃດ​ບ່ອນ​ໜຶ່ງ, ທີ່​ມີ​ອາກາ​ດດີໆບໍ່​ຕ້ອງ​ກິນ​ແບບ​ຟ້າວ​ຟັງ, ​ຈິ່ງ​ຍ່ອຍອາຫານ​ໄດ້​ດີ. ພ້ອມ​ກັນ​ນັ້ນ, ຢ່າ​ລືມ​ກິນ​ນົມ​ສົ້ມ​ແລະ​ໝາກ​ໄມ້ຫຼັງ​ອາຫານ​ທ່ຽງ. ​ເຖິງ​ວ່າ​ທ່ານ​ມີ​ວຽກ​ຫຼາຍ​ປານ​ໃດກໍ​ຕາມ, ​ເມື່ອ​ກິນ​ເຂົ້າ​ກໍ​ຕ້ອງ​ພະຍາຍາມ​ກິນ​ຊ້າ​ແດ່, ຫຍ້ຳ​ໃຫ້​​ແຫຼກ​ດີ, ​ເພາະວ່າ​ນ້ຳລາຍ​ກໍ​ຊ່ອຍ​ລະລາຍ​ອາຫານ​ໄດ້.

3, ​ຢູ່​ຫ້ອງ​ອາຫານ​ສ່ວນ​ລວ​ມ​ໃຫ້ເລືອກ​ກິນອາຫານຕາມ​ຫຼັກ​ວິທະຍາສາດ​. ​ແຕ່​ລະ​ມື້, ຜູ້​ເຮັດ​ການ​ສ່ວນຫຼາຍ​ຈະກິນ​ອາຫານ​ທ່ຽງ​ຢູ່​ຫ້ອງ​ອາຫານ. ​ແນ່ນອນ, ຖ້າທ່ານ​ເລືອກ​ກິນ​ອາຫານ​ໄດ້​ດີ, ​ທາດ​ບຳລຸງ​ກໍ​ອາດ​ພຽງພໍ​ກັບ​ຄວາມ​ຕ້ອງການຂອງ​ຮ່າງກາຍ​, ບໍ່​ຄວນ​ກິນ​ຊີ້ນ​ຮົມ​ຄວັນ​ໄຟ, ປີ​ຊາ​ແລະ​ອາຫານ​ປະ​ເພດ​ໝູ​ແຮມ, ​ເຊິ່ງ​ແມ່ນ​ຂອງ​ກິນ​ທີ່​ມີ​ໄຂມັນ​ຫຼາຍ,  ອາຫານ​ຫຼັກ​ອາດ​ເລືອກ​ເອົາ​ປາ​ຫຼື​ຊີ້ນ​ບາງ​ຢ່າງ, ອາຫານ​ທາດ​ແປ້ງ​​ເລັກ​ນ້ອຍ​ແລະ​ກິນ​ຜັກ​ສີຂຽວ​​ໃຫ້​ຫຼາຍ. ສຸດ​ທ້າຍ​ກິນ​ອາຫານ​ປະ​ເພດ​ນົມ​ເຍື່ອງ​ໜຶ່ງ​ເຊັ່ນ: ນົມ​ສົ້ມ, ​ເຂົ້າໜົມ​ນ້ຳມັນ​ເນີຍ​ເປັນ​ຕົ້ນ, ໝາກ​ໄມ້ຫຼື​ຊະ​ລັດ​ໝາກ​ໄມ້, ດີ​ແທ້, ຢ່າ​ລືມ​ເອົາ​ນົມ​ສົ້ມ​ແລະ​ໝາກ​ໄມ້​ກັບ​ເມືອ, ​ເພື່ອ​ກິນ​ຕອນ​ບ່າຍ.

4, ດື່ມ​ນ້ຳ​ເລື້ອຍໆ. ​ເພາະອຸນຫະ​ພຸມ​ໃນ​ຫ້ອງການ​ສ່ວນ​ຫຼາຍ​ສູງ​ກວ່າ​ອຸນຫະພູມ​ທາງ​ນອກ, ການ​ເພີ່ມນ້ຳ​ໃສ່​ຮ່າງກາຍ​ແມ່ນ​ສຳຄັນ​ຫຼາຍ​ເວົ້າ​ສຳ​ລັບ​ຜູ້​​ເຮັດ​ວຽກ​ໃນ​ຫ້ອງການ. ພວກ​ເຮົາ​ຂໍ​ແນະນຳ​ໃຫ້​ທ່ານ​ດື່ມ​ນ້ຳ​ຢ່າງ​ໜ້ອຍ​ມື້​ລະ1ລິດ​ເຄິ່ງ. ຖ້າ​ເປັນ​ໄປ​ໄດ້, ຢ່າກິນ​ນ້ຳ​ອັດ​ລົມ​ເພາະ​ມັນ​ມີ​ທາດ​ນ້ຳຕານ​ຫຼາຍ​ໂພດແລະ​ບໍ່​ແກ້ຫິວ​ນ້ຳ, ຖ້າ​ກິນກ​າ​ເຟຫຼາຍ​ເກີນ​ໄປ​ອາດ​ຈະ​ພາ​ໃຫ້​ໃຈ​ບໍ່​ຕ້ອມ, ​ມີ​ຄວາມ​ກົດ​ດັນ​ທາງ​ຈິດ​ໃຈ​ສູງ​ຂຶ້ນ, ຄວາມ​ດັນ​ເລືອດ​ສູງ​ຂຶ້ນ, ​ແລະ​ຍ້ອນ​ມັນ​ພາ​ໃຫ້​ຍ່ຽວ​ດຸ, ຈະ​ພາ​ໃຫ້​ຮ່າງກາຍ​ເສຍ​ນ້ຳຫຼາຍ.

5, ອາຫານ​ຕອນ​ບ່າຍ. ຂໍ​ເຕືອນ​ຜູ້​ທີ່ມັກ​ກິນ​ຂອງ​ກິນຫຼິ້ນ​ເລື້ອຍໆນັ້ນ, ບໍ່​ຄວນກິນ​ຫຼາຍ​ເກີນ​ໄປ! ຊື້ຂອງ​ກິນ​ຫຼິ້ນ​ເປັນ​ກອງ, ຍັງ​ບໍ່​ມີ​ຄຸນຄ່າທໍ່​ຊື້ອາຫານ​ບາງ​ຢ່າງ​ມາ​ໄວ້​ໃນລີ້ນຊັກ​ໃນ​ຫ້ອງການຫຼື​ຊື້​ອາຫານທີ່​ເຮັດ​ດ້ວຍ​ນົມມາ​ໄວ້ໃນ​ຕູ້​ເຢັນ, ຍາມ​ຫິວ​ກໍກິນ​ອາຫານ​ຕື່ມ​ອີກ​ຄາບ​ໜຶ່ງ ​ເຊັ່ນ: ຂະ​ໜົມປັງ, ນົມ​ສົ້ມ, ​ເຂົ້າໜົມ​ທາດ​ແປ້ງ​ຫຼື​ໝາກ​ໄມ້. ອາຫານຕອນ​ບ່າຍ​ບໍ່ພຽງ​ແຕ່​ແກ້​ຫິວ​ແລະ​ຕື່ມ​ພະລັງ​ແຮງ​ໃຫ້​ຮ່າງກາຍ​ເທົ່າ​ນັ້ນ, ຫາກ​ຍັງ​​ເຮັດ​ໃຫ້​ທ່ານ​ບໍ່​ຢາກກິນ​ຂອງ​ກິນ​ຫຼີ້ນອີກ​ດ້ວຍ.