ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-05 18:38:40    
ການນອນ​ບໍ່ຫຼັບ​ພາ​ໃຫ້​ເກີດ​ພະ​ຍາດ​ຫຼາຍ​ຢ່າງ

cri


ພະຍາດ​ຊຳ​ເຮື້ອ​ຫຼາຍ​ຢ່າງ​ພາ​ໃຫ້ນອນ​ບໍ່ຫຼັບ​ເລື້ອຍໆ, ​ຖ້າ​ປົວ​ພະຍາດ​ຊຳ​ເຮື້ອ​ເຫຼົ່າ​ນີ້​ບໍ່​ໄດ້ຜົນ​, ກໍ​ໃຫ້​ປ່ຽນ​ມາປົວ​ອາການ​ນອນ​ບໍ່ຫຼັບ​​ໂດຍ​ສະ​ເພາະ​ແມ່ນສຳຄັນ​ຫຼາຍ.

ປະຈຸບັນນີ້ມີຫຼັກຖານສະແດງໃຫ້ເຫັນວ່າ, ປະດົງ​ຄໍ່​ພະຍາດ​ກະ​ເພາະ​ອາຫານ​​ລຳ​ໄສ້, ພະຍາດ​ລະບົບ​ຫາຍ​ໃຈ​ແລະ​ພະຍາດ​ເສັ້ນ​ເລືອດ​​ຫົວ​ໃຈ​ແລະ​ສະໝອງ​ເປັນ​ຕົ້ນ​ລ້ວນ​ແຕ່​ອາ​ດຈະ​ມີ​ອາການ​ນອນ​ບໍ່ຫຼັບ. ຖ້າ​ນອນ​ບໍ່ຫຼັບ​​ເລື້ອຍໆ​​ເປັນ​ເວລາ​ດົນ​ນານ​, ຍັງ​ຈະ​ພາ​ໃຫ້​ເລືອດ​ດັນ​ສູງ, ​ເປັນພະຍາດ​ເບົາຫວານ, ອ້ວນ​ພີ​ເປັນ​ໂຣກຫົວ​ໃຈ​ແລະ​ເປັນ​ລົມອຳມະພາດ. ນອນ​ບໍ່ຫຼັບ​ເລື້ອຍໆ​ຍັງ​​ແມ່ນ​ວີ​ແວວ​ທີ່​ຈະ​ເປັນພະຍາດ​ດ້ານຈິດ​ໃຈ​ບາງ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ພະຍາດ​ອຸກ​ອັ່ງ​ໃຈ. ຖ້າຜູ້​ໃດນ​ອນບໍ່ຫຼັບດົນ​ນານແລະ​ບໍ່​ໄດ້​ຮັບ​ການ​ປີ່​ນປົວ, ອັດຕາ​ເປັນ​ພະຍາດອຸກ​ອັ່ງ​ຫຼື​ພະຍາດ​ທາງ​ຈິດ​ໃຈ​ຂອງຜູ້​ກ່ຽວ​ກໍຈະ​ສູງ​ກວ່າ​ຄົນ​ທຳ​ມະ​ດາ2​ເທົ່າ​ຫາ10​ເທົ່າ.

ອີງຕາມ​ບົດ​ລາຍ​ງານ​ສຳ​ຫຼວດ6ຕົວ​ເມືອງ​ຂອງ​ຈີນ​ໃນ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ປີ​ໜຶ່ງ, ຜູ້​​ໃຫຍ່ມີ57%​ເຄີຍ​ນອນ​ບໍ່ຫຼັບ, ​ໃນ​ນັ້ນ​ມີ53%​ເຄີຍ​ນອນ​ບໍ່ຫຼັບ​ເປັນ​ປີກ​ວ່າ. ​ແຕ່​ວ່າ, ຜູ້​ທີ່​ເຄີຍບອກ​ບັນຫາ​ນອນ​ບໍ່ຫຼັບຂອງ​ຕົນ​ໃຫ້ນາຍ​ໝໍ​ຮູ້ນັ້ນ​ມີ​ພຽງ13%​ເທົ່າ​ນັ້ນ. ສາ​ສະ​ດາ​ຈານ​ຝານ​ຕົງ​ເຊິ​ງທີ່​ຮັບ​ຜິດ​ຊອບ​ການຄົ້ນຄວ້າ​ເທື່ອ​ນີ້ກ່າວ​ວ່າ, ນີ້​ແມ່ນ​ຍ້ອນ​ວ່າ​ຜູ້​ປ່ວຍ​ບໍ່​ຮູ້​ວ່າ​ໂຕ​ເອງນອນ​ບໍ່ຫຼັບ​​ແມ່ນມີ​ສ່ວນ​ກ່ຽວຂ້ອງ​ກັບ​ພະຍາດ​ຊຳ​ເຮື້ອ​ຂອງ​ຕົນ, ​ການເອົາ​ໃຈ​ໃສ່​ບັນຫານ​ອນຂອງ​ຜູ້​ປ່ວຍ​ຄວນ​ແມ່ນ​ໜ້າ​ທີ່​ຂອງ​ນາຍ​ໝໍ. ທ່ານ​ໄດ້​ອອກ​ຫົວຄິດ​ໃຫ້ຜູ້​ນອນ​ບໍ່ຫຼັບວ່າ, ຖ້າ​ຜູ້​ປ່ວຍ​ມີ​ອາການນອນ​ບໍ່ຫຼັບ​​ບໍ່​ກາຍ14​ມື້, ອາດ​ໃຊ້​ສອງ​ວິທີຄື: ໜຶ່ງ​ແມ່ນ​ບໍ່​ຄວນ​ນອນ​ໃນ​ໂມງ​ທີ່​ເຄີຍ​ນອນ, ບໍ່​ຕ້ອງ​ນອນ​ຫຼິ້ນ​ຢູ່​ເທິງ​ຕຽງ​ແລະ​ປ່ອຍ​ໃຫ້​ຢາກ​ນອນ​ແຮງໆ​ແລ້ວ​ຈິ່ງ​ເຂົ້າ​ນອນ, ກໍ​ຈະນອນ​ຫຼັບ​ເອງ; ສອງ​ແມ່ນ​ໄປ​ຫາ​ນາຍ​ໝໍ, ​ກິນ​ຢາ​ນອນ​ຫຼັບ​ບາງ​ຢ່າງ.