ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 11:01:38    
ບ້ານ​ເຜົ່າ​ຕູ​ລົງ​ເທິງ​ຈອມ​ພູ​ສູງ

cri


ຢູ່​ລ້ອງ​ແມ່​ນ້ຳ​ຕູ​ລົງ ​ແຂວງ​ຢຸນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ມີ​ເຜົ່າ​ຕູ​ລົງທີ່​ມີ​ປະ​ຊາ​ກອນ​ພຽງ5800​ກວ່າ​ຄົນດຳລົງ​ຊີວິດ​ຢູ່​ຫັ້ນ.​ພວກ​ເຂົາ​ເຈົ້າ​ແມ່ນເຈົ້າ​ຂອງ​ແມ່​ນ້ຳ​ຕູ​ລົງ​ມາແຕ່​ບູຮານ​ນະ​ການ,​ແມ່ນ​ຊົນ​ເຜົ່າ​ໜຶ່ງ​ທີ່​ມີ​ປະຊາ​ກອນ​ໜ້ອຍ​ທີ່​ສຸດ​ຂອງ​ຈີນ.​ເຜົ່າ​ຕູ​ລົງ​ບໍ່​ມີ​ຕົວ​ໜັງສື​ຂອງ​ຕົນ,​ຕຳລາ​ປະ​ຫວັດ ສາດ​ກ່ຽວ​ກັບ​ຊົນ​ເຜົ່າ​ນີ້​ກໍ​ໜ້ອຍ​ທີ່​ສຸດ.​ກ່ອນ​ປະ​ເທດ​ຈີນ​ໃໝ່​ສະຖາ​ປະ​ນາ​ຂຶ້ນ​ເມື່ອ​ປີ1949,​ເຜົ່າ​ຕູ​ລົງ​ຍັງ​ຢູ່​ໃນ​ທ້າຍ​ຍຸກ​ສະຫະ​ຊີບ​ປະຖົມ​ບູ​ຮານ,​ເຂົາ​ເຈົ້າ​ທຳ​ການ​ຜະ​ລິດ​ແບບ​ປະ​ຖົມ​ປະ​ຖານ​ແລະ​ລ່າ​ເນື້ອ​ເພື່ອ​ລ້ຽງ​ກຸ້ມ​ຕົນ​ເອງ.​50ກວ່າ​ປີ​ຜ່ານ​ໄປ​ແລ້ວ,​ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ຕູ​ລົງ​ໃນ​ຊູ່​ມື້​ນີ້​ເປັນແນວ​ໃດ​ແດ່?​ ພວກ​ເຮົາ​ຂໍ​ເຊີນຊວນ​ທ່ານ​ໄປພ້ອມ​ກັບ​ນັກ​ຂ່າວ​ພວກ​ເຮົາໄປ​ເບິ່ງ​ບ້ານ​ເຜົ່າ​ຕູ​ລົງ​ແຫ່ງ​ໜຶ່ງ.
 
ຕອນ​ເຊົ້າ​ມື້ໜຶ່ງ​ທີ່ຝົນ​ຕົກ,​ຢູ່​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຕູ​ລົງ​ເຜົ່າ​ນູ້​ກົ້ງ​ຊ່ານ​ກິ່ງ​ແຂວງ​ນູ້​ຈ່ຽງ​ແຂວງ​ຢຸນ​ນານ,​ນັກ​ຂ່າວ​ພວກ​ເຮົາ​ໄດ້​ໄປ​ຮອດ​ຕີນ​ພູ​ສູງ​ທີ່​ບໍ່​ຮູ້​ຊື່​ແຫ່ງ​ໜຶ່ງ,​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ທີ່​ລຳ​ບາກ.​ຈຸດໝາຍ​ປາຍ​ທາງ​ຂອງ​ພວກ​ເຮົາ​ແມ່ນ​ຈອມ​ພູ​ທີ່​ສູງ​ກວ່າ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ​1800​ກວ່າ​ແມັດ.​ຢູ່​ຈອມ​ພູມີ​ບ້ານ​ເຜົ່າ​ຕູ​ລົງ​ບ້ານ​ໜຶ່ງ​ຊື່ວ່າ​ບ້ານ​ສ້ຽວ​ສາ​ລ້າ.​ເມື່ອ​ໄດ້​ປີນ​ພູ2​ຊົ່ວ​ໂມງ​ປາຍ​ແລ້ວ,​ໃນ​ທີ່​ສຸດ,​ພວກ​ເຮົາ​ໄດ້​ໄປ​ຮອດ​ບ້ານ​ດັ່ງ​ກ່າວ.
 
ໝາ​ຂອງ​ເຮືອນ​ທ່ານ​ມູ້​ກວ່າງ​ມິງທີ່​ຢູ່​ຫົວ​ບ້ານ​ມີ​ສະຕິ​ລະວັງ​ຕົວ​ທີ່​ສຸດ,​ໄດ້​ເຫັນ​ພວກ​ເຮົາ​ແລ້ວ​ກໍ​ເຫົ່າ​ຂຶ້ນ​ໂລດ.
 
ເມື່ອ​ໄດ້​ຍິນ​ໝາ​ເຫົ່າ,​ໝົດ​ຄອບ​ຄົວ​ທ່ານ​ມູ້​ກວ່າງ​ມິງ​ໄດ້​ອອກ​ມາ​ຕ້ອນ​ຮັບ​ພວກ​ເຮົາ​ເຂົ້າ​ເຮືອນ​​ໂດຍ​ໄວ​ແລະ​ດ້ວຍ​ຄວາມ​ອົບ​ອຸ່ນ.​ຄອບ​ຄົວ​ມູ້​ກວ່າ​ງມິ​ງມີ4​ຄົນ,​ຜົວ​ເມຍ​ສອງ​ຄົນ​ພ້ອມ​ລູກ​ຊ້າຍ​ແລະ​ລູກ​ສາວ​ທີ່​ພວມ​ຮຽນ​ຊັ້ນ​ມະ​ທັດ​ຍົມ​ຕົ້ນ.ພວກ​ເຮົາ​ໄປ​ຢາມ,​ໝົດ​ຄອບຄົວ​ເພີ່ນ​ດີ​ໃຈ​ຫຼາຍ,​ທັງ​ຂ້ຽວ​ຕື່ມ​ຟືນ​ໃສ່​ເຕົາ​ໄຟ​ເພື່ອ​ໃຫ້​ພວກ​ເຮົາ​ຂາງ​ເສື້ອ​ປຽກ​ຍ້ອນ​ຝົນ​ຮຳ.​ຊາວ​ເຜົ່າ​ຕູ​ລົງ​ມີ​ນິດ​ໄສ​ຮັກ​ແຂກ​ຮັກ​ຄົນ,​ພວກ​ເຂົາ​ເຈົ້າ​ມັກ​ຖື​ຈຳນວນ​ຄົນ​ທີ່​ມາ​ຢາມ​ບ້ານ​ເປັນ​ສັນ​ຍາ​ລັກ​ທີ່​ຈຳ​ແນກ​ຄຸນ​ສົມ​ບັດ​ດີ​ຫຼື​ບໍ່​ດີ.​ຈະ​ແຈ້ງ​ແລ້ວ​ວ່າ,​ຄົນ​ໃນ​ຄອບ​ຄົວ​ນີ້ມີ​ໄມຕີ​ຈິດ​ຕໍ່​ຄົນ​ທີ່​ສຸດ,​ແລະ​ໄດ້​ດຳ​ລົງ​ຊີວິດ​ແບບ​ກະ​ທັດ​ຮັດ​ແຕ່ມີ​ຄວາມ​ສຸກ.
 
ໃນ​ຂະນະ​ທີ່​ຂາງ​ເສື້ອຢູ່​ນັ້ນ,​ນັກ​ຂ່າວ​ໄດ້ຫຼຽວ​ເບິ່ງ​ເຮືອນ,​ໃນ​ເຮືອນ​ໄມ້​ທີ່​ມືດ​ມົວ,​ນ້ຳ​ຝົນທີ່​ຊຶມ​ອອກ​ຈາກ​ຫຼັງຄາ​ມຸງ​ຫຍ້າ​​ໄດ້​ຢອດລົງ​ດັງ​"ປັອກໆ"​ແສງ​ອ່ອນ​ໄດ້​ຊອດ​ເຂົ້າ​ເຮືອນ​ຈາກ​ຫວ່າງ​ຝາ​ໄມ້ ແປ້ນ.​ການ​ຈັດ​ວາງ​ໃນ​ເຮືອນ​ກະ​ທັດ​ຮັດ​ທີ່​ສຸດ.​ແຕ່​ໃນ​ແຈ​ເຮືອນ,​ນັກ​ຂ່າວ​ໄດ້​ເຫັນມີ​ໂທ​ລະ​ພາບ​ໃໝ່​ເຄື່ອງ​ໜຶ່ງ.​ເມື່ອ​ກ່າວ​ເຖິງ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ພຽງ​ເຄື່ອງ​ດຽວນີ້,​ທ່ານ​ມູ້​ກວ່າງ​ມິງຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ສຸດ:​"ໂທ​ລະ​ພາບ​ນີ້​ຮັບ​ລາຍ​ການ​ໄດ້20​ຊ່ອງ,​ຫາ​ກໍ່​ຊື້​ມາ​ບໍ່​ຮອດ​ສອງ​ເດືອນ,​ກ່ອນ​ຊື້​ໂທລະພາບ​ນີ້,​ພວກ​ເຮົາ​ບໍ່​ເຄີຍ​ເບິ່ງ​ລາຍ​ການ​ໂທລະ​ພາບ​ຈັກ​ເທື່ອ."
 
ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຈາກ​ການ​ຂາຍ​ເຄື່ອງ​ປ່າ​ຂອງ​ດົງ,​ລັດ​ກໍ່​ໄດ້​ຫຼຸດ​ພາສີ​ກະສິ​ກຳ,​ຊີ​ວິດ​ການ​ເປັນ​ຢູ່​ຂອງຄົນ​ໃນ​ບ້ານ​ຕູ​ລົງ​ໄດ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.​ນອກ​ຈາກ​ທ່ານ​ມູ້​ກວ່າງ​ມິງ​ແລ້ວ,​ຍັງ​ມີ​ຄອບ​ຄົວ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ຊື້​ໂທ​ລະ ພາບ​.
 
ໂທລະ​ພາບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຄອບ​ຄົວ​ທ່ານ​ມູ້​ກວ່າງ​ມິງມີ​ຊີວິດ​ຊີວາ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ນາງ​ມູ້​ຈິນ​ຮວາ ລູກ​ສາວ​ທີ່​ພວມ​ຮຽນມ2​ແມ່ນ​ດີ​ໃຈ​ກວ່າ​ໝູ່:​"ຂ້ອຍ​ມັກ​ເບິ່ງ​ໂທລະ​ພາບ​ທີ່​ສຸດ,​ເພາະ​ວ່າ​ຈາກ​ໂທລະ​ພາບ​ຂ້ອຍ​ສາມາດ​ຮຽນ​ຄວາມ​ຮູ້​ໄດ້​ຫຼາຍ​ຢ່າງ​ທີ່​ປຶ້ມ​ຮຽນ​ບໍ່​ມີ,​ແລະ​ກໍ​ສາ​ມາດ​ຮູ້​ໂລກ​ພາຍ​ນອກ."
 
 ນາງ​ມູ້​ຈິນ​ຮວາ​ກັບທ້າວ​ມູ້​ຊົງ​ຢົງ ຜູ່​ເປັນ​ນ້ອງ​ຊາຍ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕາ​ແສງ​ທີ່ຢູ່​ຕີນ​ພູ,​ຍາມ​ທຳ​ມະ​ດາ​ແມ່ນ​ກິນ​ນອນ​ຢູ່​ໂຮງ​ຮຽນ.​ມື້​ນີ້,​ຄ້ອມ​ພໍດີ​ແມ່ນ​ມື້​ພັກ​ຮຽນ,​ເອື້ອຍ​ນ້ອງ​ສອງ​ຄົນ​ທີ່​ເປັນ​ລູກ​ຄຳ​ຮູ້ໄດ້​ຂ້ຽວ​ມາ​ຊ່ອຍ​ພໍ່​ແມ່​ເຮັດ​ວຽກ​ຢ້າວ​ການ​ເຮືອນ​ໂດຍ​ສະ​ເພາະ.
 
ທ່ານ​ມູ້​ກວ່າງ​ມິງ​ໄດ້​ລ້ຽງ​ໝູ5​ໂຕ​ແລະ​ໄກ່​ຈຳນວນ​ໜຶ່ງ,​ແຕ່​ວ່າ​ລາຍ​ໄດ້​ຂອງ​ຄອບ​ຄົວ​ຕົ້ນຕໍ​ຍັງ​ແມ່ນ​ອາ​ໄສ​ການ​ເກັບ​ຮາກ​ໄມ້​ຫ້ານ​ຢາ​ໃນ​ປ່າ​ດົງ,​ແລ້ວ​ເອົາ​ໄປ​ຂາຍ​ຢູ່​ຕະ​ຫຼາດ​ຢູ່​ຕີນ​ພູ.​ປີ​ໜຶ່ງ,​ສ້າງ​ລາຍ​ໄດ້​ປະມານ​1000​ກວ່າ​ຢວນ,​ເຖິງ​ວ່າ​ເງິນ​ບໍ່​ຫຼາຍ​ປານ​ໃດ,​ແຕ່​ວ່າ,​ຍ້ອນ​ວ່າ​ໃນ​ສອງ​ປີ​ມາ​ນີ້,​ທາງ​ລັດ​ໄດ້​ປະຕິ​ບັດ​ນະ​ໂຍ​ບາຍ​ດີ,​ຄືຄອບ​ຄົວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ,​ລູກ​ເຕົ້າ​ເຂົ້າ​ຮຽນ​ບໍ່​ຕ້ອງ​ເສຍ​ຄ່າ​ຮຽນ​ຄ່າ​ສາລະ​ພັດ,​ແລະ​ຍັງ​ໄດ້​ຮັບ​ເງິນ​ອຸດ​ໜຸນ​ຄ່າ​ຄອງ​ຊີບ​ຈຳນວນ​ໜຶ່ງ,​ສະ​ນັ້ນ,​ຊີວິດ​ຂອງ​ໝົດ​ຄອບ​ຄົວ​ພໍຢູ່​ພໍ​ກິນ.
 
ນັກ​ຂ່າວ​ພ້ອມ​ກັບ​ຄອບ​ຄົວ​ທ່ານ​ມູ້​ກວາງ​ມິງ ນັ່ງ​ອ້ອມ​ເຕົ້າ​ໄຟ,​ເບິ່ງ​ໂທ​ລະ​ພາບ,​ຮູ້​ສຶກ​ວ່າ​ອົບ​ອຸ່ນ​ທີ່​ສຸດ.
 
ເມື່ອ​ຢາມ​ຄອບ​ຄົວ​ທ່ານ​ມູ້​ກວ່າງ​ມິງ​ດົນ​ເຕີບ​ແລ້ວ,​ພວກ​ເຮົາ​ໄດ້​ອຳ​ລາ​ຈາກ​ຄອບ​ຄົວ​ນີ້,​ແລ້ວ​ໄປ​ຢາມ​ແມ່​ຍິງ​ສັກ​ລາຍ​ໜ້າ​ຜູ່​ໜຶ່ງ.​ແມ່​ຍິງ​ສັກ​ລາຍ​ໜ້າ​ແມ່ນ​ປະ​ເພນີທີ່​ແປກ​ຊະ​ນິດ​ໜຶ່ງ​ຂອງ​ເຜົ່າ​ຕູ​ລົງ​ໃນ​ເມື່ອ​ກ່ອນ.​ສາວ​ເຜົ່າ​ຕູ​ລົງ​ເມື່ອ​ຮອດ​ອາຍຸ​ປະມານ​12​ຫາ​13ປີ,​ກໍ​ຕ້ອງ​ສັກ​ລາຍ​ໜ້າ.​ຄື​ເອົາ​ເຂັມ​ໄມ້​ໄຜ່​ສັກ​ລາຍ​ຢູ່​ເທິງ​ໜ້າ,​ແລ້ວ​ເອົາ​ຂີ້​ໝິ້ນ​ໝໍ້​ທາ​ໃສ່,​3,5ມື້​ຜ່ານ​ໄປ,ບ່ອນ​ສັກ​ລາຍ​ກໍ​ໄດ້​ປະ​ກົດ​ເປັນ​ສີ​ສິ້ວ,​ກາຍ​ເປັນ​ລາຍ​ໜ້າ​ທີ່​ບໍ່​ຕົກ​ສີ​ຕະ​ຫຼອດ​ໄປ.ຊູ່​ມື້​ນີ້,​ແມ່​ຍິງ​ສັກ​ລາຍ​ໜ້າ​ມີ​ໜ້ອຍ​ທີ່​ສຸດ​ແລ້ວ,​ເຫຼືອ​ພຽງ50​ກວ່າ​ຄົນ​ເທົ່າ​ນັ້ນ.
 
ແມ່​ເຖົ້າ​ມູ້​ເວິນ​ຊິນ ມີອາ​ຍຸ70​ກວ່າ​ປີ​ແລ້ວ,​ແມ່ນ​ແມ່ຍິງ​ສັກ​ລາຍ​ໜ້າ​ຜູ່​ໜຶ່ງ,​ເພິ່ນ​ກຳລັງ​ຜ່າ​ຟືນ​ດັງ​ໄຟ​ໃນ​ເຮືອນ.
 
ເມື່ອ​ພວກ​ເຮົາ​ໄປ​ຢາມ​ເພິ່ນ,​ເພີ່ນ​ຄື​ວ່າ​ດີ​ໃຈ​ຫຼາຍ.​ລວດ​ລາຍ​ທີ່​ຍັງ​ເຫັນ​ຄັກ​ຢູ່​ເທິງ​ໜ້າ​ແມ່​ເຖົ້າ​ໄດ້​ພາ​ໃຫ້​ພວກ​ເຮົາ​​ເກີດ​ມີ​ຄວາມ​ສົນ​ໃຈຢ່າງ​ຫຼວງ​ຫຼາຍ​ຕໍ່​ຄວາມ​ເປັນ​ມາ​ຂອງ​ປະ​ເພນີ​ການ​ສັກ​ລາຍ​ໜ້າ.​ແມ່​ເຖົ້າ​ໄດ້​ເລົ່າ​ນິທານ​ອັນ​ເກົ່າ​ແກ່​ສູ່​ຟັງ​ວ່າ:
 
"ຕາມ​ເພິ່ນ​​ເລົ່າ​ລື​ກັນ​ວ່າ,​ແຕ່​ກີ້​ແຕ່​ກ່ອນ,ຄົນ​ຢູ່​ເຂດ​ຕິ​ເບດ​ພຸ້ນ​ມັກ​ມາ​ຍາດ​ເອົາ​ສາວ​ງາມ​ບ້ານ​ເຮົາ​ໄປ​ເປັນ​ຂ້າ​ທາດ,​ສະ​ນັ້ນ,​ນາງ​ສາວ​ຂອງ​ບ້ານ​ເຮົາ​ຈິ່ງ​ສັກ​ລາຍ​ໜ້າ,​ດັ່ງ​ນັ້ນ,​ພວກ​ເຂົາ​ກໍ​ຈິ່ງ​ບໍ່​ມາຍາດ​ຜູ່​ສາວ​ອີກ"
 
ທີ່​ຈິງ​ແລ້ວ,​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ການ​ສັກ​ລາຍ​ໜ້າ​ຍັງ​ມີ​ທີ່​ມາ​ຫຼາຍ​ອັນ​ຫຼາຍ​ແນວ,​ຕົວ​ຢ່າງ​ຄື,​ລາງ​ຄົນ​ເວົ້າ​ວ່າ,​ແມ່ນ​ຍ້ອນ​ແມ່ຍິງ​ທີ່​ສັກ​ລາຍ​ໜ້າ,​ໃນ​ເມື່ອ​ອຳ​ລາ​ຈາກ​ໂລກ,​ດວງ​ວິນ​ຍານ​ສາມາດ​ກາຍ​ເປັນ​ແມງ​ກະ​ເບື້ອທີ່​ສວຍ​ງາມ​ແລ້ວ​ຂຶ້ນ​ເມືອງ​ສະ​ຫວັນ​ແລະ​ອື່ນໆ.
 
50​ກວ່າ​ປີ​ກ່ອນ,​ແມ່​ເຖົ້າ​ມູ້​ເວິນ​ຊິນ​ໄດ້​ຍ້າຍ​ຈາກ​ບ້ານ​ຕູ​ລົງ​ຈ່ຽງທີ່​ເປັນ​ບ້ານ​ໃກ້​ຄຽງ​ມາ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ບ້ານ​ຕູ​ລົງ.​ໃນ​ຄາວ​ນັ້ນ,​ຊາວ​ເຜົ່າ​ຕູ​ລົງ​ສ່ວນ​ຫຼາຍ​ໄດ້​ດຳລົງ​ຊີ​ວິດ​ຢູ່​ບ້ານ​ຕູ​ລົງ​ຈ່ຽງ.​ແຕ່​ວ່າ,​ຢູ່​ແຫ່ງ​ນັ້ນ,​ການ​ໄປມາບໍ່​ສະ​ດວກ​ທີ່​ສຸດ,​ໃນປີ​ໜຶ່ງ​ຫິມະ​ໄດ້ອັດ​ຕັນ​ທາງ​ພູ​ດົນ​ເຖິງ​6​ເດືອນ,​ມີ​ແຕ່​ບໍ່ພໍ​ເທົ່າ​ໃດ​ເດືອນ​ທີ່​ສາ​ມາດ​ຕິດ​ຕໍ່​ກັບ​ພາຍ​ນອກ​ໄດ້.​ຕັ້ງ​ແຕ່​ພັດ​ພາກ​ຈາກ​ແຫ່ງ​ນັ້ນ​ແລ້ວ,​ແມ່​ເຖົ້າ​ມູ້​ເວິນ​ຊິງ​ມີ​ແຕ່​ເມື່ອ​ຢາມ​ບ້ານ​ເທື່ອ​ດຽວ​ໃນ​20ກວ່າ​ປີ​ກ່ອນ,​ຕອນ​ນັ້ນ,​ການ​ເດີນ​ທາງ​ຂອງແມ່​ເຖົ້າ​ໄດ້ກິນ​ເວລາ​ສາມ​ມື້​ປາຍ.
 
ເມື່ອ​ພວກ​ເຮົາ​ບອກ​ແມ່​ເຖົ້າ​ວ່າ,​ທາງ​ຫຼວງ​ເຂົ້າ​ບ້ານ​ຕູ​ລົງ​ຈ່ຽງ​ໄດ້​ສ້າງ​ສຳ​ເລັດ​ແລ້ວ,​ແມ່​ເຖົ້າ​ຕື້ນ​ຕັນ​ໃຈ​ຫຼາຍ. "ເມື່ອ​ມີ​ທາງ​ຫຼວງ​ແລ້ວ,​ມັນກໍ່​ສະ​ດວກ​ກວ່າ​ແຕ່​ກ່ອນ​ຫຼາຍ,​ຫວັງ​ວ່າ​ຖ້າ​ມີ​ໂອ​ກາດ​ເຮົາ​ຈະ​ເມື່ອ​ບ້ານ​ຕູ​ລົງ​ຈ່ຽງ,​ໄປ​ຢາມ​ຍາດ​ຕິ​ພີ່​ນ້ອງ​ຢູ່​ແຫ່ງ​ນັ້ນ."