ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 13:26:00    
ຝ່າຍ​ອາ​ເມ​ລິ​ກາ​ຈະ​ບໍ່​ທວງ​ໃຫ້​ຝ່າຍ​ຈີນ​ກົດ​ດັນ​ສ.ປ.ປ.​ເກົາ​ຫຼີ​ເພື່ອ​ເຮັດ​ໃຫ້​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 5 ກັນຍາ,ຢູ່​ປັກ​ກິ່ງ,ທ່ານ​ຮີ​ວ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ເວົ້າ​ວ່າ,ຈີນ​ໄດ້​ເຮັດ​ວຽກງານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ,ຝ່າຍ​ອາ​ເມ​ລິ​ກາ​ຈະ​ບໍ່ທວງໃຫ້​ຝ່າຍ​ຈີນກົດ​ດັນສ.ປ.ປ.​​ເກົາຫຼີ​ເພື່ອໃຫ້ກັບ​ຄືນ​ສູ່​ການ​ເຈລະຈາ 6 ຝ່າຍ.

ທ່ານ​ຮີ​ວ​ແມ່ນ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນ​ບ່າຍວັນ​ທີ 5 ກັນຍາ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ເວົ້າ​ວ່າ,ຈຸດ​ປະສົງ​ຕົ້ນຕໍ​ຂອງ​ທ່ານ​ໃນ​ການ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ແມ່ນ​ເພື່ອ​ຫາລື​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ເລື່ອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ,​ແຕ່​ພ້ອມ​ກັນ​ນັ້ນ,ທ່ານ​ເວົ້າ​ວ່າ,ຝ່າຍອາ​ເມ​ລິ​ກາ​ຫວັງ​ຮັກສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ຮ່ວມ​ມືກັບ​ຝ່າຍ​ຈີນ​ຢ່າງ​ໃກ້ຊິດ,​ເພື່ອ​ຊຸກຍູ້​ໃຫ້​ຟຶ້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ,ທ່ານ​ຮີ​ວ​ໄດ້​ພົບ​ປະ​ທ່ານ​ຊຸ່ຍ​ທ່ຽນ​ຂາຍ ຜູ້​ຊ່ວຍ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ,ສອງ​ຝ່າຍ​ໄດ້​ເຈລະຈາ​ກັນ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ແລະ​ຫົວ​ຂໍ້​ທີ່​ສົນ​ໃຈ​ນຳ​ກັນ.