ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 16:35:03    
ຈີນ​ຢ້ຳ​ຢາກ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ຈີນ​ໂດຍ​ໄວ

cri Author: sayvanny
ຕາມ​ຂ່າວ CRI: ຝ່າຍ​ຈີນ​ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ຈົ່ງ​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຈະ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ຈີນ​ໂດຍ​ໄວ, ​ເພື່ອ​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​​ຕື່ມ​ອີກ.

ການ​ພົບ​ປະ​ລະ​ຫວ່າງ​ຜູ່​ນຳ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ຄັ້ງທີ 9 ​ຈະ​ຈັດ​ຂຶ້ນ​ຢູ່​ແຮນ​ຊິງ​ກີ ນະ​ຄອນ​ຫລວງ​ແຟັງ​ລັງ​ໃນ​ວັນ​ທີ 9 ກັນ​ຍາ​ນີ້.ບັນ​ຫາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ​ຈະ​ແມ່ນ​ຫົວ​ຂໍ້​ຫນຶ່ງ​ຂອງ​ຜູ່​ນຳ​ຂອງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບຈະ​ເຈ​ລະ​ຈາ​ກັນ. ນີ້​ແມ່ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກັນ​ຍາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ແມ່ນ​ສິ່ງ​ກຳ​ເນີດ​ຂອງ​ສົງ​ຄາມ​ເຢັນ,ມັນ​ບໍ່​ຖືກ​ກາ​ລະ​ເທ​ສະ​ອີກ​ແລ້ວ. ຝ່າຍ​ຈີນ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ນີ້, ​ແມ່ນ​ເພື່ອ​ຍົກ​ເລີກ​ການ​ດູ​ຫມີ່ນ​ຈີນ​ທາງ​ການ​ເມືອງ​,ຫາກ​ບໍ່​ແມ່ນ​ເພື່ອ​ຊື້​ອາວຸດ​ໃຫ້​ຫລາຍ​ຂຶ້ນ​ຕື່ມ.

ສະ​ຫະ​ພາບ​ເອີ​ລົບ​ໄດ້​ຮັບ​ຮູ້​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກ້າວ​ໄປ​ສູ່​ການ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ.