ຕາມຂ່າວສານຊິນຮວາ: ວັນທີ 6 ກັນຍາ, ທ່ານກາວຮູເສິງ ລັດຖະມົນຕີຊ່ອຍວ່າການກະຊວງການຄ້າຈີນໄດ້ເປີດເຜີຍວ່າ, ອາຊຽນໄດ້ກາຍເປັນໜຶ່ງໃນບັນດາເຂດໄດ້ປຽບການຄ້າກັບຈີນ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ທີ່ປັກກິ່ງ, ທ່ານກາວຮູເສິງກ່າວວ່າ, ນັບແຕ່ຊຸມປີ 1990 ເປັນຕົ້ນມາ,ການຄ້າລະຫວ່າງຈີນກັບອາຊຽນໄດ້ເລີ່ມເສຍປຽບການຄ້າ, ຮອດທ້າຍປີ 2005, ການຄ້າກັບອາຊຽນຂອງຈີນໄດ້ເສຍປຽບ 19 ຕື້ 600 ລ້ານໂດລາ, ການເສຍປຽບການຄ້າກັບອາຊຽນຂອງຈີນໄດ້ປະກົດມີທ່ວງທ່າເປີດກວ້າງອອກເປັນກ້າວໆ.
ຕາມໄດ້ຊາບ, ປີກາຍນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸ 130 ກວ່າຕື້ໂດລາ. ຕ່າງເປັນຄູ່ການຄ້າໃຫຍ່ທີ 4 ຂອງຝ່າຍກົງກັນຂ້າມ.
|