ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 21:38:49    
ສະ​ເໜີ​ແຜ່ນCD​ໃໝ່​ຂອງ​ນາງ​ຊຸ້ນຈື"Songs For Lovers"​ເພງ​ຮັກ​ອັນ​ຊຶ້ງ​ໃຈ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດາລາ​ວັນຜູ້​ດຳ​ເນີນ​ລາຍການຂໍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​​ເສົາ. ​ຫວ່າງ​ບໍ່​ດົນ​ນີ້, ນາງ​ຊຸ້ນຈື ນັກ​ຮ້ອງ​ໄຕ້​ຫວັນ​ໄດ້​ອັດ​CD​ເພງພາສາ​ອັງກິດ​ແລະ​ພາສາ​ຝຣັ່ງ​ແຜ່ນ​ໜຶ່ງທີ່​ໃຫ້​ຊື່​​ວ່າ: "Songs For Lovers" ​ເພງ​ຮັກ​ອັນ​ຊຶ້ງ​ໃຈ, ນາງ​ໄດ້​ເລືອກ​​ເອົາ​ເພງ​ອະມະຕະຫຼາຍ​ເພງມາ​ອັດໃໝ່​​ເປັນຈັງ​ຫວະ​ດົນຕີແຈັສ, ​ໄດ້ນຳ​​ເອົາ​ຄວາມ​ຮູ້ສຶກ​ອັນ​ອອນຊອນມາ​​ໃຫ້​ຜູ້​ຟັງ. ​ໃນ​ລາຍການ​ມື້ນີ້, ​ດາລາ​ວັນ​ຂໍ​ແນະນຳCD​ແຜ່ນ​ນີ້ຂອງ​ນາງ​ຊຸ້ນຈື.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"Lex Yeux Ouverts" ມືນ​ຕາທັງ​ຄູ່, ​ເພງ​ນີ້ ​ແຕ່​ເດີມ​ແມ່ນ​ເພງ​ພື້ນ​ເມືອງ​ຊົນນະບົດ​ຝຣັ່ງ, ​ເນື້ອ​ເພງ​ແຕ່ງ​ດ້ວຍ​ພາສາ​ບູຮານ​ຝຣັ່ງ. ​ເຖິງ​ວ່າ​ນາງ​ຊຸ້ນຈື​ເວົ້າພາສາ​ຝຣັ່ງພໍຫຼ່ຽນ​ໄຫຼປານ​ໃດ, ​ໂດຍ​ສະ​ເພາະ​ແມ່ນ​ພາສາ​ຝຣັ່ງບູຮານ, ​ເພື່ອ​ອອກສຽງ​ໃຫ້​ຖືກ, ນາງ​ໄດ້​ຕັ້ງ​ເດີນທາງ​ໄປ​ຂໍ​ຮຽນ​ການ​ອອກສຽງ​ນຳອາຈານ​ພາສາ​ສາດຢູ່​ປາຣີ. ຄວາມ​ພະຍາຍາມ​ຂອງ​ນາງ​ໄດ້​​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກພໍ​ໃຈຫຼາຍ, ການ​ອອກ​ສຽງ​ອັນ​ນິ້ມ​ນວນ​ພິ​ເສດ​ຂອງ​ພາສາ​ຝຣັ່ງ​ໄດ້​ເຮັດ​ໃຫ້​ເພງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ​ແລະຊຶ້ງ​ໃຈ.

ເພງ​ໃນCD​ແຜ່ນ​ໃໝ່​ຂອງ​ນາງ​ຊຸ້ນຈືລ້ວນ​ແລ້ວ​ແຕ່​ແມ່ນ​ເພງອະມະຕະ​ຂອງ​ນັກ​ຮ້ອງຊື່​ດັງ. ​ເຖິງ​ວ່າ​ແມ່ນ​ຮ້ອງ​ເພງ​ຂອງ​ຜູ້​ອື່ນ, ​ແຕ່​ນາງ​ຊຸ້ນຈື​ໄດ້​ລະບາຍ​ຈິດ​ໃຈ​ອາລົມ​ຂອງ​ຕົນ​ເອງ​ເຂົ້າ​ໃນ​ເພງ, ທັງ​ໃຊ້​ສຽງ​ຄໍ​​ແລະ​ວີ​ທີ​ຮ້ອງອັນ​ພິ​ເສດ​ຂອງ​ຕົນ, ​ຈຶ່ງເຮັດ​ໃຫ້​ເພງ​ມີ​ຊີວິດ​ໃໝ່.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງMy Funny Valentine. ​ເພງ​ນີ້​ແມ່ນ​ເພງ​ຂອງ​ທ່ານ​ເຊັດ ​ເບກ​ເຄີ ນັກ​ດົນຕີ​ແຈັສອາ​ເມ​ລິ​ກາ​ທີ່​ລ່ວງ​ລັບ​ໄປ​ແລ້ວ. ​ໃນ​ຄາວ​ນັ້ນ, ​ເມື່ອ​ເພງ​ນີ້​ນຳ​ອອກ​ສະ​ແດງ, ກໍ​ດົ່ງ​ດັງ​ໃນ​ທັນທີ, ຫຼັງຈາກ​ນັ້ນ, ​ໄດ້​ມີ​ນັກ​ຮ້ອງຫຼາຍໆ​ຄົນ​ເຄີຍ​ຮ້ອງ​ເພງ​ນີ້. ​ຫຼາຍສິບ​ປີຜ່ານ​ມາ, ​ເພງ​ນີ້​ກໍຍັງ​​​ເປັນ​ເພງ​ທີ່ຜູ້​ມັກ​ດົນຕີ​ແຈັສມັກ​ຮ້ອງ​ເລື້ອຍໆ. ນາງ​ຊຸ້ນຈືທີ່​ຕິດ​ອົກ​ຕິດ​ໃຈ​ນຳ​ດົນຕີ​ແຈັສກໍ​ຄື​ກັນ, ​​ຕ່າງ​ແຕ່​ວ່າ, ນາງ​ຮ້ອງ​ເພງ​ນີ້, ບໍ່​ມີ​ຄວາມ​ໂສກ​ເສົ້າ​​ເຍືອກ​ເຢັນ​ຄື​ໃນ​ເພງ​ເດີມ, ຫາກ​ເຕັມ​ໄປ​​ແຕ່​ຄວາມ​ອົບ​ອຸ່ນ. ​ຕໍ່​ໄປເຊີນ​ຟັງ​ເພງ​ນີ້ໄດ້​ເລີຍ. My Funny Valentine.

ໃນCD​ແຜ່ນ​ໃໝ່​ນີ້, ນາງ​ຊຸ້ນຈື​ໄດ້​ສະ​ແດງ​ຄວາມ​ຊຳນານ​ຂອງ​ຕົນຢ່າງ​ເຕັມ​ສ່ວນ, ນາງ​​ໄດ້​​ເລືອກ​ຮ້ອງ​ເພງ​ທີ່​ມີຊື່​ສຽງ​ຂອງນາງ​ອາ​ເລັດ​ທາ ​ແຟຼັງຄິຼນ ນັກຮ້ອງອາເມລິກາຄືເພງYou Make Me Feel Like A Natural Woman. ​ແລະ​ເພງSmooth Operator ​ຂອງ​ນາງ​ຊາ​ເດ ນັກ​ດົນຕີ​ແຈັສທີ່​ມີ​ຊື່​ສຽງ​ຂອງ​ອັງກິດ​ທີ່​ມີ​ສຽງ​ຄໍ​ທຸ້ມໆ​ທັງ​ແຫບໆ. ​ສອງ​ເພງ​ນີ້ ​ເພງ​ໃດ​ກໍ​ມີ​ບ່ອນ​ຮ້ອງ​ຍາກໆ. ​ເພງ​ໜຶ່ງ​ຕ້ອງ​​ໃຊ້​ພະ​ລິງ​ສຽງ​ສູງ​ແລະ​ອາລົມ​ຈິດ​ອັນ​ສຸດ​ເຊິ່ງ​. ອີກ​ເພງ​ໜຶ່ງ, ຕ້ອງ​ໃຊ້​ສຽງ​ກາງ​ສຽງ​ທຸ້ມ​ທີ່ມີ​ສະ​ເໜຈັບ​ໃຈ​ດູດ​ດຶງ​ຜູ້​ຟັງ. ​ທັງ​ໝົດ​ເຫຼົ່ານີ້, ນາງ​ຊຸ້ນຈື​​ເຮັດ​ໄດ້​ດີຫຼາຍ. ຕໍ່​ໄປ​ເຊີນ​ຟັງ​ເພງ Smooth Operator ທີ່ຂັບ​ຮ້ອງ​ໂດຍ​ນາງ​ຊຸ້ນຈື.

ໃນ​ແຜ່ນCD "Songs For Lovers" ​ເພງ​ຮັກຊຶ້ງ​ໃຈ, ນາງຊຸ້ນຈືໄດ້ເລືອກເອົາເພງຊຶ້ງ​ໃຈທີ່ມີທຳນອງ​ເພງສະໄໝນິຍົມແລະທຳນອງແຈັສ 9 ເພງ, ແລ້ວໃຊ້ສຽງອັນສະບາຍໆໆ​ທີ່​ສຸດ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ອອນຊອນ. ຕໍ່​ໄປ ​ເຊີນ​ຟັງ​ເພງ You Are The Sunshine of My Life ​ເຈົ້າ​ແມ່ນ​ແສງຕາ​​ເວັນ​ໃນ​ຊີວິດ​ຂອງ​ຂ້ອຍ.

ເພງ​ນີ້​​​ແຕ່​ເດີມ​ແມ່ນ​​ເພງ​ທີ່ທ່ານ​ສະຕິ​ຟ ວັນ​​ເດີ ​ເປັນ​ຜູ້​ຂັບ​ຮ້ອງ. ທ່ານ​ສະຕິ​ຟ ວັນ​ເດີ ຕາ​ບອດ​ທັງສອງ​ເບື້ອ​ງ, ​ແຕ່ທ່ານ​ບໍ່​ໄດ້​ປະລະ​ຈຸດໝາຍ​ແຫ່ງຊີວິດ, ​ແລະ​ໄດ້​ດຳ​ລົງ​ຊີບ​ດ້ວຍ​ນ້ຳ​ໃຈ​ອັນ​ໝັ້ນໜຽວ​ທົນ​ທານ, ທັງ​ໄດ້​ກາຍ​ເປັນ​ນັກ​ຮ້ອງ​ຜູ້​ຍິ່ງ​ໃຫຍ່​ກວ່າ​ໝູ່​ຂອງ​ອາ​ເມ​ລິ​ກາໃນ​ສະຕະ​ວັດ​ທີ 20. ນາງ​ຊຸ້ນຈືຮ້ອງ​ເພງ​ນີ້, ​ແມ່ນ​ຫວັງ​ຢາກ​​ໃຫ້​ມານະ​ຈິດ​ຂອງ​ທ່ານສະຕິ​ຟ ວັນ​​ເດີ​ໃຫ້​ກຳລັງ​ໃຈ​ແກ່​ຜູ້​ທີ່ສູ້​ຊົນຢູ່​ບົນ​ເສັ້ນທາງ​ແຫ່ງ​ດົນຕີ, ຍຶດໝັ້ນຄວາມ​ຝັນ​​ແຫ່ງດົນຕີ​ຂອງ​ຕົນຕະຫຼອດ​ໄປ.

ດົນຕີແຈັສ​ແມ່ນດົນຕີ​ທີ່​ນາງ​ຊຸ້ນຈືມັກ​ທີ່​ສຸດ​ຕະຫຼອດມາ. ປີ 2000, ​ ​ນາງ​ໄດ້​ຮັບ​ລາງວັນ​ຄຳການ​ແຕ່ງ​​ແລະ​ຮ້ອງ​ເພງxie yi shou ge ຂອງ​ໄຕ້​ຫວັນ, ​ເພງ​ນີ້ມີ​ທຳນອງ​ແຈັສອັນ​ເຂັ້ມຂຸ້ນ. ນາງ​ຊຸ້ນຈືອັດCD​ດົນຕີແຈັສ​ຊຸດ​ນີ້​, ກໍ​​ເພື່ອຢາກ​​ໃຊ້ຄວາມ​ສາມາດ​ນ້ອຍໆຂອງຕົນ ເຜີຍແຜ່ດົນຕີແຈັສທີ່ນາງມັກທີ່ສຸດນັ້ນຕໍ່ຊາວຈີນ​ໃນ​ໂລກ, ໃຫ້ຄົນ​ສຳ​ຜັດ​ສະ​ເໜຂອງດົນຕີ​ແຈັສ. ສຸດທ້າຍ​ນີ້, ​ເຊີນ​ຟັງ​ເພງBizarre Love Triangle ຮັກ​ສາມ​​ເສົາ. ແຕ່​ເດີມ​​ເພງ​ນີ້ແມ່ນ​ເພງ​ພື້ນ​ເມືອງ, ​ແຕ່​ນາງ​ຊຸ້ນຈື​ໄດ້​ດັດ​ແປງ​ເປັນ​ເພງ​ທຳນອງ​ແຈັສ, ຮູ້ສຶກ​ວ່າ​ໜ້າ​ຟັງ​ເປັນ​ພິ​ເສດ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ຊຸດ​ເພງ: "Songs For Lovers" ​ເພງ​ຮັກ​ອອນຊອນ​ຂອງ​ນາງ​ຊຸ້ນຈື. ລາຍການຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.