ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 14:09:29    
ຂ້ອຍ​ມາ​ຮຽນ​ຢູ່​ຈີນ​ແລ້ວ(ສຽງ)

cri

ດຽວ​ນີ້​ແມ່ນ​ເດືອນ​ກັນຍາ​ແລ້ວ,ຢູ່​ປັກ​ກິ່ງອາ​ກາດ​ດີ​ທີ່​ສຸດ,ບໍ່ຮ້ອນ​ບໍ່ໜາວ​ຫຼາຍ,ໂຮງ​ຮຽນ​ຕ່າງໆກໍ່ໄດ້​ໄຂຮຽນ​ແລ້ວ,ນັກສຶກ​ສາລາວ​ຊຸດ​ໃໝ່​ຈຳ​ນວນ​68ຄົນທີ່​ມາ​ຮຽນ​ຢູ່​ຈີນກໍ່​​ໄດ້​ເດີນ​ທາງ​ມາສະ​ເໜີຕົວ​ຢູ່​ມະຫາ​ວິທະ​ຍາ​ໄລ​​ແຫ່ງ​ຕ່າງໆ​ຂອງ​ຈີນຕາມ​ສັນຍາ​ແລກປ່ຽນ​ທາງ​ການ​ສຶກສາ​ລະ​ຫວ່າງ​ຈີນ​ກັບ​ລາວ.​ເມື່ອ​ນັກ​ສຶກສາ​ຫາ​ກໍ່​ມາ​ຮອດ​ຕ່າງປະ​ເທດ​ເຫັນ​ຫຍັງ​​ກໍ່ຕ້ອງ​ຮູ້ສຶກ​ແປກຫູ​​ແປກ​ຕາ​ເປັນ​ທຳ​ມະ​ດາ,ພວ​ກ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ຫຍັງ​ແດ່?​ໃນ​ລາຍ​ການ​"ຂົວ​ທາງ​ອາກາດ"ມື້​ນີ້​,ພວກ​ເຮົາ​ໄດ້​ສຳ​ພາດ​ນັກ​ສຶກສາລາ​ວສອງ​ຄົນ​ທີ່​ມະຫາວິທະຍາ​ໄລ​ການ​ຕ່າງປະ​ເທດ​ຈີນປະກາດ​ຮັບ​​ເປັນ​ຊຸດທຳ​ອິດ,ທ່ານ​ເຊຍຣັດ​ແລະ​ທ່ານຄອນ​ຄຳ,ລ້ວນ​ແຕ່​​ມາ​​ປັກ​ກິ່ງ​ເປັນ​ເທື່ອທຳ​ອິດ,​ແລະ​ກໍ່​ຮູ້ສຶກດີ​ໃຈ​ຫຼາຍທີ່​ມີ​ໂອກາດ​ມາ​ຮຽນ​ຢູ່ຈີນ.ທ້າວ​ເຊຍ​ຣັດ​ເຮັດວຽກ​ຢູ່​ຫ້ອງການ​ສູນ​ກາງ​ພັກ​ຂອງ​ລາວ,​ບອກ​ວ່າ,​ເຂົາ​ເຈົ້າ​ຫາ​ກໍ່​ມາ​ຮອດ​ປັກ​ກິ່ງ​ໃນ​ອາທິດ​ແລ້ວ,ຍ້ອນ​ວ່າ​ວັນ​ຈັນ​ອາທິດ​ແລ້ວ​ຈິ່ງ​ເປີດ​ຮຽນ,ສະ​ນັ້ນກໍ່​ຕ້ອງຟ້າວ​ໄປ​ທ່ຽວ​ນະຄອນ​ປັກ​ກິ່ງ,​ເພື່ອ​ຮູ້​ສະ​ພາບ​ຂອງ​ປັກ​ກິ່ງ​​ໃຫ້​ດີ,​ເພາະວ່າ​ພວກ​ເຂົາ​ເຈົ້າ​ຕ້ອງ​ພັກ​ແລະ​ຮຽນ​ຢູ່​ຈີນ​ສອງ​ສາມ​ປີ.ລາວເວົ້າ​ວ່າ:


(ສຽງ1)

ທ້າວ​ຄອນ​ຄຳ​ເຮັດ​ວຽກ​ຢູ່​ກະຊວງ​ສຶກສາ​ທິການ​ຂອງ​ລາວ,ລາວ​ຢາກມາ​ຮຽນ​ຢູ່​ຈີນ​ດົນ​​ແລ້ວ,​ປີ​ນີ້​ໄດ້​ຮັບ​ໂອກາດ​​ໃນ​ທີ່​ສຸດ.ນັກ​ສຶກສາລາ​ວທີ່​ມາ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ການ​ຕ່າງປະ​ເທດ​ຊຸດ​ທຳ​ອິດ​ລວມມີ4​ຄົນ,​ໃນຖານະ​ທີ່​ເປັນໜຶ່ງ​ໃນ4​ຄົນ​,ລາວ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ,​ແຕ່​ເພາະວ່າ​ຍັງ​ເວົ້າ​ພາສາ​ຈີນ​ບໍ່​​ເປັນ,ສະ​ນັ້ນ​ລາວ​ຕ້ອງ​​ເອົາ​​ໃຈ​ໃສ່​ຮຽນ​ກຽມພາສາ​ຈີນ​ໜຶ່ງ​ປີ.ລາວ​ເວົ້າ​ວ່າ,

(ສຽງ2)

ຍ້ອນ​ວ່າ​ເຮັດ​ວຽກ​ຢູ່​ກະຊວງ​ສຶກສາ​ທິການ,ທ້າວ​ຄອນຄຳຈຶ່ງຮູ້​ສະພາບ​ຂອງ​ການ​ແລກປ່ຽນ​ທາງການ​ສຶກສາລະຫວ່າງ​ຈີນ​ກັບ​ລາວ​ສົມ​ຄວນ,ລາວເວົ້າ​ວ່າ,ປີ​ນີ້,ລັດຖະບານ​ຈີນ​​ໄດ້​​ເພິ່ມຈຳນວນ​ນັກ​ສຶກສາລາ​ວທີ່​ມາ​ຮຽນ​ຢູ່​ຈີນ,​ໄດ້​ອຳນວຍ​ຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ນັກ​ສຶກສາ​ແລະ​ລັດຖະກອນ​ລາວ​ທີ່​ຢາກ​ມາ​ຮຽນ​ຢູ່​ຈີນ.​ແລະ​ຫວັງ​​ວ່າ​ຄົງ​ຈະ​ມີ​ຊາວ​ໜຸ່ມ​ຂອງ​ລາວ​ຫຼາຍ​​ກວ່າ​ເກົ່າ​ສາມາດ​ມາ​ຮຽນ​ຢູ່​ຈີນ,ລາວເວົ້າ​ວ່າ

(ສຽງ3)

ຫວັງ​ວ່າ​ທ່ານ​ອື່ນໆກໍ່​ຄົງ​ຈະ​ມີ​ໂອກາດ​ມາ​​ປະ​ເທດ​ຈີນ,ບໍ່​ວ່າ​ມາ​ຮຽນ​ມາ​ທ່ຽວຫຼື​ມາວຽກອື່ນໆ,ພວກ​ເຮົາ​ກໍ່​ຈະ​ຍິນ​ດີ​ຕ້ອນຮັບ​ທ່ານ,​ເພາະວ່າ​ພວກ​ເຮົາ​ເປັນ​ເພື່ອນກັນ..