ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 16:27:07    
ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ສວນ​ວິ​ທະ​ຍາ​ສາດ​ຈົ່ງ​ກວ່ນ​ຊຸ່ນ​(ສຽງ)

cri Author: shuo

​​​​​​​​​​​​
ສວນ​ຈົ່ງ​ກວ່ນຊຸ່ນຕັ້ງຢູ່ ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປັກ​ກິ່ງ,ຄົນ​ທົ່ວ​ໄປ​ເອີ້ນ​ວ່າຊິ​ລິ​ເຄິນ ​ແວ​ລີ​(Silicon Valley)ຂອງ​ຈີນ.ສິບ​ກວ່າ​ປີ​ກ່ອນ,​ມີ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ຢາກ​ພັດ​ທະ​ນາ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ນີ້,​ເລີ່ມ​ສ້າງ​ພາ​ລະ​ກິດ​ຂອງ​ຕົນ.​ໃນຕອນ​ເລີ່​ມຕົ້ນ,ວຽກ​ງານ​ຂອງ​ພວກ​ເພິ່ນ​ແມ່ນ​ຕິດ​ຕັ້ງ​ເຄື່ອງ​ອາ​ໄລ່​ຂອງ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຼ​ນິກ​ທີ່​ນຳ​ເຂົ້າ​ມາ​ຈາກ​ຕ່າງ​ປະ​ເທດ,​ແລ້ວ​ຂາຍ​ໃຫ້​ຜູ້​ບໍ​ລິ​ໂພກ,​ເກືອບ​ວ່າ​ບໍ່​ມີ​ຄວາມ​ສາ​ມາດ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ປະດິດ​ສ້າງ​ຫຍັງ​ເລີຍ.​ແຕ່​ໃນ​ຊູ່​ມື້​ນີ້,​ຈົ່ງ​ກວ່ນ​ຊຸ່ນ​ໄດ້​ກາຍ​ເປັນ​ສວນ​​ໄຮ​ເຕັກ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ,​ຜະ​ລິດ​ຕະ​ພັນ​ຂອງ​ສວນ​ຈົ່ງ​ກວ່ນ​ຊຸ່ນ,​ມີ​90%​ຂຶ້ນ​ໄປ​ມີ​ລະ​ດັບ​ເທົ່າ​ທຽມ​ກັບ​ລະ​ດັບ​ກ້າວ​ໜ້າ​ຂອງ​ໂລກ.​ໃນ​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້,​ສັງ​ຂານ​ຈະ​​ເວົ້າ​ສູ່​ຟັງ​ກ່ຽວ​ກັບ​ບົດ​ບາດ​ຂໍ​ກະ​ແຈ​ຂອງ​ການ​ເປັນ​ເຈົ້າ​ການ​ປະ​ດິດ​ສ້າງ​​ໃນ​ການ​ພັດ​ທະ​ນາ​ຂອງ​ສວນ​ຈົ່ງ​ກວ່ນ​ຊຸ່ນ.

ມີບຸກຄົນ​ໃນ​ຂະ​ແໜງ​ການ​ທີ່ກ່ຽວຂ້ອງເຄີຍ​ບອກ​ນັກ​ຂ່າວ​ວ່າ,ຢູ່​ສວນ​ຈົ່ງ​ກວ່ນຊຸ່ນ,ບໍ່​ວ່າຈະ​ຍ່າງ​ເຂົ້າ​ບໍ​ລິ​ສັດ​ໃດ,​ເອ​ກະ​ສານ​ຂອງ​ໂຄງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ນັກ​ຄົ້ນ​ຄວ້າ​ມີ​ຢູ່​ໃນ​ມື​ນັ້ນ,​ລ້ວນ​ແຕ່​ຈະ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ງຶດ​ງໍ້.​ເພາະວ່າ​ເຕັກນິ​ກ​ຂອງ​ໂຄງ​ການ​ຄົ້ນຄ​ວ້າ​ພັດ​ທະ​ນາ​ເຫຼົ່າ​ນີ້,​ສ່ວນ​ຫຼາຍ​ມີ​ລະ​ດັບ​ເທົ່າ​ທຽ​ມກັບ​ລະ​ດັບ​ທີ່​ກ້າວ​ໜ້າ​ທີ່​ສຸດ​ໃນ​ໂລກ.

ໃນ​ເວລາ​ນັກ​ຂ່າວ​​ໄປ​ເອົາ​ຂ່າວ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ​ຮ້ານ​ວາງ​ຈຳກັດ​ທີ່​ຕັ້ງຢູ່​ສວນ​ຈົ່ງ​ກວ່ນ​ຊຸ່ນ,​ຄຳ​ເວົ້າ​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ການ​ຢຶນ​ຢັນ​ແລ້ວ.​ທ່ານ​ຈ່າງ​ຮ້າວ​ເພີງ ​ວິ​ສະ​ວະ​ກອນ​ຂອງ​ບໍ​ລິ​ສັດ​ແຫ່ງ​ນີ້​ບອກ​ວ່າ,​ປະ​ຈຸ​ບັນ​ນີ້,​ໃນ​ຕະ​ຫຼາດ,​ໂທ​ລະ​ສັບ​ມື​ຖື​ຍີ່​ຫໍ້​ຕ່າງໆ​ລ້ວນ​ແຕ່​ສາ​ມາດ​ໃຊ້​ມື​ຂຽນ​ຕົວ​ໜັງ​ສື​ຈີນ​ເຂົ້າ​ໂທ​ລະ​ສັບ​ມື​ຖື​ໄດ້,​ໃນ​ໂທ​ລະ​ສັບ​ເຫຼົ່າ​ນີ້,​ມີ​80%​ແມ່ນ​ໄດ້​​ໃຊ້​ເຕັກ​ນິກ​ຈຳ​ແນກ​ຕົວ​ໜັງ​ສື​ຈີນ​ທີ່​ຂຽນ​ດ້ວຍ​ມື​ທີ່​ບໍ​ລິ​ສັດ​ຮ້ານ​ວາງ​ຄົ້ນ​ຄວ້າ​ຜະ​ລິດ​.

ໃນຫຼາຍປີ​ມາ​ນີ້,ບໍລິສັດ​ຮ້ານ​ວາງ​ໄດ້​ນຳ​ໃຊ້ປະມານ10​%ຂອງ​ມູນ​ຄ່າ​ຈຳໜ່າຍ​ເພື່ອ​​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ໃໝ່.​ປະ​ຈຸ​ບັນ​ນີ້,​ບໍ​ລິ​ສັດ​ແຫ່ງ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່ໃນ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ຕ່າງໆ ​ເຊັ່ນ ການ​ຈຳ​ແນກ​ຕົວ​ໜັງ​ສື​ຈີນ​ທີ່​ຂຽນ​ດ້ວຍ​ມື ການ​ຄຸ້ມ​ຄອງ​ການ​ຈາລະ​ຈອນ​ແບບ​ອັດ​ຕະ​ໂນ​ມັດ​ແລະ​​ໂທ​ລະ​ສັບ​ສະ​ໝອງ​ກົນ​ເປັນ​ຕົ້ນ,​ມີ​ເຕັກ​ນິກ​ຫຼາຍ​ອັນ​ໄດ້​ຈົດ​ລິກ​ຂະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ,​ລະ​ດັບ​ມາດ​ຕະ​ຖານ​ເຕັກ​ນິກ​ກໍ​ຢືນ​ຢູ່​ຖາ​ນະ​ນຳ​ໜ້າ​ຢູ່​ຈີນ​ແລະ​ຕ່າງ​ປະ​ເທດ.

ຢູ່​ສວນຈົ່ງ​ກວ່ນຊຸ່ນ,ວິ​ສາ​ຫະກິດ​ຈີນ​ທີ່​ຄືກັນ​ກັບ​ບໍລິສັດ​ຮ້ານ​ວາງ​ນັ້ນມີ​ຢູ່ບໍ່​ໜ້ອຍ,ຄື​ໄດ້​ຮັບ​ຜົນ​ສຳ​ເລັດ​ດ້ວຍ​ການ​​ເປັນ​ເຈົ້າການ​ປະດິດ​ສ້າງສິ່ງ​ໃໝ່.ທ່ານ​ເຢິນ​ໄຈ້​ຊີ ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຄຸ້ມ​ສວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈົ່ງ​ກ່ວນ​ຊຸ່ນ​ເວົ້າ ສູ່​ຟັງ​ວ່າ,​ໃນ​ສາ​ກົນ,​ແຕ່​ລະ​ປີ​,ການ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ໃໝ່​ຂອງ​ວິ​ສາ​ຫະ​ກິດ​ກວມ​ປະ​ມານ​5%​ຫາ​8%​ຂອງ​ມູນ​ຄ່າ​ຈຳ​ໜ່າຍ.​ປະ​ຈຸ​ບັນ​ນີ້,​ມີ​ວິ​ສາ​ຫະ​ກິດ​1​ໝື່ນ​7​ພັນ​ແຫ່ງ​ຕັ້ງ​ອາ​ຄານ​ຫ້ອງ​ການ​ຢູ່​ຄຸ້ມ​ສວນ​ຈົ່ງ​ກວ່ນ​ຊຸ່ນ,​ການ​ລົງ​ທຶນ​​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ​​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ໄດ້​ລື່ນ​ກາຍ​ລະ​ດັບ​ສາ​ກົນ.​ທ່ານ​ເວົ້າ​ວ່າ,​ປີ​ກາຍ​ນີ້,​ເງິນ​ທຶນ​ທີ່​ວິ​ສາ​ຫະ​ກິດ​ຄຸ້ມ​ສວນ​ຈົ່ງ​ກວ່ນ​ຊຸ່ນ​ໃຊ້ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ໄດ້​ບັນ​ລຸ​22​ຕື້​ຢວນ,​ການ​ລົງ​ທຶນ​ເຫຼົ່າ​ນີ້​ເຮັດ​ໃຫ້​ທ່າ​ແຮງ​ດ້ານ​ເຕັກ​ນິກ​ຂອງ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ເຕັມ​ທີ່.​"ສວນ​ຈົ່ງ​ກວ່ນ​ຊຸ່ນ​ມີ​ທ່າ​ແຮງ​ດ້ານ​ເຕັກ​ນິກ​ທີ່​ພົ້ນ​ເດັ່ນ,​ດ້ານ​ໜຶ່ງ​ແມ່ນ​ການ​ອອກ​ແບບ​ວົງ​ຈອນ​ໄຟ​ຟ້າ,​ເຊິ່ງ​ລວມ​ທັງ​ການ​ອອກ​​ແບບ​ຜະ​ລິດ​ຕະ​ພັນ​ສ່ວນ​ບຸກ​ຄົນ,​ເຊັ່ນ ​ໂທ​ລະ​ສັບ​ມື​ຖື MP3​ແລະ​MP4​ເປັນ​ຕົ້ນ.​ນອກ​ນີ້,​ໃນ​ຂະ​ແໜງ​ຢຸກ​ຢາ​ຊີ​ວະ​ຊາດ,​ສວນ​ຈົ່ງ​ກວ່ນ​ຊຸ່ນ ກໍ​ມີ​ພື້ນ​ຖານ​ອັນ​ໜາ​ແໜ້ນ​ທີ່​ສຸດ​​ໃນ​ດ້ານ​ເຕັກ​ນິກ."

ປະຈຸ​ບັນ​ນີ້,ບໍລິສັດ​ຜະລິດ​ຕະພັນ​ຊີວະ​ຊາດ​ເຄີ່ຊິ່ງປັກ​ກິ່ງ​ຈຳກັດ​ໄດ້​ກາຍ​ເປັນ​ຜູ້​ນຳ​ໜ້າ​ໃນ ຂະ​ແໜງ​ຢຸກ​ຢາ​ຊີ​ວະ​ຊາດ​ຈົ່ງ​ກວ່ນ​ຊຸ່ນ.​ໃນ​ປີ​1999,​ທ່ານ​ອິນ​ເວີ້ຍ​ຕົ່ງ ຜູ້​ຮັບ​ຜິດ​ຊອບ​ບໍ​ລິ​ສັດ​ຜະ​ລິດ​ຕະ​ພັນ​ຊີ​ວະ​ຊາດ​ເຄີ່​ຊີ່ງ​ປັກ​ກິ່ງ​ຈຳ​ກັດ​ພ້ອມ​ດ້ວຍ​ທິມ​ງານ​ຂອງ​ທ່ານ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊງ​ພະ​ຍາດ​ຕັບ​ອັກ​ເສບ​ປະ​ເພດ​ເອ​ຫຼອດ​ທຳ​ອິດ​ຂອງ​ຈີນ.​ເພື່ອ​ບັນ​ລຸ​ການ​ຜະ​ລິດ​ວັກ​ແຊງ​ເປັນ​ງວດ,​ບໍ​ລິ​ສັດ​ແຫ່ງ​ນີ້​ໄດ້​ລົງ​ທຶນ​ກ້ອນ​ໃຫຍ່​ວາງ​ແຜນ​ການ​ອອກ​ແບບ​​ອຸດ​ສາ​ຫະ​ກຳ,​ໄດ້​ສ້າງ​ແຫຼ່ງ​ຜະ​ລິດ​ວັກ​​ແຊງ​ແຫ່ງ​ໜຶ່ງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ເຂັ້ມ​ງວດ,​ພ້ອມ​ກັນ​ນັ້ນ,​ຍັງ​ໄດ້​ສ້າງ​ບ່ອນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ແຊງ,​ບ່ອນ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊງນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ແຊງ​ພະ​ຍາດ​ອັກ​ເສບ​ປອດ​ຮຸນ​ແຮງ​ຫຼື​ຊາສ໌​ແລະ​ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກ​ສຳ​ລັບ​ຄົນ.​"ຜ່ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ແຊງ​ພະ​ຍາດ​ຕັບ​ອັກ​ເສບ​ປະ​ເພດ​ເອ,​ທິມ​ງານ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ຝົນ,ຕໍ່​ຈາກ​ນັ້ນ,​ທິມ​ງານ​ນີ້​ໄດ້​​ພັດ​ທະ​ນາ​ວັກ​ແຊງ​ອື່ນໆ​ອີກ."

ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ບໍລິສັດ,ທິມງານຄົ້ນຄວ້າ​ພັດທະນາ​ຂອງ​ບໍ​ລິ​ສັດ​ເຄີ່​ຊິ່ງ​ຍັງ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ວັກ​​ແຊງ​​ພະ​ຍາດ​ຊາສ໌​ຫຼອດ​ທຳ​ອິດ​​ຂອງ​ໂລກ​ໃນ​ເວ​ລາ​ສັ້ນໆ.

ທີ່​ຈິງ​ແລ້ວ,ນອກຈາກ​ວິ​ສາ​ຫະກິດ​ໃຫຍ່ຈຳນວນ​ໜຶ່ງ​ທີ່​ມີ​ກຳລັງ​ເຂັ້ມ​ແຂງ​ແລ້ວ,ການ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທ​ະນາ​ທີ່​ຖື​ກາ​ນ​ເປັນ​ເຈົ້າ​ການ​ປະ​ດິດ​ສ້າງ​ເປັນ​​ໃຈ​ກາງ​ກໍ​ແມ່ນ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ຂະໜາດ​ນ້ອຍ​ທັງ​ຫຼາຍ.​ຫຼາຍ​ປີ​ມາ​ນີ້,​ສວນ​ວິທະຍາສາດ​ເຕັກ​ນິກ​ຈົ່ງ​ກວ່ນ​ຊຸ່ນ​ໄດ້​ດຶງ​ດູດ​ນັກ​ວິ​ຊາ​ການ​ຈຳ​ນວນ​ຫຼາຍ​ທີ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເຂົ້າ​ເປັນ​ສະ​ມາ​ຊິກ​ຕົ້ນ​ຕໍ.​ບໍ​ລິ​ສັດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ ຮຸ້ຍ​ຕຽນ​ປັກ​ກິ່ງ​ຈຳກັດ​ກໍ​ແມ່ນ​ວິ​ສາ​ຫະກິດ​ແບບ​ນີ້.

ບໍລິສັດ​ພັດທະນາ​ວິ​ທະຍາ​ສາດ​ເຕັກນິກ​ຮຸ້ຍຕຽນ​ປັກ​ກິ່ງ​ຈຳກັດ​ແມ່ນ​ສ້າງຕັ້ງຂຶ້ນ​ດ້ວຍ​ນັກ​ຮຽນ​10​ຄົນ​ທີ່​ຮຽນ​ຈົບ​ຈາກ​ມະ​ຫາວິທະຍາ​ໄລ​ຊິ່ງຮວາ​​ໃນ​ປີ1998.​ທ່ານ​ຈ່ຽງ​ສຽວ​ຕ່ານ​ປະ​ທານ​ຂອງ​ບໍ​ລິ​ສັດ​ແຫ່ງ​ນີ້​ບອກ​ນັກ​ຂ່າວ​ວ່າ,​ໃນ​ເວລາ​ບໍລິສັດ​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ,​ທ່ານ​ມີ​ແນວ​ຄິດ​ງ່າຍ​ດາຍ​ທີ່​ສຸດ,​ຄື​ຢາກ​ສ້າງ​ພາ​ລະ​ກິດ​ຂອງ​ຕົນຈາກຄວາມ​ຮູ້​ວິຊາ​ສະ​ເພາະ​​ທີ່​ຮຽນ​​ໄດ້​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮວາ.

ແຕ່​ວ່າ,ການ​ພັດທະນາວຽກ​ງານ​ນີ້​ບໍ່​ງ່າຍ​ຄື​ທ່ານ​ຈ່ຽງສຽວ​ຕ່າ​ນຄິດ​ໄວ້.​ໃນ​ໄລຍະ​ຕົ້ນ,​ບໍ​ລິ​ສັດ​ໄດ້​ພົບ​ພໍ້​ອຸ​ປະ​ສັກ​ຫຼາຍ​ຢ່າງ​ຫຼາຍ​ແນວ,​ຈົນ​ກະ​ທັ້ງ​ເກືອບ​ຈະ​ຫຼົ້ມ​ຈົມ.​ໃນ​ທີ່​ສຸດ,​ໃນ​ປີ2003,ບໍ​ລິ​ສັດ​ຮຸ້ຍ​ຕຽນ​ໄດ້​ກຳ​ໂອ​ກາດ​ໃນ​ຕະ​ຫຼາດ​ຊອຟ​ແວ​ເພື່ອ​ການ​ປະ​ຕິ​ບັດ​ງານ​ແລະ​ຄຸ້ມ​ຄອງ​ຢ່າງ​ອັດ​ຕະ​ໂນ​ມັດ.​ທ່ານ​ຈ່ຽງ​ສຽວ​ຕ່ານ​ເວົ້າ​ວ່າ,​ໃນ​ຂະນະ​ທີ່​ປັບ​ທິດ​ພັດ​ທະ​ນາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ​ນັ້ນ,​ເຂົາ​ເຈົ້າ​ກໍ​ພະ​ຍາ​ຍາມ​ສ້າງ​ບ່ອນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຊອຟ​ແວ​ເພື່ອ​ການ ປະ​ຕິ​ບັດ​ງານ​ແລະ​ຄຸ້ມ​ຄອງ​ແບບ​ອັດ​ຕະ​ໂນ​ມັດ​ທີ່​ນຳ​ໜ້າ​ໃນ​ຈີນ.​ທ່ານ​ເວົ້າ​ວ່າ:​"ພວກ​ຂ້າ​ພະ​ເຈົ້າ​ໄດ້​ປັບທິດ​ພັດ​ທະ​ນາ​ຂອງ​ບໍ​ລິ​ສັດ​ ຄື ​ເຮັດ​ໃຫ້​ບໍ​ລິ​ສັດ​ກາຍ​ເປັນ​ບໍ​ລິ​ສັດ​ນຳ​ໜ້າ​ຂອງ​ຈີນ​ໃນ​ການ​ສະ​ໜອງ​ການ​ບໍ​ລິ​ການ​ຊອຟ​ແວ​ເພື່ອ​ໃຫ້ການ​ປະ​ຕິ​ບັດ​ງານ​ແລະ​ຄຸ້ມ​ຄອງ​ແບບ​ອັດະ​ໂນ​ມັດ.​ພ້ອມ​ກັນ​ນັ້ນ,​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ອົງ​ການ​ຄົ້ນ​ຄວ້າ​ຫຼາຍ​ວິ​ຊາ​​ໂດຍ​ອາ​ໄສ​ທ່າ​ແຮງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮວາ,​ເຊິ່ງ​ລວມ​ທັງ​ຫ້ອງ​ທົດ​ລອງ​ປະ​ສົມ​ກ່ຽວ​ກັບ​ການ​ຄຸ້ມ​ອງ​ຄວາມ​ຮູ້​ແລະ​ການ​ຄ້າ​ສະ​ໝອງ​ກົນ​ຮຸ້ຍ​ຕຽນ​ຊິ່ງ​ຮວາ,​ແລະ​ໄດ້​ຕັ້ງ​ສູນ​ຄົ້ນ​ຄວ້າ​ວຽກ​ງານ​ຂອງ​ອົງ​ການ​ປົກ​ຄອງ​ແບບ​ເອ​ເລັກ​ໂຕຼ​ນິກ​ກັບ​ສະ​ຖາ​ບັນ​ຄຸ້ມ​ຄອງ​ສາ​ທາ​ລະ​ນະ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ແລະ​ສະ​ຖາ​ບັນ​ຂໍ້​ມູນ​ຂ່າວ​ສານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮວາ."

ປີກາຍນີ້,ລາຍໄດ້ຈາກການຈຳໜ່າຍຂອງບໍລິສັດຮຸ້ຍຕຽນໄດ້​ບັນ​ລຸ​100​ລ້ານ​ຢວນ,​ອັດ​ຕາ ​ເຕີບ​ໂຕ​ສະ​ເລ່ຍ​ຕໍ່​ປີ​ໃນ​3​ປີ​ມາ​ນີ້​ໄດ້​ບັນ​ລຸ​150%​ຂຶ້ນ​ໄປ.​ທ່ານ​ຈ່ຽງ​ສຽວ​ຕ່ານ​ເວົ້າ​ວ່າ,​ປະ​ຈຸ​ບັນ​ນີ້,​ໃນ​ບໍ​ລິ​ສັດ​ແຫ່ງ​ນີ້​ໄດ້​ມີ​​ລະ​ບົບ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຜະ​ລິດ​ພັນ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ​ຊຸດ​ໜຶ່ງ​ແລ້ວ,​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ຂອງ​ບໍ​ລິ​ສັດ.