ອົງການກອງທຶນເງິນຕາສາກົນເຫັນວ່າ ອາຊີຕ້ອງປ່ຽນແປງການອາໄສຕໍ່ກະສິກຳ
cri
Author: cai
ຕາມຂ່າວCRI:ວັນທີ 6 ກັນຍາ,ອົງການກອງທຶນເງິນຕາສາກົນໄດ້ປະກາດເນື້ອໃນສ່ວນໜຶ່ງຂອງບົດລາຍງານ"ຈ້ອງມອງເສດຖະກິດໂລກ"ສະບັບຫຼ້າສຸດ,ຊີ້ອອກວ່າ,ອາຊີຕ້ອງປ່ຽນແປງສະພາບທີ່ເສດຖະກິດອາໄສກະສິກຳ,ເປີດກວ້າງການປະກອບອາຊີບໃນຂົງເຂດອຸດສາຫະກຳປຸງແຕ່ງແລະການບໍລິການ,ເພື່ອສືບຕໍ່ຮັກສາໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ.
ບົດລາຍງານຂຽນວ່າ,ລາຍຮັບແລະລະດັບພັດທະນາຂອງຫຼາຍໆປະເທດພວມພັດທະນາຂອງອາຊີຍັງຄົງຕ່ຳກວ່າປະເທດພັດທະນາແລ້ວຢ່າງຫຼວງຫຼາຍ,ປະຈຸບັນ,ຍັງມີຄົນອາຊີເກືອບ 700 ລ້ານຄົນດຳລົງຊີວິດຢ່າງທຸກຍາກ.ຖ້າຢາກປ່ຽນແປງການອາໄສຕໍ່ກະສິກຳ,ປະເທດອາຊີຄວນພັດທະນາຕະຫຼາດຫຼັກຊັບຂອງວິສາຫະກິດ,ປົວແປງສະພາບແວດລ້ອມລະດົມທຶນໃຫ້ດີຂຶ້ນ,ເພື່ອຊຸກຍູ້ການສ້າງສາພື້ນຖານໂຄງລ່າງ,ເຮັດໃຫ້ແຮງງານຍ້າຍອອກຈາກປະຊາກອນຊົນນະບົດທີ່ມະຫາສານ.
|
|