ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 20:13:27    
ນິທານ "ງານ​ລ້ຽງ​ທີ່​ຫົງ​ເໝີນ"

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ.

ກ່ອນ ຄສ ປີ 207, ​ໃນ​ພາຍຸ​ການ​ລຸກ​ຮື​ຂຶ້ນຂອງ​ຊາວນາ, ລາຊະວົງ​ສິນ​ທີ່​ເຂັ້ມ​ແຂງ​ຖືກ​ໂຄ່ນ​ລົ້ມລົງ​ໃນ​ທີ່​ສຸດ.ຢູ່​ລະຫວ່າງ​ສອງ​ກຸ່ມ​ການ​ທະຫານ​ທີ່​ມີ​ກຳລັງ​ເຂັ້ມ​ແຂງຄື ຊ້ຽງອີ​ແລະ​ເລົ້າປັ່ງ​​ໄດ້​ເລີ່​ມ ດຳ​ເນີນການ​ຕໍ່ສູ້​ເພື່ອ​ຍາດອຳນາດ​ການ​ປົກຄອງ​ປະ​ເທດ, ​ໃນ​ປະຫວັດ​ສາດ​ຈີນ​ເອີ້ນ​ວ່າ "ການ​ຍາດ​ຊິງ​ກັນ​ລະຫວ່າງ​ລັດ​ສູ​ກັບ​ລັດ​ຮັ້ນ". ​ໃນ​ສົງຄາມ​ທີ່​ຍືດ​ເຍືອ​ເປັນ​ເວລາ 4 ປີ, ມີ​​ຫຼາຍນິທານທີ່​ກະຕຸ້ນໃຈ​ຄົນ, ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ນິ​ທານ "ງານ​ລ້ຽງ​ທີ່​ຫົງ​ເໝີ​ນ" ສູ່​ທ່ານ​ຟັງ.

​ໃນ​ສົງຄາມ​ໂຄ່ນ​ລົ້ມລາຊະວົງ​ສິນ, ຊ້ຽງອີ​ອາ​ໄສ​ຄວາມ​ກ້າຫານ​​ແລະ​ກຳລັງ​ທະຫານ​ທີ່​​ເຂັ້ມແຂງ​ຂອງ​ຕົນ, ​ໄດ້​ເອົາ​ຊະນະຫຼາຍ​ເທື່ອ, ​ໄດ້​ສ້າງ​ຄຸນງາມຄວາມດີ​ບໍ່​ໜ້ອຍ. ​ແຕ່​ເລົ້າປັ່ງພັດ​ບຸກ​ເຂົ້າ​ເມືອງ​ສຽນ​ຢາງ ​ເມືອງຫຼວງຂອງ​ລາຊະວົງ​ສິນ​ກ່ອນ​ເພິ່ນ, ​ແລະ​​ໃຫ້​ກອງ​ທະຫານປະຈຳ​ຢູ່​​ປ້າ​ຊ້າງ ທາງ​ຕາ​ເວັນ​ອອກ​ເມືອງ​ສຽນ​ຢາງ. ​ເມື່ອ​ຊ້ຽງອີ​ໄປ​ຮອດ​ນອກ​ເມືອງ​ສຽນ​ຢາງ​ແລະ​ໄດ້​ຮູ້​ຂ່າວ​ນີ້​ແລ້ວ ຮູ້ສຶກ​ໂມ​ໂຫທີ່​ສຸດ, ​ເພິ່ນ​ໃຫ້​ກອງ​ທະຫານ​ປະຈຳ​ຢູ່​​ຫົງ​ເໝີ​ນ ​ເຊິ່ງ​​ແມ່ນພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເມືອງ​ລິນ​ຖົງ​ແຂວງ​ສານ​ຊີ່​​ໃນປັດຈຸບັນ.

ນາຍ​ພົນ​ຂອງ​ເລົ້າປັ່ງມີ​ຜູ່​ໜຶ່ງ​ຊື່ວ່າ​ເສົາ​ອູ​ຊາງ, ​ເຂົາ​ຢາກ​ໄປ​ອາ​ໄສ​ຊ້ຽງອີ, ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ຊ້ຽງອີ​ຢ່າງລັບໆ​ວ່າ: ​ເລົ້າປັ່ງ​ເຂົ້າ​ເມືອງ​ສຽນ​ຢາງ, ຢາກ​ຕັ້ງຕົວ​ເປັນອ໋ອງ. ຟ້າ​ນ​ເຈິ່ງ ທີ່​ປຶກສາ​ຂອງ​ຊ້ຽງອີ​ບອກ​ຊ້ຽງອີ​ວ່າ: "​ເລົ້າປັ່ງມີ​ໃຈ​ທະ​ເຍີ​ທະຍານ, ຖ້າ​ບໍ່​ດັບສູນ​ເຂົາ​ດຽວ​ນີ້, ​ຈະ​ມີ​ຜົນ​ຮ້າຍ​ຢ້ອນຫຼັງຢູ່​ບໍ່​ຢຸດ​ບໍ່​ເຊົາ​ໃນ​ພາຍ​ໜ້າ". ຊ້ຽງອີ​ຕົກລົງ​ດັບ​ສູນ​ກຳລັງ​ຂອງ​​ເລົ້າປັ່ງ. ​ເລົ້າປັ່ງ​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ​ທີ່​ສຸດ.

ຊ້ຽງ​ປໍ ອາ​ຂອງ​ຊ້ຽງອີ​ແມ່ນ​ເພື່ອນ​ທີ່​ດີ​ຂອງ​ຈ່າງ​ຫຼຽງ ທີ່​ປຶກສາ​ຂອງ​ເລົ້າປັ່ງ, ​ເພິ່ນ​ຢ້ານ​ວ່າ​ຈ່າງຫຼຽງຈະ​ປະສົບ​ຄວາມ​ອັນຕະລາຍ, ຈຶ່ງ​ໄປ​ຮອດ​ປ້າ​ຊ້າງ​ໃນ​ກາງຄືນ​ເພື່ອ​ຊັກ​ຊວນ​ໃຫ້​ຈ່າງຫຼຽງໜີ​ໄປ.

ແຕ່​ຈ່າງຫຼຽງບໍ່​ພຽງ​ແຕ່​ບໍ່​ໜີ​ໄປ, ພັດ​ຍັງ​ຈັດ​ວາງ​ໃຫ້​ເລົ້າປັ່ງພົບ​ປະ​ກັບ​ຊ້ຽງປໍ. ​ເລົ້າປັ່ງ​ອະ​ທິ​ບາຍ​ຕໍ່​ຊ້ຽງປໍຊ້ຳແລ້ວ​ຊ້ຳອີກ​ວ່າ​ບໍ່​​ເຈດ​ຕະນາຈະ​ຄັດຄ້ານ​ຊ້ຽງອີ​ຈັກ​ເມັດ. ​ແລະ​ຂໍ​ໃຫ້​ຊ້ຽງ​ປໍ​ຊ່ອຍ​ຊັກ​ຊວນ​ຊ້ຽງອີ, ຊ້ຽງປໍ​ຮັບ​ເຫັນ​ດີ​ນຳ, ​ເພິ່ນ​ບອກ​ໃຫ້​ເລົ້າປັ່ງ​ໄປ​ຂໍ​ຂະ​ມາ​ໂທດ​ນຳ​ຊ້ຽງ​ອີ​​ໂດຍ​ຕົນ​ເອງ.

ມື້ລຸນ​ມາ, ​ເລົ້າປັ່ງພາ​ຈ່າງຫຼຽງ ​ແມ່ທັບ​ຝານ​ຄວ້າ​ຍ​ແລະ​ພວກ​ບໍລິວານ 100 ກວ່າ​ຄົນ​ໄປ​ພົບ​ກັບ​ຊ້ຽງ​ອີ​ຢູ່​​ຫົງ​ເໝີ​ນ. ​ເລົ້າປັ່ງ​ເວົ້າຕໍ່​ຊ້ຽງອີ​ຢ່າງ​ເຄົາລົບ​ຢຳ​ເກງວ່າ: "ຂ້າພະ​ເຈົ້າກັບ​ທ່ານ​ນາຍ​ພົນ​ຮ່ວມ​ແຮງຮ່ວມໃຈ​ກັນ​​ໂຈມ​ຕີ​ລັດ​ສິນ, ທ່ານ​ນາຍພົນຢູ່ພາກ​ເໜືອ​ແມ່​ນ້ຳ​ເຫຼືອງ, ຂ້າ​ພະເຈົ້າຢູ່​ພາກໃຕ້ແມ່ນ້ຳເຫຼືອງ. ຂ້າພະເຈົ້າ​ເອງ​ກໍ​ບໍ່​ນຶກ​ວ່າ​ສາມາດ​ບຸກ​ເຂົ້າ​ເມືອງ​ສຽນ​ຢາງ​ກ່ອນ, ມື້​ນີ້​ໄດ້​ພົບ​ກັບ​ທ່ານ​ນາຍພົນຢູ່ແຫ່ງ​ນີ້, ຈັ່ງ​ແມ່ນ​ດີ​ໃຈ​ແທ້. ​ແຕ່​ໃຜ​ຊິ​ຮູ້​ວ່າ​ພັດ​ມີ​ຄົນ​ຍຸ​ແຍ່, ​ໃຫ້​ທ່ານ​ໂມ​ໂຫ, ຈັ່ງ​ແມ່ນ​​ເສຍ​ໃຈ​ແທ້ໆ."

ຊ້ຽງອີ​ໄດ້​ເຫັນ​ເລົ້າປັ່ງ​ເວົ້ານຳຕົນ​ເອງ​ຢ່າງ​ຕ່ຳຕ້ອຍດ້ອຍໜ້າຄື​ແນວ​ນີ້, ກໍ​ຄາຍຄວາມ​ໂມ​ໂຫ​ໃນ​ທັນ​ທີ, ​ແລະ​ບອກ​ເລົ້າປັ່ງຢ່າງ​ຊື່ສັດວ່າ: "ນີ້​​​ແມ່ນ​ເສົາ​ອູ​ຊາງ ລູກນ້ອງຂອງ​ເຈົ້າ​ມາບ​ອກຂ້າພະ​ເຈົ້າ, ຖ້າ​ບໍ່​ດັ່ງນັ້ນ ຂ້າພະ​ເຈົ້າກໍ​ບໍ່​ເປັນແນວ​ນີ້​ດອກ". ​ຊ້ຽງອີ​ຈັດ​ງານ​ລ້ຽງ​ຮັບຮອງ​ເລົ້າປັ່ງຢູ່​ຫົງ​ເໝີ​ນ, ​ໃຫ້​ຟ້າ​ນ​ເຈິ່ງ ຊ້ຽງປໍ​ແລະ​ຈ່າງຫຼຽງ​ເປັນ​ເພື່ອນນຳ​.

​ໃນ​ງານ​ລ້ຽງ ຟ້າ​ນ​ເຈິ່ງ​ໄດ້​ຂະຍິບຕາໃສ່​ຊ້ຽງອີ​ເທື່ອ​ແລ້ວ​ເທື່ອ​ອີກໃຫ້ສວຍ​ໂອກາດ​ຂ້າ​ເລົ້າປັ່ງ, ​ແຕ່​ຊ້ຽງອີ​ພັດ​ເຮັດຕິ​ບໍ່​ໄດ້​ເຫັນ. ຟ້າ​ນ​ເຈິ່ງຈົນປັນຍາ​ເລີຍ​ອອກ​ໄປ​ຫາ​ຊ້ຽງຈ່ວງ ນ້ອງ​ຊາຍຂອງ​ຊ້ຽງອີ ​ແລະ​ເວົ້າວ່າ: "ທ່ານອ໋ອງ​ພວກ​ເຮົາ​ໃຈ​ອ່ອນ​ໂພດ, ​ເຈົ້າ​ເຂົ້າ​ໄປ​​ເຫຍັ້ນ​ເຫຼົ້າ ຟ້ອນ​ດາບ, ​ແລະ​ສວຍໂອກາດ​ຂ້າ​ເລົ້າປັ່ງ."

ຊ້ຽງຈ່ວງ​ເຂົ້າ​ໄປ​ເຫຍັ້ນ​ເຫຼົ້າ​ໃຫ້​ເລົ້າປັ່ງ​ແລ້ວ​ເວົ້າວ່າ: ຂ້າ​ຂໍ​ຟ້ອນ​ດາບ​ເພື່ອ​ສ້າງ​ບັນ​ຍາ​ກາດ​ເຖາະ". ​ເຂົາ​ຖອດ​ດາບ​ອອກ​ມາ​ແລະ​ຟ້ອນ​ຢູ່​ກັບ​ບ່ອນ, ​ແລະ​ຄ່ອຍໆ​ຟ້ອນ​ມາ​ຮອດ​ຕໍ່​ໜ້າ​ເລົ້າ​ປັ່ງ.

ຊ້ຽງປໍ​ຮູ້ເຈດຕະນາ​ຂອງ​ຊ້ຽງຈ່ວງ, ​ເລີຍ​ເວົ້າວ່າ: "ພວກ​ເຮົາ​ມາ​ຟ້ອນ​ນຳ​ກັນ​ເຖາະ". ​ເພິ່ນ​ທັງ​ຟ້ອນ​ດາບ ທັງ​ໃຊ້​ຮ່າງ​ກາຍຕົນ​ເອງມາ​ບັງ​ເລົ້າປັ່ງ​ໄວ້, ເຮັດ​ໃຫ້​ຊ້ຽງ​ຈ່ວງ​ບໍ່​ມີ​ໂອ​ກາດ​ລົງ​ມື.

ຈ່ຽງຫຼຽງ​ໄດ້​ເຫັນ​ສະພາບ​ເຄັ່ງ​ຕຶງ​ຂຶ້ນ, ຈຶ່ງ​ອອກ​ມາຫາຝານຄວ້າຍແລະເວົ້າ​ນຳ​ຝານ​ຄວ້າ​ຍວ່າ: "ສະ​ພາບ​ການ​ເຄັ່ງ​ຕຶງ​ແລະ​ອັນຕະລາຍ​ທີ່​ສຸດ, ຊ້ຽງຈ່ວງຟ້ອນ​ດາບ ​ມີເຈດ​ຕະ​ນາ​ຢາກ​ຂ້າ​ທ່ານ​ອ໋ອງພວກ​ເຮົາ." ຝານ​ຄວ້າ​ຍ​ໄດ້​ຟັງ​ແລ້ວ​ໃຈຮ້ອນ​ທີ່​ສຸດ, ​ມືຂວາ​ເພິ່ນ​ຖື​ດາບ, ມື​ຊ້າຍ​ເພິ່ນ​ຖື​ເຂນ, ຕຳ​ທະ​ຫານ​ຮັກສາ​ປະຕູລົ້ມ, ​ແລະ​ເຂົ້າ​ໄປ​ຂ້າງໃນ.

ຊ້ຽງອີ​ມື​ຖື​ດາບ​ຢ່າງ​ລະວັງ​ຕົວ​ແລະຖາມວ່າ: "ນີ້​ແມ່ນ​ໃຜ? ມາ​ນີ້​ເຮັດ​ຫຍັງ?"

ຈ່າງ​ຫຼຽງຕອບ​ວ່າ: "ນີ້​ແມ່ນ​ຝານ​ຄວ້າ​ຍ ຜູ່​ຂັບ​ລົດ​ໃຫ້​ເລົ້າປັ່ງ".

ຊ້ຽງອີ​ຈຶ່ງ​ໄວ້​ວາງ​ໃຈ, ​ແລະ​ຍ້ອງຍໍ​ວ່າ: "ຈັ່ງ​ແມ່ນ​ຄົນກ້າຫານ​ແທ້!" ​ແລະ​ສັ່ງ​ໃຫ້​ຜູ່​ອື່ນ​ເອົາ​ເຫຼົ້າ​ແລະ​ຂາ​ໝູ​ດິບ​ຂາ​ໜຶ່ງ​ໃຫ້​ຝານ​ຄວ້າ​ຍ.

ຝານ​ຄວ້າ​ຍຮັບ​ເອົາ​ເຫຼົ້າ​ແລະ​ຂາ​ໝູ, ທັງ​ກິນ​ທັງ​ເວົ້າຢ່າງ​ໂມໂຫ​ວ່າ: "​ພາຍຫຼັງເຈົ້າ​ນາຍ​ພວກ​ຂ້າ​ພະ​ເຈົ້າບຸກ​ເຂົ້າ​ເມືອງ​ສຽນ​ຢາງ​ແລ້ວ, ບໍ່​ພຽງ​ແຕ່ບໍ່​ຕັ້ງຕົນ​ເອງ​ຂຶ້ນ​ເປັນອ໋ອງ​ເທົ່າ​ນັ້ນ, ຍັງ​ປິດ​ສາງ​ໄວ້, ບໍ່​ໄດ້​ຍຶດ​ເອົາ​​ໄວ້ເປັນຂອງ​ຕົນ​ຈັກ​ເມັດ, ​ໃຫ້​ກອງ​ທະຫານ​ປະຈຳ​ຢູ່​ປ້າ​ຊ້າງ, ລໍ​ຖ້າ​ທ່ານ​ນາຍ​ພົນ​ຢູ່​ທຸກ​ມື້. ຜູ່​ມີ​ຄຸນ​ງາມຄວາມດີ​ຄື​ແນວ​ນີ້ ບໍ່​ຍ້ອງຍໍ​ບໍ່ໃຫ້​ລາງ​ວັນ, ພັດ​ຍັງ​ຢາກ​ຂ້າ​ເພິ່ນ​ອີກ​ຊ້ຳ, ນີ້​ແມ່ນ​ການ​ຊ້ຳຮອຍເກົ່າຂອງ​ລາຊະວົງ​ສິນ, ຂ້າ​ຈັ່ງ​ແມ່ນ​ເປັນ​ຫ່ວງ​ນຳ​ທ່ານ​ນາຍ​ພົນ​ແທ້."

ຊ້ຽງອີ​ໄດ້​ຟັງ​ແລ້ວບໍ່​ຈັກຊິກ​ຕອບ, ມີ​ແຕ່​ເວົ້າວ່າ: "​ເຊີນ​ນັ່ງ".

ຜ່ານ​ໄປ​ບຶດດຽວ, ​ເລົ້າປັ່ງ​ໄປ​ຫ້ອງ​ນ້ຳ, ​ແລະ​ຖື​ໂອກາດ​ປົບໜີ​ຮອດປ້າ​ຊ້າງຈາກ​ທາງ​ລັດ. ​ເລົ້າ​ປັ່ງ​ກັບ​ຄືນ​ຮອດ​ປ້າ​ຊ້າງ, ກໍ່​ຂ້າ​ເສົາ​ອູ​ຊາງ​ທີ່​ບອກ​ຄວາມ​ລັບ​ໃຫ້​ຊ້ຽງ​ອີ​ນັ້ນ​ໃນ​ທັນ​ທີ.