ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 18:37:36    
ຊາວ​ອາ​ເມ​ລິ​ກາ​ສ່ວນຫຼາຍ​ເຫັນ​ວ່າ ສົງ​ຄາມ​ອີ​ຣັກ​ບໍ່​ກ່ຽວ​ກັບ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ການຢັ່ງປະຊາ​ມະຕິ​ທີ່ CNN ປະກາດ​ໃນ​ວັນ​ທີ 6 ກັນຍາສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ຫວ່າງ​ມໍ່ໆ​ນີ້ ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ເນັ້ນຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ​ອີ​ຣັກ​ແມ່ນ​ສະໜາມ​ຮົບ​ໃຈກາງ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ກໍ່ຕາມ, ​ແຕ່​ຊາວ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍ​ເຫັນ​ວ່າ ສົງຄາມ​ອີຣັກກັບ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແມ່ນ​ສອງເລື່ອງ​​ທີ່​ບໍ່​ກ່ຽວ​ກັນ.

ການ​ຢັ່ງປະຊາ​ມະຕິ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ່​​ໃຫ້​ສຳພາດ 53% ບໍ່​ເຫັນ​ວ່າ​ສົງ​ຄາມ​ອີ​ຣັກ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ສົງຄາມຕໍ່​ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ນອກ​ນີ້ ການ​ສຳຫຼວດຂອງ​ສູນ​ຄົ້ນຄວ້າ​ແປວ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ, ຜູ່​​ໃຫ້​ສຳ​ພາດ 45% ​ເຫັນ​ວ່າ ວິທີ​ທີ່​ດີ​ທີ່​ສຸດ​ຂອງ​ການລົບ​ລ້າງ​ໄພ​ຂົ່ມຂູ່​ຈາກ​ພວກກໍ່​ການ​ຮ້າຍ​ແມ່ນ​ຫຼຸດ​ການ​ຄົງ​ຕົວທາງ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາຢູ່​ຕ່າງປະ​ເທດ. ການ​ສຳຫຼວດ​ຂອງ​ຂ່າວ​ສານ​ອາ​ເປ​​ໄດ້​ສະ​ແດງ​ໃຫ້ເຫັນ​ວ່າ, ຜູ່​​ໃຫ້​ສຳພາດ 60% ​ເຫັນ​ວ່າ, ສົງຄາມ​ອີຣັກ​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຖືກ​ພວກ​ກໍ່​ການ​ຮ້າຍຂົ່ມ​ຂູ່ຫຼາຍກວ່າ​ເກົ່າ.