ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 19:11:04    
ຈີນ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​​ແກ້​ໄຂ​ສະ​ພາບ​ບໍ່​ໄປ​ບໍ່​ມາ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນວັນ​ທີ 7 ກັນຍາ, ທ່ານ​ສິນ​ກ່າງ ໂຄ​ສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ເຈລະຈາ​ 6 ຝ່າຍ​ແມ່ນ​ຊ່ອງ​ທາງ​ບັງ​ເກີດ​ຜົນ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ໃນແຫຼມ​ເກົາຫຼີ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ຈີນ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ພະຍາຍາມ, ​ແກ້​ໄຂສະພາບ​ບໍ່​ໄປ​ບໍ່​ມາ​ໃນ​ປັດຈຸບັນ, ຊຸກ​ຍູ້​ໃຫ້​ຟື້ນ​ຟູ​ການ​ເຈ​ລະ​ຈາ 6 ຝ່າຍ​ໂດຍ​ໄວ.

ຕອນ​ບ່າຍວັນ​ທີ 5 ກັນຍາ, ທ່ານ​ຮິ​ວ ຜູ່​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​. ​ໃນ​ໄລຍະ​ຢ້ຽມຢາມຢູ່​ປັກ​ກິ່ງ, ຈີນ​ອາ​ເມ​ລິ​ກາ​ຕົ້ນ​ຕໍ​ໄດ້​ຫາ​ລື​ບັນ​ຫາ​ການ​ເຈລະຈາ 6 ຝ່າຍ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ຝ່າຍ​ຈີນ​ບໍ່​ເຫັນ​ດີນຳກາ​ນລົງ​ໂທດ, ​ເຫັນ​ວ່າ​ຄວນ​ຜ່ານ​ການ​ເຈ​ລະ​ຈາ​ຢ່າງ​ສັນຕິ​ມາ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ​ໃຫ້​ແຫຼມ​ເກົາຫຼີ​ປາ​ສະ​ຈາກ​ນິວ​ເຄຼຍ, ປົກ​ປັກ​ຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.