ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-08 11:09:30    
ທ່ານ​ໂພຼ​ດີ​ກ່າວ​ວ່າ​ອີ​ຕາ​ລີ​ຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ​ຕື່ມ​ອີກ

cri

ຕາມ​ຂ່າວCRI: ວັນ​ທີ7​ກັນຍາ,ຢູ່​ທີ່​ໂຣມ,ທ່ານ​ໂມາ​ມ​າ​ໂນ ​ໂພຼດີ ນາຍົກລັດ​ຖະມົນຕີ​ອີ​ຕາ​ລີ​ກ່າວ​ວ່າ,ຝ່ຍອີ​ຕາ​ລີ​ຍິນ​ດີຂະ​ຫຍາ​ຍການ​ພົວພັນ​ກັບ​ຈີນ​ຕື່ມ​ອີກ.

ມື້​ດຽວ​ກັນ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ,ທ່ານ​ໂພຼດີ​ເວົ້າ​ວ່າ,ຈີນ​ກັບ​ອີ​ຕາ​ລີ​ແມ່ນ​ປະ​ເທດມິດ​ຕະພາບ,ອີ​ຕາ​ລີ​ຈະ​ຂະ​ຫຍາ​ຍການ​ພົວພັນ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ.​ເວົ້າ​ສຳລັບ​ອີ​ຕາ​ລີ​ກັບ​ເອີ​ລົບ​ແລ້ວ,ການ​ພັດທະນາ​ຂອງ​ຈີນ​ແມ່ນ​​ເປັນ​ທັງ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ.

ທ່ານ​​ໂພຼດີ​ຈະ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ13​ຫາ​ວັນ​ທີ18​ເດືອນ​ນີ້.​ໃນ​ໄລຍະ​ຢ້ຽມຢາມ​ຈີນ,ທ່ານ​ຈະ​ໄປ​ຢາມ​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ ຄື,​ນະຄອນ​ນານ​ກິ່ງ,​ນະຄອນ​ກວາງ​​ໂຈ່ວ,ນະ​ຄອນ​ຊຽງ​ໄຮ້,ນະຄອນ​ທຽນ​ສິນ​ແລະ​ນະຄອນ​ຫຼວງປັກ​ກິ່ງ​.ຜູ່​ຕິດຕາມ​ທ່ານ​ໂພຼດີ​ມາ​ຢ້ຽມຢາມ​ຈີນ​ນັ້ນ​ຍັງ​ມີ​ສະມາ​ຊິກຄະນະ​ລັດຖະ​ບານອີ​ຕາ​ລີ7​ຄົນ, ​ພ້ອມ​ດ້ວຍ ​ບຸກຄົນ​ໃນ​ວົງ​ການ​ທະນາຄານ, ວິ​ສາ​ຫະກິດ​​ແລະ​ການສຶກສາ​ຂອງ​ອີ​ຕາ​ລີ.