ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-08 16:42:45    
ໂທ​ລະ​ພາບ​ຈີນ​ກ້າວ​ສູ່​ຍຸກ​ແຂ່ງ​ຂັນ​ກັນ​ຢ່າງ​ດຸ​ເດືອດ

cri

ດຽວ​ນີ້​ຢູ່​ຈີນ​ໂທລະ​ພາບ​ໄດ້​ເຜີຍ​ແຜ່​ເຂົ້າ​ສູ່ຊີ​ວິດ​ປະ​ຈຳ​ວັນ​ຂອງມະ​ຫາຊົນ​ຢ່າງ​ທົ່ວ​ເຖິງ​ແລ້ວ,​ແລະ​ໄດ້​ກາຍ​ເປັນ​ເຄື່ອງມື​ສຳຄັນ​ສຳລັບ​ປະຊາ​ຊົນ​ຊອກ​ຮູ້​ເຫດ​ການ​ສຳ​ຄັນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ແລະ​ສະ​ແຫວງ​ຄວາມ​ມ່ວນ​ຊື່ນ​ລື້ນ​ເລີງ.​ພ້ອມ​ກັນ​ນັ້ນ,​ຄຽງ​ຄູ່ກັບ​ຂະ​ແໜງ​ການ​ສື່​ມວນ​ຊົນ​ພັດທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຂະ​ແໜງ​ໂທລະ​ພາບ​ຂອງ​ຈີນ​ກໍ​ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ແຫ່ງ​ການ​ແຂ່ງ​ຂັນ​ທີ່​ນັບ​ມື້​ນັບ​ຂ້ຽວ​ຂາດ,​ງານ​ວາງສະ​ແດງ​ວິທະ​ຍຸ​ຮູບ​ເງົາ​ແລະ ໂທ​ລະ​ພາບ​ສາ​ກົນ​ຈີນ​ທີ່​ຈັດຂຶ້ນ​ຢູ່ປັກ​ກິ່ງ​ນັ້ນ,​ກໍເຮັດ​ໃຫ້ຄົນ​ທັງ​ຫຼາຍ​ຮູ້ສຶກ​ວ່າ,​ຂະ​ແໜງ​ການ​ໂທ​ລະ​ພາບ​ຂອງ​ຈີນ​ພວມ​ປະ​ເຊີນ​ກັບ​ໂອ​ກາດ​ພັດ​ທະ​ນາ​ແລະ​ການ​ທ້າ​ທາຍ.​

ດຽວ​ນີ້​ຈີນ​ມີ​ໂທ​ລະ​ພາບ​ແຫ່ງ​ຊາດ​ໜຶ່ງ​ແຫ່ງ,​ຂັ້ນ​ແຂວງ​31​ແຫ່ງ.​ແຕ່​ປີ​2005​ຮອດປີ​2006,​ຂະ​ແໜງ​ການ​ໂທລະ​ພາບ​ຂອງ​ຈີນ​ພວມ​ຢູ່​ໃນ​ສະພາບ​ທີ່​ເປີດ​ປະຕູ​ຕະ​ຫຼາດ​ໃຫ້​ກວ້າງ​ອອກ​ກວ່າ​ເກົ່າ,​ສື່​ໂທ​ລະ​ພາບ​ແຫ່ງ​ຕ່າງໆ​ພວມ​ຊອກ​ຫາ​ຊ່ອງ​ທາງ​ປະ​ດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ,​ການ​ແຂ່ງ​ຂັນ​ດ້ານ​ລາຍ​ການ​ກໍ​ນັບ​ມື້​ນັບ​ດຸ​ເດືອດ,​ໄດ້​ມີ​ລາຍ​ການ​ອັນ​ດີ​ເດັ່ນຢ່າງ ຫຼວງ​ຫຼາຍ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ.​ທ່ານ​ຫູ​ຈ້ານ​ຟານ,​ຮອງ​ຫົວ​ໜ້າ​ກົມ​ໃຫຍ່ວິ​ທະຍຸ​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ແນະ​ນຳ​ວ່າ,

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ໂທ​ລະພາບ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ໄດ້​ປະຕິ​ຮູບ​ແລະ​ຄົ້ນ​ຄວ້າ​ຢ່າງ​ກ້າ​ຫານ,​ໂຄ​ລຳ​ລາຍ​ການ​ນັບ​ມື້​ນັບ​ອຸດົມ​ສົມ​ບູນ​ຂຶ້ນ,​ດ້ານ​ເຕັກ​ນິກ​ກໍ​ກ້າວ​ໜ້າ​ກວ່າ​ເກົ່າ,​ແລະ​ໄດ້​ມີ​ທາງ​ທຸລະ​ກິດ​ແບບ​ໃໝ່​ຢ່າງ​ຕໍ່​ເນື່ອງ,​ໄດ້​ສະ​ສົມ​ບົດຮຽນ​ຢ່າງ​ຫຼວງ​ຫຼາຍ.​ໃນ​ເວລາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ອົງ​ການ​ໂທລະ​ພາບ​ສາ​ກົນ​ແລະ​ການ​ແຂ່ງຂັນ​ລະ​ຫວ່າງ​ຂະ​ແໜງ​ສື່​ພາຍ​ໃນ​ປະ​ເທດ,​ໂທລະ​ພາບ​ແຫ່ງ​ຕ່າງໆ​ໄດ້​ຖື​ການ​ປະດິດ​ສ້າງ​ເປັນ​ແມ່​ແຮງ,​ເພີ່ມ​ສະຕິ​ສ້າງ​ລາຍ​ການ​ດີ​ເດັ່ນ​ທີ່​ຜູ້​ຊົມ​ນິຍົມ,​ຕັ້ງໜ້າ​ຊອກ​ຫາ​ຊ່ອງ​ທາງ​ໃໝ່,​ແລະ​ໄດ້ສ້າງ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ໃຜ​ມັນ,​ເຮັດ​ໃຫ້​ຂະ​ແໜງ​ການ​ໂທລະ​ພາບ​ປະກົດ​ມີ​ສະພາບ​ຈະ​ເລີນຮຸ່ງ​ເຮືອງ.
 
CCTV​ແມ່ນ​ໂທລະ​ພາບ​ແຫ່ງ​ຊາດ​ແຫ່ງ​ດຽວ​ຂອງ​ຈີນ.​ໃນ​ຫຼາຍ​ປີ​ມາ​ນີ້ CCTV​ຍຶດ​ໝັ້ນ​ເຜີຍ​ແຜ່​ໂຄ​ສະ​ນາ​ຮູບ​ຖານ​ຈິດ​ສຳນຶກ​ແລະ​ວັດທະ​ນະທຳ​ຕົ້ນຕໍ​ຕະ​ຫຼອດ​ມາ,​ບາງ​ຄໍລຳ​ມີ​ຊື່​ສຽງ ດົ່ງ​ດັງ​ຢູ່​ຈີນ,​ເຊັ່ນ​ "ຊິ່ນ​ເວີນ​ລຽນ​ໂປ່"​ຄື​ລາຍ​ການ​ພາກ​ຂ່າວ "ຈ່ຽວ​ຕຽນ​ຝາງ​ທານ"​ຄື​ລາຍ​ການ​ສຳ​ພາດ​ແລະ​ສົນທະ​ນາ​ກ່ຽວ​ກັບ​ເຫດ​ການ​ໜ້າ​ສົນ​ໃຈ​ແລະ​ລາຍ​ການ​"ທົງ​ອີ້​ໂສວ​ເກີ່"​ຊຶ່ງ​ເປັນ ລາຍ​ການ​ດົນຕີ​ເປັນ​ຕົ້ນ.​ໃນ​ດ້ານ​ການ​ຈັດ​ທຳລາຍ​ການ,​CCTVກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ຄຸນ​ນະພາບ​ຂອງ​ລາຍ​ການ.​ໃນ​CCTV,​ມີ​ແຕ່​ຄໍລຳ​ທີ່​ມີ​ຜູ້​ຊົມ​ຫຼາຍ​ກວ່າ​ໝູ່​ແລະ​ຄຸນ​ນະ​ພາບ​ດີ​ກວ່າ​ໝູ່​ຈຶ່ງ​ຈະ​ຈັດ​ອອກ​ອາ​ກາດ​ໃນຊ່ອງ​ໜຶ່ງ​ໄດ້​ແລະຍັງ​ຕ້ອງ​ຮັບ​ການ​ກວດ​ສອບ​ດ້ານ​ອັດ​ຕາ​ຜູ້​ຊົມ​ຢູ່​ທຸກ​ເວ​ລາ,​ເພື່ອ​ຮັບ​ປະ​ກັນ​ໃຫ້​ລາຍ​ການ​ທີ່​ສະ​ເໜີ​ຕໍ່​ຜູ້​ຊົມ​ນັ້ນ​ຕ້ອງ​ແມ່ນ​ລາຍ​ການ​ທີ່​ດີ​ທີ່​ສຸດ.​ໃນ​ປີ2005,​CCTV​ໄດ້​ຖ່າຍ​ທອດ​ສົດ​ກ່ຽວ​ກັບ​ຍານ​ອະວະ​ກາດ​"ເສີນ​ໂຈ່ວ"​ເລກ6​ບິນ​ໃນ​ກາງ​ອະ​ວະ​ກາດ,​ເຊິ່ງ​ໄດ້​ສ້າງ​ສະຖິ​ຕິ​ທີ່​ລາຍ​ງານ​ເຫດການ​ດຽວ​ຢ່າງ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່.​ໃນ​ປີ2006,​ໃນ​ການ​ແຈ້ງ​ຂ່າວ​ງານ​ບານ​ເຕະ​ໂລກ,​CCTV ​ໄດ້​ຖ່າຍ​ທອດ​ສົດ​ແຕ່ຕົ້ນ​ຈົນ​ຈົບ​ການ​ແຂ່ງ​ຂັນ​ເປັນ​ຄັ້ງ​ທຳ​ອິດ,​ເຮັດ​ໃຫ້​ຜູ້​ຊົມ​ຈີນ​ໄດ້​ຊົມ​ພ້ອມ​ກັບ​ຜູ້​ຊົມ​ໃນ​ສະ​ໜາມ.​ຜົນ​ການ​ສຳ​ຫຼວດ​ສະ​ແດງໃຫ້​ເຫັນ​ວ່າ,​ຢູ່​ຈີນ​ມີ​650​ລ້ານ​ຄົນ​ຊົມ​ລາຍ​ການ​ຂອງ​CCTV​ທຸກໆ​ມື້.ທ່ານ​ຈ້າວ​ຮວ້າ​ຢົງ ຫົວ​ໜ້າ​ສະ​ຖາ​ນີ​CCTV​ແນະ​ນຳ​ວ່າ,
 
ເພື່ອ​ຕອບ​ສະໜອງ​ກັບຄວາມ​ຕ້ອງ​ການ​ຂອງ​ຜູ້​ຊົມ​ລະດັບ​ຕ່າງໆ,​ພວກ​ເຮົາ​ໄດ້​ພັດ​ທະ​ນາ​ດ້ານ​ວິຊາ​ການ​ແລະ​ລັກ​ສະນະ​ຂອງ​ລາຍ​ການ​ຕ່າງໆ​ໃຫ້ພົ້ນ​ເດັ່ນ​ຂຶ້ນ​ຕື່ມ​ອີກ.​ແຕ່​ປີ1999​ຮອດ​ປີ2004,​ໂທ​ລະ​ພາບ​ພວກ​ເຮົາ​ຖື​CCTV1 ​ເຊິ່ງ​ເປັນ​ຊ່ອງ​ລວມ​ເປັນ​ຜູ້ນຳ​ໜ້າ,​ຊ່ອງ​ວິຊາ​ການ​ອີກ15​ຊ່ອງ​ຕ່າງ​ຄ້ຳ​ຊູ​ກັນ,​ອອກ​ອາກາດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ.ມີ​ລາຍ​ການ 400​ກວ່າ​ຄໍ​ລຳ,​ສັນ​ຍານ​ລາຍ​ການ​ປົກ​ຄຸມ​ໄປ​ທົ່ວ​ໂລກ,​ໄດ້​ສ້າງ​ສະຖາ​ນີ​ກະຈາຍຕໍ່​ຢູ່​120ປະ​ເທດ​ແລະ​ເຂດ​ແຄວ້ນ.
 
ລາຍ​ການ​ບັນ​ເທີງ​ແມ່ນ​ລາຍ​ການ​ສຳ​ຄັນ​ຂອງ​ໂທລະ​ພາບ​ທີ່​ດູດ​ດຶງ​ຜູ້​ຊົມ​ແລະ​ດຶງ​ດູດ​ເອົາ​ນັກ​ທຸລະ​ກິດມາ​ໂຄສະ​ນາສິນ​ຄ້າ.​ໃນ​ປີ1997,​ໂທລະ​ພາບ​ຜ່ານ​ດາວ​ທຽມ​ຂອງ​ແຂວງ​ຫູ​ນານ​ກໍ​ໄດ້​ຈັດ​ລາຍ​ການ​ບັນ​ເທີງ,​ທີ່​ໃຫ້​ຊື່ວ່າ ຄ້ວຍ​ເລີ້​ຕ້າ​ເປີນ​ຢິງ​ແປ​ວ່າ ແຫຼ່ງ​ແຫ່ງ​ຄວາມ​ມ່ວນ​ຊື່ນ,​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ທົ່ວ​ປະ​ເທດ​ໃນ​ທັນທີ.​ໃນ​ລາຍ​ການ​ດັ່ງ​ກ່າວ,​ໄດ້​ຈັດ​ໃຫ້​ມີ​ເກມ​ໂຊ​ຫຼາຍ​ຊະນິດ,​ໃຫ້​ຜູ້ຊົມ​ເຂົ້າ​ມາ​ຮ່ວມ​ນຳ,​ເຊິ່ງ​ລວມ​ທັງ​ຜູ້​ຊົມ​ທີ່​ເຂົ້າ​ຮ່ວມ​ລາຍ​ການ ແລະ​ຜູ້​ຊົມ​ທີ່​ຢູ່​ທາງ​ບ້ານ.​ລາຍ​ການ​ດັ່ງກ່າວ​ໄດ້​ສ້າງ​ຕົວ​ຢ່າງ​ໃໝ່​ໃຫ້​ແກ່​ລາຍ​ການ ມ່ວນ​ຊື່ນ​ຂອງ​ໂທ​ລະ​ພາບ​ຈີນ.​ແຕ່​ປີ2005​ເປັນ​ຕົ້ນມາ,​ແຕ່ລະ​ປີໂທ​ລະ​ພາບ​ດາວ​ທຽມ​ຫູ​ນານ​ກໍ​ຈັດ​ລາຍ​ການ​ປະ​ກວດ​ນັກ​ຮ້ອງ​ສະ​ໝັກ​ຫຼິ້ນ​ຂະໜາດ​ໃຫຍ່,​ຄື Super girl,​ຜູ້​ຊົມ​ທົ່ວປະ​ເທດ​ພາກັນ​ຕິດຕາມ​ເບິ່ງ​ແລະ​ໄດ້​ຮັບ​ຄວາມ​ນີຍົມ​ຊົມ​ຊອບ​ເປັນ​ການ​ໃຫຍ່.​ບໍ່ວ່າ​ລາຍ​ການ ແຫຼ່ງ​ຄວາມ​ມ່ວນ​ຊື່ນ ຫຼື​ລາຍ​ການ Super​ girl,​ໂທລະ​ພາບ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ກໍ​ພາກັນ​ຮຽນ​ແບບ.​ໃນ​ເວລາ​ຕີ​ລາຄາ​ປະ​ກົດ​ການ​ດັ່ງ​ກ່າວ,​ທ່ານ​ຢິນຮົງ ສາ​ສະ​ດາ​ຈານ​ວິຊາ​ເຜີຍ​ແຜ່​ຮູບ​ເງົາ​ໂທລະ​ພາບ​ຂອງ​ມະຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮວາ​ເວົ້າ​ວ່າ,
 
ໃນ​ຫຼາຍ​ປີ​ມາ​ນີ້,​ລາຍ​ການ​ໂທລະ​ພາບ​ເຮັດ​ໃຫ້​ສັງ​ຄົມ​ສົນໃຈ​ໄດ້ໃນ​ລະ​ດັບ​ສູງ​ປານ​ນີ້​ແມ່ນ​ມີ​ໜ້ອຍ​ທີ່​ສຸດ,​ມັນສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ປະດິດ​ສ້າງ​ໃໝ່​ຂອງ​ໂທລະ​ພາບ​ຈີນ​ແມ່ນ ຊ່ອງ​ທາງ​ທີ່​ຊອກ​ຫາ​ເສັ້ນ​ທາງ​ພັດທະ​ນາ​ເພື່ອ​ຢູ່​ລອດ​ຂອງ​ຕົນ​ໃນ​ຍຸກ​ໂລກາ​ພິວັດ,​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ຊີວິດ​ອັນ​ແຂງ​ແຮງ.
 
ພ້ອມ​ກັນ​ນັ້ນ,​ສາ​ສະ​ດາ​ຈານ​ຢິນຮົງ​ຊີ້​ອອກ​ວ່າ,​ໂທລະ​ພາບ​ທ້ອງ​ຖິ່ນ​ຕ່າງໆ​ພາ​ກັນ​ຈັດ​ລາຍ​ການ​ເກມ​ໂຊ,​ໃນ​ດ້ານ​ໜຶ່ງ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ​ລາຍ ການ​ໂທລະ​ພາບ​ຂອງ​ຈີນ​ອ່ອນ​ແອ​ໃນ​ດ້ານ​ປະດິດ​ແຕ່ງ​ລາຍ​ການ​ໃໝ່,​ມັກ​ຈະ​ເກີດ​ສະ​ພາບ​ຮຽນ​ແບບ,​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​ບໍ່​ເກັ່ງ.
 
ດຽວ​ນີ້,​ສື່ສາ​ກົນ​ໄດ້​ເຂົ້າ​ມາ​ໃນ​ຂົງ​ເຂດ​ຜະລິດ​ລາຍ​ການ​ໂທລະ​ພາບ​ຂອງ​ຈີນ​ແລ້ວ,​ໄດ້​ສ້າງ​ສະ​ຖາ​ນີ​ກະຈາຍ​ຕໍ່ຫຼາຍ​ກວ່າ30​ແຫ່ງ​ຢູ່​ຈີນ.​ESPN STAR SPORTS ​ແມ່ນ​ໂທລະ​ພາບ​ລາຍ​ການ​ກິ​ລາ​ລະ​ດັບ​ສາກົນ​ແຫ່ງ​ໜຶ່ງ,​ມີ​ການ​ຮ່ວມ​ມື​ກັບ​ໂທລະ​ພາບ​ຈີນ​ໃນ​ຫຼາຍ​ດ້ານ.​ທ່ານ​ເຈມ​ມີ​ເດ​ວິສ​ປະ​ທານ​ຄະ​ນະ​ບໍລິ​ຫານ​ງານ​ຂອງ​ໂທລະ​ພາບ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ,
 
ຂ້າພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ກັບ​ຄືນ​ມາ​ຈີນ.​ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ​ສື່​ມວນ​ຊົນ​ຂອງ​ຈີນ​ພວມ​ມີ​ການ​ປ່ຽນ​ແປງ.​ລາຍ​ການ​ຂອງ​ໂທລະ​ພາບ​ທ້ອງ​ຖິ່ນ​ຕ່າງໆ​ກໍ​ນັບ​ມື້​ນັບ​ອຸດົມ​ສົມ​ບູນ​ກວ່າ​ເກົ່າ.​ເວົ້າ​ສຳ​ລັບ​ພວກ​ເຮົາ​ແລ້ວ​ແມ່ນ​ໂອກາດ​ອັນ​ໃຫຍ່​ຫຼວງ,​ພວກ​ເຮົາ​ພວມ​ເປີດ​ກວ້າງ​ສາຍ​ຕາ​ຂອງ​ຜູ້​ຊົມ​ໂທລະ​ພາບ,​ພວກ​ເຮົາ​ໄດ້​ຮັບ​ອະນຸ​ຍາດ​ໃຫ້​ຈັດ​ທຳ​ລາຍ​ການ​ພາສາ​ຈີນ​ທີ່​ຍິ່ງ​ໃກ້​ຊິດ​ກັບ​ຜູ້​ຊົມ​ທ້ອງ​ຖິ່ນ,​ແລະ​ສະ​ໜອງ​ໃຫ້​ຜູ້​ຊົມ​ໂທລະ​ພາບ​ຂອງ​ຈີນ.
 
ຂະ​ແໜງ​ການໂທ​ລະ​ພາບ​ຂອງ​ຈີນມີ​ທັງ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ພ້ອມ​ກັນ,​ດ້ານ​ໜຶ່ງ,​ເສດ​ຖະ​ກິດ​ຈີນ​ພັດ​ທະນາ​ຢ່າງ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ,​ໄດ້​ສ້າງ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ໂທລະ​ພາບ,​ອີກ​ດ້ານ​ໜຶ່ງສື່​ແບບ​ໃໝ່​ຕ່າງໆ,​ເຊັ່ນ​ອິນ​ເຕີ​ເນັດ​ໂທລະ​ພາບ​ມື​ຖື ​ໂທລະ​ພາບ​ທາງ​ອິນ​ເຕີ​ເນັດ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ພ້ອມ​ກັນ​ນັ້ນ​ກຸ່ມ​ມວນ​ຊົນ​ສຶ່ຂະ​ໜາດ​ໃຫຍ່​ແລະ​ອົງການ​ໂທລະ​ພາບ​ຂອງ​ຕ່າງປະ​ເທດກໍ​ພາ​ກັນ​ເຂົ້າມາ​ໃນ​ຕະ​ຫຼາດ​ໂທລະ​ພາບ​ຂອງ​ຈີນ,​ທັງ​ນີ້​ໄດ້​ເຮັດ​ໃຫ້​ໂທ​ລະ​ພາບ​ແລະ​ອົງ​ການ​ຮູບ​ເງົາ​ໂທລະ​ພາບ​ຂອງ​ຈີນຮູ້​ສຶກ​ມີກຳ​ລັງ​ກົດ​ດັນ​ອັນ​ໃຫຍ່​ຫຼວງ,​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄດ້​ຄົ້ນ​ຄິດປະ​ດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອ​ສອດ​ຄ່ອງ​ລົດ​ນິ​ຍົມ​ຂອງ​ຜູ້​ຊົມ​ທີ່​ສູງ​ຂຶ້ນ​ນຳ​ຄູ່​ມື້,​ຈຶ່ງ​ຈະສາ​ມາດ​ດຶງ​ດູດ​ເອົາ​ຜູ້​ຊົມ​ໃຫ້​ຫຼາຍ,​ແລະ​ດຶງ​ດູດ​ເອົາ​ຜູ້​ເຮັດ​ທຸລະ​ກິດ​ມາ​ລົງ​ທຶນ​ໂຄສະ​ນາ​ສິນຄ້າ.