ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-09 19:52:19    
ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ບົ່ມ​ເພາະ​ແນວ​ພັນ "ຊື​ຈ້ຽນ​ເລກ 8" ຢ່າງ​ສຳ​ເລັດ​ຜົນ

cri Author: min
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ເວລາ 15 ​ໂມງວັນ​ທີ 9 ກັນຍາ, ຢູ່​ສູນ​ສົ່ງ​ດາວ​ທຽມ​ຈິວ​ຊວນ, ຈີນ​ໄດ້​ສົ່ງ​ດາວ​ທຽມ​ບົ່ມ​ເພາະ​ແນວ​ພັນ "ຊື​ຈ້ຽນ​​ເລກ 8" ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ກ່ອນ​ດ້ວຍ​ລູກ​ສອນ​ໄຟ​"ຊາງ​ເຈິ່ງ​​ເລກ 2 ຄ." ຢ່າງ​ສຳ​ເລັດ​ຜົນ​.

ຜູ້​ຮັບຜິດຊອບ​ຂອງສູນ​ບົ່ມ​ເພາະ​ແນວ​ພັນ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ຈີນ​ແນະ​ນຳ​ວ່າ, ຢູ່​ໃນ​ດາວ​ທຽມ​ໄດ້​ບັນ​ທຸກ​ແນວ​ພັນ​ພືດ​ກະ​ສິ​ກຳ​ແລະ​ເຫັດ 2000​ກວ່າ​ອັນ 215 ກີ​ໂລ​ຂອງ 9​ປະ​ເພດ​ໃຫຍ່,​ຄື, ​ສະ​ບຽງ​ອາ​ຫານ, ຝ້າຍ, ນ້ຳມັນ, ​ຜັກ, ຕົ້ນໄມ້​ກິນ​ໝາກ​ແລະ​ດອກ​ໄມ້​ເປັນ​ຕົ້ນ, ຈຳນວນ​​ແລະ​ປະ​ເພດ​ແມ່ນ​ຫຼາຍກວ່າ​ໝູ່​ແຕ່​ຈີນ​ເລີ່​ມດຳ​ເນີນ​ການ​ຄົ້ນ​ຄວ້າ​ການ​ການ​ບົ່ມ​ເພາະແນວ​ພັນ​ໃນ​ອະວະກາດ​ເມື່ອ​ປີ 1987 ນີ້. ​ເມື່ອ​ໄດ້​ເກັບ​ຄືນແນວ​ພັນ​ແລ້ວ,​ກະ​ຊວງ​ກະ​ສິ​ກຳ​ຈະ​ຈັດ​ຕັ້ງໜ່ວຍ​ງານ​ຄົ້ນ​ຄວ້າ​ວິທະ​ຍາສາດ​ກະສິກຳ​ການ​ຄັດ​ເລືອກ​ແນວ​ພັນ​, ບົ່ມ​ເພາະ​ແນວ​ພັນ​ໃໝ່​ດີ​ເດັ່ນ​ທີ່​ມີ​ຜົນ​ຜະລິດ​ຫຼາຍ, ຄຸນ​ນະພາ​ບດີ, ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ, ​ແລ້ວ​ໂຄ​ສະ​ນາ​ເຜີຍ​ແຜ່​.