ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-10 19:08:23    
ທ້າວ​ລິວ​ຊຽງ​ຊີງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ​110 ​ແມັດ​ເພດ​ຊາຍ​ອີກ​ເທື່ອ​ໜຶ່ງ

cri Author: min

ຕາມ​ຂ່າວCRI: ວັນ​ທີ 9 ກັນຍາ​ເວລາ​ປັກ​ກິ່ງ, ການ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ຮອບ​ຊີງ​ຊະ​ນະ​ເລີດ​ລວມ​ຂອງ​ໂລກ​ຂອງ​ສະ​ຫະ​ພັນ​ແລ່ນ​ແລະ​ລານ​ສາ​ກົນ​ປີ 2006 ​ເລີ່ມຈັດ​ຂຶ້ນ​ຢູ່​ສະ​ຕຸ​ດ​ກາດ​ແຫ່ງ​ເຢຍ​ລະ​ມັນ, ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ​110 ​ແມັດ​ເພດ​ຊາຍ​ຮອບ​ຊີງ​ຊະ​ນະ​ເລີດ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ,​ທ້າວ​ລິວ​ຊຽງ​ ນັກ​ກິ​ລາ​ຂອງ​ຈີນ​ຊີງ​ໄດ້​ແຊມ​ປຽນ​ດ້ວຍ​ຄະ​ແນນ 12 ວິ​ນາ​ທີ 93, ​ແລະ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ງານ​ແຂ່ງ​ຂັນ.


ນີ້​ແມ່ນ​ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະນະ​ເລີດ​ລວມ​ຂອງ​ສະ​ຫະ​ພັນ​ແລ່ນ​ແລະ​ລານ​ສາກົນ​ເປັນ​ເທື່ອ​ທຳ​ອິດ.

​ທ້າ​ວລິວ​ຊຽງ ​ປີ​ນີ້ອາ​ຍຸ 23 ປີ, ໃນ​ບໍ່​ທໍ່​ໃດ​ປີ​ມາ​ນີ້, ​ລາວ​ຊີງ​ໄດ້​ແຊມ​ປຽນ​ໃນ​ລາຍ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ​110 ​ແມັດ​ເພດ​ຊາຍ​ຂອງ​ການ​ແຂ່ງ​ຂັນ​ສາ​ກົນ​ຫຼາຍ​ເທື່ອ. ​ໃນ​ງານ​ກິລາ​ໂອ​ລິ​ມປີກ​ອາ​ແຕນ​ປີ 2004, ລາວ​ຊີງ​ໄດ້​ແຊມ​ປຽນ​ດ້ວຍ​ຄະ​ແນນ​ 12 ວິ​ນາ​ທີ 91 ​ເຊິ່ງ​ສະ​ເໜີ​ສະ​ຖິ​ຕິ​ໂລກ, ວັນ​ທີ 12 ກໍ​ລະ​ກົດ​ປີ​ນີ້, ລາວ​ຍັງໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ໂລກ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ​110 ​ແມັດ​ເພດ​ຊາຍ​ດ້ວຍ​ຄະ​ແນນ​ 12​ວິ​ນາ​ທີ 88 ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ທີ່​ມີ​ລາງ​ວັນ​ທີ່​ຈັດ​ຂຶ້ນ​ຢູ່​ໂລ​ຊັນ​ແຫ່ງ​ສວິສ.