|
 |
(GMT+08:00)
2006-09-11 11:24:01
|
ຈີນ-ອາຊຽນວາງສະແດງ 11 "ນະຄອນສະເໜ່"
cri
Author: cai
ຕາມຂ່າວສານຊີນຮວາ:ຫວ່າງມໍ່ໆນີ້,11"ນະຄອນສະເໜ່"ຂອງງານວາງສະແດງຈີນ-ອາຊຽນຄັ້ງທີ 3 ໄດ້ຄັດເລືອກສຳເລັດແລ້ວ,ນະຄອນຊຽງໄຮ້ເປັນ"ນະຄອນສະເໜ່"ຂອງຈີນ.
ງານວາງສະແດງຈີນ-ອາຊຽນຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນນານນີງ ເທດສະບານເຂດປົກຄອງຕົນເອງກວາງຊີເຜົ່າຈ້ວງ ພາກໃຕ້ຂອງຈີນແຕ່ວັນທີ 31 ຕຸລາຫາວັນທີ 3 ພະຈິກ. 10 ປະເທດອາຊຽນເຊິ່ງລວມທັງລາວກໍ່ໄດ້ຄັດເລືອກ"ນະຄອນສະເໜ່"ຂອງປະເທດຕົນເພື່ອເຂົ້າຮ່ວມງານວາງສະແດງຄັ້ງນີ້. 11 ນະຄອນສະເໜ່ເຫຼົ່ານີ້,ຈະລົງເລິກວາງສະແດງສະພາບການພັດທະນາແລະໂອກາດທຸລະກິດຂອງຕົນໃນຂົງເຂດການຄ້າ ການລົງທຶນ ການທ່ອງທ່ຽວແລະວັດທະນະທຳເປັນຕົ້ນ."ນະຄອນສະເໜ່"ຂອງລາວຄັ້ງນີ້ແມ່ນນະຄອນຫຼວງວຽງຈັນ.
ງານວາງສະແດງຄັ້ງນີ້ຈະຈັດຫ້ອງວາງສະແດງລວມ 3300 ຫ້ອງ.ປະຈຸບັນ,ວິສາຫະກິດແລະອົງການຈັດຕັ້ງຂອງຕ່າງປະເທດໄດ້ສະເໜີຂໍເອົາຫ້ອງວາງສະແດງກວມເຄິ່ງໜຶ່ງແລ້ວ.
|
|
|