ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 15:04:08    
ເມືອງ​ຊົງ​ໂຈ​ຂອງ​ເຂດ​ກວາງ​ຊີ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເລັ່ງ​ລັດ​ການຮ່ວມ​ມື​ກໍ່ສ້າງ​ເສດ​ຖະ​ກິດ​ທາງ​ຜ່ານ

cri

ສັດ​ນຳ​ໂຊກ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຫລືເອັກສ​ໂປ​ຈີນ​ອາ​ຊຽນ​ແມ່ນ​ລິງ​ຂົນ​ຫົວ​ຂາວ​ໂຕ​ຫນຶ່ງ, ​ລິງ​ຊະນິດ​ນີ້​ກໍ່​ອາ​​ໃສ​ຢູ່​ເມືອງ​ຊົງ​ໂຈ​ຂອງ​ເຂດ​ກວາງຊີ​ຈີນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ.ທາງ​ດ່ວນ​ຈາກເມືອງ​ນານ​ນິງ ​​ເມືອງເທດສະບານ​ເຂດ​ກວາງຊີ​ໄປ​ດ່ານ​ມິດຕະພາບ​ທີ່ຢູ່​ຊາຍ​ແດນ​ຈີນ​ຫວຽດນາມ​ນັ້ນກໍ່​ແມ່ນຕໍ່​ກັບ​ທາງ​ຫລວງ​ເລກ​ຫນຶ່ງ​ຂອງ​ຫວຽດນາມ​ຢູ່​ເມືອງ​ຊົງ​ໂຈ,​ແມ່ນ​ທາງ​ຫລວງ​ສາຍ​ຫລັກ​ຂອງຈີນ​ໄປ​ສູ່​ຫວຽດນາມ​ແລະ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ໃນ​ປັດຈຸບັນ.​ໃນ​ຫລາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ​ເມືອງ​ຊົງ​ໂຈ​ທີ່​ຫາ​ກໍ່​ເລື່ອນ​ຂຶ້ນ​ເປັນ​ກິ່ງ​ແຂວງພຽງ​ສາມ​ປີ​ຂອງ​ເຂດ​ກວາງຊີ​ນີ້​ກໍ່​ພວມ​ຕັ້ງຫນ້າ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ເລັ່ງ ລັດ​ກໍ່ສ້າງ​​ເສດຖະກິດທາງ​ຜ່ານ.​

​ເມືອງ​ຊົງ​ໂຈ​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເຂດ​ກວາງຊີ​ຈີນ,​ແມ່ນ​ຕົວ​ເມື​ອງຊາຍ​ແດນ, ​ມີ​ທ່າ​ກຳ​ປັ່ນ,​ແມ່ນ​ບ່ອນຄົບ​ລະຫວ່າງ​ວົງ​​ເສດຖະກິດ​ອາ​ຊຽນ ວົງ​ເສດຖະກິດ​ພາກ​ໃຕ້​​ຂອງ​ຈີນແລະ​ວົງ​ເສດຖະກິດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

​ເມືອງ​ຜິ​ງຊຽງ ​ເມືອງ​ນິງມິນ ​ເມືອງ​ຫລົງ​ໂຈ່​ວ​ແລະ​ເມືອງ​ຕ້າ​ຊິ່ນ​ທີ່​ຂຶ້ນ​ກັບ​ເມືອງ​ຊົງ​ໂຈ​ຕ່າງ​ມີ​ຊາຍ​ແດນ​ຕິດ​ກັບ​​ແຂວງ​ກ່ວງນິ່ງ,​ແຂວງ​ຫລັ້ງ​ເຊິ່ນ​ແລະ​ແຂວງ​ກ່າວ​ບັງ​ຂອງ​ຫວຽດນາມ,ລວມທັງ​ຫມົດ​ມີ​ເສັ້ນຊາຍ​ແດນຍາວ 533 ກິ​ໂລ​ແມັດ.​ເສັ້ນຊາຍ​ແດນ​ຈີນ​ຫວຽດນາມ​ທີ່​ຢູ່​ໃນ​ເມືອງ​ຊົງ​ໂຈນັ້ນຫ່າງ​ຈາກ​ນະຄອນຫລວງ​ຮ່າ​ໂນ​ຍຂອງຫວຽດນາມ​ພຽງ 160 ກວ່າ​ກິ​ໂລ​ແມັດທໍ່​ນັ້ນ,​ແມ່ນ​ດ່ານ​ຈີນ​ທີ່​ໃກ້​ກັບ​ນະຄອນຫລວງ​ຂອງ​ປະ​ເທດ​ອາ​ຊຽນກວ່າ​ຫມູ່.ທາງ​ລົດ​ໄຟ​ສາກົນ​ແຕ່​ມົສກູ-​ປັກ​ກິ່ງ-​ຮ່າ​ໂນ​ຍກໍ່​ແມ່ນ​ຜ່ານ​ແຫ່ງ​ນີ້​ແລ້ວ​ອອກ​ຈາກ​​ຈີນ.​ໃນ​ດ່ານ​ຊັ້ນຫນຶ່ງ 15 ​ແຫ່ງ​ແລະ​ດ່ານ​ຊັ້ນສອງ 17 ​ແຫ່ງ​ຂອງ​ຈີນ​ທີ່​ຕິດ​ກັບປະ​ເທດ​ອາ​ຊຽນນັ້ນ, ​ກໍ່​ມີ​ດ່ານ​ຊັ້ນຫນຶ່ງ 3 ​ແຫ່ງ​ແລະ​ດ່ານ​ຊັ້ນສອງ 4 ​ແຫ່ງ​ຕັ້ງຢູ່​ເມືອງ​ຊົງ​ໂຈ,​ເມືອງ​ນີ້​ຍັງ​ມີ​ຕະຫລາດຊາຍ​ແດນ 24 ​ແຫ່ງ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ CRI, ​ນາງ​ໂມ້​ສາງ​ອິ່ງ ຮອງ​ເຈົ້າຄອງ​ເມືອງ​ຊົງ​ໂຈ​ເວົ້າວ່າ, ຄຽງ​ຄູ່​ກັບການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້ໄວ​​ຂຶ້ນ,​ແລະ​ການ​ເລີ່​ມສ້າງ​​ທາງ​ຜ່ານເສດຖະກິດ​ຄຸນ​ມິ​ງ-ລ່າວ​ກາຍ-​ຮ່າ​ໂນ​ຍ-ຫ້າ​ຍຟົງ-ກ່ວງນິ່ງ ທາງ​ຜ່ານເສດຖະກິດ​ນານ​ນິງ-ຫລັ້ງ​ເຊິ່ງ-ຮ່າ​ໂນ​ຍ-ຫ້າ​ຍ ຟົງ-ກ່ວງລິ່ງ​ແລະ​ວົງ​ເສດຖະກິດ​ອ່າວ​ພາກ​ເຫນືອ,​ເມືອງ​ຊົງ​ໂຈ​ໄດ້​ກາຍ​ເປັນ​ແນວ​ຫນ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແລ້ວ.ສະນັ້ນ, ຕັ້ງ​ແຕ່​ຊົງ​ໂຈ​​ເລື່ອນ​ຂັ້ນ​ເປັນ​ກິ່ງ​ແຂວງ​ເມື່ອ​ປີ 2004 ​ເປັນຕົ້ນມາ,ກໍ່​ໄດ້​ສະ​ເຫ​ນີ​ຈະ​ສ້າງ​​ເປັນເສດຖະກິດ​ທາງ​ຜ່ານ.

​ນາງ​ໂມ​ສາງ​ອິ່ງ​ເວົ້າວ່າ:ທ່າ​ແຮງ​ຂອງ​ເມືອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ເປັນ​ທາງ​ຜ່ານ,​ເລີ່​ມ​ແຕ່​ປີ 2004,ພວກ​ຂ້າພະ​ເຈົ້າ​ກໍ່ໄດ້​ສ້າງ​ເສດຖະກິດ​ທາງ​ຜ່ານ​.​ໃນ​ການຈັດ​ວາງ​ອຸດສາຫະກຳ​ຕ່າງໆ,ພວກ​ຂ້າພະ​ເຈົ້າ​ໄດ້​ສວຍ​ໃຊ້​ຈຸ​ດພິ​ເສດ​ທີ່​ເປັນ​ທາງ​ຜ່ານ​ສາກົນ, ​ໄດ້​ຕັ້ງ​ເຂດ​ອຸດສາຫະກຳ​ຢູ່​ຕາມ​ທາງ​ດ່ວນ​ແຕ່​ນານ​ນິງ​ໄປ​ດ່ານ​ມິດຕະພາບ​ແລະ​ຢູ່​ຕາມດ່ານ​ຊາຍ​ແດນ​,ສ້າງ​ອຸດສາຫະກຳ​ແບບ​ໃຫມ່​ທີ່​ມີ​ລັກສະນະ​ເປັນ​ທາງ​ຜ່ານ.​ເປົ້າຫມາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ຕົວ​ເມືອງ​ດ່ານ​ທາງບົກ​ທີ່​ຮັບ​ໃຊ້​ທົ່ວ​ປະ​ເທດ​ຈີນ​ແລະ​ຮັບ​ໃຊ້​ອາ​ຊຽນ.

​ເດືອນ​​ເມສາ​ປີ 2005, ​ເມືອງ​ຊົງ​ໂຈ​​ໄດ້​​ເຊັນ​ສັນຍາ​ກັບ​ຫວຽດນາມ​ກ່ຽວ​ກັບ​ການ​ສ້າງ​ໂຮງ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ຂະຫນາດ 1 ລ້ານ 2 ​ແສນ​ກິ​ໂລ​ວັດ,ສ້າງ​ເຂດປຸງ​ແຕ່ງ​ສິນຄ້າຂ້າມ​ຊາດ​ແລະ​ສັນຍາ​ອື່ນໆ.ກອງ​ປະຊຸມ​ກວດ​ບົດ​ວິພາກ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະສ້າງກິດຈະການ​​ໄລຍະ​ທີ​ຫນຶ່ງ​ຂອງ​ໂຄງການ​ໂຮງ​ໄຟຟ້າ​ດ້ວຍ​ຖ່ານ​ຫີນຂອງ​ເມືອງ​ຊົງ​ໂຈ​ໄດ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ກໍລະກົດ​ປີ​ນີ້​,ຕາມ​ຊາບ​ວ່າ, ​ໂຄງການ​ນີ້​ຈະ​​ແມ່ນ​ຈີນ ຫວຽດ ນາມ​ແລະ​ໄທ​ຮ່ວມ​ກັນ​ເປັນ​ຜູ່​ສ້າງ​,ຈະ​ລົງມື​ສ້າງ​ໃນ​ເດືອນ​ມັງກອນ​ປີ 2008, ກະ​ວ່າ​ຈະ​ເລີ່​ມ ຜະລິດ​ໄຟຟ້າ​ໃນ​ປີ 2010.​ໂຮງ​ໄຟຟ້າ​ດ້ວຍຖ່ານ​ຫີນຫລັງ​ນີ້​ຈະ​ຂົນ​ສົ່ງ​ຖ່ານ​ຫີນ​ທີ່​ບໍ່​ມີ​ຄວັນ​ທີ່​ເປັນ​ເຊືອ​ໄຟ​ຕົ້ນຕໍ​ຈາກຫວຽດນາມ​ຕາມ​ທາງ​ດ່ວນ​​ແຕ່​ນານ​ນິ່ງຫາ​ດ່ານ​ມິດຕະພາບ​ເຊິ່ງ​ເປັນທາງ​ດ່ວນ​ສາຍ​ທຳ​ອິດຈາກ​ຈີນ​ໄປ​ສູ່​ອາຊຽນ​ເປັນ​ເຊື້ອ​ໄຟ​,​ເມື່ອ​ໂຮງ​ໄຟຟ້າ​ນີ້​ເລີ່​ມຜະລິດ​​ແລ້ວ,ຈະ​ແກ້​ໄຂ​ສະພາບ​ການຂາດ​ເຂີນ​ໄຟຟ້າ​ຂອງ​ເມືອງ​ຊົງ​ໂຈ​ວ​ແລະທົ່ວ​ເຂດ​ກວາງຊີ​,ນອກ​ນີ້​ຍັງຈະ​ສົ່ງ​ໄຟຟ້າ​ໃຫ້​ຫວຽດນາມ​ໄດ້ອີກ.

ນາງ​ໂມ​ສາງ​ອິ່ງ​ເວົ້າວ່າ:ໂຄງການ​ນີ້​ເປັນ​ການ​​ເລີ່​ມຕົ້ນການ​ລົງທຶ​ນ​ແລະ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ແມ່ນ​ຕົວຢ່າງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດຈີນ ​ຫວຽດນາມ​​ແລະ​ໄທ,​ແລະ​ກໍ່​ໄດ້​ເປີດ​ກວ້າງ​ຂົງ​ເຂດ​ການ​ລົງທຶນ​ຂອງ​ການ​ກໍ່ສ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.ມີ​ຜົນ​ດີ​ຕໍ່​ການປັບປຸງ​ການ​ພົວພັນ​ແບບ​ຄູ່​ຮ່ວມ​ມືລະຫວ່າງ​ຝ່າຍຕ່າງໆ​ທີ່​ເຊັນ​ສັນຍາ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​,​ໂດຍ​ສະ​ເພາະ​​ແມ່ນການ​ຄ້າ ການ​ລົງທຶນ​ແລະ​ການ​ຮ່ວມ​ມື​ກັນ​ພັດທະນາ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ຢູ່​ອະ​ນຸພາກ​ພື້ນ​ແມ່ນ້ຳຂອງ.

ປັດຈຸບັນ,ນັກທຸລະກິດ​ຈາກ 30 ກວ່າ​ແຂວງ ກຳ​ແພງ​ນະຄອນ ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ຢ່າງ​ຫລວງຫລາຍ​ພວມ​ເຮັດ​ທຸລະ​ກິດ​ຢູ່​ດ່ານ​ຊາຍ​ແດນ​ເມືອງ​ຊົງ​ໂຈ,ການ​ຄ້າ​ກັບ​ຕ່າງປະ​ເທດ​ຢູ່​ດ່ານ​ນັ້ນລ້ວນ​ແຕ່​ເປັນ​ການ​ຄ້າ​​ແບບ​ຂາຍ​ສ່ງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຕົກລົງ​ຄ້າຂາຍຮ່ວມ​​ກັນ​ຢູ່​ລະຫວ່າງແຂວງຈີນ​ກັບ​ຕ່າງປະ​ເທດ​ແລ້ວ​ມອບ​ຮັບ​ສິນຄ້າ​ຢູ່​ຊາຍ​ແດນ​ນັ້ນຫລາຍ​ກວ່າ​ຫມູ່.ນີ້​ກໍ່​ໄດ້​ອຳນວຍ​​ເງື່ອນ​ໄຂ​ແກ່​ເມືອງ​ຊົງ​ໂຈ​ພັດທະນາ​ຂະ​ແຫນງ​ການຈໍລະ​ຈອນ​ວັດ​ສະດຸ​ບໍລິການ​ສາກົນ​ດີ​ຂຶ້ນ​ຕື່ມ.

ຕາມ​ຊາບ​ວ່າ,​ເມືອງ​ຊົງ​ໂຈ​ພວມ​ວາງ​ແຜນ​ສ້າງ​ສູນ​ຈໍລະ​ຈອນ​ວັດ​ສະດຸ​ບໍລິການ​ສາກົນ​ຊົງ​ໂຈ​ທີ່​ມີ​ເນື້ອ​ທີ່​ກວ້າງ 140 ​ເຮັກຕາ,​ແລະ​ລົງທຶນ 500 ລ້ານ​ຢວນ.ກິດຈະການ​ໄລຍະ​ທີ​ຫນຶ່ງ​ຂອງ​ແຜນການ​ນີ້​ຈະ​ບຸກ​ເບີກ​ເນື້ອ​ທີ່ 87 ​ເຮັກຕາ​ແລະ​ຈະ​ເລີ່​ມສ້າງ​ໃນ​ທ້າຍ​ປີ​ນີ້.

ນາງ​ໂມ​ສາງ​ອິ່ງບອກວ່າ, ດຽວ​ນີ້ ​ແຕ່​ລະ​ມື້,ຫມາກ​ໄມ້​ຂອງ​ໄທ​ທີ່​ຂົນ​ສົ່ງ​ເຂົ້າດ່ານ​ຊົງ​ໂຈ​ນັ້ນກໍ່​ມີ 7-8 ຕູ້,​ແຕ່​ຍັງ​ມີ​ຫລາຍໆ​ຄົນ​ຍັງ​ບໍ່​ຮູ້​​ເສັ້ນທາງ​ແຕ່​ອາ​ຊຽນ​ເຂົ້າຈີນ​ທີ່​ສະດວກ​ສາຍ​ນີ້.​​ເມືອງ​ຊົງ​ໂຈ​ຫວັງ​ວ່າ​ເມື່ອ​ສ້າງ​ສູນ​ຈໍລະ​ຈອນ​ວັດ​ສະດຸ​ບໍລິການ​ນີ້​ຂຶ້ນ​ແລ້ວ, ຈະ​ໂຮມ​ສູນ​ຜະລິດ​ຕະພັນ​ຂອງ​ແຫ່ງ​ຕ່າງໆ,​ເພື່ອ​ໃຫ້​ບັນດາ​ປະ​ເທດ​ໃນ​ອາຊີ​ອາຄະ​ເນ​ມາ​ຊື້.

ນາງ​ເວົ້າວ່າ:ສູນ​ຈໍລະ​ຈອນ​ວັດ​ສະດຸ​ບໍລິການ​ຂອງ​ພວກ​ຂ້າພະ​ເຈົ້າຈະ​ສ້າງ​ຮ້ານ​ຂາຍ​ສິນຄ້າ​ທີ່​ມີ​ເນື້ອ​ທີ່​ກວ້າງ​ກວ່າ 8 ​ແສນ​ຕາ​ແມັດ, ​ແມ່ນ​ຖື​ຕະຫລາດ​ການ​ຄ້າ​ເປັນຕົ້ນຕໍ,ພວກ​ຂ້າພະ​ເຈົ້າ​ໄດ້​ວາງ​ແຜນ​ສ້າງ​ຕະຫລາດ​ສະ​ເພາະ 6 ​ແຫ່ງ, ທັງ​ຈະ​ສ້າງ​ເຂດ​ການ​ກວດກາ​ສາກົນ,ການ​ຂົນ​ສົ່ງ​ສາກົນ​ແລະ​ການ​ຊະ​ສາງ​ບັນຊີ​ສາກົນ​ທີ່ເປັນຊຸດ.ເປົ້າຫມາຍຂອງພວກຂ້າພະເຈົ້າແມ່ນຍາດ​ແຍ່ງ​ໃຫ້​ສິນຄ້າ​ສາກົນ​ທີ່​ສົ່ງອອກ​ຈາກ​ດ່ານ​ຊົງ​ໂຈນັ້ນ 50% ຄ້າຂາຍ​ຢູ່​ຊົງ​ໂຈ,​ເພື່ອ​ອຳນວຍ​ຄວາມ​ສະດວກ​ຫລາຍ​ກວ່າ​​ເກົ່າ​ແກ່​ການ​ຈັດ​ຊືຂອງ 7 ປະ​ເທດ​ຢູ່​ແຫລມ​ອິນ​ໂດ​ຈີນ,ບັນລຸ​ການ​ໃຫ້​ລົດ​ຂົນ​ສົ່ງ​ຄອນ​ແທນ​ເນີ​ຂອງ​ອາ​ຊຽນ​ແລະ​ຈີນ​ເຊື່ອມ​ຕໍ່​ກັນ, ຫລຸດ​ຫນ້ອຍ​ອັດຕາ​ເປົ່າ​ຫວ່າງ​ຂອງ​ລົດ​ຂົນ​ສົ່ງ,​ແລະ​ຫລຸດ​ຕົ້ນທຶນ​ການ​ຈໍລະ​ຈອນ​ວັດ​ສະດຸ​​ໃຫ້​ຫນ້ອຍ​ລົງ.

​ນາງ​ໂມ​ສາງ​ອິ່ງ ຮອງ​ເຈົ້າຄອງ​ເມືອງ​ຊົງ​ໂຈ​ເຫັນ​ວ່າ, ​ເສດຖະກິດ​ທາງ​ຜ່ານ​ທີ່​ເມືອງ​ຊົງ​ໂຈ​ພັດທະນາ​ນັ້ນ​​ເປັນ​ສູນລວມກະສິກຳ,ດ່ານ​ພາສີ,ອຸດ​ສາ​ຫະກຳ,ການທ່ອງທ່ຽວ,ການ​ຈໍລະ​ຈອນ​ວັດ​ສະດຸການ​ບໍລິການ​ແລະ​ເສດ ຖະກິດ​ອື່ນໆ​ທີ່​​ເພີ່ງ​ພາກັນ.​​ແລະ​ຫວັງ​ວ່າ​ຜ່ານ​ການ​ພັດທະນາ​ເສດຖະ ກິດ​ເປັນ​ທາງ​ຜ່ານ, ຈະ​ຊ່ອຍ​ກະ​ຕຸ້ນການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຕົວ​ເມືອງຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນທີ່​ຢູ່​ເຂດ​ຊາຍ​ແດນ.