ໃນທ້າຍສະໄໝຊຸ່ນຊິ່ວຂອງຈີນ, ຈ້ຽນ ລາຊະບຸດຂອງເຈົ້າຊີວິດຜິງຫວາງຂອງລັດສູ ຜູ່ເປັນລາຊະທາຍາດມີອາຈານສອງຄົນ, ຜູ່ໜຶ່ງຊື່ວ່າອູເຊີ່ ອີກຜູ່ໜຶ່ງຊື່ວ່າເຟິ້ຍອູຈີ້. ເຟິ້ຍອູຈີ້ໄດ້ຮັບຄວາມໂປດປານຈາກເຈົ້າຊີວິດຜິງຫວາງຫຼາຍ. ມີເທື່ອໜຶ່ງ, ເຟິ້ຍອູຈີ້ໄດ້ຮັບຄຳສັ່ງໃຫ້ໄປຮັບຍິງສາວລັດສິນມາອະພິເສກສົມລົດກັບລາຊະທາຍາດຈ້ຽນ, ແຕ່ພາຍຫຼັງຮັບຍິງສາວລັດສິນຜູ່ນັ້ນມາແລ້ວ ເຟິ້ຍອູຈີ້ໄດ້ເຫັນວ່າຍິງສາວຜູ່ນັ້ນມີຮູບໂສມປະໂນມພັນສວຍງາມຫຼາຍ, ເລີຍຍຸຍົງເຈົ້າຊີວິດຜິງຫວາງຮັບຍິງສາວລັດສິນຜູ່ນັ້ນໄວ້ເປັນນາງສະໜົມ. ເຈົ້າຊີວິດຜິງຫວາງໄດ້ຍຶດເອົາລູກໄພ້ໄວ້ຢ່າງໜ້າດ້ານ. ເຖິງວ່າເຟິ້ຍອູຈີ້ໄດ້ຮັບຄວາມໂປດປານຈາກເຈົ້າຊີວິດຜິງຫວາງກໍຕາມ, ແຕ່ເພີ່ນກໍ່ເປັນຫ່ວງວ່າພາຍຫຼັງລາຊະທາຍາດຂຶ້ນຄອງລາຊະບັນລັງແລ້ວຈະບໍ່ດີຕໍ່ເພິ່ນ, ເຟິ້ຍອູຈີ້ຈຶ່ງໃສ່ຮ້າຍປ້າຍສີລາຊະທາຍາດຈ້ຽນ. ເຈົ້າຊີວິດຜິງ ຫວາງກໍຫຼົງເຊື່ອເຟິ້ຍອູຈີ້, ແລະໃຫ້ລາຊະທາຍາດຈ້ຽນໄປປະຈຳການຢູ່ຊາຍແດນ. ແຕ່ເຟີ້ຍອູຈີ້ຍັງບໍ່ໄວ້ວາງໃຈ, ເປັນຫ່ວງວ່າລາຊະທາຍາດຈ້ຽນຈະຫາໂອກາດແກ້ແຄ້ນ, ສະນັ້ນ ເຟີ້ຍອູຈີ້ໄດ້ກັກຂັງອູເຊີ່ ອາຈານອີກຜູ່ໜຶ່ງຂອງລາຊະທາຍາດຈ້ຽນ, ແລະສົ່ງຄົນໄປຊາຍແດນເພື່ອຂ້າລາຊະທາຍາດຈ້ຽນ, ຖັດມາກໍໃຫ້ຄົນຂ້າອູເຊີ່ແລະອູຊ້າງ ລູກກົກຂອງອູເຊີ່, ມີແຕ່ອູຈືຊີ້ ລູກຫຼ້າຂອງອູເຊີ່ໜີລອດໄປໄດ້. ເຈົ້າຊີວິດຜິງຫວາງຫຼົງເຊື່ອຄຳຍົວະເຍົ້າຂອງເຟີ້ຍອູຈີ້, ເຫັນວ່າອູຈືຊີ້ແມ່ນຜູ່ທໍລະຍົດ, ຈຶ່ງຊົງສັ່ງຈັບອູຈື້ຊີ້. ຍ້ອນຄຶດນຳວິທີຈະເອົາຕົວລອດ ຈຶ່ງເຮັດໃຫ້ໜວດແລະຜົມຂອງອູຈືຊີ້ກໍຫງອກໝົດພາຍໃນຄືນດຽວແລະເພິ່ນກໍໄດ້ໜີໄປຮອດລັດຊົ້ງ.
ເພື່ອແກ້ແຄ້ນໃຫ້ພໍ່ແລະອ້າຍ, ອູຈືຊີ້ໄດ້ຜ່ານຜ່າຄວາມຍາກລຳບາກ, ຈາກລັດຊົ້ງໜີຕໍ່ໄປຮອດລັດອູ. ອູຈືຊີ້ຕັດສິນໃຈຢືມທະຫານລັດອູໄປໂຈມຕີລັດສູ. ກ່ອນອື່ນ ອູຈືຊີ້ຊ່ອຍເຫີຫຼີລອບຂ້າຫຼຽວ ເຈົ້າຊີວິດລັດອູ, ເຫີຫຼີຂຶ້ນຄອງອຳນາດລັດອູແທນ. ພາຍຫຼັງມາ, ອູຈືຊີ້ພ້ອມກັບເຫີຫຼີ ເຈົ້າຊີວິດລັດອູນຳພາກອງທະຫານໄປໂຈມຕີລັດສູ, ເມື່ອໄດ້ເຮັດສົງຄາມ 5 ຄັ້ງ, ໃນທີ່ສຸດ ກອງທະຫານລັດອູໄດ້ບຸກເຂົ້າຢີງ ເມືອງຫຼວງລັດສູ. ໃນເວລານັ້ນ ຜິງຫວາງ ເຈົ້າຊີວິດລັດສູໄດ້ສະຫວັນລະຄົດແລ້ວ, ເມື່ອບຸກເຂົ້າເມືອງຫຼວງລັດສູໄດ້ແລ້ວ, ເພື່ອແກ້ແຄ້ນໃຫ້ພໍ່ແລະອ້າຍທີ່ຖືກຂ້າ, ອູຈືຊີ້ໄປຂໍອະນຸຍາດນຳເຫີຫຼ ເຈົ້າຊີວິດລັດສູີໃຫ້ໄປຂຸດຂຸມຝັງສົບຂອງຜິງຫວາງ ເຈົ້າຊີວິດລັດສູ. ເຫີຫຼີເຫັນວ່າອູຈືຊີ້ໄດ້ສ້າງຄຸນງາມຄວາມດີຢ່າງໃຫຍ່ໃນການຊ່ອຍພະອົງໂຈມຕີລັດສູ, ກໍເລີຍເຫັນດີຕາມຄຳຮ້ອງຂໍຂອງອູຈືຊີ້.
ອູຈືຊີ້ຊອກຮູ້ບ່ອນຝັງສົບຂອງເຈົ້າຊີວິດຜິງຫວາງ, ເພິ່ນຂຸດເອົາສົບຂອງເຈົ້າຊີວິດຜິງຫວາງອອກມາ, ໃຊ້ແສ້ທອງແດງຂ້ຽນໃສ່ສົບຂອງເຈົ້າຊີວິດຜິງຫວາງ 300 ບາດ, ໃນທີ່ສຸດຍັງຕັດເອົາຫົວຂອງເຈົ້າຊີວິດຜິງຫວາງໄປອີກ.
ເລື່ອງອູຈືຊີ້ຂ້ຽນສົບໄດ້ຖືກເຊິ່ນປ່າວຊີ້ ເພື່ອນມິດເກົ່າຂອງອູຈືຊີ້ຮູ້. ເຊິ່ນປ່າວຊີ້ໃຫ້ຜູ່ອື່ນສົ່ງຈົດໝາຍກ້ານໜຶ່ງໃຫ້ອູຈືຊີ້. ໃນຈົດໝາຍໄດ້ຂຽນວ່າ: "ເຈົ້າເຮັດແນວນີ້ແມ່ນໂພດເກີນໄປແລ້ວ. ເຈົ້າກໍເຄີຍເປັນລູກນ້ອງຂອງເຈົ້າຊີວິດຜິງຫວາງ, ແຕ່ເພື່ອແກ້ແຄ້ນສ່ວນຕົວ, ແມ່ນແຕ່ຄົນຕາຍເຈົ້າກໍ່ບໍ່ຍອມລະເວັ້ນ, ຈັ່ງແມ່ນໂຫດຫ້ຽມແທ້."
ອູຈືຊີ້ອ່ານຈົດໝາຍແລ້ວເວົ້າຕໍ່ຜູ່ສົ່ງຈົດໝາຍວ່າ: "ຂໍໃຫ້ເຈົ້າຊ່ອຍຂ້າພະເຈົ້າຂອບໃຈນຳທ່ານເຊິ່ນປ່າວຊີ້, ບອກທ່ານວ່າຂ້າພະເຈົ້າເໝືອນເປັນຄົນເດີນທາງໄກ, ຟ້າຈະຄ່ຳແລ້ວ, ແຕ່ໄລຍະທາງຍັງໄກຫຼາຍຢູ່. ຂ້າພະເຈົ້າຮ້ອນໃຈນຳການແກ້ແຄ້ນ, ສະນັ້ນຈຶ່ງເຮັດເລື່ອງທີ່ບໍ່ຖືກຕາມຫຼັກທຳນອງຄອງທຳທົ່ວໄປບາງຢ່າງ.
ສຸພາສິດ "ຢື້ມູ້ຖູສົງ" ກໍ່ແມ່ນຜັນແປມາຈາກນິທານດັ່ງກ່າວ, ຄວາມໝາຍເດີມຂອງມັນແມ່ນຄຳເວົ້າຂອງອູຈືຊີ້ ຄື ຟ້າຈະຄ່ຳແລ້ວ, ແຕ່ໄລຍະທາງຍັງໄກຫຼາຍຢູ່. ພາຍຫຼັງມາໄດ້ໃຊ້ມາອຸປະມາສະພາບ "ບໍ່ມີທາງອອກ, ໝົດປັນຍາ". ຄວາມໝາຍຄ້າຍຄືກັນກັບສຳນວນລາວ ຄື ກຸດຈັ່ງກ້ວຍ ສ້ວຍຈັ່ງປີ.
ທ່ານຜູ່ຟັງທີ່ໂຄລົບ, ລາຍການອາລະຍະທຳຈີນພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ານທີ່ຮັບຟັງ, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.
|