ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 18:15:22    
ສິງ​ກະ​ໂປ​ຈະ​ເຂົ້າ​ຮ່ວມ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ລ້າງ​ຜານ​ຂະ​ຫນາດ​ໃຫຍ່

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ຫນັງ​ສື​ພິມ​ລຽນ​ເຫີ​ຈ່າວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ວັນ​ທີ 11 ກັນຍາ​ໄດ້​ແຈ້ງ​ຂ່າວ​ວ່າ, ວັນ​ທີ 10 ກັນ​ຍາ,ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ປະ​ກາດ​ວ່າ, ສິງ​ກະ​ໂປ​ຈະ​ເຂົ້າ​ຮ່ວມ​ສັນຍາ​ຫລາຍ​ຝ່າຍ​ກ່ຽວ​ກັບ​ການ​ບໍ່​ແຜ່​ຜາຍ​ອາວຸດ​ລ້າງ​ຜານ​ຂະ​ຫນາດ​ໃຫຍ່ 4 ສະ​ບັບ​ກ່ອນ​ປີ 2008.

ຂ່າວ​ແຈ້ງ​ວ່າ, ທ່ານ​ລີ​ຊຽນ​ລົງ​ແມ່ນ​ປະກາດ​ການ​ຕົກ​ລົງ​ດັ່ງ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສິງ​ກະ​ໂປ​ໃນ​ໄລ​ຍະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ລົບ​ຢູ່​ແຮນ​ຊີງ​ກີ ນະ​ຄອນ​ຫລວງ​ແຟນ​ລັງ​ໃນ​ວັນ​ທີ 10 ກັນ ຍາ.ທ່ານ​ລີ​ຊຽນ​ລົງ​ເວົ້າ​ວ່າ, ສິງ​ກະ​ໂປ​ຈະ​ເຂົ້າ​ຮ່ວມ​ສັນ​ຍາ​ຄວບ​ຄຸມ​ການ​ຂາ​ອອກ​ຫລາຍ​ຝ່າຍ​ເຊັ່ນ​ກຸ່ມ​ປະ​ເທດ​ສະ​ຫນອງ​ນິວ​ເຄຼຍ​ແລະ​ລະບອບ​ຄວບ​ຄຸມ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ແລະ​ເຕັກ​ນິກ​ຂອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ເປັນ​ຕົ້ນ,​ແລະ​ຈັດ​ເອົາ​ເຄື່ອງ​ຂອງ​ທີ່​ຖືກ​ຄວບ​ຄຸມ​​ໃນ​ສັນ​ຍາ​ເຫລົ່າ​ນີ້​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຄວບ​ຄຸມ ​ການ​ນຳ​ເຂົ້າ,ສົ່ງ​ຕໍ່​ແລະ​ການ​ຂົນ​ສົ່ງ​ຂ້າມ​ຊາດ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040