ຄຽງຄູ່ກັບລະດັບຊີວິດການເປັນຢູ່ຂອງຄົນເຮົາໄດ້ສູງຂຶ້ນເລື້ອຍໆ, ໃນຍາມພັກ, ຫຼາຍຄົນກໍ່ມັກໄປທ່ຽວຢູ່ສະຖານທີ່ຕ່າງໆ. ແຕ່ວ່າໄລຍະໄປທ່ຽວ, ຍ້ອນມີເງື່ອນໄຂຈຳກັດ, ມີຄວາມອັນຕະລາຍທີ່ແຝງຊ້ອນຢູ່ຫຼາຍຢ່າງໂດຍສະເພາະໃນດ້ານອາຫານການກິນ, ຄັນຊັ້ນເຮັດແນວໃດຈິ່ງຈະຫຼີກລ້ຽງຄວາມອັນຕະລາຍເຫຼົ່ານີ້ໄດ້, ແລ້ວເຮັດໃຫ້ການທ່ຽວສະດວກສະບາຍມ່ວນຊື່ນ? ໃນລາຍການມື້ນີ້, ພວກເຮົາຈະແນະນຳສິ່ງຄວນຮູ້ບາງຢ່າງ, ເພື່ອຮັບປະກັນຄວາມປອດໄພດ້ານອາຫານການກິນໃນເວລາທ່ອງທ່ຽວ.
ເວົ້າລວມແລ້ວ, ໃນເວລາໄປທ່ຽວ, ໃນດ້ານອາຫານການກິນ, ອາດຈະມີຄວາມອັນຕະລາຍ5ຢ່າງທີ່ແຝງຊ້ອນຢູ່ຄື: ອາຫານທີ່ຕົນເອງເອົາໄປນຳນັ້ນບໍ່ສະອາດ, ເກີດມີບັນຫາໃນເວລາເອົາອອກມາກິນ, ບັນຫາອະນາໄມຂອງຮ້ານອາຫານ, ບັນຫາຄວາມສະອາດຂອງນ້ຳດື່ມແລະບັນຫາການກິນໝາກໄມ້ດິບເປັນຕົ້ນ. ສະນັ້ນ, ໃນເວລາໄປທ່ຽວ, ຄວາມສະອາດຂອງອາຫານແມ່ນສຳຄັນກວ່າທາດບຳລຸງ.
ຫຼັກການສຳຄັນອັນໜຶ່ງຂອງອາຫານໃນເວລາໄປທ່ຽວນັ້ນແມ່ນກິນແລ້ວຮັບປະກັນບໍ່ໃຫ້ຍື່ງທ້ອງ, ເຈັບທ້ອງຫຼືຖອກທ້ອງ, ພ້ອມກັນນັ້ນ, ຄວນຮັບປະກັນໃຫ້ອາຫານຖືກປາກ. ສະນັ້ນ, ອາຫານທີ່ລະລາຍຍາກ, ລວມທັງອາຫານທີ່ມັນຫຼາຍເຊັ່ນຊີ້ນມັນ, ເຄື່ອງໃນສັດເຊັ່ນໝາກໄຂ່ຫຼັງແລະໄສ້ໝູ, ອາຫານທີ່ມີໃຍຫຍາບເຊັ່ນຜັກແປ້ນແລະຜັກເຊເລີລີ, ຂອງຫວານທີ່ໃສ່ນ້ຳມັນເນີຍ, ອາຫານທີ່ພາໃຫ້ຍື່ງທ້ອງແລະໄວ້ດົນບໍ່ໄດ້ເຊັ່ນຖົ່ວເຫຼືອງດິບແລະນ້ຳນົມເປັນຕົ້ນລ້ວນແຕ່ບໍ່ຄວນກິນຫຼາຍ. ພ້ອມກັນນັ້ນ, ຕ້ອງລະວັງເຄື່ອງດື່ມເຢັນ, ອາຫານເຜັດຮຶນແລະເຄື່ອງປຸງແຕ່ງຕ່າງໆກະຕຸ້ນກະເພາະລຳໄສ້. ແຕ່ລະຄາບຢ່າກິນອີ່ມຫຼາຍ, ອີ່ມປະມານເຈັດແປດສ່ວນພໍດີພໍຄວນ, ກິນຊ້າໆ, ເຖິງຈະແມ່ນຜູ້ທີ່ມັກກິນໄວ, ກໍຄວນໃຫ້ກິນຊ້າລົງ, ເພື່ອບໍ່ໃຫ້ຍື່ງທ້ອງ. ນອກນີ້, ບໍ່ຄວນກິນອາຫານພື້ນເມືອງທີ່ບໍ່ເຄີຍກິນຫຼືບໍ່ກິນຄ່ອຍໃນເມື່ອກ່ອນ, ອາຫານເຫຼົ່ານີ້ອາດຈະມີລົດຈັດ, ກິນຫຼາຍອາດຈະພາໃຫ້ຖອກທ້ອງແລະຍື່ງທ້ອງ.
ໃນໄລຍະໄປທ່ຽວ, ແຕ່ລະມື້ຕ້ອງຮັບປະກັນໃຫ້ມີອາຫານທາດແປ້ງທີ່ພຽງພໍ, ແຕ່ຢ່າກິນຂອງຈືນ, ເຊັ່ນ: ເຂົ້າໜົມຈັບກ້ວຍ, ຮັບປະກັນມີໄຂ່ໄກ່ໜ່ວຍໜຶ່ງ(ບໍ່ແມ່ນໄຂ່ຈືນ), ນົມຈອກໜຶ່ງ(ດີທີ່ສຸດແມ່ນນົມສົ້ມ, ເພາະນ້ຳນົມປະໄວ້ດົນບໍ່ໄດ້, ຈະພາໃຫ້ຖອກທ້ອງ), ຕ້ອງມີຊີ້ນບໍ່ມັນພໍປະມານ, ພ້ອມກັນນັ້ນ, ຍັງຕ້ອງມີຜັກໃບຂຽວຫຼາຍແດ່ແລະໝາກໄມ້, ສັ່ງກິນອາຫານທີ່ເປັນຊຸດກໍດີຄືກັນ, ເພື່ອຮັບປະກັນໃຫ້ໄດ້ກິນຫຼາຍປະເພດໃນຄາບໜຶ່ງ. ພະຍາຍາມບໍ່ກິນເຄື່ອງດື່ມທີ່ຫວານຫຼາຍເຊັ່ນ: ນ້ຳອັດລົມ, ແລະກໍຢ່າເຊື່ອນ້ຳໝາກໄມ້ສົດ, ນ້ຳແຮ່ທາດແມ່ນເຄື່ອງດື່ມທີ່ດີທີ່ສຸດໃນເວລາໄປທ່ອງທ່ຽວ, ແຕ່ລະມື້ຄວນຮັບປະກັນດື່ມນ້ຳແຮ່ທາດ3ແກ້ວ(ແກ້ວລະປະມານ600ມີລີລິດ).
ຂ່າວສຸຂະພາບປະຈຳອາທິດ: ຍ່າງໄວມື້ລະ30ນາທີຈະຊ່ອຍໃຫ້ຈ່ອຍລົງທ່ານຜູ້ຟັງ, ຕາມການຄົ້ນຄວ້າຂອງມະຫາວິທະຍາໄລຮາເວີດຂອງອາເມລິກາສະແດງໃຫ້ເຫັນວ່າ, ຫັດກາຍ1ຊົ່ວໂມງ, ຈະອາຍຸຄົນເຮົາອອກໄປອີກ2ຊົ່ວໂມງ, ແຕ່ລະມື້ຖ້າຍ່າງແບບໄວໆຫຼາຍກວ່າ5ພັນກ້າວນັບລວມ, ຈະຊ່ອຍເຮັດໃຫ້ແອວກິ່ວຫຼຸດນ້ຳໜັກແລະມີສຸຂະພາບເຂັ້ມແຂງ. ຕາມການຄົ້ນຄວ້າຂອງມະຫາວິທະຍາໄລຮາເວີດ, ການຫັດກາຍເພື່ອປ້ອງກັນພະຍາດແລະຮັກສາສຸຂະພາບ, ບໍ່ຈຳເປັນຕ້ອງອອກກຳລັງກາຍຢ່າງໜັກໜ່ວງຫຼາຍປານໃດ, ທະແນມແຕ່ໃຊ້ເວລາທີ່ພໍມີ, ຫັດກາຍແບບງ່າຍໆນັບລວມເຂົ້າກັນຄົບໜຶ່ງຊົ່ວໂມງກໍພໍແລ້ວ.
ສົມມຸດວ່າ: ໃຊ້ເວລາຫວ່າງເລັກໜ້ອຍເພື່ອຫັດກາຍ, 5ນາທີຫຼື10ນາທີກໍ່ໄດ້, ຍ່າງ, ປີນຂັ້ນໄດທີ່ເຮັດໃຫ້ສິ້ນເປືອງກາໂລລີໃນຮ່າງກາຍຢ່າງຕໍ່ເນື່ອງ, ກໍຈະຫຼຸດອັດຕາກວມລວມຂອງການຕາຍໃຫ້ໜ້ອຍລົງ43%ແລະຫຼຸດຄວາມສ່ຽງເປັນໂຣກມະເຮັງ32%, ອັດຕາເປັນພະຍາດອຸກອັ່ງໃຈກໍຈະຫຼຸດໜ້ອຍລົງຢ່າງຫຼວງຫຼາຍ, ເຊິ່ງກໍໝາຍຄວາມວ່າຫັດກາຍ1ຊົ່ວໂມງຈະຍືດອາຍຸຄົນໄດ້2ຊົ່ວໂມງ. ພວກເຮົາຄວນຈື່ໄວ້ວ່າຍາມທຳມະດາຢ່ານັ່ງດົນຫຼາຍ, ຄວນຢືນແລະຍ່າງໄປມາແລະຂຶ້ນລົງຂັ້ນໄດໃຫ້ຫຼາຍ, ແຕ່ລະອາທິດຢ່າງໜ້ອຍຕ້ອງມີ5ມື້ຫັດກາຍໝົດຕົນໂຕ, ມື້ລະເຄິ່ງຊົ່ວໂມງຂຶ້ນໄປ, ສາມາດປ້ອງກັນພະຍາດຊຳເຮື້ອແລະຮັກສາສຸຂະພາບ, ບໍ່ຈຳເປັນຫັດກາຍແບບໜັກເກີນກຳລັງວັງຊາຂອງຕົນ.
ຜູ້ທີ່ບໍ່ລຶ້ງຫັດກາຍມາກ່ອນນັ້ນ, ທຳອິດອາດຍ່າງ, ຍ່າງໄວ, ເຮັດສວນ, ພາໝາອອກໄປຍ່າງ, ລ້າງລົດແລະເຮັດວຽກບ້ານການເຮືອນກໍໄດ້, ແບບນີ້ນອກຈາກຝຶກຕີນແລ້ວ, ກໍໄດ້ຝຶກກ້າມຊີ້ນທົ່ວຮ່າງກາຍນຳອີກ, ເຕືອນຕົນເອງຢູ່ເລື້ອຍໆວ່າຢ່ານັ່ງລ້າຢູ່ດາຍ, ຢືນໃຫ້ຫຼາຍ, ຍ່າງໃຫ້ຫຼາຍ, ອາທິດໜຶ່ງຍຶດໝັ້ນຫັດກາຍ5ມື້, ຢ່າງໜ້ອຍມື້ລະເຄິ່ງຊົ່ວໂມງ, ຈະປ້ອງກັນພະຍາດຊຳເຮື້ອແລະຮັກສາສຸຂະພາບໄດ້.
ຍ່າງແມ່ນຮູບແບບຫັດກາຍທີ່ງ່າຍດາຍກວ່າໝູ່, ແນະນຳໃຫ້ທ່ານຄວນອີງໃສ່ສະພາບຕົວຈິງຂອງສຸຂະພາບຂອງຕົນ, ຍ່າງໄວນາທີໜຶ່ງ100ກ້າວຫາ120ກ້າວ, ຮອດລະດັບທີ່ຫາຍໃຈເສົ່າແຕ່ຍັງລົມກັບຄົນອື່ນໄດ້ຢູ່ຫົວໃຈເຕັ້ນປະມານ120ບາດຕໍ່ນາທີ, ແຕ່ລະມື້ຕ້ອງການແຕ່ເຄິ່ງຊົ່ວໂມງເທົ່ານັ້ນ, ຫຼືໃຊ້ເວລາທີ່ມີພຽງເລັກນ້ອຍ3ເຖິງ5ນາທີໃນມື້ໜຶ່ງ, ແຕ່ລະມື້ນັບລວມແລ້ວຍ່າງ5ພັນບາດກ້າວຂຶ້ນໄປ, ຈະເຮັດໃຫ້ຄົນໄວກາງທີ່ອ້ວນພີບໍ່ມັກຫັດກາຍນັ້ນຫຼຸດນ້ຳໜັກລົງ2ກິໂລ, ແອວນ້ອຍເຂົ້າ3ເຊັນ, ເຮັດແບບນີ້ຈັກ2ຫາ3ເດືອນກໍຈະເຫັນຜົນຢ່າງເດັ່ນຊັດ.
|