ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-12 15:43:01    
ການ​ຮ່ວມມື​​ທາງ​ເສດຖະກິດ​ຢູ່ເຂດ​ອ້ອມອ່າວ​​ພາກ​ເໜືອນັບ​ມື້​ນັບຫຼາຍ

cri

​ທ່ານຜູ່​ຟັງ​ທີ່​ໂຄລົບ, "ອ່າວ​ພາກ​ເໜືອ"ຕັ້ງຢູ່​​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງຈີນ. ປັດຈຸບັນ, ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ຈີນກັບ​ອາຊ​ຽນ​​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈ​ນຳ​​ເຂດ​ອ່າວ​ພາກ​ເໜືອຫຼາຍກວ່າ​ເກົ່າ. ​ໃນ​ລາຍ ການແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ການ​ຮ່ວມ​ມື​ທາງ​ເສດຖະກິດ​​ຢູ່​ເຂດອ້ອມ​ອ່າວ​ພາກ​ເໜືອ​ທີ່ນັບ​ມື້​ນັບ​ຫຼາຍສູ່​ທ່າ​ນຟັງ.

ອ່າວ​ພາກ​ເໜືອ​ແມ່ນ​ອ່າວ​ທະ​ເລ​ທີ່​​ເປັນ​ຮູບ​ໂຄ້ງ ​ເຊິ່ງອ້ອມ​ຮອບໂດຍ​ດິນ​​ແດນຂອງ​ຈີນ​ຫວຽດໜາມ​ແລະ​ເກາະ​​​​ໄຫຫລຳ​ຈີນ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ​ຢູ່​ລຸ່ມ​ຂອງ​ອ່າວ​ພາກ​ເໜຶອ​ແມ່ນ​ເຂດ​ໜຶ່ງຂອງ​ຈີນ​ມີ​​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼວງຫຼາຍ, ຢູ່​ອ້ອມ​ຂ້າງມີ 6 ປະ​ເທດ​ອາຊ​ຽນ, ​ເຊັ່ນ, ​ມາ​ເລ​ເຊຍ ອິນ​ໂດ​ເນ​​ຊີ​ແລະ​ບຣູ​ໄນ​ເປັນຕົ້ນ. ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​ໄດ້ກ້າວໄປ​ໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ, ​ເຂດອ່າວ​ພາກ​ເໜືອທີ່​ຢູ່​ແລວ​ເສດຖະກິດທະ​ເລ​ຂອງ​ຈີນ​ເລີ່​ມ​ເຮັດ​ໃຫ້​ຄົນ​ທັງຫຼາຍສົນ​ໃຈ​ນຳ.

ຫວ່າງ​ມໍ່​ໆມານີ້, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ທາງ​ເສດ​​ຖະກິດ​​ເຂດອ້ອມ​ອ່າວ​ພາກ​ເໜືອ​ຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ ​ເມືອງ​ເທດ​ສະບາ​ນຂອງ​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ. ​ເຈົ້າໜ້າ​ທີ່ ນັກວິຊາ​ການ​ ຜູ້​ຊ່ຽວຊານ​ແລະຕົວ​ແທນຂອງ​ວີ​ສາ​ຫະກິດ​ທີ່​ມີ​ຊື່ສ​ຽງ 160 ກວ່າ​ຄົນທີ່​ມາ​ຈາກຈີນ​ ບຣູ​ໄນ ອິນ​ໂດ​ເນ​​ເຊຍ ມາ​ເລເຊຍ​ແລະ​ປະ​ເທດ​ອື່ນໆ​ໄດ້​​ເຂົ້າຮ່ວມ​ກອງ​ປະຊຸມ​ເພື່ອປຶກສາ​ບັນຫາ​ການ​ຮ່ວມ​ມື​ຢູ່ເຂດອ້ອມ​​ອ່າວ​ພາ​ກ​ເໜືອ. ​ເວທີ​ປາ​ໄສ​ໄດ້​ອອກ​​ຖະ​ແຫຼງການ​​ວ່າ, ​ເຂດ​ອ້​ອມອ່າວ​ພາກ​ເໜືອ​ໃນ​ຖານະ​ເປັນ​ຂົວ​ຂ້າມ ທະເລ​ເຮັດ​ໃຫ້​ຈີນ​ຫັບ​ອາຊ​ຊຽນຕິດ​ຈອດ, ຈະຮ່ວມມືກັນ​ຢ່າງ​ສະ​ໜິດ​ແໜັ້ນ ໃນ​ການ​ຂົນ​ສົ່ງ​ວັດ​ສະ​ດຸ​ບໍລິການ ການ​ຜະ​ລິດ ການ​ຄ້າແລະ​ການ​ລົງທຶນເປັນ ຕົ້ນ, ພ້ອມ​ກັນ​ຊຸກ​ຍູ້ເຂດ​ນີ້​ເລັງລັດ​ພັດ​ທະ​ນາ.

ໃນ​ເວ​ລາ​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວ, ທ່ານ ວັນ ​ເດີ ລິນ​ເດັນ ຜູ້​ອຳນວຍ​ການທະ​ນາຄາ​ນພັດ​ທະ​ນາອາຊີຫຼື ADB ເວົ້າວ່າ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ການ​ເພີ່ມ​ສ້າງ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ເຂດ​ອ້ອມ​ອ່າວ​ພາກ​ເໜືອ.​ທ່ານ​ເວົ້າ​ວ່າ," ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ຢູ່​ເຂດ​ອ່າວ​ພາກ​ເໜືອ​ມີຄວາມ​ຫວັງ​ສູງ. ສຳ​ລັບ​ເຂດ​ກວາງ​ຊີ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົງທຶນ​ສ້າງ​ທາງ​ຫຼວງ, ເຊັ່ນ, ລົງ​ທຶນ​ສ້າງ​ທາງ​ຫຼວງ​ແຕ່ນະ​ຄອນ​ນານ​ນີງ​ຮອດ​ຊາຍ​ແດນ​ຫວຽດ​ໜານ, ທາງ​ເສັ້ນ​ນີ້​ສຳຄັນຫຼາຍ​ໃນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຈີນ ຫວຽດໜາມ. ​ທະນາຄານພັດທະ​ນາ​ອາ​ຊີ​ຍິນ​ດີ​ລົງ​ທຶນ​ໃນ​ແຜນ​ພັດ​ທະ​ນາ​ທາງ​ຫຼວງ​ຫຼື​ທ່າ​ເຮືອ, ​ເພື່ອ​ຊຸກ​ຍ້ການ​ພັດທະ​ນາເຂ​ດອ້ອມ​ອ່າວ​ພາກ​ເໜືອ. "​

ທາງ​ດ່ວນທີ່ທ່ານວັນ ​ເດີ ລິນ​ເດີນ​ເວົ້າ​ເຖິງ​ນັ້ນ​ແມ່ນ​ທາງ​ດ່ວນ​ແຕ່ນະຄອນ​ນານ​ນິງ ​ເມືອງ​ເທດ​ສະບານ​ເຂດ​ປົກຄອງຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຫາດ່ານ​ມິດຕະພາບ​ຢູ່​ຊາຍ​ແດນ​ຈີນຫວຽດ. ທາງ​​ເສັ້ນ​ນີ້​​ເລີ່​ມນຳ​ໃຊ້​ໃນ​ເດືອນ​ພະ​ຈິກ​ປີ 2005. ​ ​ເປັນ​ທາງ​ດ່ວນ​ເສັ້ນ​ທຳ​ອິດ​ທີ່​ເຊື່​ອມຕໍ່​ຈີນ​ກັບປະ​ເທດ​ອາຊ​ຽນ, ​ເຖິງ​ວ່າ​ມັນ​ຍາວ​ບໍ່​ເຖິງ 180 ກິ​ໂລ​ແມັດ​ກໍ່ຕາມ, ​ແຕ່​ພາຍຫຼັງທາງ​ເສັ້ນນີ້​​ເລີ່​ມ​ແລ່ນ​ລົດ​ແລ້ວ, ​ຂີ່​ລົດ​ແຕ່​​ເມືອງ​ນານ​ນິງ​​ໄປຮອດ​ດ່ານ​ມິດຕະພາບ​​ໃຊ້​ເວລາພ​ຽງ​ສອງ​ຊົ່ວ​ໂມງ​ເທົ່າ​ນັ້ນ, ​​ສັ້ນກວ່າ​ແຕ່​ກ່ອນ​ປະມານ​ເຄິ່ງໜຶ່ງ. ​ສຳຄັນ​ກວ່ານັ້ນ​ແມ່ນ​, ທາງ​​ເສັ້ນ​ນີ້​ໄດ້​ເປີດຊ່ອງ​ທາງ​ສາກົນ​​ແຕ່​ຈີນ​ໄປ​ຫາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເຮັດ​ໃຫ້​ໄລຍະ​ທາງລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃກ້ກວ່າ​ເກົ່າ​ຫຼາຍ.

ຕາມ​ສະ​ຖິຕິຂອງ​ດ່ານ​ພາສີ, ພາຍຫຼັງທາງ​ດ່ວນ​ແຕ່ນານ​ນິງຫາ​ດ່ານ​ມິດຕະພາບ​ເປີດ​ບໍລິການແລ້ວ, ຍອດ​ມູນ​ຄ້າ​ສິນຄ້າ​ທີ່​ສົ່ງອອກ​ແລະ​ນຳ​ເຂົ້າຈີນ​ໂດ​ຍຜ່ານ​ດ່ານ​ມິ​ດ ຕະພາບນັ້ນ​ໄດ້​ເພີ່ມຫຼາຍກວ່າ​​ໄລ​ນະດຽວ​ກັນ​ຂອງ​ປີ​ກາຍ 38% , ບັນລຸ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ. ທ່ານ​ນາງ​ເຊີນຊ​ຽວຢີ່ງ ຜູ້​ຮັບຜິດ​ຊອບ​ພາສີ​ດ່ານ​ມິດຕະພາບບອກ​ນັກ​ຂ່າວ​ວ່າ, ​​ແຕ່​ກອ່ນ, ໝາກ​ໄມ້ໄທບໍ່​ເຄີຍ​ຜ່ານດ່ານ​ມິດຕະພາບ​​​​​ເຂົ້າ​ໄປ​ຈີນ​ຈັກ​ເທື່ອ, ​ແຕ່​ໃນ​ທ້າຍ​ປີ​ກາຍ​ໄດ້​ຜ່ານ​ດ່ານ​ມິດຕະພາບ​ເຂົ້າຈີນ​ໄດ້​ແລ້ວ.

ນາງ​ເວົ້າວ່າ,  " ​ແຕ່​ກ່ອນ, ໝາກ​ໄມ້​ທີ່​ຈາກ​ໄທ​ນຳ​ເຂົ້າຈີນນັ້ນ​ແມ່ນ​ມາທາງ​ທະ​ເລ​, ກິນ​ເວລາ​ອາ​ທິດ​ປາຍ. ຫຼັງຈາກ​​ໄດ້ສ້າງ​ທາງຫຼວງສັ້ນນີ້​ສຳ​ເລັດ​ແລະ​ໃຫ້​ແລ່ນລົດ​ແລ້ວ​ແມ່ນ​ສະດວກ​ແລະ​ວ່ອງ​ໄວ​ທີ່​ສຸດ, ຄື​ຕາມ​ປົກກະຕິ​ແລ້ວ, ​ໃຊ້ເວລາພຽງ​ແຕ່​ສາມ​ຫາຫ້າມື້​ເທົ່າ​ນັ້ນ.​"​

ທ່ານ​ເຊີນ​ອູ ຮອງ​ປະ​ທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ເວົ້າວ່າ, ​ເຂດ​ກວາງຊີ​ຈະ​ອອກ​ແຮງ​ຂະ​ຫຍາຍ​ການ​ຂົນ​ສົ່ງ​ທາງ​ບົກ​ລະ​ຫວ່າງ​ຈີນ​ກັບ​ອາຊ​ຽນ. ທ່ານ​ເວົ້າວ່າ, " ​ພວກ​ຂ້າພະ​​ເຈົ້າມີ​​​ແຜນ​ການ​ດັ່ງນ​ນີ້, ​ຄື, ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ ​ເຊິ່ງ​ແຕ່ນະຄອນ​ນານ​ນີງ​ເຂດ​ກວາງ​ຊີຫານະຄອນ​ຫຼວງ​ຮາ​ໂນ້ຍຫວຽດນາມ​ຕ້ອງ​ເຊື່ອມ​ຕິດຕໍ່​ກັນ​ຢ່າງ​​ແນ່ນອນ​ໃນ​ອະນາຄົດ, ​ແຕ່​ຮາ​ໂນ້ຍຮອດ​ນະຄອນ​ຫຼວງວຽງຈັນ, ຕໍ່​ໃສ່​ບາງ​ກອກລົງ​ໄປ​ທິດ​ໃຕ້, ຮອດມະ​ເລ​ເຊຍ​ແລະ​ສິງກະ​ໂປ, ​ປະກອບ​ເປັນ​ເສັ້ນທາງ​ໃຫຍ່​ເຊື່ອມ​ນະຄອນ​ນານ​ນີງຫາສິງກະ​ໂປ. ພາຍຫຼັງ​ເສັ້ນທາງ​​ເກິ​ດຂຶ້ນ​ແລ້ວ, ຈະ​ມີ​ຜົນ​ດີທີ່​ສຸດຕໍ່ການ​ພັດທະນາ​ເສດຖະກິ​ດທາງ​ຜ່ານ​ແລະຕໍ່​ກາ​ນພັດທະນາ​​ປະ​ເທ​ດທີ່​ຢູ່​ລຽບທາງ​ຜ່ານ.​"​

ນອກຈາກ​ການ​ຂົນ​ສົ່ງ​ທາງບົກ​​ແລ້ວ, ການ​ຂະຫຍາຍ​ການ​ຂົນ​ສົ່ງວັດ​ສະດຸ​ຜ່ານທ່າ​ກຳ​ປັ່ນ​ຂອງ​ນະຄອນ​ຕ່າງໆ​ທີ່​ຢູ່​ເຂດອ້ອມ​ອ່າວ​ພາກ​ເໜືອກໍ່​ໄດ້​ເຂົ້າສູ່​ບາດກ້າວ​ໃໝ່. ​ທ່າ​ຟາງ​ເຊີງ​ແລະ​​ທ່າ​ຊີ​ນ​ໂຈ​ວ​ເຂດ​ກວາງຊີ​ພວມ​ສ້າງທ່າ​​ເຮືອ​ສະ​ເພາະ​ເພື່ອ​ເປັນທ່າ​ຈອດ​ຕູ້​ບັນຈຸ​ສິນຄ້າ​ແລະ​ທາງ​ເດີນ​ເຮື​ອນ້ຳ​ເລິກ, ພ້ອມ​ກັນນັ້ນ, ກໍ່ປັບ​ປຸງ​ລະບົບ​ການ​ຂົນ​ສົ່ງ​ຮ່ວມ​ລະຫວ່າງ​ທ່າກ່ຳ​ປັ່ນ ທາງລົດ​ໄຟ​ແລະ​ທາງຫຼວງ. ຢ່ອີກູ​ຂ້າງໜຶ່ງ​ຂອງອ່າວ​ພາກ​ເໜືອ, ​ທ່າກຳ​ປັ່ນ​ໄຊ​ງ່ອນແລະ​ທ່າກຳ​ປັ່ນ​ຮາ​ຍ​ຟອງຂອງຫວຽດນານ​ກໍ່​ພວມ​ເລັງການກ​ກໍ່​ສ້າງຢູ່. ຝ່າ​ຍທີ່​ກ່ຽວຂ້ອງ​ຄາດ​ຄະ​ເນ​ວ່າ, ພາຍ​ໃນ 3 ປີ, ປະລິມານ​ຂົນ​ຖ່າຍສິນຄ້າ​ຂອງ​ທ່າ​ກຳ​ປັ່ນ​ຢູ່​ເຂດ​ອ້ອມອ່າວ​ພາກ​ເໜືອ​ຈະ​ບັນ​ລຸ 200 ລ້ານ​ໂຕນ, ຈະ​ກາຍ​ເປັນຕາ​ໜ່າງການ​ຄ້າ​ທີ່​ເອົາ​ທ່າ​ກຳ​ປັ່ນ​ເປັນ​ບ່ອນ​ອີງ​ເພື່ອ​ມຸງ​ໜ້າ​ໄປ​ສູ່​ອາຊ​ຽນ.

ທ່າ​ແຮງຂອງ​ການ​ຮ່ວມ​ມື​ທາງ​ເສດຖະກິດຢູ່​ເຂ​ດອ້ອມ​ອ່າວ​ພາກ​ເໜືອ​ຍັງ​ຢູ່​ບ່ອນ​ວ່າ, ຢູ່​ເຂດ​ນີ້​ມີ​ແຫຼ່ງທ່ອງທ່ຽວ​ອັນ​ອຸດົມ​ສົມ​ບຸນ. ​ຫວ່າງ​ມໍ່ໆ​ມານີ້, ຈີນ​ກັບ 9 ນະຄອນ​ຂອງຫວ​ຽດໜາມ​ໄດ້​ເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ເພື່ອການ​ຮ່ວມ​ມື​ທ່ອງ​ທ່ຽວຢູ່​ວົງ​ທ່ອງ​ທ່ຽວອ່າວ​ພາກ​ເໜືອ, ​ໂດຍ​ຕົກລົງ​ວ່າ, ​ຈະ​ສ້າງ​ຕະ​ຫຼາດ​ທ່ອງ​ທ່ຽວ​ບໍ່​ມີ​ສິ່ງ​ກີດຂວາງ​ໃນ​ເຂດ​ດັ່ງກ່າວ. ປັດຈຸບັນ, ​ເສັ້ນ​ທາງ​ການ​ທ່ອງ​ທ່ຽວ​ທາງູ​ທະ​ເລ​ແຕ່​ທະ​ເລ​ໄປ​ໄຮ​ຂອງ​ຈີນ​ຫາອ່າວ​ຮາ​ລັອງ​ຂອງຫວຽດນາມ​ໃນ​ເຂດ​ອ່າວ​ພາ​ກ​ເໜືອ​ໄດ້​ກາຍ​ເປັນ​​ເສັ້ນທາງ​ທ່ອງ​ທ່ຽວ​ໄດ້ຜົນຫຼາຍທີ່​ສຸດ​ໃນ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ຮ່ວມ​ມື​ທາງ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ຫວຽດນາມ​ແລ້ວ.

ທ່ານ​ຊາວ​ຢຸ້ນຊູ ຮອງຫົວໜ້າ​ຫ້ອງ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດຖະບານ​ຈີນ​ເຫັນ​ວ່າ, ການ​ພັດທະນາ​ຮ່ວມ​ມື​ທາງ​ເສດຖະກິດ​ຢູ່​ເຂດ​ອ້ອມ​ອ່າວ​ພາກ​ເໜືອ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດຕ​ຕໍ່​ການ​ພັດທະນາ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

​​ທ່ານ​ເວົ້າວ່າ, " ​ເພາະວ່າ, ອ່າວ​ພາກ​ເໜືອ​ແມ່ນ​ທາງ​ອອກ​ສູ່ທະ​ເລ​ແຫ່ງດຽວ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ຈີນ. ປັດຈຸບັນ,  ​ເບິ່ງ​ໄປ​ແລ້ວ, ​ເງື່ອນ​ໄຂ​ໃນ​ດ້ານ​ທ່າ​ກຳ​ປັ່ນ​ແລະ​ຄົມ​ະນາ​ຄົມ​ຂົນ​ສົ່ງ​ຢູ່​​ແຫ່ງ​ນີ້​ຍັງ​ບໍ່​ທັນ​ພຽງພໍ. ສະນັ້ນ, ການສ້າງ​ເຂດ​ເສດຖະກິດ​​ເຂດອ້ອມ​ອ່າວ​ພາກ​ເໜືອ​ໃຫ້​ດີນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ກາ​ນພັດທະນາ​ພາກ​ຕາ​ເວັນ​ຕົກຈີນ."

ນັກ​ວິ​ເຄາະ​ເຫັນ​ວ່າ, ​​ໃນຕໍ່ໜ້າ, ການ​ຮ່ວມ​ມື​ທາງ​ເສດຖະກິດ​ຢູ່​ເຂດ​ອ້ອມ​ອ່າວ​ພາກ​ເໜືອ​ຄວນ​ເສີມ​ຂະຫຍາຍ​ບົດ​ຍາດ​ຂອງຊ່ອງ​ທາງ​ທ​ະ​ເລຫຼາຍກວ່າ​ເກົ່າ, ​ເພີ່ມ​ການ​ຮ່ວມ​ມື​ຂົນ​ສົ່ງ​ວັດສະດຸຢູ່​ທ່າ​ກຳ​ປັ່ນ​ແລະ​ແບ່ງ​ງານ​ຕາມ​ຂະ​ແໜງ​ການ, ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ກັບປະ​ເທດ​ອາຊ​ຽນ; ພ້ອມ​ກັນນັ້ນ, ຕ້ອງ​ຮ່ວມ​ມື​ພັດທະນາ​ຊັບພະຍາກອນທາງທະ​ເລ, ​ເລັ່ງ​ພັດທະນາ​ນະຄອນ​ທີ່​ຢູ່ແຄມ​ທະ​ເລ. ສຳລັບ​ຈີນ​ກັບປະ​ເທດທີ່​ກ່ຽວ​ຂ້ອງຂອງ​ອາຊ​ຽນ​ແລ້ວ,  ນີ້​ຈະ​ແມ່ນທາງ​ເລືອກ​ທີ່​ຕ່າງຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ.