ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-12 16:07:41    
ແຜ່ນດິນ​ໃຫຍ່​ໃນ​ສາຍຕາ​ຂອງ​ນັກ​ສຶກສາ​ໄຕ້​ຫວັນ

cri
​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສະມາຄົມ​​ມິດຕະ​ພາບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທົ່ວ​ປະ​ເທດຈີນ​ໄດ້​ຈັດໃຫ້​ມີຄ້າຍ​ພັກ​ແຮມລະດູ​ຮ້ອນ​ສຳລັບ​ຊາວ​ໜຸ່ມ​ໄຕ້​ຫວັນ,ນັກ​ສຶກສາ​ໄຕ້​ຫວັນ1300ກວ່າ​ຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ມາ​ແຜ່ນດິນ​ໃຫຍ່​ເປັນ​​ເທື່ອ​ທຳ​ອິດ,ການ​ເດີນທາງ​ມາ​ແຜ່ນດິນ​​ໃຫຍ່​ຄັ້ງ​ນີ້​ໄດ້​ເຮັດ​​ໃຫ້​ເຂົາ​ເຈົ້າ​ມີ​ພາບ​ປະ​ທັບ​​ໃຈ​ຢ່າງ​ເລິກ​ເຊິ່ງ.

 ​ໃນ​ໄລຍະ​ຈັດ​ກິດຈະກ​ຄ້າຍພັກ​ແຮມ​ລະດູ​ຮ້ອນ,ຊາວ​ໜຸ່ມ​ໄຕ້ຫວັນ​ເຫຼົ່າ​ນີ້​ໄດ້​ແບ່ງ​ເປັນສິບ​ກວ່າ​ກຸ່ມ.ບາງ​ຄົນ​ໄດ້​ໄປ​ທ່ຽວ​ເມືອງ​ຊີ່​ອ່ານ​ເຊິ່ງ​ເປັນ​ເມືອງ​ຫຼວງບູຮານ​ຂອງ​ຈີນ,​ແລະ​ໄດ້​ຟັງ​ເພງ​ພື້ນ​ເມືອງພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ທີ່​ດັງ​ກ້ອງກັງ​ວານ​​​ເຮັດ​ໃຫ້​ມີ​ຄວາມ​ຕື້ນ​ຕັນ​ໃຈ​ໃນ​ເວລາ​ຢືນ​ຟັງ​ເພງ​ຢູ່ຕາມ​ກຳ​ແພງ​ເມືອງ​ເປັນ​ຄັ້ງ​ທຳ​ອິດ;ບາງ​ຄົນ​​ໄດ້​ໄປ​ຮອດ​ແຂວງ​ເຊ​ສວນ​ແລະ​ໄດ້​ຊົມ​ທິດ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ​ຂອງ​ແຫຼ່ງທ່ອງ​ທ່ຽວ ຈີວ​ໄຈ້​ໂກ່ວ.ສ່ວນ​ບ່ອນ​ສຸດ​ທ້າຍ​ໃນ​ການ​ເດີນທາງ​ຂອງ​ເຂົາ​ເຈົ້າ​ເທື່ອ​ນີ້​ກໍ​ແມ່ນ​ນະຄອນຫຼວງ​ປັກ​ກິ່ງ,​ແນ່ນອນ​ແລ້ວ​ກໍ​ຕ້ອງ​ໄດ້​ໄປ​ປີນກຳ​ແພງ​ຍັກ​ແລະ​ທ່ຽວ​ພະ​ລາຊະ​ວັງ​ບູຮານ.

ສອງ​ຝັ່ງ​ຊ່ອງ​ແຄບ​ຫ່າງ​ຈາກ​ກັນ​ພຽງ​ແຕ່300ກວ່າ​ໄມ​ທະ​ເລເທົ່າ​ນັ້ນ,​ແຕ່​ຍ້ອນ​ມູນ​ເຫດ​ຕ່າງໆ,​ຊາວ​ໜຸ່ມ​ໄຕ້​ຫວັນ​ບໍ່​ໄດ້​ຊອກ​ຮູ້​ແຜ່ນດິນ​ໃຫຍ່ຫຼາຍ​ປານ​ໃດ.ທ້າວ​ວາງ​ເຈິ້ງ ນັກ​ສຶກສາ​ປີ​ສາມ​ຂອງ​ມະຫາວິ​ທະຍາ​ໄລ​ສ້າງ​ຄູ​ໄຕ້​ຫວັນ​ເວົ້າ​ວ່າ,​ໃນ​ຍາມ​ນ້ອຍ,ລາວ​ມັກ​ອ່ານ​ປຶ້ມ​ປະຫວັດ​ບູຮານ​ຂອງ​ຈີນ,​ເທື່ອ​ນີ້​ມາ​ຮອດ​ແຜ່ນດິນ​ໃຫຍ່,​​ເຮັດ​ໃຫ້​ລາວ​ຮັບ​ຮູ້​ວັດທະນະທຳ​​ຈີນ​ຫຼາຍ​ກວ່າ​ເກົ່າ.ທ້າວ​ວາງ​ເຈິ້ງ​ເວົ້າວ່າ,

​ເມື່ອ​ພວກ​ເຮົາ​ຢືນ​ຢູ່​ໜ້າ​ສຸສານ​ຮວງ​ຕີ້,ຢູ່​ໜ້າ​ຮູບ​ປັ້ນ​ທະຫານ​ແລະ​ມ້າສຸສານ​ຊິງ​ສີ​ຮົງ​ເຕ,ພວກ​ເຮົາ​​ໄດ້​ສຳຜັດ​ກັບ​ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ຈີນ.​ແຕ່​ກ່ອນ​ຢູ່​ໄຕ້​ຫວັນ,ພວກ​ເຮົາພຽງ​ແຕ່​ອ່ານ​ປຶ້ມ​ແບບຮຽນເທົ່າ​ນັ້ນ,ດຽວນີ້​ພວກ​ເຮົາ​ໄດ້​ມາ​ເຫັນ​ກັບ​ຕາ​ແລ້ວ,ຈຶ່ງ​ຮັບ​ຮູ້​​ເຖິງ​ປະຫວັດສາດ​5000ປີ​ແລະ​ວັດທະນະທຳ​ຫຼາຍ​ເຄົ້າ​ຂອງ​ຈີນ,​ເຊິ່ງ​ໄດ້​ກວມ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ.

​ໃນ​ເວລາ​ຢູ່​ແຜ່ນດິນ​ໃຫຍ່,ສະມາຊິກ​ຄ້າຍ​ລະດູ​ຮ້ອນ​ບໍ່ພ​ຽງ​ແຕ່​ໄປ​ທ່ຽວ​ທັດສະນີ​ຍະ ພາບ​ແລະ​ບູຮານ​ສະຖານ​ຕ່າງໆ​ເທົ່າ​ນັ້ນ,​ເຂົາ​ເຈົ້າຍັງ​ໄດ້​​​ເຮັດ​ວຽກ​ຄື​ກັບ​ເປັນນາຍ​ຊ່າງ​.​ໃນ​ມື້​ໜຶ່ງ,ສະມາຊິກ​ຄ້າຍ​ລະດູ​ຮ້ອນ​ໄດ້​ມາ​ຮອດ​"​ໄບກົ່ງ​ຝັງ"ຄືຄຸ້ມ​ນາຍ​ຊ່າງ​ທີ່ຢູ່​ພາກ​ໃຕ້​ຂອງ​ປັກ​ກິ່ງ.ຄຳ​ວ່າ"​ໄບກົ່ງ"​ແມ່ນ​ຊື່​ລວມຂອງ​ນາຍ​ຊ່າງ​ຜູ້​​ເກັ່ງ​ໃນ​ພື້ນ​ເມືອງ​ສະ​ໄໝ​ບູຮານ​ຂອງ​ຈີນ.​ຢູ່​ແຫ່ງ​ນີ້,​ເຂົາ​ເຈົ້າ​ໄດ້​ເຫັນ​ເຄື່ອງ​ສິລະ​ປະກຳ​ອັນ​ເປັນ​ມູນ​ເຊື້ອ,ຄື ​ເຄື່ອງ​ລົງ​ຢາ ​ເຄື່ອງ​ສະຫຼັກຢົກ​ແລະ​ເຄື່ອງ​ສະຫຼັກ​ດ້ວຍ​ງາ​ຊ້າງ​ເປັນ​ຕົ້ນ.​ເມື່ອ​ທ່ຽວ​​ໄປ​ໝົດ​ແລ້ວ,​ເຂົາ​ເຈົ້າ​ໄດ້​ແບ່ງ​ເປັນຫຼາຍຈຸ,ຮຽນ​ຕັດ​ຮູບ​ເຈ້​ຍ,ຮຽນປັ້ນ​ຮູບຄົນດ້ວຍ​ດິນ​ແລະຖັກສານ​ຂອດ​ເຊືອກຈີນ​ເປັນ​ຕົ້ນ.​ໃນ​ຍາມ​ທຳ​ມະ​ດາ,ຊາວ​ໜຸ່ມ​ເຫຼົ່າ​ນີ້​ເຄີຍ​ລຶ້ງ​​ແຕ່​ຈັບ​ປາກກາ​ແລະຫຼິ້ນ​ຄີ​ບອດ,​ສະ​ນັ້ນ​ເມື່ອ​ໄດ້​ມາ​ເຮັດ​ຕົວ​ຈິງ​ງານ​ຝີ​ມື​ແບບ​ງ່າຍດາຍ​ແບບ​ນີ້​,​ເຂົາ​ເຈົ້າ​ເລີຍ​ຮັບ​ມື​ບໍ​ທັນ,​ເຈ້ຍ​ສີ​ທີ່​ຖືກ​ຕັດ​ຢ່າງ​ບໍ່​ເປັນ​ລະບຽບງາມ​ຕາ,​ເຊືອກ​ແດງ​ທີ່​ຂັດກັນ,ດິນ​ທີ່​ບໍ່​ໄດ້​ປັ້ນ​ເປັນ​ຮູບກໍ​ຢັ່ງຢາຍ​ຢູ່​ທົ່ວທີບ.ດັ່ງ​ນັ້ນ,ສະມາຊິກຂອງ​ຄ້າຍ​ຈຶ່ງ​ເຄົາລົບ​ນັບຖືຝີ​ມື​ອັນເກັ່ງກ້າ​ຂອງ​ນາຍ​ຊ່າງ​ພື້ນ​ເມືອງ​ແທ້ໆ.

ມາ​ແຜ່ນດິນ​ໃຫຍ່​ເປັນ​ເທື່ອ​ທຳ​ອິດ​ພຽງ​ແຕ່​ທ່ຽວ​ຫຼິ້ນ​ຊື່ໆ​ກໍ​ພໍ​ແລ້ວ​ບໍ່?​ແນ່ນອນມັນ​ບໍ່​ພໍ.ຊາວ​ໜຸ່ມ​ທີ່​ມີ​ອາຍຸ​ຊ່ຳກັນ​​ ຢູ່​ໃນແຜ່ນດິນ​ໃຫຍ່ສົນ​ໃຈນຳ​ຂ່າວ​ຄາວ​ທັນ​ສະ​ໄໝ​ຄື​ກັນ​ກັບ​ຕົນ​ເອງ​ຫຼື​ບໍ່,ຈັດ​ວາງ​ແຜນການ​ແນວ​ໃດ​ໃນ​ຊີວິດ,ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ຫົວ​ຂໍ້​ທີ່​ຊາວ​ໜຸ່ມ​ໄຕ້​ຫວັນ​ຢາກ​ຊອກ​ຮູ້.ສະ​ນັ້ນ,ການ​​​ໄປ ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກັບ​ນັກ​ສຶກສາຢູ່​ໂຮງຮຽນ​ຊັ້ນ​ສູງ​ຕ່າງໆຂອງ​ແຜ່ນດິນ​ໃຫຍ່​,ກໍ​ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳຄັນ​ໃນ​ກິດຈະກຳ​ເທື່ອ​ນີ້.

ຢູ່​ມະ​ຫາ​ວິທະຍາ​ໄລຊົນ​ເຜົ່າ​ສູ​ນກາງ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ປັກ​ກິ່ງ,ສະມາຊິກ​ຄ້າຍ​​ໄດ້​ຮັບ​ການ​ຮັບ​ຕ້ອນ​ດ້ວຍ​ຮູບ​ການ​ພິ​ເສດ.

ຂ້ອຍ​ຊື່​ປາ​ເຄອີ​ຈາດີ,  ຂ້ອຍ​ຊື່​ຮາ​ຊີ​​ເຕຍ.ພວກ​ເຮົາ​ແມ່ນ​ຊົນ​ເຜົ່າ​ກາ​ຊັກ​ຂອງ​ເຂດ​ຊິ່ນ​ຈ່ຽງ.ຍິນ​ດີ​ຕ້ອນຮັບ​ພວກ​ເຈົ້າ​ມາ​ຢາມ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ.ນີ້​ແມ່ນ​ຮີດ​​ເຜົ່າ​ກາ​ຊັກ​ພວກ​ເຮົາ,ຖ້າວ່າ​​ໄດ້​ຢິບຫຼື​ຍາດ​ໄດ້​​ເມັດນ້ຳຕານ​ກ້ອນ​ນີ້,ກໍ​ໝາຍ​ຄວາມ​ວ່າ​​ເຈົ້າ​ຈະ​ມີ​ໂຊກ​ດີ​ແລ​ະຂໍ​ໃຫ້​ເຈົ້າ​ຈົ່ງ​ສົມ​ປາຖະໜາ.

ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​​ແມ່ນ​ໂຮງຮຽນ​ຊັ້ນ​ສູງ​ແຫ່ງ​ໜຶ່ງທີ່​ມີ​ຊື່ສ​ຽງຢູ່​ແຜ່ນດິນ​ໃຫຍ່​ຈີນ​ເຊິ່ງຮັບ​ເອົາ​ນັກ​ສຶກສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເປັນ​ຕົ້ນຕໍ,ສ່ວນ​ສະມາຊິກ​ຄ້າຍພັກ​ແຮມ​ລະ​ດູ​ຮ້ອນ​ທີ່​ມາ​ຢາມ​ເທື່ອ​ນີ້​ສ່ວນ​ຫຼາຍ​ກໍ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ​ໄຕ້​ຫວັນ.​ແຕ່​ໃດ​ມາ,ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກໍ​ມີ​ຊື່ສ​ຽງຍ້ອນ​ຟ້ອນ​ລຳ​ທຳ​ເພງ​ເກັ່ງ,ຊາວ​ໜຸ່ມ​ທີ່​ມັກ​ຮອງ​ມັກ​ຟ້ອນ​ເຫຼົ່າ​ນີ້​ພົບ​ກັນ​ແລ້ວ,ຮູ​ບການ​ແລກປ່ຽນ​ທີ່ດີ​ທີ່​ສຸດ​ກໍ​ແມ່ນ​ດົນຕີ​ແລະ​ການ  ​ຟ້ອ​ນ​ນັ້ນ​ເອງ.

ທ້າວ​ຫູ​ເຈິ້ງ​ກຸ້ຍ ນັກ​ສຶກສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​​ໄຕ້​ຫວັນ​ແມ່ນ​ຜູ້​ທີ່ຫ້າວຫັນ​ກວ່າ​ໝູ່​ໃນ​ການ​ເດີນທາງ.ລາວ​ເວົ້າ​ວ່າ,ຢູ່​ບ້ານ​ເກີດ​ຂອງ​ລາວ​ມີ​ເພງ​ໜຶ່ງ​ຊື່ ນ້າຫຼູວ່ານ ​ໄດ້​ສືບ​ທອດ​ກັນ​ມາ​ທຸກ​ຮຸ່ນ​ຄົນ.​ທຳນອງເພງ​ນີ້​ມີ​ຊີວິດ​ຊີວາ​ແລະ​ເບີກບານ​ມ່ວນ​ຊື່ນ,ສະ​ນັ້ນລາວ​ໄດ້​ພາຫຼາຍ​ຄົນຢືນ​ອ້ອມ​ເປັນ​ວົງ,ທັງ​ຮ້ອງ​ທັງ​ຟ້ອນ.​ໂດຍ​ມີ​ການ​ນຳພາ​ຂອງ​ທ້າວ​ຫູ​ເຈິ້ງ​ກຸ້ຍ,ທຸກຄົນ​​ກໍ​ເກາະ​ແຂນ​ກັນ​ຮ້ອງ​ເພງ ນ້າ​ຫຼູວ່າ​ນ.

ຢູ່​ໂຮງຮຽນ​ແຫ່ງ​ນີ້,ສະມາຊິກ​ຄ້າຍ​ຍັງ​ໄດ້​ທ່ຽວ​ຫໍພິພິທະ​ພັນຊົນ​ເຜົ່າ.​ເມື່ອ​ຊົມ​ເຄື່ອງ​ວາງສະ​ແດງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຜ່ນດິນ​ໃຫຍປະ​ເທດ​ຊາດ​ເປັນ​ຄັ້ງ​ທຳ​ອິດ, ​ເຂົາ​ເຈົ້າ​ທັງ​ຮູ້ສຶກ​ແປກ​​ໃຈທັງ​ຖ່າຍຮູບ​ເອົາ​ຢ່າງ​ນັບ​ບໍ່​ຖ້ວນ.ຢູ່​ນີ້,​ເຂົາ​ເຈົ້າ​ຍັງ​ໄດ້​ສັງ​ເກດ​ເຫັນຢ່າງ​ງຶດ​ງໍ້​ວ່າ​ມີ​ຫ້ອງ​ວາງສະ​ແດງ​ວັດຖຸບູຮານ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄຕ້​ຫວັນ​ໂດຍ​ສະ​ເພາະ.​ເມື່ອ​​ໄດ້ເຫັນວັດຖຸ​ບານ​ຮານ​ເຫຼົ່າ​ນີ້​ໄດ້​ຮັກສາ​ແລະ​ວາງ​ສະ​ແດງ​ເປັນຢ່າງ​ດີ​ຢູ່​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ,​ເຂົາ​ເຈົ້າ​ຮູ້​ສຶກພູມໃຈ​ທີ່​ສຸດ.

ນັກ​ສຶກສາ​ໄຕ້​ຫວັນ​ຫຼາຍ​ຄົນ​ມາ​ແຜ່ນດິນ​ໃຫຍ່​ເທື່ອ​ນີ້,ບໍ່ພ​ຽງ​ແຕ່​​ແມ່ນ​ເຫັນ​ກັບ​ຕາ​ເທົ່າ​ນັ້ນ,​​ແຕ່​ຍັງ​ສຶກສາ​ໄປ​ພ້ອມ.ຕົວຢ່າງ​ວ່າ,​ເຂົາ​ເຈົ້າຫຼາຍ​ຄົນ​ຮຽນ​ວິຊາ​ການ​ປົກຄອງ​,ພໍ​ລົງ​ຍົນປັບ,ຫຼາຍ​ຄົນ​ກໍ​ເລີ່​ມສຶກສາ​ແຜນຜັງ​ເມືອງປັກ​ກິ່ງ,​ເຂົາ​ເຈົ້າ​ກໍ​ເຄີຍ​ປຶກສາ​ກັນ​ກ່ຽວ​ກັບ​ເສດຖະກິດ​ແຜ່ນດິນ​ໃຫຍ່​ເປັນ​ຫຍັງ​ຈຶ່ງ​ສາມາດ​ຈະ​​ເລີ​ນຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ເວລາ​ສັ້ນໆ,ຊາວ​ໜຸ່ມ​ໄຕ້​ຫວັນ​ເຫຼົ່າ​ນີ້​​ບໍ່ພໍ​ໃຈ​ປານ​ໃດ​ທີ່​ເປັນ​ພຽງ​ຜູ້​ສັງ​ເກ​ດຢູ່​ຂ້າງ​ນອກ​ຂອງ​ຂະບວນການ​ພັດທະນາ​ຂອງ​ແຜ່ນດິນ​ໃຫຍ່.ທ້າວ​ວາງ​ເຈິ້ງ​ຂອງ​ມະ​ຫາ​ວິທະຍາ​ໄລ​ສ້າງ​ຄູ​ໄຕ້​ຫວັນ​ເວົ້າ​ວ່າ,ລາວ​ມີ​ໝູ່​ຫຼາຍ​ຄົນ​ຢູ່​ໄຕ້​ຫວັນ​ກໍ​ຫວັງ​ຢາກ​ມາ​ຮຽນ​ແລະ​ເຮັດ​ວຽກ​ຢູ່​ແຜ່ນດິນ​ໃຫຍ່,ສ່ວນ​ລາວ​ເອງ​​ແມ່ນ​ເອົາ​ໃຈ​ໃສ່​ຫຼາຍ​ທີ່​ສຸດ​ນຳ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ລາວ​ເວົ້າ​ວ່າ,

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ​2008​ໃກ້​ຈະ​ມາ​ຮອດ​ແລ້ວ,ຂ້ອຍ​ເຫັນ​ວ່າ​ມີ​ສອງ​ຈຸດ​ຕ້ອງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ໂດຍ​ດ່ວນ,ຄື​ໜຶ່ງຕ້ອງປັບປຸງ​ການ​ເດີນທາງ​ຢູ່​ປັກ​ກິ່ງ,ອີກ​ຢ່າງ​ໜຶ່ງ​ແມ່ນ​ຕ້ອງ​ເພີ່ມ​ການ​ອົບຮົມ​ພາສາ​ຕ່າງປະ​ເທດ.