ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-12 17:03:58    
ກຳ​ປູ​ເຈຍ​ກຽມ​ໃຫ້​ເດັກ​ນ້ອຍ​ທັງ​ຫມົດ​ເຂົ້າ​ໂຮງ​ຮຽນ​ຟີ​ໃນ​ປີ 2015

cri Author: sayvanny
ຕາມ​ຂ່າວ​ຈາກ​​ເວັບ​ໄຊ​ຂອງ​ຂ່າວ​ສານ​ຊີນ​ຮວາ: ຫນັງ​ສື​ພິມ​ຮວາ​ຊ່າງ​ຢື້​ປ້າວ​ຂອງ​ກຳ​ປູ​ເຈຍ​ສະ​ບັບ​ວັນ​ທີ 12 ກັນ​ຍາ​ລາຍ​ງານ​ວ່າ, ລັດ​ຖະ​ບານ​ກຳປູ​ເຈຍ​ໄດ້​ກຳນົດ​ເປົ້າ​ຫມາຍ​ໃຫ້​ເດັກ​ນ້ອຍ​ທັງ​ຫມົດ​ເຂົ້າ​ໂຮງ​ຮຽນ​ຟີ​ໃນ​ປີ 2015,ພ້ອມ​ກັນ​ນັ້ນ​ກຽມ​ຫລຸດ​ອັດ​ຕາ​ກຶກ​ຫນັງ​ສື​ຂອງ​ຜູ່​ໃຫຍ່​ໃຫ້​ຫນ້ອຍ​ລົງ​ຢ່າງ​ຫລວງ​ຫລາຍ.

ວັນ​ທີ 11 ກັນ​ຍາ,​ໃນ​ກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ຍິງ​ຊາຍ​ສະ​ເຫມີ​ພາບ​ກັນ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ຂອງ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ​ແລະ​ອະ​ນຸ​ພາກ​ພື້ນ​ອາ​ຊີ​ໃຕ້​ທີ່​ຈັດ​ຂຶ້ນ​ຢູ່​ພະ​ນົມ​ເປັນ,​ເລ​ຂາ​ທິ​ການ​ລັດ​ຖະ​ການ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ​ກຳ​ປູ​ເຈຍ​ເວົ້າ​ວ່າ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ພວມ​ພະ​ຍາ​ຍາມ​ສ້າງ​ໂຮງ ຮຽນ​ໃຫມ່​ຢູ່​ບ່ອນ​ມໍ່​ເຂດ​ຄຸ້ມ​ເຮືອນ​ຢູ່,​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ເດັກ​ຍິງ​ເຂົ້າ​ໂຮງ​ຮຽນ,ຊ່ອຍ​ຍົກ​ອັດ​ຕາ​ເຂົ້າ​ໂຮງ​ຮຽນ​ຂອງ​ເດັກ​ຍິງ​ໃຫ້​ສູງ​ຂຶ້ນ.ນອກ​ນີ້,ລັດ​ຖະ​ບານ​ຍັງ​ຈະ​ໃຫ້​ບູ​ລິ​ມະ​ສິດ​ແກ່​ຜູ່​ຍິງ, ​ເຮັດ​ໃຫ້​ຜູ່​ຍິງ​ມີ​ໂອ​ກາດ​ເປັນ​ຄູ​ສອນ​ໃນ​ໂຮງ​ຮຽນ​ປະ​ຖົມ​ແລະ​ໂຮງ​ຮຽນ​ມັດ​ທະ​ຍົມ.

ກອງ​ປະ​ຊຸມ​ເທື່ອ​ນີ້​ຈັດ​​ເປັນ​ເວ​ລາ​ຫນຶ່ງ​ມື້, ຜູ່​ແທນ​ຂອງ​ກຳ​ປູ​ເຈຍ ຈີນ ສ.​ເກົາ​ຫລີ ຍີ່​ປຸ່ນ ຫວຽດ​ນາມ ລາວ ບັງ​ກຼາ​ເດັດ​ແລະ​ອົງ​ການ​ຢູ​ເນສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້.