ແຂວງກຸ້ຍໂຈ່ວ ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ,ຢູ່ແຂວງນີ້ມີບ້ານໜຶ່ງຊື່ວ່າຈ້າວຊິງ ເຊິ່ງເປັນບ່ອນໜຶ່ງທີ່ມີຊາວເຜົ່າຕຸ້ງ ພາກຕາເວັນອອກສຽງໃຕ້ແຂວງກຸ້ຍໂຈ່ວຫຼວງຫຼາຍດຳລົງຊີວິດຢູ່.ເມື່ອຫຼຽວເບິ່ງແຕ່ໄກ,ຈະເຫັນນາຂັ້ນໄດເປັນຊັ້ນໆແຈກຢາຍຕາມພູ,ເຫັນໝູ່ເຮືອນທີ່ໜາແໜ້ນພໍຄຸມມຸມຍ້ອນມີເມກໝອກກ້ຽວກອດຢູ່. ເຊີນທ່ານພ້ອມກັບນັກຂ່າວພວກເຮົາໄປບ້ານຈ້າວຊິງເພື່ອເປັນແຂກຂອງບ້ານເຜົ່າຕຸ້ງ.
ຢູ່ນອກປະຕູເຂົ້າບ້ານຈ້າວຊິງ,ໝູ່ບ່າວສາວເຜົ່າຕຸ້ງທີ່ໃສ່ຊຸດຊົນເຜົ່າໄດ້ຄອຍຖ້າແຕ່ດົນແລ້ວເພື່ອຕ້ອນຮັບແຂກຄົນທີ່ຈະມາເຖິງ.ພວກຜູ່ບ່າວທັງເປົ່າແຄນທັງຟ້ອນ,ມ່ວນຊື່ນຟົດຟື້ນຫຼາຍ,ພວກຜູ້ສາວ ຮ້ອງເພງເຜົ່າຕຸ້ງ,ທັງຍົກຈອກເຫຼົ້າຂາວທີ່ຄອບຄົວເພິ່ນຕົ້ມເອົາເອງນັ້ນມອບໃຫ້ແຂກ ທັງຫຼາຍ.ຕາມປະເພນິຂອງເຜົ່າຕຸ້ງ,ແຂກຕ້ອງດື່ມເຫຼົ້າໃຫ້ໝົດຈິ່ງຜ່ານປະຕູເຂົ້າບ້ານໄດ້.ສະນັ້ນ,ນັກຂ່າວກໍໄດ້ດື່ມເຫຼົ້າໝົດຈອກຕາມປະເພນິເພິ່ນ.
ເມື່ອຍ່າງເຂົ້າບ້ານຈົ່ງຈ້າຍໃນໝູ່ບ້ານເຜົ່າຕຸ້ງ,ກໍໄດ້ເຫັນເຮືອນຮ້ານທີ່ງາມປານີດຫຼາຍຫຼັງຢັງຢາຍຕາມແຄມຫ້ວຍ,ຢູ່ລະຫວ່າງເຮືອນຕ່າງໆແມ່ນນານ້ຳ,ສະນ້ຳແລະສວນຜັກຕ່າງໆ.ພວກແມ່ປ້າເຜົ່າຕຸ້ງທີ່ຊັກເສື້ອຢູ່ແຄມນ້ຳໄດ້ສົ່ງສຽງດັງຂອງໄມ້ຄ້ອນທັບເສື້ອ,ສຽງຊຸກໂມ້ແລະສຽງຕ່ຳຫູກທີ່ສົ່ງມາຈາກທຸກໆຫຼັງເຮືອນພ້ອມດ້ວຍສຽງຕີເຄື່ອງເງິນຂອງຊ່າງຕີເງິນ,ທັງໝົດເຫຼົ່ານີ້ເໝືອນດັ່ງພວມເສບເພງຊົນນະບົດທີ່ມ່ວນອອນຊອນຫູ.ບ້ານລັກສະນະນີ້,ໃນໝູ່ບ້ານເຜົ່າຕຸ້ງຍັງມີ4ບ້ານ.
ສຽງເພງທີ່ມ່ວນຫູໄດ້ສົ່ງມາຈາກເດີ່ນກາງບ້ານຢ່າງບໍ່ຂາດສາຍ. ບ້ານເຜົ່າຕຸ້ງບໍ່ໃຫຍ່ປານໃດ,ທຳມະດາແລ້ວມີ100ຫາ200ຄອບຄົວ,ແຕ່ລະບ້ານລ້ວນແຕ່ໄດ້ສ້າງເດີ່ນກາງບ້ານ,ຢູ່ເດີ່ນກາງບ້ານ,ຂ້າງໜຶ່ງແມ່ນຫໍກອງທີ່ໃຫຍ່ສູງ,ຂ້າງໜຶ່ງແມ່ນເວທີສະແດງທີ່ກວ້າງຂວາງ.ຖ້າມີກິດຈະກຳສຳຄັນໃນບ້ານ,ຊາວບ້ານໝົດທຸກຄົນລ້ວນແຕ່ເຕົ້າໂຮມກັນຢູ່ແຫ່ງນີ້,ພ້ອມກັນນັ້ນ,ແຫ່ງນີ້ກໍແມ່ນສະຖານທີ່ຊາວໜຸ່ມຍິງຊາຍເຜົ່າຕຸ້ງມາກ້ຽວພາລາສີກັນ.
ຫໍກອງແມ່ນສິ່ງກໍ່ສ້າງສັນຍະລັກຂອງບ້ານເຜົ່າຕຸ້ງ,ຮູບນອກຂອງມັນຄ້າຍຄືທາດ,ສູງ20ກວ່າແມັດ.ຢູ່ອ້ອມແອ້ມຫໍມີຮົ້ວໄມ້,ຍັງໄດ້ວາງຕັ່ງແປ້ນມ້າໄວ້ໃຫ້ຄົນນັ່ງພັກຜ່ອນ.ຫໍກອງຖືກຄ້ຳດ້ວຍເສົາໄມ້,ບໍ່ໄດ້ໃຊ້ຕະປູເຫຼັກຈັກດວກ,ອັນໄດ້ສ່ອງແສງໃຫ້ເຫັນເຖິງເຕັກນິກສະຖາປັດຕະຍະກຳອັນຍອດຢ້ຽມຂອງຊ່າງກໍ່ສ້າງເຜົ່າຕຸ້ງ.ທ້າວລູລິວເສິງ ບ່າວເຜົ່າຕຸ້ງຜູ່ໜຶ່ງບອກວ່າ,ໃນບ້ານເຜົ່າຕຸ້ງ,ແຕ່ລະບ້ານລ້ວນແຕ່ມີຫໍກອງແນວນີ້.
"ສິ່ງກໍ່ສ້າງສຳຄັນກວ່າໝູ່ຂອງເຜົ່າຕຸ້ງພວກເຮົາແມ່ນຫໍກອງ,ຊາວບ້ານພວກເຮົາເກືອບໝົດທຸກຄົນມີນາມສະກຸນລູ້,ບັນພະບູລຸດພວກເຮົາແມ່ນວົງຕະກຸນລູ້,ພາຍລຸນມາໄດ້ແຍກອອກເປັນ5 ຕະກຸນ,ຫໍກອງຫຼັງໜຶ່ງກໍ່ຕາງໜ້າໃຫ້ວົງຕະກຸນໜຶ່ງ,ວົງຕະກຸນພວກເຮົາກໍປຸກເຮືອນອ້ອມຫໍກອງ."
ເມື່ອຍ່າງເຂົ້າໄປໃກ້ຫໍກອງ,ກໍໄດ້ເຫັນບ່າວສາວ10ກວ່າຄົນໄດ້ລຽນແຖວຢ່າງເປັນລະບຽບ,ຮ້ອງເພງຕ້າເກີຂອງ ເຜົ່າຕຸ້ງ ທີ່ມີຊື່ສຽງ.ເພງຊະນິດນີ້ບໍ່ມີຜູ່ພາຕີຈັງຫວະແລະກໍບໍ່ມີການເສບດົນຕີປະກອບ,10ກວ່າຄົນຕ່າງຮ້ອງລະດັບສຽງຕ່າງກັນ,ແຕ່ພັດກົມກຽວກັນ.ສຽງສູງ ຮ້ອງ ນຳ,ສຽງຕ່ຳປະສານສົມທົບ,ລາງເທື່ອດັງກ້ອງມ່ວນຫູ,ລາງເທື່ອອອນຊອນອ່ອນໂຍນ.ແຕ່ວ່າສິ່ງທີ່ເປັນໜ້າເຄົາລົບນັ້ນແມ່ນຜູ່ຮ້ອງເພງຕາເກີຂອງເຜົ່າຕຸ້ງບໍ່ໄດ້ຜ່ານການອົບຮົມວິຊາສະເພາະ,ພຽງແຕ່ອາໄສພອນສະຫວັນດ້ານ ດົນຕີທີ່ມີມາແຕ່ເກີດ, ເຂົາເຈົ້າກໍສາມາດຮ້ອງເພງຕາເກີຫຼ່ຽນໄຫຼເໝືອນດັ່ງເມກລ່ອງລອຍແລະສາຍ ທາລາ,ເປັນໜ້າອອນຊອນແທ້ໆ.
ຜູ່ສາວເຜົ່າຕຸ້ງຜູ່ໜຶ່ງທີ່ຊື່ວ່າດວງຈັນ ບອກນັກຂ່າວວ່າ,ສະຖານທີ່ຝຶກຊ້ອມການຮ້ອງເພງຕາເກີເຜົ່າຕຸ້ງແມ່ນພິຖີພິຖັນທີ່ສຸດ,ທຳມະດາແລ້ວ,ມີແຕ່ໃນບຸນປະເພນີທີ່ສຳຄັນຫຼືຕ້ອນຮັບແຂກຜູ່ມີກຽດທີ່ມາຈາກທາງໄກຈິ່ງຮ້ອງເພງຢູ່ໃນຫໍກອງໄດ້.
ເພງຕາເກີຂອງເຜົ່າຕຸ້ງໄດ້ແບ່ງເປັນສຽງສູງແລະສຽງຕ່ຳ,ລ້ວນແຕ່ແມ່ນອອກສຽງຮຽນແບບທຳມະຊາດ,ຕົວຢ່າງຄືຮຽນແບບສຽງຈັກຈັ່ນ,ສຽງນົກຮ້ອງເປັນຕົ້ນ,ສະນັ້ນ,ເພງຕາເກີຂອງເຜົ່າຕຸ້ງຈິ່ງຖືກເອີ້ນເປັນສຽງທຳມະຊາດ.
ພວກເຮົາພວມເພີນຈິດເພີນໃຈນຳສຽງເພງຕ້າເກີທີ່ມ່ວນອອນຊອນ,ຈົນບໍ່ຮູ້ວ່າຟ້າມືດແຕ່ຍາມໃດ.ສຽງເພງທີ່ດັງມາຈາກຫໍກອງໄດ້ຈາກສຽງຫຼາຍລະດັບກາຍມາເປັນສຽງຄ່ອຍທີ່ຮ້ອງແບບຕອບຂານກັນ,ສຽງເພງອອນຊອນປົນກັບສຽງຫົວມ່ວນຊື່ນ,ເຮັດໃຫ້ຜູ່ຟັງຕິດໃຈຢ່າງເລິກເຊິ່ງ.
ຢູ່ອ້ອມແອ້ມຫໍກອງ,ນັກຂ່າວໄດ້ເຫັນຮ້ານຂາຍເຄື່ອງຫັດຖະກຳເຜົ່າຕຸ້ງຫຼາຍຮ້ານ,ໃນຮ້ານຄ້າເຫຼົ່ານີ້ໄດ້ວາງຂາຍເຄື່ອງເງິນແລະຜ້າແສ່ວຫຼາຍຊະນິດ.ເຄື່ອງເງິນມີຕຸ້ມຫູ,ປອກຄໍ,ປອກແຂນ,ເຄື່ອງເອ້ແຕ່ຫົວຮອດຕີນມີໝົດທຸກຢ່າງ.ລວດລາຍຖັກແສ່ວມີດອກໄມ້,ແມງກະເບື້ອເປັນຕົ້ນ,ລ້ວນແຕ່ປານີດແລະເປັນຕົວຕົນຄືມີຊີວິດ.
ນັກຂ່າວໄດ້ຍ່າງເຂົ້າຮ້ານຄ້າແຫ່ງໜຶ່ງ,ລົມກັບເຈົ້າຂອງຮ້ານທີ່ຊື່ວ່າ,ລູ້ຊູ້ຮວາຍ,ອາຍຸປະມານ50ປີ.ຕັ້ງແຕ່ມີຜູ່ມາທ່ຽວບ້ານຈ້າວຊິງຫຼາຍຂຶ້ນແລ້ວ,ຄອບຄົວເພິ່ນກໍເລີ່ມເຮັດທຸລະກິດຂາຍເຄື່ອງຫັດຖະກຳເຜົ່າຕຸ້ງ.ຄຽງຄູ່ກັບຮ້ານຄ້າໜັບມື້ນັບຂາຍດິບຂາຍດີ,ຊີວິດຂອງຄອບຄົວເພິ່ນກໍຮັ່ງມີກວ່າແຕ່ກ່ອນຫຼາຍ.ປັດຈຸບັນ,ທ່ານລູ້ຊູ້ຮວາຍບໍ່ພຽງແຕ່ໄດ້ປຸກເຮືອນໃໝ່,ຍັງໄດ້ຊື້ເຄື່ອງໄຟຟ້າໃໝ່ຫຼາຍອັນ
ທ່ານລູ້ຊູ້ຮວາຍໄດ້ອ່ານໜັງສືຫຼາຍ,ເພິ່ນໄດ້ເອົາໃຈໃສ່ນຳການອະນຸລັກແລະໂຄສະນາວັດທະນະທຳຊົນເຜົ່າຕົນ.ທ່ານເຫັນວ່າ,ທຸລະກິດຂາຍເຄື່ອງຫັດຖະກຳເຜົ່າຕຸ້ງບໍ່ພຽງແຕ່ຈະສ້າງລາຍໄດ້,ພ້ອມທັງມີຜົນດີຕໍ່ການໂຄສະນາວັດທະນະທຳເຜົ່າຕຸ້ງອີກ.
ການເຮັດທຸລະກິດຂາຍເຄື່ອງຫັດຖະກຳເຜົ່າຕຸ້ງສາມາດໂຄສະນາວັດທະນະເຜົ່າຕຸ້ງພວກເຮົາ,ຍັງສາມາດເຮັດໃຫ້ນັກທ່ອງທ່ຽວຮູ້ວ່າບ້ານເຜົ່າຕຸ້ງຈ້າວຊິງມີເຄື່ອງຫັດຖະກຳທີ່ມີສີສັນພິເສດສເພາະຊົນເຜົ່າ.
ໃນເວລາອຳລາຈາກທ່ານລູ້ຊູ້ຮວາຍ,ທຸກໆຄອບຄົວໃນບ້ານລ້ວນແຕ່ໄດ້ດັງໄຟແຕ່ງກິນ,ຮອດເວລາຊິມອາຫານອັນແຊບຊ້ອຍຂອງເຜົ່າຕຸ້ງແລ້ວ.ຊາວເຜົ່າຕຸ້ງມັກກິນເຂົ້າໜຽວ,ເພື່ອໃຫ້ມີລົດຊາດທີ່ແຕກຕ່າງ,ເຂົາເຈົ້າມັກກິນກັບອາຫານທີ່ມີລົດສົ້ມຄືປາສົ້ມ,ຊີ້ນສົ້ມແລະສົ້ມ ຜັກ ເປັນຕົ້ນ,ແຊບນົວຫຼາຍ.ວິທີເຮັດອາຫານອັນໂອຊາເຫຼົ່ານີ້ກໍພິເສດຫຼາຍ,ເອົາອາຫານຫໍ່ເຂົ້າໜຽວແລະເກືອ,ແລ້ວໃສ່ໄຫດອງ10ຫາ15ມື້,ລາງເທື່ອໃຊ້ເວລາຫຼາຍປີ,ໃຫ້ອາຫານໝັກເຊື້ອເອງ,ເພື່ອໃຫ້ມີລົດສົ້ມ.
ກິນອາຫານແຊບຊ້ອຍຂອງເຜົ່າຕຸ້ງ,ດື່ມເຫຼົ້າຂາວອັນຫອມໆ,ພ້ອມກັນຊາວເຜົ່າຕຸ້ງຮ້ອງລຳທຳເພງຢ່າງສົມອົກສົມໃຈ,ເວົ້ານົວຫົວມ່ວນຢ່າງເບີກບານ.ອັນໄດ້ພາໃຫ້ພວກເຮົາເໝືອນດັ່ງຢູ່ໃນໂລກແຫ່ງຄວາມມ່ວນຊື່ນລື້ນເລີງຈົນລືມເວລາ
|