ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 14:20:57    
ຂົວ​ທາງ​ອາ​ກາດ​ວັນ​ທີ​12​ກັນ​ຍາ

cri

 ທີ່​ນີ້,ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,ລາຍ​ການ"ຂົວ​ທາງ​ອາກາດ"​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ,ມື້​ນີ້ດວງ​ພະຈັນ​ເປັນ​ຜູ້​ຈັດ​ລາຍ​ການ.ຫວ່າງ​ມໍ່ໆ​ນີ້,ພວ​ກ​ເຮົາ​ໄດ້​ຮັບ​ຈົດໝາຍຂອງ​ນ້ອງ​ອ່ອນ​ຄຳ​ ອິນ​ແສງ ທີ່​ບ້ານ​ໂພ​ທອງ ​ເມືອງ​ບຸນ​ໃຕ້ ​ແຂວງ​ຜົ້ງສາລີ.ຈົດໝາຍ​ຂອງ​ນ້ອງ​ທີ່​ມີ12​​ໃບ​ນັ້ນ​​ໄດ້​​ສະ​​ແດງ​​ຄວາມຄິດ​ຄວາມ​ເຫັນ​ຂອງ​ນ້ອງ​ອ່ອນ​ຄຳນັບ​ແຕ່​ນ້ອງ​ໄດ້​ຟັງ​ລາຍການ​ຂອງ​ວິທະຍຸCRIພວກ​ເຮົາມາ​ນີ້.​ເມື່ອ​ໄດ້​ອ່ານ​ຈົດໝາຍ​ສະບັບ​ນີ້,ພວກ​ເຮົາ​ທັງ​ຮູ້ສຶກ​ດີ​ໃຈ​ທັງ​ຮູ້​ສຶກ​ພາກ​ພູມ​ໃຈ​

ໃນ​ຈົດໝາຍ,ນ້ອງ​ອ່ອນ​ຄຳ ອິນ​ແສງຂຽນ​ວ່າ,ນ້ອງ​ກໍ່​ແມ່ນ​ຜູ້​ໜຶ່ງ​ເຊິ່ງ​ເປັນ​ພົນລະ​ເມືອງ​ລາວ​ທີ່​ຕິດຕາມ​ຮັບ​ຟັງ​ວິທະຍຸCRIຂອງ​ພວກ​ອ້າຍ​ເອື້ອຍ​ມາ​ໂດຍ​ຕະຫຼາດ,​ແຕ່​ບໍ່​ເຄີຍ​ຂຽນ​ຈົດໝາຍ​ມາ​ເຖິງCRIພາກ​ພາສາ​ລາວ​ຈັກ​ເທື່ອ,
​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ.​ໃນ​ຄວາ​ມຮູ້ສຶກ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ນ້ອງ​ຕໍ່​CRI​ແມ່ນ​ສະຖານີ​ວິທະຍຸ​ແຫ່ງ​ໜຶ່ງ​ທີ່​ເປັນ​ແຫ່ງ​ສື່​ຂໍ້​ມູນ​ຂ່າວສານ,ສື່ຄວາມ​ຮູ້​ໃຫ້​ແກ່​ນ້ອງ​ກໍ່​ຄື​ເພື່ອນ​ມິດ

 ນ້ອງ​ອ່ອນ​ຄຳ​ແມ່ນ​ຂຽນ​ຈົດໝາຍ​ມາ​ຫາ​ພວກ​ເຮົາ​ເປັນ​ເທື່ອ​ທຳ​ອິດ,ນ້ອງ​​ໄດ້​ຝາກ​ໃບ​ຕອບ​ຄຳ​ຖາມ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ,​ແລະ​ໄດ້​ບັນ​ລະ​ຍາຍ​ຄວາມ​ຮູ້ອັນ​ເລິກ​ເຊິ່ງຂອງ​ນ້ອງ​ຕໍ່ຄຳ​ຖາມ​ທຸກ​ຂໍ້​,ນ້ອງ​ຍັງ​ບອກ​ວ່າ:ຢູ່​ເຂດ​ຊົນນະບົດ​ທ້ອງ​ຖິ່ນທີ່​ນ້ອງ​ຮູ້​ຈັກໃນ​ຫຼາຍ​ເມືອງ ບ້ານ​ທີ່​ນ້ອງ​ໄດ້​ລົງ​ເຄື່ອນ​ໄຫວ​ວຽກ​ງານ​ມາ​ຫຼາຍປີ​ກໍ່​ຮັບ​ຮູ້​ໄດ້​ວ່າ,ມີຫຼາຍຄົນ​ທັງ​ຊາວ​ໜຸ່ມ ນັກຮຽນ​ແລະ​ເຖົ້າ​ແກ່​ອາວຸ​ໂສ​ໄດ້​ພາກັນ​ເປີດ​ຮັບ​ຟັງ​ວິທະຍຸCRIພາກ​ພາສາ​ລາວ,​ເຂົາ​ເຈົ້າ​ເວົ້າ​ວ່າ,ວິທະຍຸCRI​ແມ່ນ​ດີ​ຫຼາຍ​ທີ່​​ໃຫ້​ຄວາມ​ຮູ້,ຜ່ານ​ການ​ຮັບ​ຟັງ​ແມ່ນ​ເປັນ​ຂໍ້​ມູນ​ຄວາມ​ຮູ້​ບອກ​ໃຫ້ລູກໆ​ຫຼານໆ​ທີ່ບໍ່​ຮູ້ຈັກ​ໂລກ."

​ເມື່ອ​​ໄດ້​ອ່ານ​ຈົດໝາຍສະບັບ​ດັ່ງກ່າວ,ຮູ້ສຶກ​ວ່າ​ມີຜູ້​ຟັງຫຼາຍຄົນ​ໄດ້​ຢືນຢັນ​ຕໍ່​ລາຍການ​ຂອງ​ພວກ​ເຮົາ,ພ້ອມ​ທັງ​ເປັນການ​ບອກພວກ​ເຮົາ​ວ່າ​ຈະ​ຕ້ອງ​ເຮັດ​ວຽກ​ໃຫ້​ໜັກ​ແລະ​ດີກ​ວ່າ​ເກົ່າ​ເພື່ອ​ຮັບ​ໃຊ້​ທ່ານ​ຜູ້​ຟັງພວກ​ເຮົາ​ຕ້ອງ​ເຮັດ​ລາຍການ​ທີ່​ຍິ່ງສອດຄ່ອງ​ກັບ​​ຕົວ​ຈິງ,ມີ​ເນື້ອ​ໃນ​ຍິ່ງ​ສົມບູນ​ແລະມີ​ຊີວິດ​ຊີວາ​ກວ່າ​ເກົ່າຈິ່ງ​ຈະບໍ່​​ເຮັດໃຫ້​ຜູ້​ຟັງຜິດ​ຫວັງ,​ແລະ​ສາມາດ​ຊ່ອຍ​ຜູ້​ຟັງ​ຊອກ​ຮູ້​ໂລກ​​ໄດ້​ຫຼາຍກ​ວ່າ​ເກົ່າ,ພວກ​ເຮົາ​ຈະ​ພະຍາຍາມ​ຕໍ່​ໄປ​ແລະ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ຊ່ອຍ​ເປັນ​ກຳລັງ​ໃ​ຈ​ໃຫ້​ດ້ວຍ.

ໃນ​ຕອນ​ທ້າຍ​ຂອງ​ລາຍການ​ມື້​ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ທີ່ຂັບ​ຮ້ອງ​ໂດຍທ່ານ​ລີ​ວ​​ເຕີ​ຮວາ ດາຣາຮ້ອງ​ເພງດາຣາຮູບ​ເງົາ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,​ເພງ​ນີ້​ຊື່ວ່າ"ຈ່າງ​ຄ່າ​ຍຢຽນຈີ່​ງ",​ແປ​ວ່າ"ຈົ່ງ​ມືນ​ຕາ​ຂຶ້ນ",ຟັງ​ເພງ​ນີ້​ແລ້ວ​ຫວັງ​ວ່າ​ລາຍການ​ພວກ​ເຮົາ​ຈະ​ສາມາດ​ຊ່ອຍ​ທ່ານ​ໃຫ້​ເບິ່ງ​ກ້ວາງ​ມອງ​ໄກ​ໄປ​ໃນ​ໂລກ​ອັນ​ໄພສານ​ໄດ້​ຫຼາຍ​ກວ່າ​ເກົ່າ.​ເຊີນ​ຟັງ​ນຳ​ກັນ​ເລິ​ຍ.