ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 17:30:05    
ໄປທ່ຽວ"ທະ​ເລ​ໄມ້​ໄຜ່"ຢູ່​ແຂວງ​ກຸ້ຍ​ໂຈ່ວ(ສຽງ)

cri Author: da


ເມື່ອ​ເວົ້າ​ເຖິງ"ທະ​ເລ​ໄມ້​​ໄຜ່",ທ່ານ​ອາດ​ຈະ​ຄຶດ​ເຖິງ​ໃນ​ຮູບ​ເງົາ​ເລື່ອງ"​​ເສືອເຊື່ອງ​ລາຍ,ມັງກອນ​ຊ້ອນ​ເລັບ" ຫຼື​ຄຣຸດຊິງ​ໄທ​ເກີ,ຮິດ​ເດີນ ດຣາກອນ,ຜູ້​ຫຼິ້ນ​ກັງ​ຟູ​ເກັ່ງນຸ່ງ​ເສື້ອສີຂາວ ຕໍ່ສູ້​​ກັນ​ຢູ່​​ໃນ​ທະ​ເລ​ໄມ້​ໄຜ່​ທີ່​ກວ້າງ​ໃຫຍ່.ມື້​ນີ້ ດາລາ​ວັນ​ຈະ​ແນະນຳ​"ທະ​ເລ​ໄມ້​​ໄຜ່"​ແຫ່ງ​ໜຶ່ງຢູ່​ແຂວງ​ກຸ້ຍ​ໂຈ່​ວ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ພາ​ທ່ານ​ໄປສຳຜັດ​ຊີວິດ​ທີ່​ລຽບ​ງ່າຍ.

ຢູ່​ເຂດ​​ເມືອງພານ​ຊ່ານ,ມີ​ປ່າ​ໄມ້​​ໄຜ່ທີ່​ກວມ​ເນື້ອ​ທີ່​ປະມານ 2 ພັນ​ເຮັກຕາ,​ຖືກ​ເອີ້ນ​ເປັນ"ທະ​ເລ​ໄມ້​ໄຜ່"ຫຼາວ​ສາງ.ປ່າ​ໄມ້​ໄຜ່​​ແຫ່ງ​ນີ້​ຢູ່​ເທິງ​ພູ​ທີ່​ສູງ​ກວ່າ​ລະດັບນ້ຳທະ​ເລ 1700 ​ແມັດ,ມີ​ປະຫວັດ 300 ກວ່າ​ປີ​ແລ້ວ.​​ຮູບ​​ເງົາ​ເລື່ອງ"​ເສືອ​ເຊື່ອງ​ລາຍ,ມັງກອນ​ຊ້ອນ​ເລັບ"​ເຖິງ​ວ່າ​ບໍ່​ໄດ້​ເລືອກ​ຖ່າຍທຳ​ຢູ່​ແຫ່ງ​ນີ້​ກໍ​ຕາມ,​ແຕ່"ທະ​ເລ​ໄມ້​ໄຜ່"ຫຼາວ​ສາງກໍ​ງຽບສະຫງົບ​ເໝືອນ​ດັ່ງ​ທະ​ເລ​ໄມ້​ໄຜ່​ໃນ​ຮູບ​ເງົາ,ທັງ​ມີ​ອາກາດ​ອົບ​ອຸ່ນ.​ໄມ້​ໄຜ່​ເຕັມທົ່ວ​ພູ,ຂຽວ​ອຸ່ມ​ທຸ່ມ.​ໃນ​ເວລາ​ຍ່າງ​ຜ່ານ​ປ່າ​ໄມ້​ໄຜ່,ຈະ​ຮູ້ສຶກ​ເຢັນ​ສະບາຍ;​ ເມື່ອ​ລົມ​ພັດ​ ຈະ​​ໄດ້​ກິ່ນ​ຫອມ​ຂອງໄມ້​ໄຜ່​.

​​ເມື່ອ​ຍ່າງ​ຕາມທາງ​ນ້ອຍ​,ຈະ​ເຫັນ​ໄມ້​ໄຜ່​ຕົ້ນເກົ່າຕົ້ນ​ໃໝ່​ທີ່​ຂຽວ​ອຸ່ມ​ທຸ່ມ​ແລະ​ໜໍ່​ໄມ້​ຂຽວ​ອ່ອນ​ຢູ່​ທຸກ​ແຫ່ງ​ຫົນ.​ໃນ​ເວລາຝົນຕົກ​​ໃສ່,ຖ້າຕັ້ງ​ໃຈ​ຟັງ,ຈະ​​ໄດ້​ຍິນ​ສຽງດັງ​ປັອກ​ແປັກ ປັອກ​ແປັກ​.ນ້ຳຫ້ວຍ​ຫຼາຍ​ສາຍໄຫຼ​ຜ່ານ​ຜາ​ຊັນ​ແລະຮອຍ​​ແຜ່ນ​ຫີນ​ລົງ​ມາ,​​ເມື່ອ​ໄຫຼ​ຜ່ານ​ການ​ກັ່ນ​ຕອງ​ຂອງຊັ້ນດິນ​ແລະ​ຮາກ​ໄມ້​​ໄຜ່ຢູ່"ທະ​ເລ​ໄມ້​ໄຜ່",ກໍ​ກາຍເປັນ"ນ້ຳຮາກ​ໄມ້​ໄຜ່"ທີ່​ຫວານ​ເຢັນ.

"ນ້ຳຮາກ​ໄມ້​ໄຜ່"​ແມ່ນສິ່ງ​ຍອດຍິ່ງ​ຂອງ"ທະ​ເລ​ໄມ້​ໄຜ່"ຫຼາວ​ສາງ,ນ້ຳດື່ມ​ທີ່​ມີ​ທາດ​ແຮ່​ຕ່ຳ​ຫຼາຍ​ຊະນິດ​ນີ້,​ຕາມ​ເລົ່າ​ກັນ​ວ່າ​ສາມາດ​ປ້ອງ​ກັນ​ແລະ​ຕ້ານ​ພະຍາດ​ມະ​ເຮັງ,ພ້ອມ​ທັງເສີມ​ຄວາມ​ງາມ​ໄດ້​ອີກ​ດ້ວຍ.ຄົນ​ທ້ອງ​ຖິ່ນ​ເວົ້າວ່າ,​ໃຊ້"ນ້ຳຮາກ​ໄມ້​ໄຜ່"ຊົງ​ຊາດື່ມ,ຈະຫວານ​ຫຼາຍ;​ໃຊ້​ມາດ​ອງ​ເຫຼົ້າ,ຈະຫອມ​ຫຼາຍ;​ໃຊ້​​ຕົ້ມ​ເຂົ້າ​​ແຕ່ງອາຫານ,ຈະ​ແຊບ​ຫຼາຍ;​ໃຊ້​​ປຸ​ງ​ແຕ່ງ​ເຕົ້າຮູ້,​ເຕົ້າຮູ້​ຈະ​ຂາວ​ຄື​ຢົກ,ອ່ອນ​ນຸ້ມ​ຫຼາຍ,​ແຕ່​ບໍ່​ເປື່ອຍ.ສະນັ້ນ,ຜູ້​ທີ່​ມາ​ຮອດ​"ທະ​ເ​ລ​ໄມ້​ໄຜ່",ລ້ວນ​ແຕ່​ມັກ​ຊີມ​ລົດ​ຊາດ​ຫວານ​ເຢັນ​ຂອງ"ນ້ຳຮາກ​ໄມ້​ໄຜ່",​ແລ້ວ​​ໃຊ້​ນ້ຳນີ້ສວ່າຍໜ້າ.

ໃນ​ເວລາ​ຍ່າງ​ຜ່ານ​"ທະ​ເລ​ໄມ້​ໄຜ່",ຖ້າວ່າ​ໂຊກ​ດີ,ຍັງ​ຈະພົບ​ເຫັດ​ທີ່​ປະ​ເສີດ​ປ​ະ​ເພດ​ໜຶ່ງ,ຊື່​ວ່າ"ຈູ​ຊຸ່ນ".​ເຫັດ"ຈູ​ຊຸ່ນ"​ເກີດ​ຢູ່​ເທິງ​ຮາກ​ໄມ້​​ໄຜ່​ເກົ່າ,ມີຄັນ​ຕົ້ນ​ໄມ້​ຂຽວ​ແກ່​ແລະ​ກ້ານ​ເຫັດ​ທີ່​ຂາວ​ຈູ່ນພູ່ນ.ຍ້ອນ​ມີ​ຮູບ​ສວຍ​ງາມ​ແລະ​ເປັນ​ສິ່ງ​ປະ​ເສີດ,ສະນັ້ນຈຶ່ງ​ຖືກ​ເອີ້ນ​ເປັນ"​ດອກ​ໄມ້​ເຫັດ"​ແລະ"ລາ​ຊີ​ນີ​ເຫັດ"."ຈູ​ຊຸ່ນ"ມີ​ລົດ​ຊາດ​ແຊບຫວານ,ອ່ອນ​ກອບ,ຫອມ​ຫຼາຍ,ກິນ​ແລ້ວ​ຍັງ​ລົດ​ຄວາມ​ອ້ວນ​ແລະ​ເສີມ​ຄວາມ​ງາມ​ໄດ້.ນາງ​ຈຽງ​ເຢ້ຈູງ ຮອງ​ເຈົ້າ​ເມືອງ​ພານ​ຊ່ານ​ແນະນຳ​ວ່າ,ຍ້ອນ​ສາ​ເຫດ​ພູ​ມສັນຖານ​ແລະ​ເງື່ອນ​ໄຂ​ທຳ​ມະ​ຊາດ,"ຈູ​ຊຸ່ນ"ທີ່​ຜະລິດ​ຢູ່"ທະ​ເລ​ໄມ້​ໄຜ່"ຫຼາວ​ສາງດີ​ຫຼາຍ,​ໃຊ້​ມາຕົ້ມ​ເປັນ​ແກງ,ຈະ​ຫອມ​ຫຼາຍ​ ຕ່າງ​ກັບ​ເຫັດ​ອື່ນ.ນາງ​ເວົ້າວ່າ:


"ຈູ​ຊຸ່ນທີ່​ແຫ່ງ​ອື່ນ​ຜະລິດ​ບໍ່​ແຊບ​ຄື​ກັບ​"ທະ​ເລ​ໄມ້​ໄຜ່"​ເຮົາ,​ເພາະວ່າ​ດິນຟ້າ​ອາກາດ​​ແລະ​ນ້ຳຢູ່​ແຫ່ງ​ນີ້​ດີ​ຫຼາຍ,ບໍ່​ມີ​ສິ່ງ​ເປັນ​ພິດ,ທັງ​ສູງ​ກວ່າ​ລະດັບນ້ຳທະ​ເລ​ຫຼາຍ,ຊັບ​ພະຍາກອນນ້ຳກໍ​ອຸດົມສົມບູນ,ຈູ​ຊຸ່ນຂອງ​ພວກ​ເຮົາ​ແມ່ນ​ຄັກກວ່າ​ຂອງແຫ່ງ​ອື່ນ​ຫຼາຍ."

​ຢູ່"ທະ​ເລ​ໄມ້​ໄຜ່"​ ບໍ່​ພຽງ​ແຕ່​ເກັບ​ເຫັດ​ຈູ​ຊຸ່ນ​ໄດ້,ຍັງ​ຈະ​ເຫັນກະຮອກ​​ເຕັ້ນ​ໄປ​ເຕັ້ນມາ​ຢູ່​ຕາມ​ປ່າ​ໄມ້​ໄຜ່​,ໜ້າ​ຮັກອີ່ຫຼີ.ສັດ​ນ້ອຍ​ທີ່​ມີ​ຕາ​ໃຫຍ່​ປະ​ເພດ​ນີ້,ດຳລົງ​ຊີວິດ​ຢູ່​ໃນ​ປ່າ​ໄມ້​​ໄຜ່,ກິນ​ຮາກ​ແລະ​ໜໍ່​ໄມ້,ດື່ມນ້ຳບໍ່.​ໃນ​ເວລາ​ເຫັນ​ນັກ​ທ່ອງ​ທ່ຽວ,ກະຮອກກໍ່ຍັງ​ກ້າ​ອອກ​ມາ​ຫຼິ້ນ​ນຳ​ຄົນ.

​ໃນ​ປ່າ​ໄມ້​ໄຜ່​ຫຼາວ​ສາງ,​ມີ​​ໂຮງ​ຜະລິດ​ເຈ້ຍ​ທີ່​ເກົ່າ​ແກ່​ແຈກ​ຢາຍ​ລຽງລາຍ​ກັນ.ຢູ່​ໂຮງ​ເຫຼົ່າ​ນີ້​ແມ່ນ​ໃຊ້​ໄມ້​ໄຜ່​ເປັນ​ວັດຖຸ​ດິບ, ​ໃຊ້ກຳມະ​ວິທີ​​ດັ້ງເດີມ ຜະລິດ​ເຈ້ຍ​ບູຊາ ສົ່ງ​ໄປ​ຂາຍ​ຢູ່​ອາຊີ​ອາຄະ​ເນ.ປະຈຸ​ບັນ,ລຸງ​ຕົງ​ຮວາ​ມິ​ງທີ່​​ເຮັດ​ອາຊີບດັ່ງກ່າວ​ມາຫຼາຍ​ປີ​ແລ້ວ​ເວົ້າວ່າ,ສິ່ງ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວສົນ​ໃຈນັ້ນ​ແມ່ນ​ປະຫວັດ​ການ​ຜະລິດ​ເຈ້ຍ.ທ່ານ​ເວົ້າວ່າ,ປະ​ຫວັດ​ການ​ຜະລິດ​ເຈ້ຍ​ແມ່ນ​ຍາວ​ສ່ຳ​ກັບ​ໄມ້​ໄຜ່​ຢູ່​ແຫ່ງ​ນີ້.

"​ເຊັ່ນ ບັນພະ​ບຸລຸດ​ພວກເຮົາ​​ພຸ້ນ ​ເພິ່ນກໍ​ເລີ່​ມຜະລິດ​ເຈ້ຍ​ແລ້ວ,ມີ​ປະຫວັດມາຕັ້ງ 300 ກວ່າ​ປີ.ຂ້ອຍ​ເລີ່​ມຜະລິດ​ເຈ້ຍ​ໃນ​ຍາມຂ້ອຍ​ອາຍຸ 17-18 ປີ,ດຽວ​ນີ້​ອາຍຸ 70 ປີ​ແລ້ວ."

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ທີ່​ຟັງ​ມານັ້ນ​ແມ່ນ​ສຽງຕຳ​ໄມ້​ໄຜ້.ນາງ​ຟ່າງ​ພິງ​ທີ່​ເຮັດ​ວຽກ​ຢູ່​ໃນ​ໂຮງ​ຜະລິດ​ເຈ້ຍ​ແນະນຳ​ວ່າ,ການ​ເລືອກ​ເອົາ​ໄມ້​ໄຜ່ອ່ອນ​ ​ແລ້ວ​ຕຳ​ໃຫ້​ເປັນ​ປ່ຽງ​ນ້ອຍ,​ແມ່ນຂັ້ນຕອນທີ​ໜຶ່ງ.

"ການ​ຜະລິດ​ເຈ້​ຍຕ້ອງການຫຼາຍ​ຂັ້ນຕອນ,ທຳ​ມະ​ດາ​ຕ້ອງ​ມີ 72 ຂັ້ນຕອນ​ຈຶ່ງ​ໄດ້​ເຈ້ຍ​ໃບ​ໜຶ່ງ.​​ເລີ່​ມ​ແຕ່​ການ​ຕຳ​ໄມ້​ໄຜ່ ຕ້ອງ​ໃຊ້​ເວລາ​ສອງ​ເດືອນ​ປາຍ​ຈຶ່ງ​ສຳ​ເລັດ​ເປັນ​ເຈ້ຍ​ໄດ້."

ວິທີ​ຜະລິດ​ເຈ້ຍ​ທີ່​ມີ​​ເຖິງ 72 ຂັ້ນຕອນທີ່​ນາງ​ຟ່າງພິງ​ເວົ້ານັ້ນຖືກ​ເອີ້ນ​ເປັນ"ວິທີ​ຜະລິດ​ເຈ້ຍ​ໄຊ້ລຸນ".ຄົນ​ທັງຫຼາຍ​ຮູ້​ວ່າ,ວິທີ​ຜະລິດ​ເຈ້ຍ​ໄຊ້ລຸນ ​ແມ່ນຄົນ​ຈີນ​ປະດິດ​ສ້າງ.ທ່ານ​ຖານ​ໂປ່ ຄົນ​ທ້ອງ​ຖິ່ນ​ແນະນຳ​ວ່າ,​ໃນ​ໂຮງ​ຜະລິດ​ເຈ້ຍ​ຢູ່​ຫຼາວ​ສາງ,​ເຕັກນິກຜະລິດ​ເຈ້ຍດ້ວຍ​ວິທີ​ເກົ່າ​ແກ່​ດັ່ງກ່າວ​ຍັງ​ຖືກຮັກສາ​ຢ່າງ​ເຄັ່ງ​ຄັດ.

"​​ເອົາໄມ້​ໄຜ່​ອ່ອນ,ທຸບໃຫ້​​ແຕກ​ອອກ​ແລ້ວ,​ເອົາ​ແຊ່​ໃນ​ສະນ້ຳ,ວາງເປັນຊັ້ນໆ,​ແລ້ວ​ເອົາ​ນ້ຳປູນຖອກ​ໃສ່​ໃຫ້​ຖ້ວມ.ນ້ຳປູນ​ມີ​ທາດ​ດັ່ງ,ຈະ​ພາ​ໃຫ້​ໃຍ​ໄມ້​ໄຜ່​ອ່ອນ,ຕ້ອງ​​ແຊ່​ປະມານ​ເດືອນສອງ​ເດືອນ,​ແລ້ວ​ຕົ້ມ​ຈົນ​ມັນ​ອ່ອນ.ທາວ​ອອກ​ມາລ້າງ​ໃນ​ນ້ຳສະອາດ,​ແລ້ວ​ຕຳ​ໃຫ້​ມຸ່ນ,​ໃຍ​ກໍ​ອ່ອນ​ແລະລະອຽດ​ກວ່າ​ເກົ່າ,​ແລ້ວ​ຕຳ​ອີກ​ຈົນ​ເປັນນ້ຳ​ເຈ້ຍ.ຕໍ່​ມາ​ກໍເອົາ​ກະ​ແຕະ​ໄປ​ຊ້ວນ​ເອົາ​ຂຶ້ນ​ມາ​ຕາກ,​ໃນ​ເວລາ​ທີ່​ຍັງ​ບໍ່​ທັນ​ແຫ້ງ​ຄັກ​ກໍ່​ຄ່ອຍໆ​ແກະ​ອອກ,​ແລ້ວ​ເອົາ​ມາ​ໃສ່​​ເທິງ​ຝາ​ໂຄ່ງ​ທີ່​ມີ​ໄຟ​ທາງ​ໃນ,ຢ້າງ​ໃຫ້​ແຫ້ງ​ແລ້ວ​ກໍ​ກາຍ​ເປັນ​ເຈ້ຍ​​ເລີຍ."​

ເຈ້ຍປະ​ເພດ​​ທີ່​​ໃຊ້​ໄມ້​ໄຜ່​ເປັນ​ວັດຖຸ​ດິບ​ເຮັດດ້ວຍ​ກຳມະ​ວິທີ​ພື້ນ​ບ້ານນີ້,​ເປັນ​ສີ​ຂາວງາມ,​ໝັ້ນ ບໍ່​ຂາດ​ງ່າຍ,ທັງ​ມີ​ກິ່ນ​ຫອມ​ຂອງ​ໄມ້​ໄຜ່.ຖ້າ​ທ່ານ​ໄປ​ທ່ຽວ​ຊົມ​ໂຮງຜະລິດ​ເຈ້ຍ​ດັ່ງກ່າວ,ຍັງ​ລົງມື​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ຊ່າງ​ໄດ້,​ເຊື່ອ​ວ່າ ທ່ານ​ຈະ​ສາມາດ​ສຳ​ຜັດສະ​ເໜພິ​ເສດຂອງ​ວັດທະນະທຳ​ທີ່​ຜະລິດ​ເຈ້ຍ​ທີ່​ເກົ່າ​ແກ່​ຂອງ​ຈີນ.