ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 16:29:42    
ບໍ່​ລືມ​ບຸນຄຸນ​ຂອງ​ຄູ​ອາຈານ

cri

ວັນ​ທີ10​ກັນຍາ​ແມ່ນ​ວັນ​ຄູ​ແຫ່ງ​ຊາດ​ຈີນ.​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ໄປ​ສຳພາດ​ແຂກ​ຜູ່​ມີ​ກຽດຫຼາຍ​ຄົນ,ຟັງ​ຄວາມ​ເວົ້າ​ໃນ​ໃຈ​ທີ່​ເຂົາ​ເຈົ້າ​ເວົ້າ​ຕໍ່​ຄູ​ອາຈານ.

 ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ໂຈ​ໂກວລາວ​ຊື​ເຕີ​ຊວງ​ສຽນ"​ແປ​ວ່າ:"ຍ່າ​ງຜ່ານ​ປ່ອງຢ້ຽມ​ຂອງ​ຄູ"​ເພງ​ນີ້​ເຄີຍ​ຖືກ​ຈັດ​​ເຂົ້າ​ໃນ​ປຶ້ມ​ແບບຮຽນ​ດົນຕີ​ຂອງ​ໂຮງຮຽນ​ປະຖົມ​ຈີນ,ທຳນອງ​ເພງ​ນີ້​ມ່ວນ​ອອນຊອນ​ໄດ້​ບັນ​ລະ​ຍາຍ​ຄວາມ​ເຄົາລົບ​ຂອງ​ຄົນ​ຈີນ​ຫຼາຍ​ເຊັ່ນ​ຄົນ​ທີ່​ມີ​ຕໍ່​ຄູ​ອາຈານ.
​ເພງ"ຍ່າງ​ຜ່ານ​ປ່ອງຢ້ຽມ​ຂອງ​ຄູ"​ໄດ້​ວາດ​ພາບ​ທີ່​ຄູກ​ຽມບົດ​ສອນ​ໃນ​ຍາມ​ທ່ຽງ​ຄືນ.ຕໍ່​ຄູ​ທີ່​ເຮັດ​ວຽກ​ຢ່າງ​ຂະຫຍັນ​ໝັ່ນ​ພຽນ,​ໃນ​ຂະນະ​ທີ່​ເຄົາລົບ​ນັບຖື​ນັ້ນ,ນັກຮຽນ​ຫຼາຍ​ຄົນ​ກໍ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຍິ່ງ​ຫຼາຍ​ແລະ​ຄຳ​ເຕືອນ​ທີ່​ມີ​ເຈດ​ຕະນາ​ດີ:

ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ນັກ​ສຶກສາ​ວິຊາ​ພາສາ​ລາວ​ຂອງ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ​ຫວັງ​ໃຫ້​ອາຈານ​ຂອງ​ເຂົາ​ເຈົ້າ​ຈົ່ງ​ເອົາ​ໃຈ​ໃສ່​ການ​ພັກຜ່ອນ​ແລະ​ອວຍພອນ​ໃຫ້​ອາຈານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ.ນີ້​ກໍ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ນັກ​ສຶກສາ​ທັງຫຼາຍ.

"ຂໍ​ໃຫ້​ອານ​ຈານ​ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ​ດີ."

"ມື້​ນີ້​ແມ່ນ​ວັນ​ເກີດ​ຂອງ​ອາຈານ​ທີ່​ຮັກ​ແພງ,ພວກ​ນ້ອງ​ຂໍ​ອວຍ​ໄຊ​ໃຫ້​ພອນ​ແກ່​ອາຈານ​ຈົ່ງ​ມີ​ຄວາມສຸກ​ແລະ​ມີ​ສຸຂະພາບ​ເຂັ້ມ​ແຂງ​ຕະຫຼອດ​​ໄປ.ອາຈານ​ໄດ້​ອຸທິດ​ຊີວິດ​ຂອງ​ຕົນ​ເພື່ອ​ໃຫ້​ແສງ​ສະຫວ່າງ​ແກ່​ສະຕິ​ປັນຍາ​ຂອງ​ເດັກນ້ອຍ​ທຸກ​ຄົນ,ອາຈານ​ໄດ້​ຖະໜຸຖະໜອມ​ນັກຮຽນທຸກ​ຄົນ​ດ້ວຍ​ຄວາມ​ເມດ​ຕາ​ກາລຸນ.ອາຈານ​ທີ່​ຮັກ​ແພງ,ບໍ່​ວ່າ​ພວກ​ນ້ອງ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຈະ​ບໍ່​ລືມ​ບຸນຄຸນ​ແລະ​ຄວາມ​ຫວັງ​ດີ​ຂອງ​ອາຈານ​ຕະຫຼອດ​ກາລະ​ນານ."ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​​ເພງ"ລາວ​ຊື​ເຕີ​ເຊິ່ງຢື້"​ແປ​ວ່າ"ວັນ​ເກີດ​ຂອງ​ຄູ"

ວັນ​ຄູ​ແມ່ນ​ມື້ບຸນ​ຂອງ​ຜູ່​ເປັນ​ຄູ​ອາຈານ​ແຕ່ລະຄົນ.​ເນື່ອງ​ໃນ​ໂອກາດ​ວັນ​ຄູ​ແຫ່ງ​ຊາດ​ຈີນ​ວຽນມາ​ເຖິງ,ນັກ​ສຶກສາລາ​ວທີ່​ຢູ່​ປັກ​ກິ່ງ​ກໍ່​ໄດ້​ຄິດ​ຮອດ​ຄິດ​ເຖິງ​ຄູ​ອາຈານ​ທີ່​ຢູ່​ບ້ານ​​ໄກ​ແສນ​ໄກ.

ສະບາຍດີ ນ້ອງ​ຊື່ວ່າ​ນົກ​ພະຈັນ ຄ້ຳ​ບຸດສະບາ,ມາ​ຈາກ​ແຂວງ​ສະຫວັນ​ນະ​ເຂດ,​ໂຮງ​ຮຽນ​ເລກ​4,ຄູ​ໃນ​ຄວາມ​ຊົງ​ຈຳ​ຂອງ​ນ້ອງ​ກໍ​ແມ່ນ,ຄູ​ແມ່ນ​ພໍ່ຫຼື​ແມ່​ຜູ້​ທີ​ສອງ​ຂອງ​ພວກ​ເຮົາ,​ເປັນ​ທັງ​ໝູ່​ທັງ​ເພື່ອນ​ແລະ​ຜູ້​ທີ່​ໃຫ້​ຄຳ​ທີ່​ປຶກສາ​ໃຫ້​ແກ່​ພວກ​ເຮົາ,​ເພິ່ນ​ເປັນ​ຜູ້​ທີ່​ໃຫ້​ຄວາມ​ຮູ້​ໃຫ້​ແກ່​ພວກ​ເຮົາ,ສິດສອນ​ໃຫ້​ພວກ​ເຮົາ​ເປັນ​ຄົນ​ທີ່​ດີ,ຄູ​ເປັນ​ຜູ້​ຢູ່ທີ່​ເບື້ອງ​ຫຼັງຂອງ​ພວກ​ເຮົາ,ນ້ອງ​ຄິດ​ວ່າ​ຄູ​ມີ​ບົດບາດ​ສຳຄັນ​ຫຼາຍ,ຖ້າວ່າ​ຄູ​ຜູ້​ໃດ​ມັກ​ທີ່​ສຸດ​ກໍ​ມີ​ຜູ້​ໜຶ່ງ​ຢູ່​ສະຫວັນ​ນະ​ເຂດ​ຊື່​ອາຈານ​ປະ​ໄຊ​ຄອນ,ນ້ອງ​ກັບ​ຄູ​ຜູ້​ນີ້​ສະໜິດ​ກັນຫຼາຍ,ສະ​ນັ້ນ​ນ້ອງ​ຂໍ​ຝາກ​ໄປ​ທາງ​ວິ​ທະ​ຍຸ​ວ່າ,ຂໍ​ໃຫ້​ເພິ່ນ​ມີ​ສຸຂະພາບ​​ເຂັ້ມ​ແຂງ,​ແລ​ະ​ໄດ້​ຮັບ​ຂ່າວ​ດີ​ໄວໆ."

"ສະບາຍດີ,ນ້ອງ​ຊື່​ນາງ​ສອຍ​ວິ​ໄລ ນວນ​ນະ​ວົງ,ຜູ້​ທີ່​ປະ​ທັບ​ໃຈ​ນ້ອງ​ມີ​ອາຈານ​ຜູ້​ໜຶ່ງ,ຕອນ​ນ້ອງ​ຮຽນ​ຢູ່​ມ.6,ຊື່ວ່າ​ອາຈານ​ກ່ອງ​ຕາ,​ເພິ່ນ​ເປັນ​ຜູ້​ສອນ​ໄດ້​ດີ​ຫຼາຍ,​ໃຫ້​ນັກຮຽນ​ເຂົ້າ​ໃຈ,​ແລະ​ຄື​ກັບ​ເປັນ​ອ້າຍ​ນ້ອງ​ກັບ​ນັກຮຽນ,ຖື​ວ່າ​ລາວ​ເອງ​ເປັນ​ອ້າຍຂອງ​ນັກຮຽນ,ມີ​ຫຍັງ​ກໍ​ບອກສອນ​ໄດ້,ຍາມ​ຮຽນ​ເພິ່ນ​ກໍ​ເຄັ່ງ​ຄັດ,ຍາມ​ຫຼິ້ນ​ເພິ່ນ​ກໍ​ມ່ວນ​ຊື່ນ​ກັບ​ນັກຮຽນ​ເຕັມທີ່​ເລີ​ຍ."

ທ້າວ​ແກ້ວມະນີ​ຈັນ ນັນທະ​ສານ​ກໍ​ແມ່ນ​ນັກ​ສຶກສາລາ​ວ,ລາວ​ບໍ່ພ​ຽງ​ແຕ່​ໄດ້​ເວົ້າ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ອາຈານ​ທໍ່​ນັ້ນ,ຍັງ​ໄດ້​ບອກ​ພວກ​ເຮົາ​ກ່ຽວ​ກັບ​ໂສມ​ໜ້າ​ຂອງ​ຄູ​ໃນ​ໃຈ​ລາວ.

"ນ້ອງ​ຊື່ວ່າ​ທ້າວ​ແກ້ວມະນີ​ຈັນ ນັນທະ​ສານ,​ເຄີຍ​ຮຽນ​ຢູ່​ໂຮງຮຽນ​ມັດ​ທະ​ຍົມ​ສົມ​ບູນ​ໂພນ​ສະ​ຫວັນ​ຂອງ​ສະ​ຫວັນ​ນະ​ເຂດ,ອາຈານ​ທີ່​ນ້ອງ​ຈະ​ເວົ້າ​ເຖິງ​ແມ່ນ​ອາ​ຈານ​ສາຍ​ສະ​ໝອນ,ອາ​ຈານ​ຜູ້​ນີ້​ນ້ອງ​ຄິດ​ວ່າ​ເປັນ​ຄູ​ດີ​ສົມ​ຄວນ,ວິທີ​ການ​ສອນ​ຂອງ​ເພິ່ນ​ມີ​ເນື້ອ​ໃນ​ດີ,ມ່ວນ​ຊື່ນ​ຫຼາຍ,​ເພິ່ນ​ຈະ​ສອນ​ຢ່າງ​ຊອກ​ແຊກ​ດ້ວຍ​ສຽງ​ຫົວ​ຕ່າງໆ,​ເພິ່ນ​ສອນ​ວິຊາ​ເລກ​ແລະ​ເພິ່ນ​ຍັງ​ມີ​ຄວາມ​ສາ​ມາດ​ສອນ​ທາງ​ດ້ານ​ອື່ນ​ອີກ,​ໂດຍສະ​ເພາະ​ແມ່ນ​ສອນ​ພາສາ​ອັງ​ກິດ.ຄູ​ແມ່ນ​ແມ່ພິມ​ຂອງ​ຊາດ,​ແມ່ນ​ຜູ້​ທີ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຈະ​ເລີ​ນ,ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ,​ໃນ​ຄວາມ​ຄິດ​ຂອງ​ນ້ອງ​ເອງ,ຄູ​ທີ່​ມັກ​ທີ່​ສຸດ​ແມ່ນ​ຄູ​ທີ່​ສອນ​ດີ​,ກຽມກັບ​ເນື້ອ​ໃນ​ບົດຮຽນກ່ອນ​ມາ​ສອນ​ນັກຮຽນ,​ແລະ​ມີ​ຄວາມ​ຮູ້​ກວ້າງ​ຂວາງ,​ເນື້ອ​ໃນ​ການ​ສອນ​ຕ້ອງ​ສອດຄ່ອງ​ກັບ​ສະພາບ​ປະຈຸ​ບັນ,​ໃຫ້​ມັນ​ທັນ​ສະ​ໄໝ."

ຈີນ​ມີ​ສຸພາສິດ​ເວົ້າ​ວ່າ:ຜູ່​ຊາຍ​ດີ​ມີ​ອຸດົມ​ການ​ຢູ່​ທຸກ​ແຫ່ງ​ຫົນ.​ເມື່ອ​ພວ​ກ​ເຮົາ​ຮຽນ​ຈົບ​ລາ​ອອກ​ຈາກ​ໂຮງຮຽນ​ແລ້ວ,ຄຳ​ສັ່ງສອນ​ຂອງ​ຄູ​ອາຈານ​ຈະ​ມີ​ຄຸນ​ຄາ​ຕໍ່​ພວກ​ເຮົາ​ຕະຫຼອດ​ຊີວິດ.

"ລົມ​ທິດ​ໃຕ້​ພັດ​ມາ​ໃນ​ທ່າມກາງ​ສຽງ​ຈັກ​ຈັ່ນ​ເລ​ໄລ,ດອກ​ເຟິ້​ງຫວງ​ກາງ​ເດີ່ນ​ໂຮງຮຽນ​ບານ​ມາ​ອີກ.ດວງ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ອາ​ໄລ​ອາວ​ອນ,ບຸນຄຸນ​ຂອງ​ຄູປ​ປຽບ​ເໝືອນ​ທະ​ເລກ​ວ້າງ​ເລິກ,ຈະ​ບໍ່​ລືມ​ຈົນ​ມ​ເທົ່າ​ໃດ​ໆ."

ນາງ​ເຊ້ອິ່ງຮຽນ​ຈົບ​ວິຊາ​ພາສາ​ລາວ​ຂອງ​ມະຫາວິທະຍາ​ໄລ​ຊົນ​ເຜົ່າກວາງຊີ​ແລ້ວໄດ້​ເປັນ​ອາຈານ​ໃນ​ໂຮງຮຽນຕົນ.​ເມື່ອ​ກ່າວ​ເຖິງ​ອາຊີບ​ທີ່​ເປັນອາຈານ,ນາງ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ​ກ"ຂ້າພະ​ເຈົ້າ​ເປັນ​ອາຈານ​ສອນ​ພາສາ​ລາວ​ມາ12ປີ​ແລ້ວ,​ໃນ​ເວລາ​ການ​ສິດສອນ​ນີ້,ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ທີ່​ມີ​ລູກສິດ​ຫຼາຍ​ຄົນ​ໄດ້ຮຽນຈົບ​ຈາກ​ພາກ​ວິຊາ​ຂ້າພະ​ເຈົ້າ,​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ແລະ​ພັດທະນາ​ປະ​ເທດ​ລາວ​ກໍ​ຄື​ປະ​ເທດ​ຈີນ,​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ມິດຕະພາບ​ລາວ​ຈີນ."

ຂະນະ​ນີ້,​ເພງ"ຈາງ​ເຕີ້​ໂຮ້ວ​ອໍ​ຈິ້ວ​ເສິງ​ເລິ​ນີ"​ແປ​ວ່າ"​ເມື່ອ​ເຕີບ​ໃຫຍ່​ແລ້ວ​ຂ້ອຍ​ກໍ​ກາຍ​ເປັນ​ອາຈານ​ຄື​ເຈົ້າ"ອາດ​ຈະ​ໄດ້​ສະ​ແດງ​ເຖິງ​ສຽງ​ໃນ​ຂອງ​ນາງ​ເຊ້​ອິ່ງ.

"ເນື່ອງ​ໃນ​ໂອກາດ​ວັນ​ຄູ​ຂອງ​ຈີນ​ນີ້,ນ້ອງ​ຂໍ​ໃຫ້​ຄູໝົດ​ທຸກ​ຄົນບໍ່​ວ່າ​ຢູ່​ລາວ​ຫຼື​ຢູ່​ຈີນຫຼື​ປະ​​ເທດ​ໃດ​ກໍ​ຕາມ,ຂໍ​ໃຫ້​ຈົ່ງ​ມີ​ສຸຂະພາບ​​ເຂັ້ມ​ແຂງ,ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ"
"ຂໍ​ໃຫ້​ອາຈານ​ທຸກ​ຄົນ​ສຸຂະພາບ​ແຂງ​ແຮງ​."

"ໃນ​ວາລະ​ວັນ​ຄູ,ບໍ່​ວ່າ​ຢູ່​ລາວ​ຫຼື​ຢູ່​ຈີນ,ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ,ຂໍ​ໃຫ້​ອາຈານ​ມີ​ສຸຂະພາບ​​ເຂັ້ມ​ແຂງ,ທາງ​ດ້ານ​ວຽກ​ງານ​ກໍ​ຂໍ​ໃຫ້​ປະສົບ​ຜົນ​ສຳ​ເລັດ."

ນະ​ທີ່​ນີ້,ຂໍ​ອວຍພອນ​ໃຫ້​ຄູ​ອາຈານ​ໝົດ​ທຸກ​ຄົນ​ພ້ອມ​ດ້ວຍ​ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ​ແລະ​ມີ​ຄວາມສຸກ.