ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 17:54:14    
ການ​ຢອກ​ໄຍ​ໃນ​ອິນ​ເຕີ​​ເນັດ​ເຮັດ​ໃຫ້​ທຸກ​ວົງ​ການ​ຈີນ​ຫັນ​ມາ​ໃຫ້​ຄວາມ​ສົນ​ໃຈ

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຫວ່າງ​ມໍ່ໆ​ນີ້,ການ​ຢອກ​ໄຍ​ໃນອິນ​​ເຕີ​ເນັດ​ກາຍ​ເປັນ​ຈຸດ​ຮ້ອນ​​ໃນ​ຂົງ​ເຂດ​ວັດ​ທະ​ນະທຳ​ຈີນ.ຫວ່າງ​ມໍ່​ໆ​ນີ້,ມີ​ຂ່າວໜຶ່ງ​ທີ່​ພາດ​ຫົວ​ຂໍ້​ວ່າ"ກົມ​ໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ຈະ​ອອກ​ກົດ​ຂໍ້​ກຳນົດ,ຫາງ​ສຽງ​ສັງຄົມ​ໃຫ້​ຄວາມ​ສົນ​ໃຈ​ວ່າ,ຖ້າ​ຜູ້​ຫຼິ້ນອິນ​ເຕີ​ເນັດ​ທີ່​ສ້າງສັນ​ສິ່ງ​ຕ່າງໆ​ເຂົ້ສ​ໃນ​ອິນ​ເຕີ​ເນັດ​ໃນລັກສະນະ​ຢອກ​ໄຍ​ເພື່ອ​ການ​ລື້​ນ​ເລີງ​ນັ້ນ​ຕ້ອງ​ໄດ້​ມີ​ໃບ​ອະນຸຍາດ,ມັນ​ຈະ​ເປັນ​ການ​ຈຳກັດ​ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ໜຸ່ມ​ຫຼື​ບໍ່.

  ສຽງ​ທີ່ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນສຽງ​ກະດິງໂທລະສັບມື​ຖື​ທີ່​ມີ​ຊື່ສ​ຽງ,ກໍ່​ແມ່ນການ​ຢອກ​ໄຍອັນ​ໜຶ່ງ​ທີ່​ບໍ່​ເໝາະ​ສົມ​ທີ່​ເຜີຍ​ແຜ່​ຢ່າງ​ກວ້າງຂວາງໃນ​ອິນ​ເຕີ​ເນັດ,​ສຽງ​ນີ້​ແມ່ນ​ຮຽນ​ແບບ​ສຽງ​ບັນຍາຍຂອງ​ທ່ານ​ຮວາງ​ຈ້ຽນຊຽງ ​ໂຄສົກ​ກິລາ​ທີ່​ມີ​ຊື່ສ​ຽງຂອງ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ໃນ​ເວລາ​ຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ເຕະບານ.

  ​ໃນ​ການ​ແຂ່ງຂັນ​ເຕະ​ບານຊິງ​ຂັນ​ໂລກ​​ປີ​ນີ້,ທິມອີ​ຕາ​ລີກັບທິມອົສຕຼາລີ​ແຂ່ງ​ຂັນ​ຍິງ​ລູກ​ໂທດ,ທ່ານຮວາງ​ຈ້ຽນຊຽງ​​ໄດ້ລືມ​ຕົວ​ໃນຖານະ​ທີ່​ເປັນ​ໂຄສົ​ກຂອງ​ໂທລະພາບ​ສູນ​ກາງ​ຈີນ,​ແຜດ​ສຽງ​ຮ້ອງຂຶ້ນ​ວ່າ"ອີ​ຕາ​ລີ​ໝັ້ນຍືນ"​,ການ​ກະທຳ​ຂອງ​ທ່ານ​ໄດ້​ພາ​ໃຫ້​ເກີດມີການ​ຖົກ​ຖຽງ​ກັນຢ່າງ​ດຸ​ເດືອດຢູ່ຈີນ,​​ຖັດມາໃນ​ອິນ​ເຕີ​ເນັດ​ກໍ​ປະກົດ​ມີ​​​ເນື້ອ​ໃນ30ຊະນິດ​ແຕ່​ການ​ຮຽນ​ແບບ​ຮວາງ​ຈ້ຽນຊຽງ​.ຜູ້​ໃຊ້​ອິນ​ເຕີ​ເນັດ​ໄດ້​ລອກ​ແບບ​ສຽງ​ທີ່​ລືມ​ຕົວຂອງ​ທ່ານ,​​ແລ້ວ​ເອົາ​ຄຳ​ອະທິ​ປາຍ​ຕ່າງໆ,ມາ​ສຽດ​ສີບາງປະກົດ​ການ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ຂອງ​ວິ​ສາ​ຫະກິດ​ຕ່າງໆ​ຄື​ບໍລິສັດ​ໂທລະສັບ​ມື​ຖື,ອຸດສາຫະກຳ​​ນ້ຳມັນ​ເຊື້ອ​ໄຟ​ແລະ​ເຄມີ,ບໍລິສັດ​ພັດທະນາອະສັງຫາລິມະ​ຊັບ​ເປັນ​ຕົ້ນ.ພ້ອມ​ກັນ​ນັ້ນ,ຍັງ​ມີ​ຄົນສວຍ​​ໂອກາດ​ນີ້​ປະດິດ​ສ້າງສ​ຽງສຽດ​ສີ​ທີ່​ລອກ​ແບບ​ສຽງ​ບັນຍາຍ​ຂອງ​ທ່ານ​ຮວາງ​ຈ້ຽນຊຽງເປັນສ​ຽງກະດິງ​ໂທລະສັບ​ມື​ຖື​,ໃນ​ໄລຍະ​ນັ້ນ​,​ເລື້ອ​ງນັ້ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ທີ່​ສຸດ​ໃນ​ອິນ​ເຕີ​ເນັດ.

  ການ​ຢອກ​ໄຍ​ໃນ​ອິນ​ເຕີ​ເນັ​ດ​ແມ່ນ​ໝາຍ​ເຖິງ​ພາບ​ວີ​ດີ​ໂທ​ສັ້ນ,ດົນຕີ,ຮູບ​ພາບ,ຕົວ​ໜັງສື​ເປັນ​ຕົ້ນ​ທີ່ມີ​ລັກສະນະ​ສຳນວນ​ລັບ​ລົມ​ຄົມ​ໃນ​ແລະ​ສຽດ​ສີ​ທີ່​ຜູ້​ໃຊ້​ອິນ​ເຕີເນັດ​ເຮັດ​ເອົາ​ເອງ.​ຢູ່​ຝ່າຍຕາ​ເວັນ​ຕົກ,​ການ​ກະທຳ​ແບບ​ນີ້​ແມ່ນ​ມີ​ດົນ​ແລ້ວ​ຖືກເອີ້ນ​ວ່າ"​ເລື້ອງ​ລະຄອນ​ຕະຫຼົກ​ຮຽນແບບ".ສ່ວນຢູ່​ຈີນ,​ເລື້ອງ​ນີ້​ເລີ່​ມ​ນິຍົມ​ກັນ​ແມ່ນເລີ່​ມມາແຕ່​ເດືອນມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ.ມີຊາວ​ໜຸ່ມ​ຜູ້​ໜຶ່ງ​ຊື່ວ່າ​ຮູ​ເກີ​ໄດ້​ເຮັດ​ເລື້ອງ​ສັ້ນ​ຢູ່​ໃນອິນ​ເຕີ​ເນັດທີ່ຊື່ວ່າ"ຄະດີ​ນອງ​ເລືອດ​ທີ່​ເກີດ​ຈາກ​ຂະໜົມ​ໝານ​ໂຖ​ວກ້ອນໜຶ່ງ",​ໂດ​ຍຜ່ານ​ຮູບ​ແບບ​ຂອງ​ລາຍການກົດໝາຍທາງ​ໂທລະພາບ,ສຽດ​ສີຮູບ​ເງົາ​​ເລື່ອງ"ອູ​ຈີ"ທີ່​ກຳກັບ​ການສະ​ແດງໂດຍ​ທ່ານ​​ເສີນ​ໄຂ​ເກີ່ ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່ສຽງຂອງ​ຈີນ,​ເລື່ອງ​ສັ້ນ​ພາບ​ວີ​ຕີ​ໂອ​ໃນ​ອິນ​ເຕີເນັດ​ນີ້ໃຊ້​ບຸກຄົນ​ແລະ​ຂໍ້​ມູນ​ຮູບ​ເງົາ​ຂອງ​ອູ​ຈີ,​ແລ້ວ​ປ່ຽນ​ຖານະ​ບໍ່​ບັນຍາຍ​ເນື້ອ​ໃນ​ຂອງ​ຮູບ​ເງົາ​ແຕ່​ອັດສ​ຽງ​,ຕັດ​ຕໍ່​ຟິມຮູບ​ເງົາ​​ເທື່ອ​ໃໝ່​ແລ້ວ​ເປັນ​ເລື້ອງ​ຕະຫຼົກ​ໃໝ່​ຄື​ເລືອ​ງຕຳຫຼວດສືບສວນ​ຄະດີ​ຂ້າ​ຄົນ.ພາຍຫຼັງ​ເລື້ອງ​ສັ້ນ​ເຜີຍ​​ແຜ່​​ຢູ່​ເທິງອິນ​ເຕີ​ເນັດ​ແລ້ວ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໄປ,​​ແຕ່​ທ່ານ​ເສີນ​ໄຂ​ເກີ່​ຊ້ຳພັດ​ໂມ​ໂຫຂຶ້ນ​ຈົນ​ຢາກ​ຟ້ອງ​ຮ້ອງ​ຕໍ່​ສານ.​ແຕ່ທ່ານ​ຮູ​ເກີ​​ເວົ້າ​ວ່າ,​ໃນ​ເວລາ​ເຮັດ​ເລື້ອງ​ສັ້ນ​ນີ້,​ເພີ່ນບໍ່​​ໄດ້ມີ​ເຈຕະນາ​ຮ້າຍ​ໃດໆ.

  "​ຂ້າພະ​ເຈົ້າ​ເຮັດ​ເລື້ອງ​ສັ້ນ​ນີ້,ມີ​ສາມ​ສາ​ຍເຫດ,ໜຶ່ງ​ຢາກ​ວິຈານ​​ຮູບ​ເງົາ, ​ສອງ​ເຮັດ​ສິ່ງ​ທີ່​ໜ້າ​ຫຼິ້ນ​ໜ້າ​​ເບິ່ງ​ເພື່ອ​ຄວາມ​ບັນ​ເທີງ;​ສາມ​ໃນ​ເວລາ​ນັ້ນ​ພວມ​ຮຽນ​ເຕັກນິກ​ວີ​ດີ​ໂອ,​ເຮັດ​​ເລື້ອງ​ສັ້ນ​ນີ້​ເພື່ອ​ເຝິກ​ວິຊາ​ຂອງ​ຕົນ.​ຕົ້ນ​ຕໍ​ຍັງ​ແມ່ນ​​ເພື່ອ​ມ່ວນ​ໃຈ,ວິ​ຈານ​ປະກົດ​ການ​ໃນ​ສັງຄົມ​ໂດຍ​ຜ່ານ​​ແບບ​ວິທີ​ທີ່​ເບົາ​ອົກ​ເບົາ​ໃຈ."

  ນອກຈາກ​ເລື້ອງ​ສັ້ນ​ວີ​ດີ​ໂອ​ໃນ​ອິນ​ເຕີ​ເນັດ​ແລ້ວ,ການ​ຢອກ​ໄຍຍັງ​​ແຜ່ຜາຍ​ຮອດ​ສຽງ​ກະດິງ​ໂທລະສັບ​ມື​ຖື,ຮູບ​ພາບ,ຮູບ​ແຕ້ມ​ດ້ວຍ​ສີ​ນ້ຳມັນ​ແລະ​​ໃຊ້​ຄົນ​ສະ​ແດງ​.ອາຈານ​ວິຈິດ​ຕະກຳ​ຂອງ​ມາ​ຫາ​ວິທະຍາ​ໄລ​ຊິງ​ຮວາ​ຜູ້​ໜຶ່ງ​ຊື່ວ່າໄດ້​​ເອົາ​ຮູບ​ແຕ້ມ​ດາລາດ້ວຍ​ສີ​ນ້ຳມັນ​ແບບ​ສຽດ​ສີ​ນັ້ນ​ຂຶ້ນ​ອິນ​ເຕີ​ເນັດ.ພາຍຫຼັງຮູບ​ແຕ້ມ​ຂອງ​ທ່ານ​ຖືກ​ພິມຕໍ່​ແລ້ວ,​ໄດ້​ພາ​ໃຫ້​ເກີດການຖົກ​ຖຽງ​ກັນ​ຢ່າງ​ອຶກ​ກະ​ທຶກ.ທ່ານ​ອ່ານ​ດີ​ກ່າວ​ວ່າ:

  "ນີ້​ໄດ້​ສະໜອງຂອງ​ມຸມ​ມອງ​ໃໝ່​ໃຫ້​ຜູ້​ຄົນ​ທັງຫຼາຍ​ສັງ​ເກດດາລາ​.ຂ້າພະ​ເຈົ້າ​ເຫັນ​ວ່າ​ຈຸດ​ປະສົງຕົ້ນຕໍ​ທີ່​ສຸດ​ຍັງ​ແມ່ນ​ເພື່ອ​ຄວາມ​ລື່ນ​​ເລີງ,ບາງ​ຄົນ​ເວົ້າ​ວ່າ​​ຂ້າພ​ະ​ເຈົ້າ​ໂຈມ​ຕີ,ອາດ​ຈະ​ແມ່ນ​ພວກ​ເຂົາ​ເຈົ້າ​ຍັງ​ໄລ່​ບໍ່​ທັນສຳນວນ​ລັບ​ລົມ​ຄົມ​ໃນຂອງ​ຂ້າພະ​ເຈົ້າ."

  ​ເລື້ອງຍິ່ງ​ເຮັດ​ໃຫ້​ຄົນສົນ​ໃຈ​ນັ້ນແມ່ນ,ຫວ່າງ​ມໍ່ໆ​ນີ້,​ເປົ້າ​ໝາຍ​ຂອງການ​ຢອກ​ໄຍ​ໃນ​ອິນ​ເຕີ​ເນັດນອກຈາກ​ຮູບ​ເງົາ​ໂທລະພາບ​​​ແລະເພງ​ທັນ​ສະ​ໄໝ​​ແລ້ວ,ຍັງ​​ເປີດ​ກວ້າງ​ຮອດນະວະນິຍາຍ​ປະ​ຫວັດ​ສາດທີ່​ລື​ຊື່,ຮູບ​ເງົາ​ຄຳ​ພີ, ​ວິລະ​ຊົນ,ການ​ຖົກ​ຖຽງ​ກັນ​ໄດ້​ລື່ນ​ກາຍວົງ​ການ​ອິນ​ເຕີ​ເນັດ​ນັ້ນຢ່າງ​ຫຼວງ​ຫຼາຍ,ກາຍ​ເປັນ​ຈຸດສຸມ​ຂອງ​ວົງ​ການ​ຕ່າງໆ​ໃນສັງ​ຄົນ.ຄົນ​ສ່ວນ​ຫຼາຍ​ເຫັນ​ວ່າ,​ໃນ​ຍຸກ​ປັດຈຸບັນ​ທີ່​ວັດທະນະທຳ​ແລະຄວາມລື່ນ​ເລີງຫຼາກ​ຫຼາຍ​ນັ້ນ​ໄດ້​ເຮັດ​ໃຫ້ ​ປະກົດ​ມີ​ການ​ເຍາະ​ເຍີ້​ຍຢອກ​ໄຍທີ່​ບໍ່​ເໝາະ​ສົມ​ໃນ​ອິນ​ເຕີ​ເນັດ,​ແຕ່​ການ​ຢອກ​ໄຍຕໍ່​ນະວະນິຍາຍ​ທີ່​ລື​ຊື່,ວິລະ​ຊົນ,ທັດສະນະ​ຄະທີ່​ລ້ຳຄ່າ​ລືມ​ມາ​ແຕ່​ເກົ່າ​ນັ້ນ,​​ໄດ້​ບິດ​ເບື່ອ​ນພາບ​ພົດທີ່​ດີງາມ,ມັນ​ບໍ່ພ​ຽງ​ແຕ່​ທຳລາຍ​ອາລົມ​ຈິດ​ຂອງ​ຄົນ​ທັງຫຼາຍ​ທໍ່​ນັ້ນ​,ຍັງ​ມີ​ຜົນ​ກະທົບ​ທາງ​ລົບຕໍ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ທີ່ກຳລັງ​ສ້າງ​ໂລກ​ກະທັດ​​ແລະ​ທັດ​ສະ​ນະຄະຕິ​ທີ່​ດີ.​ໃນ​ເວລາ​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ,ນັກ​ສຶກສາ​ຜູ້​ໜຶ່ງ​ຂອງ​ມະຫາວິທະຍາ​ໄລສ້າງ​ຄູ​ປັກ​ກິ່ງ​​ເວົ້າ​ວ່າ,ການ​ຢອກ​ໄຍ​ໃນ​ອິນ​ເຕີ​ເນັດ​ຕ້ອງ​ມີ​ຂອບ​ເຂດ​ຈຳ​ກັດ​.ທ່ານ​ເວົ້າ​ວ່າ:

  ການ​ຢອກ​ໄຍສ່ວນ​ຫຼາຍ​ແມ່ນ​ດີ,ສ່ວນ​ຫຼາຍ​​ໄດ້ສ​ຽດສີ​ຕໍ່​ປະກົດ​ການ​ຫຍໍ້​ທໍ້ຂອງ​ສັງຄົມ.​ແຕ່​ຕ້ອງ​ມີ​ຂອບ​ເຂດ​ຈຳກັດ,​ເພາະ​ການ​ກະທຳ​ດັ່ງກ່າວ​ຈະ​ລ່ອງ​ລ້ຳກຽດ​ສັກ​ສີ​ຂອງຜູ້​ອື່ນ​ບໍ່​ໄດ້​ແລະຖື​ການ​ທຳຮ້າຍ​ຜູ້​ອື່ນເປັນ​ເປົ້າ​ໝາຍ​ບໍ່​ໄດ້."

  ຜູ້​ບໍລິຫານ​ລະດັບສູງ​ຂອງ​ເວ​ບ​ໄຊ້ຊີ​ນາ​ເຊິ່ງ​ເປັນ​​ເວ​ບ​ໄຊ້ສະ​ເພາະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ຈີນກໍ່ມີ​ທັດສະນະ​ຄື​ກັນ.​ໃນ​​ເວລາ​ໃຫ້​ສຳພາດຂ່າວ,ທ່ານ​​​​ໂຮ​ສຽວ​ຊຽງ ຜູ້​ບັນນາທິການ​ໃຫຍ່​ຂອງ​ເວ​ບ​ໄຊ້ຊີ​ນາ​ເວົ້າ​ວ່າ,​ເວ​ບ​ໄຊ້ສະ​ເພາະ​ກິດ ​ເປັນ​ອົງການ​ຄຸ້ມ​ຄອງ​ການ​ເຜີຍ​ແຜ່​ເນື້ອ​ໃນ​ອິນ​ເຕີ​ເນັດ,ມີ​ໜ້າ​ທີ່​ຮັບຜິດຊອບ​​ແມ່ນ​ບໍ່​ໃຫ້​ເນື້ອ​ໃນ​ທີ່​ເຜີຍ​ແຜ່​ອອກ​ທາງ​ເວ​ບ​​ໄຊ​ເປັນ​ໄປ​ໃນ​ທາງ​ທີ່​ບໍ່​ດີ,ພ້ອມ​ກັນ​ນັ້ນ,ຂະ​ແໜງ​ການ​ບໍ​ລິ​ຫານ​ກ່ຽວຂ້ອງ​ຂອງ​ລັດ​ຄວນຄຸ້ມ​ຄອງ​ການ​ກະທຳ​ທີ່​ບໍ່​ເໝາະ​ສົມ​ທາງວີ​ດີ​ໂອ​ເນັດ.ທ່ານ​ເວົ້າ​ວ່າ"

  "ພວກຂ້າພະ​ເຈົ້າ​ຈະ​ຕິດຕາມ​ເບິ່ງ​ມີ​ການ​ຢອກ​ໄຍອັນ​ໃດ​ແຕ່.ຖ້າວ່າ​ພຽງ​ແຕ່​​ແມ່ນ​ເພື່ອລື່ນ​ເລີງ,​ແລະ​ບໍ່​ກາຍ​ຂອບ​ເຂ​ດຈຳກັດຂອງ​ສິນ​ທຳ​ແລະ​ກົດໝາຍ,ພ້ອມ​ກັນ​ນັ້ນກໍ​ບໍ່​​ທຳລາຍ​ສິດ​​ແລະ​ຜົນປະ​ໂຫຍດທີ່​ຊອມ​ດ້ວຍ​ກົດ​ໝາຍ​ຂອງ​ຜູ້​ອື່ນ​ແລ້ວ,ພວກຂ້າພະ​ເຈົ້າກໍ່​ອະນຸຍາດ​ໃຫ້​ເຜີຍ​ແຜ່​ໄດ້.​ແຕ່​ວ່າ​ຖ້າກາຍ​ຂອບ​ເຂ​ດຂອງສິນ​ທຳ​ແລະ​ກົດໝາຍ,ທຳລາຍ​ສິດ​​ແລະ​ຜົນປະ​ໂຫຍດທີ່​ຊອມ​ດ້ວຍ​ກົດໝາຍ​ຂອງ​ຜູ້​ອື່ນ​,ການ​ກະທຳ​ດັ່ງກ່າວ​ກໍ່ບໍ່​ຄວນ​ໄດ້​ຮັບ​ການສະ​ໜັບສະ​ໜູນ.ຖ້າ​ບໍ່​ດັ່ງ​ນັ້ນ,ອິນ​ເຕີ​ເນັດທີ່​ບໍ່​ມີ​ລະບຽບຈະ​ສ້າງ​ຜົນ​ຮ້າຍ​ຫຼາຍ​ກວ່າ​ຜົນ​ດີ."

  ​​ໂດຍແນ​ໃສ່​ຂ່າວ​ກ່ຽວ​ກັບກົມ​ໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​ແຫ່ງ​ຊາດ​ຈີນ​ຈະ​ປະກາດ​ກົດ​ຂໍ້​ກຳນົດສະເພາະ​ເພື່ອ​ເຮັດ​ໃຫ້ການ​ຢອກ​ໄຍຕ່າງໆ​ເຂົ້າ​ສູ່​ລະບຽບ​ນັ້ນ,ນັກ​ຂ່າວ​ໄດ້​ສຳພາດ​ທ່ານ​ນາງ​ຢາງ​ໄພ​ຮົງ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ນີ້.ທ່ານ​ນາງ​ຢາງ​ໄພ​ຮົງ​ໄດ້​ປະຕິ​ເສດ​ຂ່າ​ວລືດັ່ງກ່າວ​ນີ້.​ເພິ່ນເວົ້າ​ວ່າ,ສື່​ມວນ​ຊົນ​ຄວນ​ມີ​ຄວາມ​ສາມາດວິນິ​ໄສບັນຫາ​ທີ່​ຄວນ​ຫຼື​ບໍ່​ຄວນ​​ເຜີຍ​ແຜ່​ເນື້ອ​ໃນ​ຫຍັງ​ແດ່.

  ທ່ານ​ຜູ້​ຟັງ​ທີ​ໂຄລົບ​,ລາຍການ​ຈີນ​ປັດຈຸບັນ​ຂໍ​ຈົບ​ລົງພ​ຽງທໍ່​ນີ້,ສະບາຍດີ.