ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 17:54:14    
ບານບ້ວງ​ຈີນ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008

cri

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ງານ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ລະດັບ​ສູງ​ສຸດ​ຂອງ​ໂລກ ຄື ງານ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ຊີງ​ຊະນະ​ເລີດ​ໂລກ​ໄດ້​ຈັດ​ຂຶ້ນຢູ່​ຍີ່ປຸ່ນ​ແຕ່​ວັນ​ທີ 19 ສິງຫາ​ເຖິງ​ວັນ​ທີ 3 ກັນຍາ. ​ໃນ​ການ​ແຂ່ງຂັນ​ຮອບ 16 ທີ​ມສຸດ​ທ້າຍ​ໃນ​ວັນ​ທີ 27 ສິງຫາ, ທີ​ມບານບ້ວງ​ເພດ​ຊາຍ​ຈີນ​​ເສຍ​ໃຫ້​ທີ​ມ​ເກຼັກ ​ແຊມ​ປຽນ​ເອີ​ລົບ​ດ້ວຍ​ຄະ​ແນນ 64 ຕໍ່ 95, ​​ເລີຍ​ບໍ່​ໄດ້​ເຂົ້າຮອບ 8 ທີ​ມສຸດ​ທ້າຍ. ​ແຕ່​ວ່າ ນ້ຳ​ໃຈ​ສູ້​ຊົນ​ຂອງນັກ​ກິລາ​ຈີນ​ໃນການ​ແຂ່ງຂັນ​ນັ້ນ ​ໄດ້​ຮັບ​ຄວາມຍ້ອງຍໍ​ສັນລະ​ເສີນ​ຈາກ​ເວທີ​ບານບ້ວງ​ສາກົນ, ​ແລະ​ສະ​ແດງໃຫ້​ຄົນ​ທັງຫຼາຍ​ໄດ້​ເຫັນ​ຄວາມ​ຫວັງ​ຂອງ​ບານບ້ວງ​ຈີນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ບານບ້ວງ​ຈີນ​​ກະກຽມ​​ເພື່ອງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຢ່າງ​ເຕັມທີ່.

ງານ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ຊີງ​ຊະນະ​ເລີດ​ໂລກ​ປີ​ນີ້​ໄດ້​ຈັດ​ຂຶ້ນຢູ່ 5 ຕົວ​ເມືອງຂອງ​ຍີ່ປຸ່ນ, ມີ 24 ທີ​ມ​ເຊິ່ງລວມທັງ​ທີ​ມຈີນ ທີ​ມອາ​ເມ​ລິ​ກາ​ແລະ​ທີ​ມອາກຊັງ​ຕິນ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ. ​ໃນ​ການ​ແຂ່ງຂັນໃນ​ວັນ​ທີ 24 ສິງຫາ, ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມ​ເຊ​ເນ​ການ​ແລະ​  ທີ​ມສະ​ໂລ​ເວ​ນີ ​ແລ້ວ​ໄດ້​ເຂົ້າຮອບ 16 ທີ​ມສຸດ​ທ້າຍ, ນີ້​ກໍ່​ແມ່ນ​ຜົນງານ​ທີ່​ດີ​ທີ່​ສຸດ​ຂອງ​ທີ​ມບານບ້ວງ​ຈີນ​ໃນ​ງານ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ຊີງ​ຊະນະ​ເລີດ​ໂລກ​ແຕ່​ປີ 1994 ​ເປັນຕົ້ນມາ.

​ໃນ​ການ​ແຂ່ງຂັນນັດ​ສຸດ​ທ້າຍ, ທີ​ມຈີນ​ແຂ່ງຂັນ​ກັບ​ທີ​ມສະ​ໂລ​ເວ​ນີທີ່​​ເປັນ​ທີ 6 ​ຂອງ​ງານ​ແຂ່ງຂັນ​ບາ​ນບ້ວງ​ເພດ​ຊາຍ​ຊີງ​ຊະນະ​ເລີດ​ເອີ​ລົບ, ​ໃນ​ເວລາ​ຫົວລ້ຽວຫົວ​ຕໍ່ ຄື ມີ​ແຕ່​ຕ້ອງຊະນະຈຶ່ງຈະ​​ໄດ້​ເຂົ້າຮອບ 16 ທີ​ມສຸດ​ທ້າຍນັ້ນ, ທີ​ມຈີນສູ້​​ຢ່າງ​ເອົາ​ເປັນ​ເອົາ​ຕາຍ, ​ໃນ​ທີ່​ສຸດ ​ທ້າວ​ຫວາງ​ຊຶ​ເຜິ​ງ ນັກ​ກິລາ​ຈີນ​ທີ່​ເປັນກອງຫຼັງ​ໂຍນ​​ລູກສຸດ​ທ້າຍ​ເຂົ້າບ້ວງ​ໄດ້ 3 ຄະ​ແນນ​ໃນ​ວິນາທີ​ສຸດ​ທ້າຍ, ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມສະ​ໂລ​ເວ​ນີ​ແບບ​ຫວຸດ​ຫວິດ ຄື 78 ຕໍ່ 77. ຫຼັງການ​ແຂ່ງຂັນ​ສິ້ນ​ສຸດ​ລົງ​ແລ້ວ, ທ້າວ​ຫວາງ​ຊຶ​ເຜິ​ງ​ເວົ້າວ່າ:

ຂ້າພະ​ເຈົ້າ​ຮູ້ສຶກວ່າ ​ແຂ່ງ​ກັບ​ທີ​ມ​ແຂງເຫຼົ່ານີ້, ການ​ເອົາ​ຊະນະ​ເຂົາ​ເຈົ້າຈະ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ພວກ​ເຮົາ, ນີ້​ຈະ​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ສ້າງ​ຕົນ​ເອງ​ໃຫ້​​ເປັນ​ທີ​ມ​ທີ່ແຂງ​ແກ່ນ​ ​ແລະ​ຊີງ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ເຮົາຈະ​ເປັນ​ທີ​ມ​ແຂງ​ແກ່ນ​ຢ່າງ​ແນ່ນອນ.

​ໃນ​ການ​ແຂ່ງຂັນ​ໃນ​ສາຍ 5 ນັດ, ທ້າວ​ຢາ​ວໝິງ ນັກ​ກິລາ​ຈີນ​ທີ່​ເປັນກອງ​ກາງ ປັດຈຸ​ບັນຫຼິ້ນຢູ່​ທີ​ມຣ໋ອກ​ເກັດ​ໂຮ​ສ໌ຕອນ​ຂອງ NBA ​ໄດ້ 28,4 ຄະ​ແນນສະ​ເລ່ຍ​ຕາມ​ນັດ, ​ເປັນ​ທີ​ໜຶ່ງ​ໃນ​ບັນດານັກ​ກິລາ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​. ນອກ​ນີ້ ລາວ​ຍັງ​ຍາດ​ໄດ້​ບານ​ຢູ່​ກ້ອງ​ບ້ວງ 9,2 ລູກ​ສະ​ເລ່ຍຕາມ​ນັດ ​ເປັນ​ທີ 3 ​ໃນ​ສະຖິຕິ​ເຕັກນິກ​ດັ່ງກ່າວ, ສາມາດ​ເວົ້າ​ໄດ້​ວ່າ ​ແມ່ນ​ນັກ​ກິລາ​ທີ່​ມີ​ການ​ສະ​ແດງ​ດີ​ເລີດ​ກວ່າ​ໝູ່​ໃນ​ການ​ແຂ່ງຂັນ​ໃນ​ສາຍ. ​ໃນ​ການ​ແຂ່ງຂັນ​ກັບ​ທີ​ມບານບ້ວງ​ອາ​ເມ​ລິ​ກາ​ທີ່​ຖືກ​ເອີ້ນ​​ເປັນ "ທີ​ມ​ແຫ່ງ​ຄວາມ​ຝັນ" ນັ້ນ, ທ້າວ​ຢາງ​ໝິງ​ໂຍນ​ໄດ້ 21 ຄະ​ແນນ ຍາດ​ໄດ້ບານຢູ່​ກ້ອງ​ບ້ວງ 10 ລູກ, ຫຼັງການ​ແຂ່ງຂັນ, ທ່ານ​ໄມ​ໂຄ ຄຼະຊີ​ເຊ​ຟສະ​ກີ ຄູ​ຝຶກ​ໃຫຍ່​ທີ​ມອາ​ເມ​ລິ​ກາ​ໄດ້​ຕີ​ລາຄາ​ສູງ​ຕໍ່​ທ້າວ​ຢາວໝິງ, ທ່ານ​ເວົ້າວ່າ:

ທ້າວ​ຢາ​ວໝິງ​ແມ່ນ​ນັກ​ກິລາ​​ແກນ​ກາງທີ່​ມີ​ລັກ​ສະ​ນະ​ຕັດສິນ, ​​ລາວ​ກ້າຫານ​​ທີ່​ສຸດ, ບໍ່​ເຫັນ​ແກ່​ຕົວ, ລາວ​ແມ່ນ​ຜູ່​ນຳ​ທີ່​ດີ​ທີ່​ສຸດ​ໃນ​ທີ​ມ, ລາວ​ເຮັດ​ໃຫ້​​ຜູ່​ອື່ນ​ໃນ​ທີ​ມຈີນຫຼິ້ນ​ໄດ້​ດີກ​ວ່າ​ເກົ່າ. ຂ້າພະ​ເຈົ້າຍັງ​ຮູ້​ວ່າ​ລາວ​ຫາ​ກໍ່​ຟື້ນ​ຈາກ​ອາການ​ເຈັບ​ຂາ, ​ໄດ້ຫຼິ້ນຮ່ວມ​ກັບ​ທີ​ມ​ເປັນ​ເວລາ​ສັ້ນ, ​ແຕ່​ກໍ່​ຢູ່​ໃຕ້​ສະພາບ​ການ​ຄື​ແນວ​ນີ້ ລາວ​ກໍ່ມີ​ການ​ສະ​ແດງ​ອອກ​ທີ່​ດີ​ສົມຄວນ, ​ຂ້າພະ​ເຈົ້າ​​ນັບຖື​ທີ່​ສຸດ.

​ເຖິງ​ວ່າ​ໄດ້​ເຂົ້າ​ພຽງ​ແຕ່​ຮອບ 16 ທີ​ມ​ສຸດ​ທ້າຍ​ກໍ່ຕາມ, ​ແຕ່​ການ​ເສຍ​ໄຊ​ໃນ​ການ​ແຂ່ງຂັນ​ເຂົ້າຮອບ 8 ທີ​ມ​​ສຸດ​ທ້າຍ​ເຮັດ​ໃຫ້​ທີ​ມບານບ້ວງ​ເພດ​ຊາຍຈີນ​ໄດ້​ເຫັນ​ຈຸດ​ບົກ​ຜ່ອງ​ຂອງຕົນເມື່ອທຽບກັບ​ທີ​ມ​ແຂງ​​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ຫຼັງ​ການ​ແຂ່ງຂັນ​ລະຫວ່າງ​ທີ​ມຈີນ​ກັບ​ທີ​ມ​ເກຼັກສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ຫູ​ເຈຍ​ສື ຮອງ​ປະທານ​ສະມາຄົມ​ບານ​ບ້ວງ​ຈີນ​ກ່າວ​ວ່າ, ​ໃນ​ເວລາ​ແຂ່ງ​ຂັນ​ກັບ​ທີ​ມ​ແຂງ, ທີ​ມຈີນ​ມີ​ບັນ​ຫາ​ຫຼາຍ​ສົມ​ຄວນ, ​ເມື່ອ​ກັບ​ຄືນ​ປະ​ເທດ​ແລ້ວ, ທີ​ມຈີນ​ຕ້ອງ​ຕັ້ງ​ໜ້າ​ສະ​ຫຼຸບ ຖອດ​ຖອນ​ບົດຮຽນ, ​ເພື່ອ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.

ທ່ານ​ໂຈ​ນາສ ກາສລາວ​ສະກາ​ສ ຄູ​ຝຶກ​ໃຫຍ່​ຂອງ​ທີ​ມຈີນ​ເຫັນ​ວ່າ, ​ເຖິງ​ວ່າ​ບານບ້ວງ​ຈີນ​ມີ​ນັກ​ກິ​ລາ​ເກັ່ງຄື​ທ້າວ​ຢາ​ວໝິງກໍ່ຕາມ, ​ແຕ່​ຖ້າ​ຢາ​ກຊີງ​ໄດ້ຜົນ​ງານ​ດີ​ກວ່າ​ເກົ່າໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ທີ​ມບານບ້ວງ​ເພດ​ຊາຍ​ຈີນ​ຕ້ອງ​ຍົກ​ລະດັບ​ເຕັກ​ນິກ​ລວມ​ຂອງ​ທີ​ມ​ໃຫ້​ສູງ​ຂຶ້ນ, ສ່ວນ​ວິທີ​ທີ່​ໃຫ້​ໄດ້ຜົນ​​ໄວ​ກວ່າ​​ໃນ​ປັດຈຸບັນ​ກໍແມ່ນສົ່ງ​ນັກ​ກິລາ​ໄປຫຼິ້ນຢູ່​ຕ່າງປະ​ເທດ. ທ່ານ​ໂຈ​ນາສກ່າວ​ວ່າ:

​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າ, ສະມາຊິກ​ທີ​ມບານບ້ວງ​ຂອງ​ພວກ​ເຮົາຍັງ​ຂາດປະສົບ​ການ​ແຂ່ງຂັນ​ລະດັບ​ສູງສຸດ​ຂອງ​ໂລກ, ​ເພື່ອປີ 2008, ຂ້າພະ​ເຈົ້າ​ເຫັນ​ວ່າ​ວິທີ​ທີ່​ໄດ້ຜົນ​ກວ່າ​ໝູ່​ໃນ​ປັດຈຸບັນ​ແມ່ນ​ສົ່ງ​​ເຂົາ​ເຈົ້າ​ໄປ​ເຂົ້າຮ່ວມການ​ແຂ່ງຂັນ​ລະດັບ​ສູງຢູ່​ເອີ​ລົບ, ​ໃຫ້​​ເຂົາ​ເຈົ້າ​ໄດ້​ປະສົບ​ການ​ຂອງ​ການປ້ອງ​ກັນທີ່​ເຂັ້ມ​ແຂງ​ຂອງ​ທີ​ມ​ເກຼັກ ທີ​ມອີ​ຕາ​ລີ​ແລະ​ທີ​ມ​ແອ​ສປາຍ, ນີ້​ຈະ​ມີ​ຜົນ​ດີ​ຕໍ່ການ​ຖອດ​ຖອນ​ບົດຮຽນຂອງ​ພວກ​ເຂົາ​ເຈົ້າ.

ອາຍຸ​ສະ​ເລ່ຍຂອງ​ທີ​ມບານບ້ວງ​ຈີນ​ຊຸດ​ນີ້​ແມ່ນ 22,4 ປີ, ​ໜຸ່ມ​ກວ່າ​ທຸກ​ທີ​ມທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ບານບ້ວງ​ຊີງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້. ​ໃນ​ການ​ແຂ່ງຂັນ​ກັບ​ທີ​ມ​​ແຂງ​ຂອງ​ໂລກ, ທີ​ມຈີນ​ທີ່​ຍັງ​ໜຸ່ມ​ນ້ອຍໄດ້ຖອດ​ຖອນ​ເອົາບົດຮຽນ, ​ແລະ​ກໍ່​ໄດ້​ເຫັນຈຸດ​ບົກ​ຜ່ອງຂອງ​ຕົນ. ຫວັງ​ວ່າ​ໃນ 2 ປີ​ຂ້າງ​ໜ້າ​ນີ້, ​ເຂົາ​ເຈົ້າຈະ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ​ໂດຍ​ໄວ, ​ແລະ​ມີ​ການ​ບຶນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.